ພະຍາດອະຫິວາໝູອາຟຣິກກາ ລະບາດ ຢູ່ ເມືອງ ນາຊາຍທອງ ພົບໝູຕິດເຊື້ອແລ້ວ 100 ກວ່າໂຕ

07:07 | 10/07/2019

ນະຄອນຫຼວງວຽງຈັນ (ນວ) ເຝົ້າລະວັງພະຍາດອະຫິວາໝູອາຟຣິກກາຢ່າງໃກ້ຊິດ, ພາຍຫຼັງທີ່ໄດ້ມີການລະບາດຂອງພະຍາດດັ່ງກ່າວ ຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຊຶ່ງພົບໝູຕິດເຊື້ອ 110 ໂຕ.

ພະຍາດອະຫິວາໝູອາຟຣິກກາ ລະບາດ ຢູ່ ເມືອງ ນາຊາຍທອງ ພົບໝູຕິດເຊື້ອແລ້ວ 100 ກວ່າໂຕ

ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້.(ພາບ:pasaxon.org.la)

ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ໄດ້ເປີດ ເຜີຍຕໍ່ສື່ມວນຊົນ ເມື່ອວັນທີ 8 ກໍລະກົດນີ້ ທີ່ກົມລ້ຽງສັດ ແລະ ການປະມົງໃຫ້ຮູ້ວ່າ: ພະຍາດອະຫິວາໝູອາຟຣິກກາ ຫຼື ເອີ້ນຕາມພາສາສາກົນວ່າ African Swine Fever (ASF) ແມ່ນພະຍາດທີ່ຮ້າຍແຮງທີ່ສຸດ ສຳລັບໝູທຸກຊະນິດ, ທຸກລຸ້ນ, ອາຍຸຂອງໝູປ່າ, ໝູບ້ານທີ່ປະຊາຊົນລ້ຽງ ແລະ ໝູທີ່ລ້ຽງແບບເປັນຟາມ. ໝູທີ່ຕິດພະຍາດນີ້ໄດ້ ດ້ວຍການກິນເສດອາຫານທີ່ມີເຊື້ອປົນເປື້ອນ, ຖືກເຫັບທີ່ມີເຊື້ອກັດ, ຕິດຈາກອຸປະກອນ, ເສື້ອຜ້າທີ່ປົນເປື້ອນຈາກເຊື້ອພະຍາດ, ຕິດຈາກການສໍາພັດ ກັບສິ່ງທີ່ຂັບຖ່າຍຂອງໝູທີ່ເຈັບ ແລະ ຕາຍ. ນອກນີ້ຍັງສາມາດແຜ່ ລະບາດຈາກຊີ້ນ, ເຄື່ອງໃນໝູ ທີ່ຕິດເຊື້ອ ທີ່ບໍ່ສຸກດີ.

ຖ້າຫາກວ່າ ໝູເປັນພະຍາດດັ່ງກ່າວ ຈະເຮັດໃຫ້ມີການຕາຍເຖິງ 90-100%, ພະຍາດອະຫິວາໝູອາຟຣິກກາ ຍັງບໍ່ທັນມີຢາປ້ອງກັນ ແລະ ປິ່ນປົວ; ເຊື້ອພະຍາດມີຄວາມທົນທານສູງຕໍ່ສະພາບແວດລ້ອມ, ມັນມີຊີວິດຢູ່ໄດ້ ໃນເງື່ອນໄຂທີ່ມີຄວາມເປັນກົດ ເປັນດ່າງສູງ ໃນລະດັບ PH 3,7-11,5, ເຊື້ອພະຍາດນີ້ ສາ ມາດມີຊີວິດຢູ່ໄດ້ໃນ ຊາກສັດແຊ່ແຂງ ດົນນານເຖິງ 15 ປີ ແລະ ສາມາດຖືເຊື້ອໃນໝູໄດ້ເຖິງ 4 ປີ ແລະ ເຊື້ອພະຍາດສາມາດມີຊີວິດຢູ່ລອດ ໃນອາ ຈົມເປັນເວລາ 11 ວັນ, ຢູ່ໃນເລືອດທີ່ມີອຸນຫະພູມ 37 ອົງສາ ເປັນເວລາ 1 ເດືອນ, ເຊື້ອພະ ຍາດສາມາດຢູ່ໃນໝູແຮມ, ສົ້ມ ໝູ ແລະ ໄສ້ອົ່ວໄດ້ 3-4 ເດືອນ. ສໍາລັບການລະບາດຂອງພະຍາດອະຫິວາໝູອາຟຣິກກາຢູ່ ສປປ ລາວ, ແມ່ນໄດ້ພົບເຫັນມີການເກີດຂຶ້ນເປັນຄັ້ງທໍາອິດຢູ່ ສປປ ລາວ, ໃນວັນທີ 20 ມິຖຸນາທີ່ຜ່ານມາ, ຢູ່ບ້ານສາມັກຄີໄຊ, ເມືອງຕຸ້ມລານ, ແຂວງສາລະວັນ ແລະ ກໍໄດ້ຖືກທໍາລາຍໄປແລ້ວ ປະມານ 2.340 ໂຕ; ສ່ວນຢູ່ນະຄອນຫຼວງວຽງຈັນ ໄດ້ມີການຕາຍຂອງໝູຢູ່ບ້ານ ນາສ້ຽວ, ເມືອງນາຊາຍທອງ ຈໍານວນ 110 ໂຕ, ໃນວັນທີ 1 ກໍລະກົດນີ້ ພາຍຫຼັງມີການວິໄຈຢັ້ງຢືນ, ໃນວັນທີ 2 ກໍລະກົດ ໄດ້ພົບວ່າ ການຕາຍຂອງໝູຈໍານວນດັ່ງກ່າວ ແມ່ນເກີດຈາກເຊື້ອພະຍາດອະຫິວາໝູອາຟຣິກກາ.

ສະນັ້ນ ເພື່ອເປັນການຫຼຸດຜ່ອນ ຈໍານວນການຕິດເຊື້ອຂອງໝູ ກໍຄື ຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດ ໂດຍລວມ ແລະ ເພື່ອຫຼຸດຜ່ອນຜົນກະທົບຕໍ່ການສະໜອງດ້ານສະບຽງອາຫານ, ກະຊວງກະສິກໍາ ແລະ ປ່າໄມ້ (ກົມລ້ຽງສັດ ແລະ ການປະມົງ) ພາຍຫຼັງໄດ້ຮັບການລາຍງານ ການເກີດລະບາດຢູ່ບັນດາປະເທດອ້ອມຂ້າງ, ຈີນ, ສສ ຫວຽດນາມ, ກໍາປູເຈຍ; ດັ່ງນັ້ນກະຊວງ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 0945/ກປ,ລົງວັນທີ 5/9/2018 ກ່ຽວກັບການໂຈະຊົ່ວຄາວ ການນໍາເຂົ້າໝູຊີ້ນ, ໝູພໍ່ພັນ, ແມ່ພັນ, ໝູນ້ອຍ ແລະ ຜະລິດຕະ ພັນຊີ້ນໝູທຸກຊະນິດ ຈາກ ສປ.ຈີນ ເຂົ້າສູ່ລາວ ແລະ ແຈ້ງການສະບັບອື່ນໆ.

ທ່ານ ກ່າວອີກວ່າ: ການຄວບຄຸມພາຫະນະເຂົ້າ-ອອກຟາມ, ຫ້າມພາຫະນະຈາກພາຍ ນອກ ເຂົ້າ-ອອກຟາມ ເວັ້ນເສຍ ແຕ່ມີການຂ້າເຊື້ອພະຍາດແລ້ວ, ຫ້າມພາຫະນະທີ່ໃຊ້ພາຍໃນຟາມ ອອກໃຊ້ນອກຟາມ ໂດຍເດັດຂາດ, ຫ້າມພາ ຫະນະຮັບໝູ ເຂົ້າມາຟາມ ໂດຍເດັດຂາດ; ຫ້າມຂາຍ ຫຼືຄົວໝູທີ່ຕາຍ ໂດຍບໍ່ຮູ້ສາເຫດ ທີ່ມີຈຸດປະສົງນໍາມາເປັນອາຫານ, ເກັບໄວ້ ແລະ ຕ້ອງໄດ້ກໍາຈັດຊາກສັດ ຫຼື ຂອງເສດເຫຼືອ ຈາກການລ້ຽງໝູ ເຊັ່ນ: ຝັງດິນເລິກໃນລະດັບບໍ່ໜ້ອຍກວ່າ 50 ຊັງຕີແມັດ,ໂຮຍປູນຂາວ ຫຼື ລາດດ້ວຍນໍ້າຢາຂ້າເຊື້ອ ແລ້ວຖົມດິນໃຫ້ແໜ້ນ ຫຼືເຜົາຊາກ ໃນສະຖານທີ່ເໝາະສົມ, ບໍ່ຖິ້ມຊາກພາຍໃນຟາມ, ນຳ້ເປື້ອນຈາກການລ້ຽງໝູຕ້ອງກໍາຈັດດ້ວຍວິທີຮັບປະກັນໃຫ້ໄດ້ມາດຕະຖານຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຖ້າຫາກພົບເຫັນມີການລະບາດຂອງພະຍາດ ໃຫ້ຫຼີກລຽງບຸກຄົນ, ພາຫະນະ ຈາກພື້ນທີ່ ທີ່ມີການລະບາດຂອງພະຍາດເຂົ້າຟາມ ລວມເຖິງບໍ່ນໍາໝູ ຈາກພື້ນທີ່ ທີ່ມີການລະບາດຂອງພະຍາດ ເຂົ້າມາໃນຟາມ ແລະ ຖ້າພົບເຫັນໝູຕາຍຢ່າງກະທັນຫັນ ໃຫ້ຮີບແຈ້ງພະແນກກະສິກໍາ ແລະປ່າໄມ້ ແຂວງ ຫຼື ກົມລ້ຽງສັດ ແລະ ການປະມົງ ໂທ: 021 261500.

(ແຫຼ່ງ​ຂໍ້​ມູນ​: www.pasaxon.org.la)

ເຫດການ
302 Found

Found

The document has moved here.