ຕັດຄໍາແຫ່ງຄວາມມິດຕະພາບ ລະຫວ່າງ ຫວຽດນາມ - ເກົາຫຼີໃຕ້

00:54 | 14/05/2019

ຍສໝ - ສັນຍາທີ່ມີເວລາການເຈລະຈາທີ່ໄວທີ່ສຸດໃນປະຫວັດຊາດຂອງກິລາບານເຕະທີ່ໄດ້ຈັດຂຶ້ນຢູ່ພິພິທະພັນບານເຕະເກົາຫຼີໃຕ້ໃນຕົ້ນເດືອນ ຕຸລາ ປີ 2017. ໃນເວລາພຽງແຕ່ເຄິ່ງມື້ຂອງການເຈລະຈາ, ຄູຝຶກສອນຜູ້ນີ້ກໍ່ມີຊື່ອື່ນວ່າ "ທ່ານ ງ້ວງນອນ" (Sleeping One) ຂອງເກົາຫຼີໃຕ້ໄດ້ກາຍເປັນຄູຝຶກສອນຂອງທິມຊາດບານເຕະຫວຽດນາມ. ທ່ານ Park Hang Seo ກາຍເປັນຄູຝຶກສອນຂອງທິມຊາດບານເຕະຫວຽດນາມກໍ່ໄດ້ເພິ່ມຄວາມງາມໃຫ້ແກ່ຕັດຄໍາແຫ່ງຄວາມມິດຕະພາບ ລະຫວ່າງ ຫວຽດນາມ - ເກົາຫຼີໃຕ້ເຊິ່ງສອງປະເທດໄດ້ເພີ່ມພູນຄູນສ້າງ, ຮ່ວມມື ແລະ ພັດທະນາຮ່ວມກັນໃນໄລຍະເວລາເກືອບຮອດສາມທົດສະວັດເປັນຕົ້ນມາ.

ຕັດຄໍາແຫ່ງຄວາມມິດຕະພາບ ລະຫວ່າງ ຫວຽດນາມ - ເກົາຫຼີໃຕ້


ຕອນຫາກໍ່ມາຫວຽດນາມ, "ທ່ານ ງ້ວງນອນ" ກໍ່ບໍ່ຄິດວ່າມີພຽງແຕ່ເຄິ່ງປີຕໍ່ມາລາວກໍ່ໄດ້ມີຊື່ອື່ນຕ່າງໆເຊັ່ນ "ໝໍເຢົາPark", "ອາຈານPark", "ພໍ່Park"... ໂດຍວົງການສື່ມວນຊົນ ແລະ ນັກເຕະບານທີ່ໄດ້ຕັ້ງຊື່ໃຫ້ເພິ່ນ. ເປັນຄູຝຶກສອນຂອງທິມຊາດບານເຕະຢູ່ໃນທະວີບເຊິ່ງບໍ່ມີການພັດທະນາດ້ານກິລາບານເຕະແຕ່ເພິ່ນກໍ່ຊ່ວຍໃຫ້ທິມຊາດບານເຕະຫວຽດນາມໄດ້ມີຜົນງານໃນການແຂ່ງຂັນບານເຕະທັງຢູ່ລະດັບທະວິບ ແລະ ພາກພື້ນໃນພຽງແຕ່ 1 ປີຜ່ານມາ, ແນ່ນອນຢູ່ແລ້ວ, ເພິ່ນເປັນຄູຝຶກສອນທີ່ເກັ່ງກ້າ. ແຕ່ຄວາມຮັກຫອມຂອງຊາວຫວຽດນາມ, ບັນດານັກເຕະບານທີ່ມີຕໍ່ເພິ່ນກໍ່ແມ່ນນໍ້າໃຈ ແລະ ບຸກຄະລິກຂອງເພິ່ນ.

ໃນຊິວີດປະຈໍາວັນ, ບັນດານັກເຕະບານໄດ້ນັບຖືເພິ່ນຄືເປັນພໍ່, ຮັກແພງເພິ່ນຄືເປັນໝູ່ເພື່ອນ. ນັກເຕະບານ ວັນກວຽດ ເປັນຫົວໜ້າທິມຊາດໄດ້ສັງເກດວ່າ:“ເພິ່ນເປັນຄົນທີ່ໃກ້ຊິດກັບນັກເຕະບານ, ເອົາໃຈຍາກ, ໃຈດີ”. ພວກເຂົາໄດ້ເປີດການແຂ່ງຂັນແຕ້ມຮູບພາບ "ພໍ່ທີ່ເຄັ່ງຄັດແຕ່ເປັນຕາຮັກ" ເພື່ອມອບໃຫ້ເພິ່ນ. ຕາມຄວາມຄິດຂອງພວກເຂົາ "ພໍ່ທີ່ເຄັ່ງຄັດແຕ່ເປັນຕາຮັກ" ແມ່ນມະນຸດສະທໍາຫຼາຍ, ມີຄວາມຍຸດຕິທໍາ, ໂປ່ງໃສ, ຈິງໃຈ. ເພິ່ນໄດ້ມີການນວດຕີນໃຫ້ດີ່ງຈ້ອງຢ່າງໂດຍກົງ, ປົກຫນ້າກາກບໍາລຸງຜີວໜ້າໃຫ້ແກ່ ກວາງຫາຍ ແລະ ດຶກຈີງ, ຫຼີ້ນເກມແຕ້ມໜວດໂຕແມວກັບດຶກຮີວ ແລະ ຕຽນລີງ...ທ່ານ Park Hang Seo ໄດ້ເຊື່ອມຕໍ່ໄລຍະຫ່າງເພື່ອເຮັດໃຫ້ບັນດານັກເຕະບານ ແລະ ຄູຝຶກສອນເຂົ້າໃຈກັນກວ່າເກົ່າ.

ນໍາພາທີມຊາດຫວຽດນາມພຽງແຕ່ຫນຶ່ງປີ, ຊື່ສຽງຂອງ ທ່ານ Park Hang Seo ໄດ້ແຜ່ຂະຫຍາຍໄປທົ່ວທະວີບ, ເພິ່ນກໍ່ໄດ້ກ່າວວ່າ:“ປີ 2018 ແມ່ນປີແຫ່ງຄວາມມະຫັດສະຈັນ, ຄືເລື່ອງລາວນິທານສໍາລັບຂ້າພະເຈົ້າ”. ຮູບພາບຂອງເພິ່ນປາກົດຢ່າງຕໍ່ເນື່ອງຢູ່ຫນ້າຫນັງສືພິມກິລາ, ຫນ້າຈໍໂທລະພາບຢູ່ປະເທດຈີນ, ໄທ, ມາເລເຊຍ, ຫວຽດນາມ...ເທິງເວັບໄຊຂ່າວທີ່ມີຊື່ສຽງເຊັ່ນ: "Fox Sports", "Inter Football", "Sports Seoul", "Korea Times"...ສະມາຄົມນັກຂ່າວອາຊີ (Asia Jaurnalist Association) ໄດ້ຍົກໃຫ້ລາວເປັນ "ລັກສະນະຕົວແທນຂອງອາຊີໃນປີ 2018".

ສະຖານີໂທລະພາບ SBS ຂອງເກົາຫຼີໃຕ້ໄດ້ຊື້ລິຂະສິດທີ່ມີການແຂ່ງຂັນຂອງທີມຊາດຫວຽດນາມທີ່ AFF SUZUKI CUP 2018 ເຊິ່ງໄດ້ສ້າງສະຖິຕິຈໍານວນຜູ້ຊົມບັນລຸ 21%, ສິ່ງທີ່ບໍ່ເຄີຍມີມາກ່ອນສໍາລັບການອອກອາກາດໃນ ປີ 2018. ໃນປັດຈຸບັນ, SBS ກໍ່ໄດ້ສືບຕໍ່ດໍາເນີນລາຍການ "Wewill chanel you" (ຊອງຂອງທ່ານ) ກ່ຽວກັບ ທ່ານ Park Hang Seo ແລະ ທີມຊາດຫວຽດນາມພ້ອມທັງບັນດາຮູບພາບຂອງໂຮ່ເກືອມ, ຖະໜົນເກົ່າແກ່ຮ່າໂນ້ຍໂດຍພິທິກອນ Kang Ho Dong ຜູ້ທີ່ມີຊື່ສຽງເປັນພິທິກອນຂອງລາຍການ.

ໃນປະເທດຫວຽດນາມ, ຮູບພາບຂອງທ່ານ Park Hang Seo ບໍ່ພຽງແຕ່ປາກົດຢູ່ສະໜາມກິລາ, ຖະຫນົນຫົນທາງໃນເວລາດໍາເນີນການແຂ່ງຂັນບານເຕະ U23 ຂອງອາຊີ ແລະ AFF Suzuki Cup ແຕ່ກໍ່ໄດ້ປາກົດຢູ່ວາລະສານທະນະທໍາຕ່າງໆ. ທ່ານ Park Hang Seo ປາກົດຢູ່ໜ້າປົກປີ 2019 ຂອງໜັງສຶພິມ “ຜູ້ອອກແຮງງານ”. ນັກແຕ້ມເຈີ່ນເທວີງໄດ້ຮັບການດົນໃຈຈາກເພງຊາດ ແລະ ທຸງຊາດຫວຽດນາມເພື່ອສະແດງຈິດໃຈຂອງທ່ານ Park Hang Seo, ຂອງຄວາມມິດຕະພາບຫວຽດນາມ - ເກົາຫລີໃຕ້. ມີຫົວຂໍ້ "ຄູຂອງຂ້ອຍ". ຮູບພາບທາສີນໍ້າມັນມີຂະໜາດ 73x92 ໄດ້ຖືກປະມູນລາຄາ 247.750.000 ດົ່ງໃນເມື່ອວັນທີ 30 ເດືອນທັນວາ ປີ 2018 ເພື່ອສະຫນັບສະຫນູນກອງທຶນການກຸສົນ ແລະ ກອງທຶນຄວາມວາມາດຈິດຕະກໍາຫນຸ່ມ.

ຕັດຄໍາແຫ່ງຄວາມມິດຕະພາບ ລະຫວ່າງ ຫວຽດນາມ - ເກົາຫຼີໃຕ້


ແຕ່ສິ່ງທີ່ດີທີ່ສຸດແມ່ນທ່ານ Park Hang Seo ແລະ ບັນດານັກເຕະບານທີ່ໄດ້ນໍາມາເຊິ່ງແມ່ນຄວາມກິດຕິຄຸນແຫ່ງຊາດຂອງປະຊາຊົນສອງປະເທດຫວຽດນາມ - ເກົາຫຼີໃຕ້. ການຍາດໄດ້ຜົນສໍາເລັດຕ່າງໆໃນການແຂ່ງຂັນບານເຕະລ້ວນແຕ່ທີ່ມີຄວາມພະຍາຍາມຂອງຄູຝຶກສອນ ແລະ ບັນດານັກເຕະບານກໍ່ໄດ້ກາຍເປັນສັນຍາລັກຂອງການຄຽງບ່າຄຽງໄລ່ຂອງສອງປະເທດຫວຽດນາມ ແລະ ເກົາຫຼີໃຕ້ບົນເສັ້ນທາງຂອງການພັດທະນາໃນປະຈຸບັນ ແລະ ໃນສະເພາະໜ້າ.

ໃນປະຈຸບັນກິລາບານເຕະ ແລະ ກິລາໂດຍທົ່ວໄປກໍ່ໄດ້ສົ່ງຜົນສະທ້ອນຕໍ່ດ້ານການເມືອງ, ເສດຖະກິດ, ການທູດ ແລະ ວັດທະນະທໍາ. ໃນປີ 2016, ຄູຝຶກສອນ Park Chung Gun ກໍ່ໄດ້ຊ່ວຍໃຫ້ນັກຍິ່ງປຶນ ຫວ່າງຊວນວີງ ໄດ້ຫຼຽນຄໍາທີ່ Olympic Rio – Brazil. ໃນປີ 2018, ທ່ານ Park Hang Seo ກໍ່ໄດ້ຊ່ວຍໃຫ້ທິມຊາດບານເຕະຫວຽດນາມໄດ້ຊີງຊະນະເລີດໃນການແຂ່ງຂັນເຕະບານ ທີ່ AFF Suzuki Cup. ດ້ວຍນະໂຍບາຍ "ແນໃສ່ທິດໃຕ້ໃໝ່" (ສຸມໃສ່ທຶນລົງທຶນເຂົ້າໃນປະເທດອິນເດຍ ແລະ ອາຊຽນ), ຫວຽດນາມໄດ້ກາຍເປັນສະຖານທີ່ເປັນຫນ້າສົນໃຈທີ່ສຸດສໍາລັບບັນດານັກລົງທຶນເກົາຫຼີໃຕ້.

ໃນປີ 1992, FDI ຂອງເກົາຫຼີໃຕ້ໃນທົ່ວປະເທດຫວຽດນາມມີພຽງແຕ່ 500 ລ້ານໂດລາສະຫະລັດເທົ່ານັ້ນ. ສັນຍາການຄ້າເສລີ (VKFTA) ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ເກົາຫລີໃຕ້ໄດ້ເປີດເສັ້ນທາງຂອງການພັດທະນາທາງດ້ານວັດທະນະທໍາ, ເສດຖະກິດ ແລະ ປະສົບຜົນສໍາເລັດເຊິ່ງບໍ່ເຄີຍມີມາກ່ອນ. ນັບຕັ້ງແຕ່ ປີ 2014 ເປັນຕົ້ນໄປ, FDI ຂອງເກົາຫຼີໃຕ້ໄດ້ລື່ນກາຍຍີ່ປຸ່ນ, ກາຍເປັນນັກລົງທຶນທີ່ໃຫຍ່ທີ່ສຸດໃນປະເທດຫວຽດນາມ.

ຮອດເດືອນ ກໍລະກົດ ປີ 2018, ເກົາຫຼີໃຕ້ໄດ້ລົງທຶນເຂົ້າໃນ 7080 ໂຄງການ ຢູ່ປະເທດຫວຽດນາມ, ມີທຶນລົງທຶນທັງໝົດບັນລຸ 65 ຕື້ ໂດລາສະຫະລັດ. ໃນກອງປະຊຸມ APEC 2017, ທ່ານ Moon Jae In ປະທານາທິບໍດີ ເກົາຫຼີ້ໃຕ້ໄດ້ກ່າວວ່າ: ຮອດປີ 2020, FDI ຂອງເກົາຫຼີໃຕ້ລົງທຶນເຂົ້າສູ່ຫວຽດນາມຈະບັນລຸປະມານ 100 ຕື້ ໂດລາສະຫະລັດ. ໃນປີ 2017, ເກືອບຮອດ 2.5 ລ້ານນັກທ່ອງທ່ຽວເກົາຫຼີໃຕ້ເຂົ້າມາຫວຽດນາມ. ມູນຄ່າສົ່ງອອກສິນຄ້າຂອງຫວຽດນາມໄປເກົາຫລີໃຕ້ໃນ 7 ເດືອນຕົ້ນປີ 2018 ບັນລຸ 10 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 32% ທຽບໃສ່ໄລຍະດຽວກັນປີ 2017.

ຫວຽດນາມໄດ້ຮັບແຫຼ່ງທຶນ, ເຕັກໂນໂລຢີລົງທຶນຈາກເກົາຫລີໃຕ້, ພ້ອມກັນນັ້ນກໍ່ໄດ້ຮຽນຮູ້ດ້ານວັດທະນະທໍາ Hallyu ຂອງເກົາຫລີໃຕ້. ວັດທະນະທໍາ Hallyu ແມ່ນໄດ້ຖືວ່າທີ່ມີບົດບາດສໍາຄັນໃນການພັດທະນາເສດຖະກິດຂອງເກົາຫລີໃຕ້. ປັດຊະຍາຂອງ Hallyu ແມ່ນເພື່ອສ້າງຄວາມຫນ້າສົນໃຈ, ດຶງດູດ, ຄວາມລຸໂລ່ງໂປ່ງໃຈປ່ຽນແທນໃຫ້ຄວາມຂົ່ມໃຈ, ຄວາມບັງຄັບ. Hallyu ແມ່ນເພື່ອແນໃສ່ລຸ້ນຄົນຫນຸ່ມ, ຄວາມເພີນຈິດ, ຄວາມຮັກ. ນັບຕັ້ງແຕ່ຊຸມປີ 1980, Hallyu ໄດ້ຖືວ່າເປັນແສງສະຫວ່າງທາງດ້ານວັດທະນະທໍາທີ່ນໍາພາເສດຖະກິດເກົາຫຼີໃຕ້ເພື່ອເອົາຊະນະອຸປະສັກຕ່າງໆດ້ານປະຫວັດສາດ, ເຊົນເຜົ່າ, ແຜ່ຂະຫຍາຍໄປສູ່ 120 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ.

ຮູບເງົາ, ດົນຕີ, ການທ່ອງທ່ຽວ, ກິລາ, ເຄື່ອງສໍາອາງ, ເຕັກໂນໂລຢີເສີມສວຍຄວາມງາມກໍ່ໄດ້ປະກອບໄປດ້ວຍບໍລິສັດໃຫຍ່ເຊັ່ນ Samsung, LG, Lotte, Possco, Daewoo...ການລົງທຶນເຂົ້າໃນປະເທດຫວຽດນາມ, ການສ້າງການພັດທະນາແບບຍືນຍົງ, ເລີກເຊິ່ງທີ່ມີລັກຊະນະເກົາຫຼີໃຕ້. ຮູບເງົາທີ່ມີຊື່ສຽງຂອງເກົາຫຼີໃຕ້ເປັນຕົ້ນຄື: "ເກີບແກ້ວ" (Glass Slippers), "ນາງ ສາວ Dae Jang Geum” (Jewel in the Palace), "ເລື່ອງລາວຄວາມຮັກ Paris" (Lovers in Paris), "Descendants of the Sun"...ທີ່ໄດ້ຮັບຄວາມນິຍົມຂອງຜູ້ຊົມຫວຽດນາມ.

ຕັດຄໍາແຫ່ງຄວາມມິດຕະພາບ ລະຫວ່າງ ຫວຽດນາມ - ເກົາຫຼີໃຕ້


ການດົນໃຈຈາກ Hallyu ໄດ້ເຮັດໃຫ້ມີການຮ່ວມມືລະຫວ່າງຮູບເງົາເກົາຫຼີ ແລະ ຫວຽດນາມເຊັ່ນ: "ກະຕ່າດອກໄມ້ຂອງຄວາມຮັກ", "ສໍາລັບການຄິດໄລ່ຂອງມື້ອື່ນ", "ຊາວຫນຸ່ມ"...ການດົນໃຈຈາກ Hallyu ໄດ້ສ້າງໂອກາດໃຫ້ນັກຮ້ອງທີ່ມີຊື່ສຽງຂອງຫວຽດນາມເຊັ່ນ: ໝີ້ເຕີມ,ນູເຝືອກຖີ້ງ, ໂດງງີ... ໄດ້ໄປສະແດງຢູ່ເກົາຫຼີໃຕ້. ການດົນໃຈຈາກ Hallyu ທີ່ມີສີສັນຫວຽດນາມ - ເກົາຫຼີໃຕ້ກໍ່ໄດ້ເພີ່ມພູນຄູນສ້າງການພົວພັນມິດຕະພາບຂອງປະຊາຊົນສອງປະເທດ ແລະ ສອງປະເທດຫວຽດນາມ - ເກົາຫຼີໃຕ້ໃນສະຕະວັດ 21.

ຫວຽດນາມ ແລະ ເກົາຫຼີໃຕ້ມີຄວາມຄ້າຍຄືກັນຫຼາຍໃນດ້ານປະຫວັດສາດ, ເຊື້ອຊາດຄົນ, ປະເພນີພື້ນເມືອງ, ສາສະຫນາພູດ ແລະ ການເມືອງ. ຊາວເກົາຫຼີໃຕ້ມີສໍານວນຄໍາເວົ້າວ່າ "ກຸ້ງແມ່ນຢູ່ຕະຫລອດເວລາກັບກະປູ" (ຫມາຍຄວາມວ່າວັດທະນະທໍາ ແລະ ຮີດຄອງປະເພນີຄ້າຍຄືກັນກໍ່ຕ້ອງຊ່ວນເຫຼືອກັນ). ສະນັ້ນ, ເກົາຫຼີໃຕ້ ແລະ ຫວຽດນາມ ກໍ່ຄືກຸ້ງກັບກະປູກໍ່ຕ້ອງມີການຊ່ວຍເຫຼືອກັນເພື່ອການພັດທະນາຮ່ວມກັນຕະຫຼອດໄປ.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ