ແຂວງກາວບັ່ງ: ງານບຸນ ນ່າງຮາຍ ແລະ ງານຮັບໃບຢັ້ງຢືນມໍລະດົກທາງວັດທະນະທໍາແຫ່ງຊາດ

16:27 | 08/05/2018

ໃນ 2 ວັນຄື ວັນທີ 7- 8 ພືດສະພາ, (ເຊິ່ງກົງກັບວັນ 22-23 ​ເດືອນ ມີ​ນາ ປະຕິທິນຫວຽດນາມ), ທີ່ບ້ານ ຕຽນແທ່ງ ເມືອງ ຟຸກຮວ່າ, ແຂວງ ກາວບັ່ງ ຫ້ອງວ່າການປົກຄອງເມືອງຟຸກຮວ່າ ໄດ້ຈັດງານບຸນ ແລະ ງານຮັບໃບຢັ້ງຢືນມໍລະດົກທາງວັດທະນະທໍາແຫ່ງຊາດ ຂື້ນ 2 ງານ.

ແຂວງກາວບັ່ງ: ງານບຸນ ນ່າງຮາຍ ແລະ ງານຮັບໃບຢັ້ງຢືນມໍລະດົກທາງວັດທະນະທໍາແຫ່ງຊາດ

ງານ​ບຸນ​ນ່າງ​ຮາຍ ຢູ່​ແຂວງ​ ກາວ​ບັ່ງ

ງານບຸນ​ ນ່າງ​ຮາຍ ຂອງບ້ານ ຕຽນ​ແທ່ງ ເມືອງ ຟຸກ​ຮ​ວ່າ ໄດ້​ຮັບ​ການ​ອະ​ນູ​ມັດ​ຈາກ ກະ​ຊວງວັ​ດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ແລະ ໄດ້​ກາຍມາ​ເປັນ ມໍ​ລະ​ດົກ​ດ້ານ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ, ໃນ​ວັນ​ທີ 20 ມິ​ຖຸນ​ນາ 2017 ກ່ຽວ​ກັບ​ການ​ປະ​ກາດ​ລາຍ​ຊື່​ມໍ​ລະ​ດົກ​ດ້ານ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ.

ນີ້ແມ່ນຫນຶ່ງໃນງານບຸນພື້ນເມືອງທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ​ຂອງ​ຄວາມ​ເປັນຊົນ​ເຜົ່າ ໄຕ່ ເວົ້າ​ລວມ ແລະ ຊົນ​ເຜົ່າ ໂຕ່​ຢູ່​ແຂວງ​ກາວ​ບັ່ງ​ເວົ້າ​ສະ​ເພາະ. ສະ​ແດງ​ອອກ​ໃຫ້​ເຫັນ​ຄວາມ​ນັບ​ຖື​ດັ້ງ​ເດີມຂອງ​ປະ​ຊາ​ຊົນທີ່ຍາມ​ໃດ​ກໍ່ປາດ​ຖະ​ໜາ​ໃຫ້​ດິນ​ຟ້າ​ອາ​ກາດ​ຕົກ​ຖືກ​ຕາມ​ລະ​ດູ​ການ. ງານ​ບຸນ​ຈັດ​ຂື້ນ​ຈາກ​ແນວ​ຄິດ​ປະ​ດິດ​ສ້າງ​ມາ​ຈາກ​ການ​ດຳ​ລົງ​ຊີ​ວິດ​ ແລະ ອອກ​ແຮງ​ງານ​ຜ​ລິດ​ຜົນ​ຂອງ​ຊາວ​ນາ​ຊາວ​ກະ​ສິ​ກອນ​ເຂດ​ພູ​ສູງ.

ຜ່ານພິທີກໍາຢູ່ທີ່ງານບຸນ, ສະທ້ອນໃຫ້ເຫັນເຖິງຄວາມປາຖະຫນາຂອງປະຊາຊົນ​ຊາວ​ຜູ່​ອອກ​ແຮງ​ງານ, ຍາມ​ໃດ​ກໍ່​ມີ​ຄວາມ​ມຸ້ງ​ຫວັງ​ຢາກ​ໃຫ້ ດິນ​ຟ້າ​ອາ​ກາດ ຕົກ​ຕ້ອງ​ຕາມ​ລະ​ດູ​ການ, ການ​ເກັບ​ກູ້ຜົນ​ຜ​ລິດ​ໄດ້​ຮັບ​ໝາກ​ຜົນ​ຫຼາຍ, ຊີ​ວິດ​ການນ​ເປັນ​ຢູ່​ມີ​ຄວາມ​ອົບ​ອຸ່ນ, ຄວາມສຸກກາຍ​ສະ​ບາຍ​ໃຈ.

​ພາຍຫຼັງຈາກພິທີຕ້ອນຮັບ ໃບ​ຢັ້ງ​ຢືນ ມໍລະດົກດ້ານ​ວັດ​ທະ​ນະ​ທຳແຫ່ງຊາດແລ້ວ, ຄະນະກໍາມະການຈັດຕັ້ງ​ພິ​ທີ​ໄດ້​ຕີ​ກອງ​ໄຂ​ງານ​ບຸນ​ຢ່າງ​ເປັນ​ທາງ​ການ. ໃນງານບຸນນີ້ ໄດ້​ມີ ກິດຈະກໍາ ແລະ ການ​ເຄື່ອນ​ໄຫວ ສິນ​ລະ​ປະ ວັດທະນະທໍາ ທີ່ຫນ້າຕື່ນເຕັ້ນຈໍານວນຫຼາຍເຊັ່ນ: ການວາງສະແດງຮູບພາບ ການສະແດງ ​ພິ​ທີ ນ່າງ​ຮາຍ , ວາງ​ສະ​ແດງ​ຂາຍ​ອາ​ຫານ, ການ​ລະ​ຫຼິ້ນ​ຂອງ​ບັນ​ຊົນ​ເຜົ່າ​ເກົ່າ​ແກ່.(ດືງ​ເຊືອກ, ຊຸກ​ໄມ້​ສ້າວ,ໂຍນ​ບານ​ເຂົ້າ​ຮ່ວງ, ຫຼິ້ນ​ໝາກ​ລຸກ)

(ຫັດ​ທະ​ບູນ)

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ