ນະຄອນ 3 ແຫ່ງຫວຽດນາມ ໄດ້ລອດເຂົ້າໄປເຖິງນັດຊີງຂອງການແຂ່ງຂັນ ນະຄອນຫຼວງສີຂຽວ

10:05 | 11/05/2018

ຍ​ສ​ໝ - ສະຖານທີ່ ສາມ ແຫ່ງຄື: ດານັງ, ໂຮ້ຍອານ ແລະ ດົງຮາ - ເປັນຄວາມພາກພູມໃຈຮ່ວມກັບນະຄອນອີກ 37 ແຫ່ງໃນທົ່ວທີ່ລຸດມາຮອດຮອບຊິງຊະນະເລີດ ໃນການແຂ່ງຂັນ ນະຄອນຫຼວງສີຂຽວ ໄລຍະປີ 2017-2018 ໂດຍ WWF ຈັດຂື້ນ.

ນະຄອນ 3 ແຫ່ງຫວຽດນາມ ໄດ້ລອດເຂົ້າໄປເຖິງນັດຊີງຂອງການແຂ່ງຂັນ ນະຄອນຫຼວງສີຂຽວ

ດາ​ໜັງ ຫຼຸ​ດ​ເຂົ້າ​ໄປ​ໃນ 40 ອັນ​ດັບ​ຂອງ​ນະ​ຄອນ​ທີ່​ມີ​ຄວາມ​ບຸກ​ບືນ ໃນ​ການ​ແກ້​ໄຂ​ບັນ​ຫາ​​ຕອບ​ສະ​ໜອງທີ່​ຢູ່​ອາ​ໄສ, ການ​ຂົນ​ສົ່ງ ແລະ ພະ​ລັງ​ງານຍືນ​ຍົງ ໂດຍWWF ຈັດຂື້ນ.

ໄດ້​ຮັບ​ການ​ຄັດເລືອກຈາກ 132 ​ນະ​ຄອນ ຂອງ 23 ປະເທດ, ນະ​ຄອນທັງ 40 ແຫ່ງ ໂນ້ມ​ນ້າວ​ຢ່າງ​ດີ​ຢ້ຽມ ຄະນະກໍາມະການ ໂດຍ​ການໃຫ້​ຄຳ​ໝັ້ນ​ສັນ​ຍາ ແລະ ໂຄງການຕົວ​ຈິງ ເພື່ອຫຼຸດຜ່ອນການປ່ອຍອາຍກ໋າກບອນ ໃນຂັ້ນ​ຕອນການພັດທະນາ, ໂດຍສະເພາະແມ່ນຢູ່ໃນການຈ​າລະຈອນ​ - ຫົວຂໍ້ຫຼັກຂອງການແຂ່ງຂັນ​ໃນ​ຄັ້ງນີ້.

ໂຄງການ​ນະ​ຄອນສີຂຽວ (ນ​ສ​ຂ) ເປົ້າ​ໝາຍແມ່ນມອບ​ລາງວັນ​ໃຫ້ນະ​ຄອນຕ່າງໆທີ່ໄດ້ ບຸກ​ບືນຢ່າງ​ສຸດ​ຂີດ ໃນ​ການ ຈັດຕັ້ງປະຕິບັດນະໂຍບາຍ​ຕອບ​ສະ​ໜອງ​ທີ່ພັກອາໄສ, ການຂົນສົ່ງ ແລະ ພະລັງງານທີ່ຍືນຍົງ. ນ​ສ​ຂ 2017-2018 ສຸມໃສ່ການຂົນສົ່ງສີຂຽວ ແລະ ຍືນຍົງ - ເປັນສິ່ງທ້າທາຍດ້ານສິ່ງແວດລ້ອມທີ່ສໍາຄັນສໍາລັບບັນ​ດາ​ນະ​ຄອນ​ໃນທົ່ວໂລກ.

ທ່ານນາງ ຟ້າມ​ເກີ໋ມ​ຍຸງ - ຫົວ​ໜ້າຜູ້ປະສານງານໂຄງການ ຫຼຸດຜ່ອນອາຍ​ກ໋າກບອນ ແລະ ພະ​ລັງ​ WWF -​ຫວຽດ​ນາມ ກ່າວວ່າ: "ດ້ວຍແຜນການ ແລະ ຄຳ​ໝັ້ນ​ສັນ​ຍາຈັດ​ຕັ້ງປະຕິບັດ, ​ທັງສາມ​ນະ​ຄອນ ໄດ້​ໂນ້ມ​ນ້າວ ຄະ​ນະ​ກຳ​ມະ​ການ ແລະ ເຮັດ​ໃຫ້​ທົ່ວໂລກເຫັນ, ຫວຽດນາມພວກເຮົາຕື່ນ​ຕົວເອົາໃຈໃສ່ໃນການກໍ່ສ້າງ ແລະ ພັດທະນາຕົວເມືອງທີ່ຍືນຍົງ, ປັບປຸງຄຸນນະພາບຊີວິດຂອງປະຊາຊົນ, ຫຼຸດຜ່ອນຜົນກະທົບທາງລົບຕໍ່ສິ່ງແວດລ້ອມໃຫ້​ໜ້ອຍ​ທີ່​ສຸດ.

(ຫັດ​ທະ​ບູນ)

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ