|
ເສດຖະກິດໂລກຂະຫຍາຍຕົວຫລຸດລົງ
ໃນເມື່ອວັນທີ 21 ເດືອນມັງກອນ ປີ 2019, ກອງທຶນເງິນຕາສາກົນ (IMF) ປະກາດວ່າບັນຫາການຄ້າ ສ.ອາເມລິກາ-ຈີນ, ອັງກິດຖອນຕົວອອກຈາກເອີຣົບ ແລະ ຄວາມບໍ່ໝັ້ນຄົງໃນທົ່ວໂລກພວມເປັນສິ່ງນາບຂູ່ເຮັດໃຫ້ການຈະເລີນເຕີບໃຫຍ່ຂອງເສດຖະກິດໂລກຈະຫລຸດລົງຢ່າງຫລາຍ. ບົດລາຍງານທ່ີມີຊື່ວ່າ “ຄວາມຫວັງເສດຖະກິດໂລກຂອງ IMF” ຄາດວ່າປີນີ້, ລວມຍອດຜະລິດຕະພັນພາຍໃນ (GDP) ໃນໂລກຈະຂະຫຍາຍຕົວຫລຸດ ລົງຈາກ 3,7% ເຫລືອ 3,5% ແລະ 3.6% ໃນ ປີ 2020. ຂະນະດຽວກັນນັ້ນຍັງຄາດວ່າເສດຖະກິດອາຣັບບີຊາອຸດິດຂະຫຍາຍຕົວຫລຸດລົງເຊັ່ນກັນ ເນື່ອງຈາກສະພາບຄວາມເຄັ່ງຕຶງດ້ານການເມືອງເພີ່ມຂຶ້ີນ. ສ່ວນເຂດຕາເວັນອອກກາງ, ອາຟຣິກາເໜືອ, ປາກິດສະຖານ ແລະ ອາຟະການິດສະຖານຂະຫຍາຍຕົວຫລຸດລົງອີກ 0,3% ຈຸດ ເຫລືອ 2,4% ແລະ ອື່ນໆຕາມລຳດັບ. ນອກນັ້ນຍັງລະບຸວ່າເສດຖະກິດຈີນຈະຂະຫຍາຍຕົວໃນລະດັບ 6,2% ໃນປີນີ້ ແລະ ປີ 2020.
(ແຫຼ່ງຂໍ້ມູນ: ຂປລ)