ບັນ​ດາ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ລົງ​ນາມ RCEP ໃນ​ປີນີ້

18:30 | 21/03/2020

ຍສໝ - ບັນດາຄູ່ຮ່ວມມືເຈລະຈາຂອງ ອາຊຽນຍັງຄົງໃຫ້ຄຳໝັ້ນສັນຍາວ່າຈະລົງນາມໃນ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນທ້າຍປີນີ້ຕາມແຜນການ.

RCEP ແມ່ນຂໍ້ຕົກລົງການຄ້າເສລີ ລະຫວ່າງ 10 ປະເທດສະມາຊິກອາຊຽນ ແລະ 6 ປະເທດຄູ່ຮ່ວມມື ປະກອບມີ ຈີນ, ຍີ່ປຸ່ນ, ເກົາຫຼີໃຕ້, ອິນເດຍ, ອົດສະຕາລີ ແລະ ນິວຊີແລນ. ກອງປະຊຸມຄະນະກຳມະການເຈລະຈາດ້ານການຄ້າ RCEPຄັ້ງທີ 29 ຄາດວ່າຈະໄດ້ຈັດຕັ້ງໃນລະຫວ່າງວັນທີ 23 – 27 ມີນາຢູ່ ຈາກາຕາ, ປະເທດອິນໂດເນເຊຍ.

ບັນ​ດາ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ລົງ​ນາມ RCEP ໃນ​ປີນີ້

ບັນດາປະເທດຢັ້ງຢືນ ໄດ້ຮັບການລົງນາມໃນຂໍ້ຕົກລົງ RCEP ໃນປີນີ້. (ພາບ: TTXVN)

ວັນທີ 20 ມີນາ, ສື່ມວນຊົນໄທໃຫ້ຮູ້ວ່າ ບັນດາຄູ່ຮ່ວມມືເຈລະຈາຂອງ ອາຊຽນຍັງຄົງໃຫ້ຄຳໝັ້ນສັນຍາວ່າຈະລົງນາມໃນ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນທ້າຍປີນີ້ຕາມແຜນການ, ໂດຍບໍ່ຫົວຊາຕໍ່ການແຜ່ລະບາດຂອງເຊື້ອໄວຣັດ COVID-19 ເຊິ່ງເຮັດໃຫ້ ກອງປະຊຸມໂດຍກົງຂອງ ອາຊຽນ, ອົງການການຄ້າໂລກ (WTO), ອົງການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ RCEP ເຊິ່ງຄາດຄະເນວ່າ ຈະໄດ້ຈັດຕັ້ງໃນຕົ້ນປີນີ້ຕ້ອງໂຈະຊົ່ວຄາວເກືອບທັງໝົດ.

ຕາມທ່ານນາງ Auramon Supthaweethum ຫົວໜ້າກົມເຈລະຈາດ້ານການຄ້າຂຶ້ນກັບກະຊວງການຄ້າ ໄທ ແລ້ວ, ອົງການນີ້ໄດ້ດັດປັບແຜນການເຈລະຈາດ້ານການຄ້າໃນໄລຍະເກີດໂລກລະບາດຜ່ານບັນດາກອງປະຊຸມທາງອອນລາຍເພື່ອເຈລະຈາກັບບັນດາຄູ່ຮ່ວມມື.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.