ໃນ 7 ເດືອນຕົ້ນປີ 2020, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າຂອງຫວຽດນາມ ຄາດວ່າບັນລຸກວ່າ 22 ຕື້ USD

09:00 | 30/07/2020

ຍສໝ - ໃນ 7 ເດືອນຕົ້ນປີ 2020, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າຂອງຫວຽດນາມ ຄາດວ່າບັນລຸກວ່າ 22 ຕື້ USD, ໃນນັ້ນລວມມີ 6 ກຸ່ມ ແລະ ປະເພດສິນຄ້າສົ່ງອອກບັນລຸກວ່າ 1 ຕື້ USD.

ໃນ 7 ເດ ອນຕ ນປ 2020 ວ ງເງ ນສ ງອອກຜະລ ດຕະພ ນກະເສດ ເຄ ອງປ າຂອງດ ງ ສ ນໃນນ າຂອງຫວຽດນາມ ຄາດວ າບ ນລ ກວ າ 22 ຕ usd ຫວຽດນາມ - ນິວຊີແລນ ແນໃສ່ຊຸກຍູ້ວົງເງິນການຄ້າໄດ້ບັນລຸ 1,7 ຕື້ USD
ໃນ 7 ເດ ອນຕ ນປ 2020 ວ ງເງ ນສ ງອອກຜະລ ດຕະພ ນກະເສດ ເຄ ອງປ າຂອງດ ງ ສ ນໃນນ າຂອງຫວຽດນາມ ຄາດວ າບ ນລ ກວ າ 22 ຕ usd

EVFTA: ເປີດອອກກາລະໂອກາດສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າຂອງຫວຽດນາມ

ໃນ 7 ເດ ອນຕ ນປ 2020 ວ ງເງ ນສ ງອອກຜະລ ດຕະພ ນກະເສດ ເຄ ອງປ າຂອງດ ງ ສ ນໃນນ າຂອງຫວຽດນາມ ຄາດວ າບ ນລ ກວ າ 22 ຕ usd

ພາບປະກອບ

ຕາມກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ໃນ 7 ເດືອນຕົ້ນປີ 2020, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າຂອງຫວຽດນາມ ຄາດວ່າບັນລຸກວ່າ 22 ຕື້ USD, ໃນນັ້ນລວມມີ 6 ກຸ່ມ ແລະ ປະເພດສິນຄ້າສົ່ງອອກບັນລຸກວ່າ 1 ຕື້ USD.

ກຸ່ມຜະລິດຕະພັນກະເສດຕົ້ນຕໍ ຄາດວ່າບັນລຸ 10,4 ຕື້ USD; ສິນໃນນໍ້າຄາດວ່າບັນລຸ 4,4 ຕື້ USD ແລະ ຜະລິດຕະພັນເຄື່ອງປ່າຂອງດົງຕົ້ນຕໍ ບັນລຸ 6,5 ຕື້ USD. ສະເພາະເດືອນກໍລະກົດ, ວົງເງິນສົ່ງອອກຄາດວ່າບັນລຸ 3,4 ຕື້ USD, ເພີ່ມຂຶ້ນ 6,4% ເມື່ອທຽບໃສ່ເດືອນ ມິຖຸນາ 2020.

ຕອນເຊົ້າວັນທີ 29 ກໍລະກົດ, ໄດ້ດໍາເນີນການໂອ້ລົມສົນທະນາກ່ຽວກັບລະບອບລະບຽບການເສດຖະກິດການຕະຫຼາດ ຫວຽດນາມ ໂດຍຄະນະເສດຖະກິດສູນກາງພັກ ກອມມູນິດ ຫວຽດນາມ ສົມທົບກັບມະຫາວິທະຍາໄລເສດຖະກິດແຫ່ງຊາດ ແລະ ບໍລິສັດຫຸ້ນສ່ວນວິສາຫະກິດສັງຄົມ Massei ຈັດຕັ້ງ.

ບັນດາຜູ້ແທນໄດ້ໄຈ້ແຍກບັນຫາທິດສະດີ ແລະ ພຶດຕິກໍາຕົວຈິງກ່ຽວກັບການພັດທະນາຂອງພື້ນຖານເສດຖະກິດການຕະຫຼາດຂອງຫວຽດນາມ; ການພົວພັນລະຫວ່າງເສດຖະກິດເສລີ ແລະ ຄວາມສາມາດຫຼຸດພົ້ນອອກຈາກລະດັບລາຍຮັບປານກາງຂອງບັນດາປະເທດພວມພັດທະນາ - ບົດຮຽນສາກົນ ແລະ ບົດຮຽນສໍາລັບຫວຽດນາມ. ບັນດານັກຊ່ຽວຊານເສດຖະກິດ, ນັກວິທະຍາສາດ ກໍໄດ້ສະເໜີບັນດາມາດຕະການປະຕິຮູບລະບອບລະບຽບການ ເພື່ອຊຸກຍູ້ການຫັນເປັນເສດຖະກິດການຕະຫຼາດຢ່າງແຮງ; ປະຕິຮູບສະພາບແວດລ້ອມແຫ່ງການດໍາເນີນທຸລະກິດໃນໄລຍະຈະມາເຖິງ.

ຕາມບົດລາຍງານຂອງກອງທຶນເງິນຕາສາກົນ (IMF), ພື້ນຖານເສດຖະກິດຫວຽດນາມ ຄາດຄະເນຈະເຕີບໂຕດ້ວຍລະດັບ 2,7% ປີ 2020, ແຕ່ສາມາດມີຫຼາຍສັນຍານຟື້ນຟູດີກວ່າໃນໄລຍະພາຍຫຼັງພະຍາດໂຄວິດ-19.

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ປະກາດວ່າພື້ນຖານເສດຖະກິດຫວຽດນາມ ຈະເຕີບໂຕດ້ວຍລະດັບ 4-5% ໃນປີນີ້, ສູງກວ່າລະດັບຄາດຄະເນຂອງ IMF ໃນເດືອນເມສາປີ 2020. ສິ່ງນີ້ໝາຍຄວາມວ່າລະດັບຟື້ນຟູຂອງພື້ນຖານເສດຖະກິດຫວຽດນາມ ພວມໄວກວ່າເມື່ອທຽບໃສ່ຫຼາຍພື້ນຖານເສດຖະກິດໃນພາກພື້ນພາຍຫຼັງການຄວບຄຸມເຊື້ອພະຍາດໂຄວິດ-19 ປະສົບຜົນສໍາເລັດ. ຂໍ້ສັງເກດດັ່ງກ່າວໂດຍທ່ານ ສຈ. Pankaj Jha, ຄູສອນໂຮງຮຽນການພົວພັນສາກົນ Jindal, ມະຫາວິທະຍາໄລທົ່ວໂລກ O P Jindal, Sonepat (ອິນເດຍ) ຍົກອອກມາ.

ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະອີຢູ (EVFTA) ໄດ້ ແລະກໍາລັງສ້າງເງື່ອນໄຂດີກວ່າໃຫ້ແກ່ການເຕີບໂຕເສດຖະກິດຂອງຫວຽດນາມ ດ້ວຍການຍົກເວັ້ນພາສີນໍາເຂົ້າສິນຄ້າຫວຽດນາມ ຢູ່ເອີລົບ ກວ່າ 71%, ໃນຂະນະນັ້ນ, ສິນຄ້າເອີລົບ ກວ່າ 65% ຈະໄດ້ຮັບການຍົກເວັ້ນພາສີນຳເຂົ້າຕະຫຼາດຫວຽດນາມ. ຫວຽດນາມ ກໍ່ໄດ້ມີບັນດາການກະທໍາຕັ້ງໜ້າເພື່ອແກ້ໄຂບາງບັນຫາເສດຖະກິດທີ່ວາງອອກໃນໄລຍະພະຍາດໂຄວິດ-19. ນອກຈາກນັ້ນ, ຄ່າແຮງງານຕໍ່າພໍສົມຄວນຢູ່ຫວຽດນາມ ກໍ່ຄືການພັດທະນາຂອງບັນດາວິສາຫະກິດຂະໜາດນ້ອຍ ແລະກາງຈະດຶງດູດບັນດານັກລົງທຶນໂດຍກົງຕ່າງປະເທດໃນການສ້າງລະບົບຊີວະພາບເສດຖະກິດ, ທີ່ສາມາດສ້າງວຽກເຮັດງານທຳຫຼາຍ. ດ້ານອື່ນ, ໜຶ່ງໃນບັນດາຜົນງານໃຫຍ່ທີ່ສຸດທີ່ຫວຽດນາມ ບັນລຸໄດ້ໃນທົດສະວັດຜ່ານມາແມ່ນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຢ່າງມີປະສິດທິຜົນໃນທົ່ວປະເທດ.

ໃນ 7 ເດ ອນຕ ນປ 2020 ວ ງເງ ນສ ງອອກຜະລ ດຕະພ ນກະເສດ ເຄ ອງປ າຂອງດ ງ ສ ນໃນນ າຂອງຫວຽດນາມ ຄາດວ າບ ນລ ກວ າ 22 ຕ usd ອ​າ​ຊຽນມຸ່ງ​ໄປ​ສູ່​ເປົ້າ​ໝາຍ​​ລົງ​ນາມ RCEP ໃນ​ປີ 2020

ຍ​ສ​ໝ - ເມື່ອ​ທຽບ​ໃສ່​ກັບ​ບັນ​ດາຫຼັກ​ການ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ WTO, RCEP ໄດ້​ສົມ​ທົບ​ຢ່າງ​ສົມ​ດຸນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ WTO+ ເພື່ອຫຼຸດ​ລົງ​ບັນ​ດາ​ຮົ້ວ​ກີດ​ຂວາງ​ທາງ​ການ​ຄ້າ​ຢູ່​ເຂດ​ຊາຍ​ແດນ ແລະ ບັນ​ດາ​ມາດ​ຕາ​ເພີ່ມ​ເຕີມ​ຂອງ WTO ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ດ້ານ​ນິ​ຕິ​ກຳ​ລະ​ຫວ່າງ ຊາຍ​ແດນ.

ໃນ 7 ເດ ອນຕ ນປ 2020 ວ ງເງ ນສ ງອອກຜະລ ດຕະພ ນກະເສດ ເຄ ອງປ າຂອງດ ງ ສ ນໃນນ າຂອງຫວຽດນາມ ຄາດວ າບ ນລ ກວ າ 22 ຕ usd ລວມຍອດຜະລິດຕະພັນພາຍໃນປະເທດໃນ 6 ເດືອນຕົ້ນປີ 2020 ຂອງຫວຽດນາມ ໄດ້ເພີ່ມຂຶ້ນ 1,81%

ຍສໝ - ລວມຍອດຜະລິດຕະພັນພາຍໃນປະເທດໃນ 6 ເດືອນຕົ້ນປີ 2020 ຂອງຫວຽດນາມ ໄດ້ເພີ່ມຂຶ້ນ 1,81% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ເຊິ່ງເປັນລະດັບເພີ່ມຕໍ່າທີ່ສຸດໃນໄລຍະ 2011 – 2020, ແຕ່ນີ້ກໍແມ່ນສັນຍານຕັ້ງໜ້າໃນສະພາບການເສດຖະກິດທົ່ວໂລກພວມຖືກຊຸດໂຊມ.

ໃນ 7 ເດ ອນຕ ນປ 2020 ວ ງເງ ນສ ງອອກຜະລ ດຕະພ ນກະເສດ ເຄ ອງປ າຂອງດ ງ ສ ນໃນນ າຂອງຫວຽດນາມ ຄາດວ າບ ນລ ກວ າ 22 ຕ usd 6 ເດືອ​ນ​ຕົ້ນ​ປີ, ຫວຽດ​ນາມ​ສົ່ງ​ອອກ​ເກີນ​ດູນ 4 ຕື້ USD

ຍ​ສ​ໝ - ສ່ວນ​ຕະຫຼາດ​ສິນ​ຄ້າ​ສົ່ງ​ອອກ​ໃນ 6 ເດືອນ​ຕົ້ນ​ປີ 2020, ອາ​ເມ​ລິ​ກາ​ສືບ​ຕໍ່​ແມ່ນ​ປະ​ເທດ​ສ​ົ່ງ​ອອກ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ ດ້ວຍ​ວົງ​ເງິນ​ບັນ​ລຸ​ກ່​ວາ 30ຕື້ USD, ເພີ​່ມ​ຂຶ້ນ 10% ເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ​ກ່ອນ. ຖັດ​ຈາກ​ນັ້ນ​ແມ່ນ​ຈີນ​, EU ແລະ ອາ​ຊຽນ.

ໄຊພອນ

ເຫດການ
302 Found

Found

The document has moved here.