ຜູ້ຊ່ຽວຊານມາເລເຊຍ ໄດ້ຕີລາຄາສູງບົດບາດເຊື່ອມຕໍ່ອາຊຽນຂອງຫວຽດນາມ

12:32 | 28/07/2020

ຍສໝ - ຫວຽດນາມໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າ ໃນຂະບວນວິວັດແຫ່ງການດຶງດູດ ດ້ານເສດຖະກິດຂອງສະມາຄົມອາຊຽນ, ກໍ່ຄືປະກອບສ່ວນສຳຄັນເຂົ້າໃນການຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.

ຜ ຊ ຽວຊານມາເລເຊຍ ໄດ ຕ ລາຄາສ ງບ ດບາດເຊ ອມຕ ອາຊຽນຂອງຫວຽດນາມ ຫວຽດນາມ ປະກອບສ່ວນຢ່າງສໍາຄັນໃຫ້ແກ່ພາກພື້ນໃນໄລຍະຮັບຕໍາແໜ່ງເປັນປະທານອາຊຽນ
ຜ ຊ ຽວຊານມາເລເຊຍ ໄດ ຕ ລາຄາສ ງບ ດບາດເຊ ອມຕ ອາຊຽນຂອງຫວຽດນາມ ​ພັດທະນາ​ວິ​ໄສ​ທັດ​ປະຊາ​ຄົມອາຊຽນພາຍຫຼັງປີ 2025

ນີ້ແມ່ນການພິນິດໄສຂອງທ່ານ Yeah Kim Leng - ສາດສະດາຈານ, ຜູ້ຊ່ຽວຊານເສດຖະສາດຂອງມະຫາວິທະຍາໄລ Sunway, ຜູ້ອຳນວຍການໂຄງການຄົ້ນຄວ້າເສດຖະກິດ Jeffrey Cheah, ປະເທດມາເລເຊຍ.

ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳນະຄອນຫຼວງ Kuala Lumpur, ທ່ານ Yeah Kim Leng - ສາດສະດາຈານ, ຜູ້ຊ່ຽວຊານເສດຖະສາດຂອງມະຫາວິທະຍາໄລ Sunway ໄດ້ຕີລາຄາວ່າ ໃນໄລຍະ 25 ປີທີ່ຜ່ານມາ, ພື້ນຖານເສດຖະກິດຂອງຫວຽດນາມ ໄດ້ມີການຂະຫຍາຍຕົວຢ່າງໄວວາ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ຂະຫຍັນຂັນເຂື່ອນ ແລະ ຄວາມດຶງດູດຂອງເສດຖະກິດອາຊຽນ ສຳຫຼັບນັກລົງທຶນຕ່າງປະເທດ.

ຜ ຊ ຽວຊານມາເລເຊຍ ໄດ ຕ ລາຄາສ ງບ ດບາດເຊ ອມຕ ອາຊຽນຂອງຫວຽດນາມ
ທ່ານສາດສະດາຈານ Yeah Kim Leng ຕີລາຄາສູງບົດບາດເຊື່ອມຕໍ່ອາຊຽນຂອງຫວຽດນາມ. (ພາບ: TTXVN)

ທ່ານ Yeah Kim Leng ຢືນຢັນວ່າ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາປະເທດອາຊຽນ ທີ່ນຳໜ້າໃນການດຶງດູດການລົງທຶນຈາກຕ່າງປະເທດໃນພາກພື້ນ. ຫວຽດນາມມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ ໃນການການເຕີບໂຕໃນຊຸມປີຕໍ່ໜ້າ, ຍ້ອນວ່າຫວຽດນາມ ໄດ້ຖືວ່າເປັນປະເທດທີ່ໜ້າສົນໃຈທີ່ສຸດໃນປະຊາຄົມເສດຖະກິດອາຊຽນ ຍ້ອນຂະບວນການຍົກຍ້າຍລະບົບຕ່ອງໂສ້ການສະໜອງ ທົ່ວໂລກ ທີ່ກຳລັງມີຫຼາຍຮູບແບບ.

ທ່ານ Yeah Kim Leng ໃຫ້ຮູ້ວ່າ ຫວຽດນາມ ໄດ້ເນັ້ນໜັກເຖິງບົດບາດຂອງຫວຽດນາມ ໃນການດຶງດູດການລົງທຶນຈາກຕ່າງປະເທດໃນພາກພື້ນ. ຫວຽດນາມ ຍັງໄດ້ສະແດງຄວາມສາມາດໃນການຄຸ້ມຄອງຂອງຕົນ ເພື່ອຊ່ວຍໃຫ້ພາກພື້ນນີ້ມີສະໜິດຕິດພັນ, ຮັກສາການເຕີບໂຕ ແລະ ການພັດທະນາເສດຖະກິດໃຫ້ໄວຂຶ້ນ ຫຼັງຈາກການສ້າງຕັ້ງປະຊາຄົມເສດຖະກິດອາຊຽນໃນປີ 2015 ດ້ວຍ 10 ປະເທດສະມາຊິກ.

ຜ ຊ ຽວຊານມາເລເຊຍ ໄດ ຕ ລາຄາສ ງບ ດບາດເຊ ອມຕ ອາຊຽນຂອງຫວຽດນາມ
ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ໄດ້ຈັດຂື້ນຢູ່ຫວຽດນາມ. (ພາບ: vietnam+)

ທ່ານ Yeah Kim Leng ເນັ້ນໜັກວ່າ ຫວຽດນາມໄດ້ມີບົດບາດສຳຄັນຫຼາຍ, ໂດຍສະເພາະແມ່ນໃນໄລຍະປະຈຸບັນ ເມື່ອພາກພື້ນອາຊຽນພວມປະສົບກັບສິ່ງທ້າທາຍຫຼາຍຢ່າງ, ໃນນັ້ນມີການຮັບປະກັນທຸກປະເທດສະມາຊິກອາຊຽນ ສາມາດປະສານສົມທົບຄວາມມານະພະຍາຍາມ, ຊັບພະຍາກອນ, ຮ່ວມກັນສົ່ງເສີມແຜນການຟື້ນຟູທາງດ້ານເສດຖະກິດທີ່ສົມບູນແບບ ພາຍຫຼັງທີ່ພະຍາດ COVID-19, ແລະ ຫວຽດນາມມີບົດບາດໃນການເຊື່ອມຕໍ່ອາຊຽນ ເພື່ອສາມາດຈັດຕັ້ງກອງປະຊຸມສຸດຍອດໄດ້ຢ່າງປະສົບຜົນສຳເລັດ, ຊ່ວຍໃຫ້ບັນດາປະເທດສະມາຊິກເຮັດວຽກຮ່ວມກັນ ແລະ ເຫັນດີເປັນເອກະພາບໃນຂໍ້ຕົກລົງຫຼາຍສະບັບ ເຊິ່ງແມ່ນຫຼັກຖານພະຍານໃຫ້ເຫັນເຖິງຄວາມສາມັກຄີຂອງອາຊຽນ ແລະ ການຮ່ວມມືທີ່ແໜ້ນແຟ້ນກວ່າເກົ່າເພື່ອສືບຕໍ່ກ້າວໄປຂ້າງໜ້າ.

ຕໍ່ໜ້າສະພາບການບໍ່ສະຫງົບທົ່ວໂລກໃນປະຈຸບັນ, ທ່ານສາດສະດາຈານ Yeah Kim Leng ເຊື່ອໝັ້ນວ່າ ບົດບາດນຳໜ້າຂອງຫວຽດນາມໃນອາຊຽນ ຈະຊ່ວຍໃຫ້ອາຊຽນຜ່ານຜ່າຄວາມຫຍຸ້ງຍາກ, ຮັບປະກັນຄວາມສະຫງົບ ແລະ ສະຖຽນລະພາບ, ແລະ ກາຍເປັນໜຶ່ງໃນບັນດາຂົງເຂດທີ່ໜ້າສົນໃຈທີ່ສຸດ ສຳລັບນັກລົງທືນສ່ວນໃຫຍ່ໃນໄລຍະພາຍຫຼັງທີ່ພະຍາດ COVID-19.

ຜ ຊ ຽວຊານມາເລເຊຍ ໄດ ຕ ລາຄາສ ງບ ດບາດເຊ ອມຕ ອາຊຽນຂອງຫວຽດນາມ ຫວຽດນາມ ປະກອບສ່ວນຢ່າງສໍາຄັນໃຫ້ແກ່ພາກພື້ນໃນໄລຍະຮັບຕໍາແໜ່ງເປັນປະທານອາຊຽນ

ຍສໝ - ນີ້ແມ່ນ ຄຳພິນິດໄສຂອງທ່ານ Ahmad Ibrahim Almutaqqi - ຜູ້ອຳນວຍການໂຄງການຄົ້ນຄ້ວາອາຊຽນຂອງສູນ Habibie (ອິນໂດເນເຊຍ) ໃນການໂອ້ລົມກັບນັກຂ່າວສຳນັກຂ່າວສານຫວຽດນາມ ທີ່ປະຈຳຢູ່ ຈາກາຕາ - ອິນໂດເນເຊຍ.

ຜ ຊ ຽວຊານມາເລເຊຍ ໄດ ຕ ລາຄາສ ງບ ດບາດເຊ ອມຕ ອາຊຽນຂອງຫວຽດນາມ ໜັງສືພິມມາເລເຊຍ: ຫວຽດນາມ ມີບັນດາການປະກອບສ່ວນໃຫ້ແກ່ວິວັດທະນາການເປີດກວ້າງການຮ່ວມມືຂອງອາຊຽນ

ຍສໝ - ບົດຂຽນທີ່ໄດ້ເອົາລົງໃນໜັງສືພິມ New Straits Times ຂອງມາເລເຊຍ ໄດ້ ຊີ້ແຈ້ງບັນດາການປະກອບສ່ວນຂອງຫວຽດນາມ ນັບແຕ່ເມື່ອເຂົ້າເປັນສະມາຊິກຂອງອາຊຽນ, ໃນນັ້ນໄດ້ຈັດຕັ້ງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 6 ປີ 1998 ສຳເລັດຢ່າງຈົບງາມ.

ຜ ຊ ຽວຊານມາເລເຊຍ ໄດ ຕ ລາຄາສ ງບ ດບາດເຊ ອມຕ ອາຊຽນຂອງຫວຽດນາມ ເຈົ້າ​ໜ້າ​ທີ່​​ອາ​ວຸ​ໂສອາ​ຊຽນ ຈັດ​ຕັ້ງ​ກອ​ງ​ປະ​ຊຸມ​ທາ​ງ​ອອນ​ລາຍ​ ຕັ້ງ​ໜ້າ​ກະ​ກຽ​ມໃ​ຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ

ຍສໝ - ໃນຕອນເຊົ້າວັນທີ 17 ກໍລະກົດ, ຢູ່ຮ່າໂນ້ຍ ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ໄດ້ດຳເນີນທາງອອນລາຍ ເພື່ອຕັ້ງ​ໜ້າ​ກະ​ກຽ​ມໃ​ຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.