25 ປີ​ແຫ່ງ​ວັນ​ຫວຽດ​ນາມ ເຂົ້າ​ຮ່ວມ​ອາ​ຊຽນ

16:30 | 29/07/2020

ຍ​ສ​ໝ - ທ່ານ ຟ້າມ​ບິ່ງ​ມິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ເນັ້ນ​ໜັກ​ວ່າ: ຫວຽດ​ນາມ​ເຂົ້າ​ຮ່ວມ​ອາ​ຊຽ​ນ​ໃນ​ປີ 1995 ແມ່ນ​ຂີດ​ໝາຍ​ສ້າງ​ບາດ​ກ້າວ​ທີ່​ສຳ​ຄັນ​ໃນ​ເສັ້ນ​ທາງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ແລະ ສາ​ກົນ.

25 ປ ແຫ ງ ວ ນ ຫວຽດ ນາມ ເຂ າ ຮ ວມ ອາ ຊຽນ ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ປະ​ຊາ​ຄົມ​ອ​າ​ຊຽນ​ ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື
25 ປ ແຫ ງ ວ ນ ຫວຽດ ນາມ ເຂ າ ຮ ວມ ອາ ຊຽນ ສາດ​ສະ​ດາ​ຈານ​ຍີ່​ປຸ່ນ​ຍົກ​ອອກ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ວິ​ວ​ັດ​ແຫ່ງ​ກາ​ນ​ເຈ​ລະ​ຈາ RCEP
25 ປ ແຫ ງ ວ ນ ຫວຽດ ນາມ ເຂ າ ຮ ວມ ອາ ຊຽນ
​ການ​ໂອ້​ລົມ​ສົນ​ທະ​ນາ “25 ປີ​ແຫ່ງວັນ​ຫວຽດ​ນາມ​ເຂົ້າ​ຮ່ວມ​ອາ​ຊຽນ: ຫວນ​ຄືນ ແລະ ກ້າວ​ເດີນ” (ພາບ: VOV)

ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 53 ປີ​ແຫ່ງວັນ​ສ້າງ​ຕັ້ງ ອາ​ຊຽ​ນ ແລະ 25 ປີ​ແຫ່ງວັນ​ຫວຽດ​ນາມ​ເຂົ້າ​ຮ່ວມ​ອາຊຽນ, ວັນ​ທີ 28 ກໍ​ລະ​ກົດ ຢູ່​ຮ່າໂນ້ຍ​ໄດ້​ດຳ​ເນີນ​ການ​ໂອ້​ລົມ​ສົນ​ທະ​ນາ “25 ປີ​ແຫ່ງວັນ​ຫວຽດ​ນາມ​ເຂົ້າ​ຮ່ວມ​ອາ​ຊຽນ: ຫວນ​ຄືນ ແລະ ກ້າວ​ເດີນ”. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ ຟ້າມ​ບິ່ງ​ມິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ເນັ້ນ​ໜັກ​ວ່າ: ຫວຽດ​ນາມ​ເຂົ້າ​ຮ່ວມ​ອາ​ຊຽ​ນ​ໃນ​ປີ 1995 ແມ່ນ​ຂີດ​ໝາຍ​ສຳ​ຄັນ ສ້າງ​ບາດ​ກ້າວ​ທີ່​ສຳ​ຄັນ​ໃນ​ເສັ້ນ​ທາງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ແລະ ສາ​ກົນ. ບົດ​ບາດ​ຂອງ​ຫວຽດ​ນາມ ໃນ​ຖາ​ນະ​ເປັນ​ປະ​ທານ​ອາຊຽນ 2020 ພວມ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ ພິ​ເສດຂອງ​ປະ​ຊາ​ຄົມ​ສາ​ກົນ. ໃນ 7 ເດືອ​ນ​ທີ່​ຜ່ານ​ມາ, ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອ​ງ​ຫວຽດ​ນາມ ໃນ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຖືກ​ຕ້ອງ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື. ທ່ານ​ກ່າວ​ວ່າ:

ບັນ​ດາ​ປະ​ເທດຢູ່​ໃນ ແລະ ນອກ​ອາ​ຊຽນ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ສູງ​ຕໍ່​ຫວຽດ​ນາມ ໃນ​ປີ​ເປັນ​ປະ​ທານ​ອາ​ຊຽ​ນ, ສິ່ງນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ຊາ​ຄົມ​ອາ​ຊຽນ, ປະ​ຊາ​ຄົມ​ສາ​ກົນ​ໄດ້​ຕັ້ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ສູງ​ຕໍ່​ຫວຽດ​ນາມ. ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ຕໍ່​ຫວຽດ​ນາມໃນປັດ​ຈຸ​ບັນເກີດ​ຈາກ​ບັນ​ດາ​ການ​ປະ​ກອບ​ສ່ວນຂອງ​ຫວຽດ​ນາມ​ໃນ​ວຽກ​ງານ​ສ້າງ​ສາ​ປະ​ຊາ​ຄົມ​ອາ​ຊຽນ​ໃນ 25 ປີ​ທີ່​ຜ່ານ​ມາ, ເພື່​ອ​ສ້າງ​ຂຶ້ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດັ່ງ​ກ່າວ.

ຕີ​ລາ​ຄາ​ກ່ຽວ​ກັບ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ 25 ປີ​ທີ່​ຜ່ານ​ມາ, ທ່ານ ຫວູ​ໂຮ່, ຫົວ​ໜ້າ​ກົມ​ອາ​ຊຽນ ຖື​ວ່າ: ຫວຽດ​ນາມ ພວມ​ຢັ້ງ​ຢື​ນ​ວ່າ ແມ່ນ​ສ່ວນ​ໜຶ່ງ​ທີ່​ບໍ່​ສາ​ມາດ​ຕັກ​ແຍກ​ອອກ​ຈາກ​ອາ​ຊຽນ​ໄດ້​ເທື່ອ​ລະ​ກ້າວ. ທ່ານ​ກ່າວ​ວ່າ:

ຫວຽດ​ນາມ ສວນ​ບົດ​ບາດ​ຕັ້ງ​ໜ້າ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ, ເປັນ​ເຈົ້າ​ການ​, ມີ​ເນື້ອ​ໃນ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ​ໃນ​ຕະຫຼອດ​ໄລ​ຍະ 25 ປີ​ທີ່​ຜ່ານ​ມາ. ພວກ​ເຮົາ​ເຫັນ​ໄດ້ຄວາມ​ຕັດ​ສິນ​ຂອງ​ເຂົ້າ​ຮ່ວມ​ອາ​ຊຽນຂອງ​ຫວຽດ​ນາມ​ກ່ອນນີ້ 25 ປີ ແມ່ນ​ການ​ຕັດ​ສິນ​ທີ່​ຖືກ​ຕ້ອງ, ເປີດ​ອອກ​ເສັ້ນ​ທາງ​ສຳ​ຜັດ​ກັບ​ທານ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ. 25 ປີ​ທີ່​ຜ່ານ​ມາ, ຫວຽດ​ນາມ​ໄດ້​ປະ​ກອບ​ສ່ວນ​ນຳ​ໝາກ​ຜົນ​ຢ່າງ​ຈະ​ແຈ້ງ​ໃນ​ທຸກໆ​ຂົງ​ເຂດ, ນັບ​ທັງ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ, ຄວາມ​ໝັ້ນ​ຄົງ ດ້ານ​ວັດ​ທະ​ນະ​ທຳ ສັງ​ຄົມ​ຂອງ​ອາຊຽນ​.

25 ປ ແຫ ງ ວ ນ ຫວຽດ ນາມ ເຂ າ ຮ ວມ ອາ ຊຽນ ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ປະ​ຊາ​ຄົມ​ອ​າ​ຊຽນ​ ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື

ຍສ​ໝ - ບົດ​ຂຽນ​ໃຫ້​ຮູ້​ວ່າ ຫວຽດ​ນາມ​ເຂົ້າ​ຮ່ວມ​ອາຊຽນ​ແຕ່​ປີ 1995 ໂດຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂີດ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ທາງ​ການ​ທູດ​ຂອງ​ຫວຽດ​ນາມ ນັບ​ແຕ່​ປະ​ຕິ​ວັດ​ສິງ​ຫາ 1945 ກ​ໍ່​ຄື​ວິ​ວັດ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ອາ​ຊ​ຽນ.

25 ປ ແຫ ງ ວ ນ ຫວຽດ ນາມ ເຂ າ ຮ ວມ ອາ ຊຽນ 25 ປີ​ທີ່​ຫວຽດ​ນາມ​ເຂົ້າ​ເປັນ​ສະ​ມາ​ຊິກ​ອາ​ຊຽນ: ຫວຽດນາມຍາມໃດກໍ່ເປັນສະມາຊິກຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ພາກພື້ນ

ຍສໝ - ໃນຕະຫຼອດ 25 ປີຜ່ານມາ, ຫວຽດນາມ ກໍ່ຕັ້ງໜ້າຜັນຂະຫຍາຍວິວັດທະນາການສັງລວມກໍ່ສ້າງປະຊາຄົມອາຊຽນ, ເຂົ້າຮ່ວມຮຽບຮຽງຂໍ້ລິເລີ່ມເຊື່ອມຕໍ່ອາຊຽນ, ປະກອບສ່ວນຮັບແຄບຊ່ອງຫວ່າງພັດທະນາ ແລະໜູນຊ່ວຍບັນດາສະມາຊິກໃໝ່ເຊື່ອມໂຍງເຂົ້າກັບພາກພື້ນ.

25 ປ ແຫ ງ ວ ນ ຫວຽດ ນາມ ເຂ າ ຮ ວມ ອາ ຊຽນ ບັນ​ດາ​ປະ​ເທດ​ອາ​ຊຽນ + 3 ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ​ອາ​ຊຽນ​ຂອງ​ຫວຽດ​ນາມ ບໍ່​ຫົວ​ຊາ​ຕໍ່​ໂລກ​ລະ​ບາດ Covid – 19

ຍ​ສ​ໝ - ໃນ​ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຍັງ​ຄົງ​ມີ​ການ​ຜັນ​​ແປ​ຢ່າງ​ສັບ​ສົນ, ບັນ​ດາ​ປະ​ເທດ​ໄດ້​ສະ​ແດງ​ຄ​ວາມ​ຕັດ​ສິນ​ໃຈເພີ່​ມ​ທະ​ວີການ​ຮ່ວມ​ມື​ໃນ​ການ​ຮັບ​ມື​ຜ່ານ​ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ​ການ​ນຳ​ອາ​ຊຽນ + 3 ຢູ່ກອງ​ປະ​ຊຸມ​ສຸ​ດຍອດ​ພິ​ເສດ​ກ່ຽວ​ກັບ ໂລກ​ລະ​ບາດ Covid – 19 ທີ່​ໄດ້​ຈັດ​ຂຶ້ນ​ໃນ​ເດື​ອນ​ເມ​ສາ​ທີ່​ຜ່ານ​ມາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.