25 ປີ​ທີ່​ຫວຽດ​ນາມ​ເຂົ້າ​ເປັນ​ສະ​ມາ​ຊິກ​ອາ​ຊຽນ: ຫວຽດນາມຍາມໃດກໍ່ເປັນສະມາຊິກຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ພາກພື້ນ

06:30 | 24/07/2020

ຍສໝ - ໃນຕະຫຼອດ 25 ປີຜ່ານມາ, ຫວຽດນາມ ກໍ່ຕັ້ງໜ້າຜັນຂະຫຍາຍວິວັດທະນາການສັງລວມກໍ່ສ້າງປະຊາຄົມອາຊຽນ, ເຂົ້າຮ່ວມຮຽບຮຽງຂໍ້ລິເລີ່ມເຊື່ອມຕໍ່ອາຊຽນ, ປະກອບສ່ວນຮັບແຄບຊ່ອງຫວ່າງພັດທະນາ ແລະໜູນຊ່ວຍບັນດາສະມາຊິກໃໝ່ເຊື່ອມໂຍງເຂົ້າກັບພາກພື້ນ.

25 ປ ທ ຫວຽດ ນາມ ເຂ າ ເປ ນ ສະ ມາ ຊ ກ ອາ ຊຽນ ຫວຽດນາມຍາມໃດກ ເປ ນສະມາຊ ກຕ ງໜ າ ແລະ ມ ຄວາມຮ ບຜ ດຊອບຕ ພາກພ ນ ສະມາຄົມມິດຕະພາບ ຫວຽດນາມ - ໄທ ຢູ່ ດານັງປະກອບສ່ວນຊຸກຍູ້ຂະແໜງການທ່ອງທ່ຽວ
25 ປ ທ ຫວຽດ ນາມ ເຂ າ ເປ ນ ສະ ມາ ຊ ກ ອາ ຊຽນ ຫວຽດນາມຍາມໃດກ ເປ ນສະມາຊ ກຕ ງໜ າ ແລະ ມ ຄວາມຮ ບຜ ດຊອບຕ ພາກພ ນ ຊາວຫວຽດນາມເກືອບ 300 ຄົນ ຈາກເອີຣົບກັບຄືນປະເທດຢ່າງປອດໄພ
25 ປ ທ ຫວຽດ ນາມ ເຂ າ ເປ ນ ສະ ມາ ຊ ກ ອາ ຊຽນ ຫວຽດນາມຍາມໃດກ ເປ ນສະມາຊ ກຕ ງໜ າ ແລະ ມ ຄວາມຮ ບຜ ດຊອບຕ ພາກພ ນ
ພາບປະກອບ

ຕາມ ທ່ານ Ahmad Ibrahim Almutaqqi, ຜູ້ອຳນວຍການໂຄງການຄົ້ນຄວ້າອາຊຽນ ຂຶ້ນກັບສູນ Habibie (ອິນໂດເນເຊຍ) ແລ້ວ, ນັບແຕ່ເມື່ອເຂົ້າເປັນສະມາຊິກອາຊຽນ ໃນວັນທີ 28 ກໍລະກົດ 1995, ຫວຽດນາມ ນັບມື້ນັບເຊື່ອມໂຍງເຂົ້າພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງ, ກວ້າງຂວາງກວ່າ. ມາຮອດປະຈຸບັນ, ຫວຽດນາມ ໄດ້ເປີດກວ້າງປະຕູການຄ້າເສລີ ແລະ ແມ່ນພາກສ່ວນໜຶ່ງທີ່ມີຄວາມສຳຄັນໃນລະບົບມູນຄ່າທົ່ວໂລກ; ທ່າອ່ຽງດັ່ງກ່າວແມ່ນຄືກັນກັບທຸກສິ່ງທຸກຢ່າງທີ່ໂຄງການເຊື່ອມໂຍງເຂົ້າພາກພື້ນອາຊຽນ ພວມມານະພະຍາຍາມມຸ່ງໄປເຖິງ ແລະ ເປັນທີ່ຈະແຈ້ງແລ້ວວ່າ ຫວຽດນາມ ພວມໄດ້ຮັບຜົນປະໂຫຍດຈາກການເຊື່ອມໂຍງ.

ຕາມທ່ານ ປ.ອ Szanto, ອາຈານພາກວິຊາການພົວພັນສາກົນ, ສັງກັດມະຫາວິທະຍາໄລ Webster ຂອງໄທ ແລ້ວ, ໃນຊຸມປີມໍ່ໆມານີ້ ຫວຽດນາມໄດ້ສະແດງໃຫ້ເຫັນ ບົດບາດນຳພາໃນເວທີປາໄສພາກພື້ນຢ່າງບໍ່ຢຸດຢັ້ງ;ປີ 2020 ແມ່ນປີທີ່ເກີດບັນດາບັນຫາໃຫຍ່, ນັ້ນແມ່ນການກະທົບຈາກພະຍາດໂຄວິດ 19, ການພັດທະນາພື້ນຖານເສດຖະກິດໃນໂລກແຕກຫັກ ຂາດວັກຂາດຕອນ. ຫວຽດນາມ ຈະມີບົດບາດນຳໜ້າ, ລວມມີການຊຸກຍູ້ສານເອກະພາບໃຫ້ແກ່ອາຊຽນກ່ຽວກັບບັນຫາ ທີ່ພວມເກີດຂຶ້ນໃນພາກພື້ນ.

ທ່ານ Dato Lim Jock Hoi ເລຂາທິການໃຫຍ່ອາຊຽນ ຕີລາຄາວ່າ: ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມສາມາດນໍາພາຢ່າງແຮງໃນການຊັກຈູງປະຕິກິລິຍາທີ່ມີລັກສະນະໝູ່ຄະນະຂອງພາກພື້ນ ຕໍ່ໜ້າພະຍາດໂຄວິດ-19. ອາຊຽນໄດ້ສາມັກຄີ ແລະຮັບມືກັບພະຍາດໂຄວິດ-19 ຢ່າງວ່ອງໄວ. ບັນດາປະຕິກິລິຍາຢ່າງແຮງຂອງອາຊຽນສ່ວນຫຼາຍແມ່ນຍ້ອນມີການນໍາພາຂອງຫວຽດນາມ. ພວກເຮົາສາມາດຜ່ານຜ່າສິ່ງທ້າທາຍຈາກພະຍາດໂຄວິດ-19 ໄດ້ດ້ວຍຄວາມເຫັນດີເຫັນພ້ອມ, ຄວາມອົງອາດກ້າແກ່ນ ແລະຄວາມມານະພະຍາຍາມຂອງຕົນ.

25 ປ ທ ຫວຽດ ນາມ ເຂ າ ເປ ນ ສະ ມາ ຊ ກ ອາ ຊຽນ ຫວຽດນາມຍາມໃດກ ເປ ນສະມາຊ ກຕ ງໜ າ ແລະ ມ ຄວາມຮ ບຜ ດຊອບຕ ພາກພ ນ
ທ່ານ ປ.ອ Szanto, ອາຈານພາກວິຊາການພົວພັນສາກົນ, ສັງກັດມະຫາວິທະຍາໄລ Webster ຂອງໄທ. (ພາບ: TTXVN)

ທ່ານ ເຈິ່ນດຶກບິ່ງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມຢູ່ຄຽງຂ້າງອາຊຽນ ໃຫ້ຮູ້ວ່າ “ອາດເວົ້າໄດ້ວ່າ ໃນ 25 ປີຜ່ານມາ ແລະໄລຍະມໍ່ໆມານີ້, ຫວຽດນາມ ເປັນສະມາຊິກມີຄວາມຮັບຜິດຊອບ, ເປັນເຈົ້າການ, ຕັ້ງໜ້າໃນທຸກການເຄື່ອນໄຫວຂອງອາຊຽນ. ພວກເຮົາມີການປະກອບສ່ວນຫຼາຍຢ່າງໃຫ້ການພັດທະນາເຕີບໃຫຍ່ຂອງປະຊາຄົມອາຊຽນ. ພວກເຮົານອນໃນກຸ່ມປະເທດທີ່ມີອັດຕາສ່ວນສູງທີ່ສຸດໃນການປະຕິບັດແຜນການສັງລວມກ່ຽວກັບການກໍ່ສ້າງປະຊາຄົມອາຊຽນ. ຫວຽດນາມ ນັບມື້ນັບເຂົ້າຮ່ວມຢ່າງຕັ້ງໜ້າໃນການເຄື່ອນໄຫວຮ່ວມມືຂອງອາຊຽນ, ເພີ່ມທະວີການປັບປຸງຄວາມສາມັກຄີ, ຄວາມເປັນເອກະພາບໃນອາຊຽນ ແລະປັບປຸງບົດບາດໃຈກາງຂອງອາຊຽນໃນການຮັກສາການຮ່ວມມື, ສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ”.

ປີ 2020 ໄດ້ນໍາມາໃຫ້ຫວຽດນາມ ສິ່ງທ້າທາຍຫຼາຍຢ່າງເມື່ອດຳລົງຕຳແໜ່ງທັງສອງບົດບາດເປັນປະທານອາຊຽນ ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021. ດ້ວຍເນື້ອໃນຈິດໃຈ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື” ຄືດັ່ງຫົວຂໍ້ໂດຍຫວຽດນາມ ຍົກອອກໃຫ້ປີເປັນປະທານອາຊຽນ 2020 ນັ້ນ, ຫວຽດນາມໄດ້ປະຕິບັດສໍາເລັດໜ້າທີ່ດ້ວຍຈິດໃຈຮັບຜິດຊອບ, ປະດິດຄິດສ້າງ, ຫວຽດນາມ ໄດ້ປະກອບສ່ວນໃຫ້ແກ່ການພັດທະນາຈະເລີນເຕີບໂຕ ແລະຍືນຍົງຂອງອາຊຽນ, ພ້ອມທັງເຮັດໃຫ້ໂລກເຫັນວ່າອາຊຽນມີກໍາລັງແຮງພາຍໃນ, ມີຄຸນນະທາດ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ.

25 ປ ທ ຫວຽດ ນາມ ເຂ າ ເປ ນ ສະ ມາ ຊ ກ ອາ ຊຽນ ຫວຽດນາມຍາມໃດກ ເປ ນສະມາຊ ກຕ ງໜ າ ແລະ ມ ຄວາມຮ ບຜ ດຊອບຕ ພາກພ ນ ການທ່ອງທ່ຽວຂອງຫວຽດນາມ ໄດ້ຮັບການຄັດເລືອກເຂົ້າໃນ 11 ປະເພດການທ່ອງທ່ຽວແຖວໜ້າຂອງອາຊີ

ຍສໝ - ຄະນະກຳມະການຈັດງານລາງວັນການທ່ອງທ່ຽວໂລກປີ 2020 (WTA) ໄດ້ປະກາດເວລາຄັດເລືອກເອົາ ໃນເຂດອາຊີໃນປີ 2020 ແຕ່ວັນທີ 15 ມິຖຸນາເຖິງວັນທີ 24 ກັນຍາ 2020. ໃນລະດູການນີ້, ການທ່ອງທ່ຽວຫວຽດນາມໄດ້ຮັບການຄັດເລືອກໃນ 11 ປະເພດການທ່ອງທ່ຽວ “ແຖວໜ້າຂອງອາຊີ”.

25 ປ ທ ຫວຽດ ນາມ ເຂ າ ເປ ນ ສະ ມາ ຊ ກ ອາ ຊຽນ ຫວຽດນາມຍາມໃດກ ເປ ນສະມາຊ ກຕ ງໜ າ ແລະ ມ ຄວາມຮ ບຜ ດຊອບຕ ພາກພ ນ ມອບຂອງຂວັນ 250 ພູດ ໃຫ້ແກ່ບັນດາທະຫານເສຍອົງຄະ, ຄອບຄົວທີ່ມີຄຸນງາມຄວາມດີ ເຊິ່ງເປັນສະມາຊິກຂອງສະມາຄົມມິດຕະພາບຫວຽດນາມ - ລາວ; ຫວຽດນາມ - ກຳປູເຈຍ

ຍສໝ - ວັນທີ 22 ກໍລະກົດ, ສະມາຄົມກາແດງແຂວງດົ່ງນາຍໄດ້ມອບຂອງຂວັນ 100 ພູດ ໃຫ້ແກ່ບັນດາທະຫານເສຍອົງຄະ, ຄອບຄົວທີ່ມີຄຸນງາມຄວາມດີ ເຊິ່ງເປັນສະມາຊິກຂອງສະມາຄົມມິດຕະພາບ ຫວຽດນາມ - ລາວ ຢູ່ ເມືອງວິ້ງກູຍ ແລະ ນະຄອນບຽນຮວ່າ.

25 ປ ທ ຫວຽດ ນາມ ເຂ າ ເປ ນ ສະ ມາ ຊ ກ ອາ ຊຽນ ຫວຽດນາມຍາມໃດກ ເປ ນສະມາຊ ກຕ ງໜ າ ແລະ ມ ຄວາມຮ ບຜ ດຊອບຕ ພາກພ ນ ຍົກລະດັບການພົວພັນລະຫວ່າງຫວຽດນາມ - ນິວຊີແລນ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ຍ​ສໝ - ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງການພັດທະນາຢ່າງຮອບດ້ານຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດໃນເຄິ່ງສະຕະວັດທີ່ຜ່ານມາ ພ້ອມທັງສະເໜີທັງ 2 ຝ່າຍພະຍາຍາມຮັກສາທ່າພັດທະນາການຮ່ວມມືດ້ານການຄ້າ; ສູ້ຊົນນຳວົງເງິນ 2 ສົ້ນຈາກ 1ຕື້ກວ່າ USD ໃນປີ 2019 ຂຶ້ນເປັນ 2 ຕື້ USD/ປີ; ສະເໜີ ນິວຊີແລນ ...

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.