ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ປະ​ຊາ​ຄົມ​ອ​າ​ຊຽນ​ ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື

15:30 | 28/07/2020

ຍສ​ໝ - ບົດ​ຂຽນ​ໃຫ້​ຮູ້​ວ່າ ຫວຽດ​ນາມ​ເຂົ້າ​ຮ່ວມ​ອາຊຽນ​ແຕ່​ປີ 1995 ໂດຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂີດ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ທາງ​ການ​ທູດ​ຂອງ​ຫວຽດ​ນາມ ນັບ​ແຕ່​ປະ​ຕິ​ວັດ​ສິງ​ຫາ 1945 ກ​ໍ່​ຄື​ວິ​ວັດ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ອາ​ຊ​ຽນ.

ຮ ວມ ແຮງ ຮ ວມ ໃຈ ເພ ອ ປະ ຊາ ຄ ມ ອ າ ຊຽນ ສະ ໜ ດ ຕ ດ ພ ນ ແລະ ເປ ນ ເຈ າ ການ ຮ ບ ມ ອ​າ​ຊຽນມຸ່ງ​ໄປ​ສູ່​ເປົ້າ​ໝາຍ​​ລົງ​ນາມ RCEP ໃນ​ປີ 2020
ຮ ວມ ແຮງ ຮ ວມ ໃຈ ເພ ອ ປະ ຊາ ຄ ມ ອ າ ຊຽນ ສະ ໜ ດ ຕ ດ ພ ນ ແລະ ເປ ນ ເຈ າ ການ ຮ ບ ມ ອ​າ​ຊຽນ​ຕັດ​ສິນ​ໃຈ​ສ້າງ​ທະ​ເລ​ຕາ​ເວັນ​ອອກ​ທີ່​ມີ​ການ​ຮ່ວມ​ມື ແລະ ຄວາມ​ປອດ​ໄພ
ຮ ວມ ແຮງ ຮ ວມ ໃຈ ເພ ອ ປະ ຊາ ຄ ມ ອ າ ຊຽນ ສະ ໜ ດ ຕ ດ ພ ນ ແລະ ເປ ນ ເຈ າ ການ ຮ ບ ມ
ທ່ານ​ ຟ້າມ​ບິ່ງ​ມິງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ທາງອອ​ນ​ລາຍ​ລະ​ຫວ່າງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ - EU (ພາບ: TTXVN)

ວັນ​ທີ 28 ກໍ​ລະ​ກົດ ປ​ີ 2020 ແມ່ນ​ວັນ​ສ້າງ​ຂີດ​ໝາຍ ຄົບ​ຮອບ 25 ແຫ່ງວັນ​ຫວຽດ​ນາມ ເຂົ້າ​ຮ່ວມ ອາ​ຊຽນ ​ຢ່າງ​ເປັນ​ຢ່າງ​ທາງການ. ພິ​ເສດ​ແມ່ນ​ໃນ​ປີ​ນີ້, ພິ​ທ​ີ​ສະ​ເຫຼີມ​ສະຫຼອງ ເຫດ​ການ​ນີ້​ກົງ​ກັບ​ເວ​ລາ​ຫວຽດ​ນາມ​ຮັບ​ດຳ​ລົງ​ຕຳແໜ່ງສຳ​ຄັນແມ່ນ​ປະ​ທານ​ໝູນ​ວຽນ​ຄັ້ງ​ທີ 2 ຂອງ ອາ​ຊຽ​ນ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ຟ້າມ​ບິ່ງ​ມິງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ ຫວຽດ​ນາມ ໄດ້​ມີ​ບົດ​ຂຽນ​ວ່າ: “25 ປີ​ແຫ່ງວັນ​ຫວຽດ​ນາມ ເຂົ້າ​ຮວມ​ອາ​ຊຽ​ນ: ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ປະ​ຊາ​ຄົມ​ທີ່​ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ໃນ​ກາ​ນ​ຮັບ​ມື”.

ບົດ​ຂຽນ​ໃຫ້​ຮູ້​ວ່າ ຫວຽດ​ນາມ​ເຂົ້າ​ຮ່ວມ​ອາຊຽນ​ແຕ່​ປີ 1995 ໂດຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂີດ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ທາງ​ການ​ທູດ​ຂອງ​ຫວຽດ​ນາມ ນັບ​ແຕ່​ປະ​ຕິ​ວັດ​ສິງ​ຫາ 1945 ກ​ໍ່​ຄື​ວິ​ວັດ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ອາ​ຊ​ຽນ. ເຫດ​ການ​ປະ​ຫວັດ​ສາດນີ້​ມີ​ຄວາມ​ໝາຍ​ສຳ​ຄັນ, ນຳ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຈາກ​ສູ້​ຢັນ​ກັນ ກາຍ​ເປັນ​ໂອ້​ລົມ​ສົນ​ທະ​ນາ, ແຕ່ ສົງ​ໄສ​ກັນ ກາຍ​ເປັນ​ໄວ້​ເນື້ອ​ເຊື່ອ​ໃຈ, ແຕ່​ແບ່ງ​ແຍກ​ກັນ ກາຍ​ເປັນ​ສາ​ມັກ​ຄີ​ກັນ.

ສ່ວນ​ອາ​ຊຽ​ນ, ເລື່ອງ​ຮັບ​ຫວຽດ​ນາມ​ກາຍ​ເປັນ​ສະ​ມາ​ຊິກ​ທີ 7 ຊ່ວຍ​ຍູ້​ໄວ​ວິ​ວັດ​ການ​ເປີດ​ກ້​ວາງ​ສະ​ມາ​ຄົມ​ອອກ​ໄປ​ສູ່ 10 ປະ​ເທດ​ໃນ​ພາກ​ພື້ນ, ຜ່ານ​ນັ້ນ ປັບ​ປຸງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ​່​ພ​າກ​ພື້ນ​ທີ່​ມີ​ຄວາມ​ສຳ​ຄັນ​ພິ​ເສດ​ດ້ານ​ພູ​ມີ​ສາດ ການ​ເມືອງ ແລະ ເສດ​ຖະ​ກິດ, ແມ່ນ​ສູນ​ເຊື່ອມ​ຕໍ່​ປາ​ຊີ​ຟິກ ແລະ ມະ​ຫາ​ສະ​ມຸດອິນ​ເດຍ. ເມື່ອ​ຫວຽດ​ນາມ​ເຂົ້າ​ຮ່ວມ​ອາຊຽນ, ອາຊຽນ​ຫາກ​ໍ່​ແມ່ນ​ພ​າກ​ພື້ນ​ໃໝ່​ຫາກ​ໍ່​ອອກ​ຈາກ​ສົງ​ຄາມ​ເຢັນ, ທີ່​ຕັ້ງ, ບົດ​ບາດ ແລະ ຂ​ອບ​ຂະ​ໜາດ​ດ້ານ​ເສດ​ຖະ​ກິດ​ຂອງ​ອາ​ຊຽ​ນ​ຍັງ​ນ້ອຍ. ແຕ່​ວ່າ 25 ປີ​ທີ່​ຜ່ານ​ມາ ໄດ້​ເຫັນ​ປະ​ຈັກ​ຕາ​ການ​ປ່ຽນ​ແປງ​ຢ່ງ​ແຮງ​ຂອງ ສະ​ມາ​ຄົມ, ມາ​ຮອດ​ປັ​ດ​ຈຸ​ບັນ, ທັງ 10 ປະ​ເທດ​ອາ​ຊຽນ ໄດ້​ກາຍ​ເປັນ​ກຸ່ມ​ໜຶ່ງ​ທີ່​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ດ້ວຍ​ອິດ​ທີ​ພົນ​ຊື່​ສຽງ​ທີ່​ນັບ​ມື້​ນັບ​ສູງ​ຂຶ້ນ​ໃນ​ອາ​ຊີ.

ໂດຍ​ເປັນ​ປະ​ທານ​ອາຊຽນ 2020, ຫວຽດ​ນາມ ໄດ້​ພ້ອມ​ກັບ​ບັນ​ດາ​ປະ​ເທ​ດ​ສະ​ມາ​ຊິກ​ກຳ​ນົດ​ຫົວ​ຂໍ້​ລວມ​ໃຫ້​ແກ່​ປີ 2020 ແມ່ນ ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື” ເພື່ອ​ແນ​ໃສ່​ຍູ້​ແຮງວິ​ວັດ​ແຫ່ງ​ການ​ສ້າງ​ປະ​ຊາ​ຄົມ ແລ​ະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂ​ອງ​ອາ​ຊຽນ​ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ການ​ປ່ຽນ​ແປງ. ໃນ 7 ເດືອນ​ທີ່​ຜ່ານ​ມາ, ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ ໃນ​ບົດ​ບາດ​ເປັນ​ປະ​ທານອາ​ຊຽນ ໄດ້​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ສະ​ໜິດ​ຕິ​ດ​ພັນ, ເປັນ​ເຈົ້າ​ການ​ຮັບ​ມື. ອາ​ຊຽນ​ໄດ້​ຮັບ​ປະ​ກັນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ເປົ້າ​ໝາຍ​ການ​ຮ່ວມ​ມື, ເຊື່ອມ​ໂຍງ​ລະ​ຫວ່າງ​ອາ​ຊຽນ ໃນ​ປີ 2020ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຜ່ານ​ຜ່າ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ, ຄວບ​ຄຸມ​ໂລກ​ລະ​ບາດ Covid – 19 ໂດຍ​ພື້ນ​ຖານ, ພ້ອມ​ທັງ​ດຳ​ເນີນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໂລກ​ລະ​ບາດ ໂດຍ​ໄວ.

ຮ ວມ ແຮງ ຮ ວມ ໃຈ ເພ ອ ປະ ຊາ ຄ ມ ອ າ ຊຽນ ສະ ໜ ດ ຕ ດ ພ ນ ແລະ ເປ ນ ເຈ າ ການ ຮ ບ ມ ອ​າ​ຊຽນ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ຄວບ​ຄູ່: ທັງ​ປ້ອງ​ກັນ​ໂລ​ກ​ລະ​ບາດ ແລະ ທັງ​ຜັນ​ຂະ​ຫຍາຍ​ການ​ກໍ່​ສ້າງ​ປະ​ຊາ​ຄົມ

ຍ​ສ​ໝ - ​ທ່ານ ຫງວຽນ​ກ໊ວກ​ຢຸງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ​ແລ້ວ, ຫວຽດ​ນາມ ໄດ້​ລົງ​ມື​ກະ​ກຽມ​ໃຫ້​ແກ່​ປີ​ປະ​ທານ​ອາ​ຊຽນ 2020 ແຕ່​ດົນ​ແລ້ວ. ເມື່ອ​ໂລກ​ລະ​ບາດ Covid – 19 ຫາກໍ່ເກີດ​ຂຶ້ນ, ຫວຽດ​ນາມ​ໄດ້​ປ່ຽນ​ແປງ​ບັນ​ດາ​ວິ​ທິ​ການ​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ການ​ໃໝ່​ໂດຍ​ໄວ.

ຮ ວມ ແຮງ ຮ ວມ ໃຈ ເພ ອ ປະ ຊາ ຄ ມ ອ າ ຊຽນ ສະ ໜ ດ ຕ ດ ພ ນ ແລະ ເປ ນ ເຈ າ ການ ຮ ບ ມ ຫວຽດ​ນາມ​ເຂົ້າ​ຮ່ວມເວ​ທີ​ປາ​ໄສທາງອ​ອນ​ລາຍ​ ອາ​ຊຽນ - ອົດ​ສະ​ຕ​າ​ລ​ີ​ ຄັ້ງ​ທີ 32

ຍ​ສໝ - ທ່ານ​ຫົວ​ໜ້າ​​ຄະ​ນະ​ຝ່າຍອົດ​ສະ​ຕາ​ລີ​ ຢັ້ງ​ຢືນ​ວ່າ ລັດ​ຖະ​ບານ​ອົດ​ສະ​ຕາ​ລີ ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​​ສະ​ດວກ​ໃຫ້​ແກ່​ພົນ​ລະ​ເມືອງ ແລະ ນັກ​ສຶກ​ສາ​ບັນ​ດາ​ປະ​ເທດ ອາ​ຊຽນ​ທີ່ພວມ​ເຮັດ​ວຽກ ແລະ ຮ່ຳ​ຮຽນ​ຢູ່​ອົດ​ສະ​ຕາ​ລີ​ໃນ​ໄລ​ຍະ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກນີ້.

ຮ ວມ ແຮງ ຮ ວມ ໃຈ ເພ ອ ປະ ຊາ ຄ ມ ອ າ ຊຽນ ສະ ໜ ດ ຕ ດ ພ ນ ແລະ ເປ ນ ເຈ າ ການ ຮ ບ ມ ອາ​ຊຽນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນຄວາມ​ໝັ້ນ​ຄົງດ້ານ​ສະ​ບຽງ​ອ​າ​ຫານ​ໃນໄລ​ຍະ​ເກ​ີດ​ໂລກ​ລະ​ບາດ Covid – 19

ຍສໝ - ອາຊຽນຈະສືບຕໍ່ຮ່ວມມືເພື່ອແນໃສ່ຮັບປະກັນການສະໜອງສະບຽງອາຫານຢ່າງຄົບຖ້ວນ, ມີຄຸນນະພາບ, ປອດໄພ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ໃນພາກພື້ນ ແລະ ພາຍຫຼັງເກີດໂລກລະບາດ Covid - 19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.