ຫວຽດນາມ ເຂົ້າຮ່ວມກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສດ້ານປ້ອງກັນຊາດອາຊຽນເປີດກວ້າງ

16:01 | 09/07/2020

ຍສໝ - ໃນວັນທີ 7 ກໍລະກົດ, ທີ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານປ້ອງກັນຊາດເປີດກວ້າງ (ADSOM+).

ຫວຽດນາມ ເຂ າຮ ວມກອງປະຊ ມທາງໄກເຈ າໜ າທ ອາວ ໂສດ ານປ ອງກ ນຊາດອາຊຽນເປ ດກວ າງ ຍີ່​ປຸ່ນ ແລະ ຫວຽດ​ນາມ ​ຈະ​ຮ່ວມ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແມ່​ນ້ຳ​ຂອງ - ຍີ່​ປຸ່ນ​ຄັ້ງ​ທີ 13
ຫວຽດນາມ ເຂ າຮ ວມກອງປະຊ ມທາງໄກເຈ າໜ າທ ອາວ ໂສດ ານປ ອງກ ນຊາດອາຊຽນເປ ດກວ າງ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີອິດທິພົນຊື່ສຽງໃນເວທີສາກົນ

ເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງມີຫົວໜ້າ ADSOM+ ຂອງ 9 ປະເທດອາຊຽນ ແລະ 8 ປະເທດບວກ ລວມມີ: ລັດເຊຍ, ຈີນ, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ ແລະ ອິນເດຍ.

ຫວຽດນາມ ເຂ າຮ ວມກອງປະຊ ມທາງໄກເຈ າໜ າທ ອາວ ໂສດ ານປ ອງກ ນຊາດອາຊຽນເປ ດກວ າງ
ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. (ພາບ: tuoitre)

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ ບົນເນື້ອໃນຈິດໃຈ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື” ຂອງປີອາຊຽນ 2020, ໃນໄລຍະຜ່ານມາ, ອາຊຽນ ແລະບັນດາຄູ່ຮ່ວມມື ຍາມໃດກໍ່ເປັນເຈົ້າການມີມາດຕະການຮັບມືຢ່າງເໝາະສົມກັບສະພາບການຕົວຈິງ, ຜັນຂະຫຍາຍບັນດາການເຄື່ອນໄຫວທາງໄກຢ່າງມີປະສິດທິຜົນ.

ທ່ານພົນເອກ ໂງຊວນລິກ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງແພດທະຫານອາຊຽນ ໃນໄລຍະຜ່ານມາ ທີ່ໄດ້ຈັດຕັ້ງການຝຶກຊ້ອມທາງໄກກ່ຽວກັບການປ້ອງກັນ, ຕ້ານພະຍາດ COVID-19 ປະສົບຜົນສໍາເລັດ. ນີ້ແມ່ນກະທໍາທີ່ແທດຈິງ, ປະກອບສ່ວນຫັນຜົນກອງປະຊຸມສຸດຍອດພິເສດອາຊຽນ ກ່ຽວກັບການຮັບມືກັບພະຍາດ COVID -19 ແລະ ຖະແຫຼງການຮ່ວມຂອງລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໃນການຮັບມືກັບພະຍາດ COVID -19 ໃຫ້ປະກົດຜົນເປັນຈິງ.

ທ່ານພົນເອກ ໂງຊວນລິກ ຖືວ່າ ກອງປະຊຸມທາງໄກ ADSOM+ ຈະຊ່ວຍໃຫ້ບັນດາປະເທດມີການຕີລາຄາຢ່າງຮອບດ້ານ ກ່ຽວກັບແງ່ມູມດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຊ່ວຍບັນດາປະເທດຫຍັບມໍ່ເຂົ້າໃກ້ກັນກວ່າ, ຊຸກຍູ້ການຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍລວມ, ພ້ອມທັງປະຕິບັດວຽກງານກະກຽມໃຫ້ແກ່ ADMM+ ເຊິ່ງຄາດຄະເນວ່າຈະຈັດຂຶ້ນໃນເດືອນຕຸລາ ຈະມາເຖິງ ຢູ່ຫວຽດນາມ.

ທ່ານພົນໂທ ຫງວຽນຈີ໊ວິ້ງ ສະແດງຄວາມເຊື່ອໝັ້ນວ່າດ້ວຍຄວາມມານະພະຍາຍາມຂອງແຕ່ລະປະເທດກໍ່ຄືການຮ່ວມມືລວມລະຫວ່າງບັນດາປະເທດ, ພະຍາດໂຄວິດ-19 ຈະໄດ້ຍູ້ຖອຍ. ດ້ວຍຄວາມເຊື່ອໝັ້ນນັ້ນ, ກະຊວງປ້ອງກັນປະເທດຫວຽດນາມ ຕັດສິນໃຈຈັດຕັ້ງບັນດາກອງປະຊຸມປ້ອງກັນຊາດ, ການທະຫານອາຊຽນຕາມແຜນການ. ຕາມນັ້ນແລ້ວ, ກອງປະຊຸມທາງໄກ ADSOM+ ຄັ້ງນີ້ບໍ່ໄດ້ປ່ຽນແທນໃຫ້ແກ່ກອງປະຊຸມ ADSOM+ ທີ່ຄາດຄະເນວ່າຈະຈັດຕັ້ງໃນທ້າຍເດືອນ ສິງຫາ 2020.

ຫວຽດນາມ ເຂ າຮ ວມກອງປະຊ ມທາງໄກເຈ າໜ າທ ອາວ ໂສດ ານປ ອງກ ນຊາດອາຊຽນເປ ດກວ າງ
ທັດສະນີຍະພາບກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານປ້ອງກັນຊາດອາຊຽນເປີດກວ້າງ. (ພາບ: tuoitre)

ຖ້າຫາກສະພາບການຂອງພະຍາດ COVID -19 ຍັງມີການຜັນແປຢ່າງສັບສົນນັ້ນ, ກະຊວງປ້ອງກັນປະເທດ ຫວຽດນາມ ຈະແຈ້ງໃຫ້ບັນດາປະເທດຮັບຊາບເພື່ອຈັດຕັ້ງກອງປະຊຸມ ADSOM+ ຢ່າງຄົບຖ້ວນກວ່າ ແລະ ຮັບປະກັນຄວາມປອດໄພໃຫ້ບັນດາຜູ້ແທນທີ່ມາເຂົ້າຮ່ວມຢູ່ຫວຽດນາມ.

ທ່ານພົນໂທ ຫງວຽນຈີ໊ວິ້ງ ປາດຖະໜາຢາກຮັບຟັງບັນດາຂໍ້ລິເລີ່ມຮ່ວມມືຂອງບັນດາປະເທດອາຊຽນ ແລະບັນດາຄູ່ຮ່ວມມືເພື່ອສາມາດຜັນຂະຫຍາຍໃນໄລຍະຈະມາເຖິງ, ອາດຈະເປັນການປະຊຸມໂດຍກົງ ຫຼື ທາງໄກ, ກໍ່ລ້ວນແຕ່ເໝາະສົມກັບເນື້ອໃນຈິດໃຈ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື”.

ຫວຽດນາມ ເຂ າຮ ວມກອງປະຊ ມທາງໄກເຈ າໜ າທ ອາວ ໂສດ ານປ ອງກ ນຊາດອາຊຽນເປ ດກວ າງ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ນັບມື້ນັບພັດທະນາໃນທຸກຂົງເຂດ

ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະ ຄະນະຜູ້ແທນລັດຖະບານລາວ ໄດ້ໄປຢ້ຽມຊົມບັບດາຮູບແບບດຶງດູດການລົງທຶນ, ກໍ່ສ້າງເຂດອຸດສາຫະກຳຂອງຫວຽດນາມ; ທາບທາມບົດຮຽນຂອງຫວຽດນາມ ໃນການຟື້ນຟູການຜະລິດ-ດຳເນີນທຸລະກິດ, ການທ່ອງທ່ຽວ...

ຫວຽດນາມ ເຂ າຮ ວມກອງປະຊ ມທາງໄກເຈ າໜ າທ ອາວ ໂສດ ານປ ອງກ ນຊາດອາຊຽນເປ ດກວ າງ ບໍ​ລິ​ສັດ​ທີ່​ປຶກສາ​ McKinsey ຕີ​ລາຄາ​ຕໍ່​ຄວາມ​ສາມາດ​ຟື້ນ​ຟູ​ເສດຖະກິດ​ຂອງຫວຽດນາມ

ຍສໝ - ການສົ່ງອອກການຄ້າ ແລະ ການທ່ອງທ່ຽວໄດ້ຮັບຜົນກະທົບຢ່າງຮ້າຍແຮງ, ສະນັ້ນ ການໃຊ້ຈ່າຍບໍລິໂພກພາຍໃນປະເທດໄດ້ຄາດວ່າຈະສືບຕໍ່ ມີບົດບາດສຳຄັນຫຼາຍໃນການຟື້ນຟູເສດຖະກິດຂອງຫວຽດນາມ.

ຫວຽດນາມ ເຂ າຮ ວມກອງປະຊ ມທາງໄກເຈ າໜ າທ ອາວ ໂສດ ານປ ອງກ ນຊາດອາຊຽນເປ ດກວ າງ ຄະນະກຳມະການເຈລະຈາ RCEP ໄດ້ຕີລາຄາສູງບົດບາດຂອງຫວຽດນາມໃນການນຳພາອາຊຽນ

ຍສໝ - ທ່ານ Pambagyo ກ່າວວ່າ ໃນຄວາມຈິງລັດຖະບານ ແລະ ຊຸມຊົນຫຼາຍປະເທດ ໄດ້ສະແດງຄວາມສົງໄສກ່ຽວກັບລະບົບການຄ້າຫຼາຍຝ່າຍ, ສະນັ້ນການເຊັນສັນຍາດັ່ງກ່າວຈະ "ຢັ້ງຢືນຄວາມຕັດສິນໃຈ" ໃນການເຊື່ອມໂຍງເສດຖະກິດພາກພື້ນ.

la.qdnd.vn

ເຫດການ
302 Found

Found

The document has moved here.