ຍສໝ - ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ລາວ ໄດ້ມີການພົບປະແລກປ່ຽນກັບສື່ມວນຊົນກ່ຽວກັບລາວ ກະກຽມກອງປະຊຸມຄັ້ງນີ້ກໍ່ຄືການເຄື່ອນໄຫວໃນປີປະທານອາຊຽນ 2024 ແລະການສະໜັບສະໜູນ, ສົມທົບຂອງຫວຽດນາມ.
ຍສໝ - ທ່ານປະລິນຍາເອກ Munir Majid - ປະທານທະນາຄານ Muamalat ມາເລເຊຍ ໄດ້ຢືນຢັນວ່າ, ຫວຽດນາມ ແມ່ນປະເທດສະມາຊິກທີ່ມີຄວາມຮັບຜິດຊອບ ໃນສະມາຄົມອາຊຽນ ໃນໄລຍະ 25 ປີທີ່ຜ່ານມາ.
ຍສໝ - ທ່ານ Ade Padmo Sarwono - ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳອາຊຽນ ໃຫ້ຮູ້ວ່າ, ຫວຽດນາມ - ປະທານອາຊຽນ 2020 ບໍ່ພຽງແຕ່ໄດ້ສົ່ງເສີມຜົນປະໂຫຍດຂອງບັນດາປະເທດສະມາຊິກເທົ່ານັ້ນ, ຫາກຍັງເພີ່ມທະວີ ແລະ ຊຸກຍູ້ບັນດາອຸດົມຄະຕິການຂອງອາຊຽນເພື່ອສ້າງພາກພື້ນທີ່ຈະເລີນຮຸ່ງເຮືອງກວ່າອີກ.
ຍສໝ - ທີ່ງານແຂ່ງຂັນປະດິດແຕ່ງຮູບແຕ້ມໂຄສະນາເຜີຍແຜ່ ແລະ ປຸກລະດົມວັດທະນະທຳ ປີປະທານອາຊຽນ 2020 ໂດຍກົມວັດທະນະທຳ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ), ໄດ້ຮັບຫຼາຍຮ້ອຍຜົນງານຮູບແຕ້ມ, ປະຕິບັດຕາມຫົວຂໍ້ “ອາຊຽນ - ສະໜິດຕິດພັນ ເປັນເຈົ້າການໃນການປັບຕົວ”.
ຍສໝ - ຫວຽດນາມ ປາດຖະໜາຢາກສ້າງຕັ້ງປະຊາຄົມອາຊຽນ ໃຫ້ນັບມື້ນັບມີການຮ່ວມສຳພັນຢ່າງແໜ້ນແຟ້ນ ແລະ ໝັ້ນຄົງຕໍ່ບັນດາຜົນກະທົບຈາກສະພາບການພາກພື້ນ ແລະ ໃນໂລກ.