ກຸ່ມອາຊຽນຢູ່ລັດຖະສະພາ ອາເມລິກາຢັ້ງຢືນເພີ່ມທະວີການພົວພັນຕໍ່ຄູ່ຮ່ວມມືຍຸດທະສາດ ລະຫວ່າງ ອາຊຽນ - ອາເມລິກາ

10:32 | 20/07/2020

ຍ​ສໝ - ໃນ​ການປຶກສາຫາລື, ເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຂອງອາເມລິກາ ໃນຄວາມມານະພະຍາຍາມຮັກສາກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຢູ່ທະເລຕາເວັນອອກ ແລະ ບັນດາເຂດທະເລຢູ່ພາກພື້ນ.

ກ ມອາຊຽນຢ ລ ດຖະສະພາ ອາເມລ ກາຢ ງຢ ນເພ ມທະວ ການພ ວພ ນຕ ຄ ຮ ວມມ ຍ ດທະສາດ ລະຫວ າງ ອາຊຽນ ອາເມລ ກາ ເຈົ້າ​ໜ້າ​ທີ່​​ອາ​ວຸ​ໂສອາ​ຊຽນ ຈັດ​ຕັ້ງ​ກອ​ງ​ປະ​ຊຸມ​ທາ​ງ​ອອນ​ລາຍ​ ຕັ້ງ​ໜ້າ​ກະ​ກຽ​ມໃ​ຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ
ກ ມອາຊຽນຢ ລ ດຖະສະພາ ອາເມລ ກາຢ ງຢ ນເພ ມທະວ ການພ ວພ ນຕ ຄ ຮ ວມມ ຍ ດທະສາດ ລະຫວ າງ ອາຊຽນ ອາເມລ ກາ ຫວຽດນາມຈັດຕັ້ງກອງປະຊຸມອອນລາຍຕາໜ່າງບັນດາສູນຮັກສາສັນຕິພາບ ອາຊຽນ
ກ ມອາຊຽນຢ ລ ດຖະສະພາ ອາເມລ ກາຢ ງຢ ນເພ ມທະວ ການພ ວພ ນຕ ຄ ຮ ວມມ ຍ ດທະສາດ ລະຫວ າງ ອາຊຽນ ອາເມລ ກາ
ທ່ານ ຮ່າກິມງອັກ ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ພ້ອມກັບເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ແລກປ່ຽນໂດຍກົງກັບທ່ານ Joaquin Castro ສະມາຊິກສະພາຕ່ຳອາເມລິກາ (ພາ​ບ: baoquocte.vn)

ວັນທີ 18 ກໍລະກົດ, ທ່ານ ຮ່າກິມງອັກ ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ພ້ອມກັບເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ປະຈຳນະຄອນຫຼວງ ວໍຊິງຕັນ ອາ​ເມລິ​ກາ ໄດ້ແລກປ່ຽນໂດຍກົງກັບທ່ານ Joaquin Castro ສະມາຊິກສະພາຕ່ຳອາເມລິກາ, ຮອງປະທານກຳມາທິການການຕ່າງປະເທດສະພາຕ່ຳ, ທັງເປັນປະທານຮ່ວມກຸ່ມອາຊຽນ ຂອງລັດ​ຖະ​ສະ​ພາອາເມລິກາ ກ່ຽວກັບການປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດລະ​ຫວ່າງ ອາຊຽນ - ອາເມລິກາ.

ທີ່ການແລກປ່ຽນ, ທ່ານ Joaquin Castro ໄດ້ຕີລາຄາສູງບົດຮຽນໃນ​ການຄວບຄຸມໂລກລະບາດ Covid -19 ຂອງບັນດາປະເທດອາຊຽນ, ພິເສດແມ່ນ ຫວຽດນາມ, ກໍຄືການຮ່ວມມືເພື່ອຮັບມືກັບໂລກລະບາດ Covid -19 ໃນໄລຍະຜ່ານມາລະຫວ່າງອາຊຽນ - ອາເມລິກາ. ທ່ານ Joaquin Castro ກໍຢືນຢັນວ່າ, ດ້ວຍບົດບາດເປັນປະທານຮ່ວມກຸ່ມອາຊຽນ ຂອງລັດ​ຖະ​ສະ​ພາ ອາເມລິກາ, ທ່ານເອງຈະສືບຕໍ່ສະໜັບສະໜູນ ແລະ ສົ່ງເສືມອຳນາດການປົກຄອງ ອາເມລິກາ ເປີດກວ້າງການຮ່ວມມືກັບອາຊຽນ.

ສ່ວນທ່ານ ຮ່າກິມງອັກ ໄດ້ເນັ້ນໜັກວ່າ, ດ້ວຍບົດບາດເປັນປະທານອາຊຽນ, ຫວຽດນາມ ໄດ້ສົມທົບກັບບັນດາປະເທດອາຊຽນ ໃນການຮັກສາບັນດາການເຄື່ອນໄຫວຂອງອາຊຽນ ແລະ ຫວັງວ່າ ຈະຄວບຄຸມໂລກລະບາດໂຄວິດ-19 ໂດຍໄວ ເພື່ອໃຫ້ຫວຽດນາມ ສາມາດຕ້ອນຮັບບັນດາການນຳອາຊຽນ ແລະ ບັນດາຄູ່ຮ່ວມມື, ໃນນັ້ນມີທ່ານປະທານາທິບໍດີອາເມລິກາ, ມາຮ້າໂນ້ຍ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກສ່ຽງໃຕ້ ເຊິ່ງຈະຈັດຂຶ້ນໃນທ້າຍປີນີ້.

ໃນ​ການປຶກສາຫາລື, ເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຂອງອາເມລິກາ ໃນຄວາມມານະພະຍາຍາມຮັກສາກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຢູ່ທະເລຕາເວັນອອກ ແລະ ບັນດາເຂດທະເລຢູ່ພາກພື້ນ. ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ຕີລາຄາສູງເລື່ອງກຳມາທິການການຕ່າງປະເທດສະພາສູງ ແລະ ສະພາຕ່ຳ ໄດ້ອອກຖະແຫຼງການຢືນຢັນບັນດາຄຳຮຽກສິດຜືນແຜ່ນດິນ ແລະ ການເດີນທະເລຂອງຈີນ ຢູ່ທະເລຕາເວັນອອກ ແມ່ນບໍ່ຖືກຕ້ອງຕາມກົດໝາຍ.

ທ່ານສະມາຊິກສະພາຕ່ຳ Joaquin Castro ຢືນຢັນຄວາມເຫັນດີເຫັນພ້ອມຂອງສະພາສູງ, ສະພາຕ່ຳສຳລັບວິທີສຳຜັດຖືກກົດໝາຍສາກົນເປັນສຳຄັນ, ແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ເນັ້ນໜັກເຖິງຄຸນຄ່ານິຕິທຳຂອງຄຳຕັດສິນຂອງສານກຳມະການ ໃນເຫດຟີລິບປິນ ຮ້ອງຟ້ອງຈີນ ແລະ ຢືນຢັນວ່າ ອາເມລິກາ ຍາມໃດກໍ່ຮຽງບ່າຮຽງໄຫຼ່ພ້ອມກັບບັນດາປະເທດຢູ່ພາກພື້ນ, ບໍ່ອະນຸຍາດໃຫ້ປະເທດໃດ ນຳໃຊ້ກຳລັງແຮງເພື່ອເປີດກວ້າງຜືນແຜ່ນດິນ ເຖິງວ່າຢູ່ທະເລຕາເວັນອອກ, ທະເລ ຮວາຕຸງ ຫຼື ນັບທັງທາງບົກ.

ກ ມອາຊຽນຢ ລ ດຖະສະພາ ອາເມລ ກາຢ ງຢ ນເພ ມທະວ ການພ ວພ ນຕ ຄ ຮ ວມມ ຍ ດທະສາດ ລະຫວ າງ ອາຊຽນ ອາເມລ ກາ ເຈົ້າ​ໜ້າ​ທີ່​​ອາ​ວຸ​ໂສອາ​ຊຽນ ຈັດ​ຕັ້ງ​ກອ​ງ​ປະ​ຊຸມ​ທາ​ງ​ອອນ​ລາຍ​ ຕັ້ງ​ໜ້າ​ກະ​ກຽ​ມໃ​ຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ

ຍສໝ - ໃນຕອນເຊົ້າວັນທີ 17 ກໍລະກົດ, ຢູ່ຮ່າໂນ້ຍ ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ໄດ້ດຳເນີນທາງອອນລາຍ ເພື່ອຕັ້ງ​ໜ້າ​ກະ​ກຽ​ມໃ​ຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ.

ກ ມອາຊຽນຢ ລ ດຖະສະພາ ອາເມລ ກາຢ ງຢ ນເພ ມທະວ ການພ ວພ ນຕ ຄ ຮ ວມມ ຍ ດທະສາດ ລະຫວ າງ ອາຊຽນ ອາເມລ ກາ ຫວຽດນາມຈັດຕັ້ງກອງປະຊຸມອອນລາຍຕາໜ່າງບັນດາສູນຮັກສາສັນຕິພາບ ອາຊຽນ

ຍ​ສ​ໝ - ການເຄື່ອນໄຫວດັ່ງກ່າວ ແມ່ນເພື່ອແນໃສ່ສະແດງບົດບາດຕັ້ງໜ້າ, ເປັນເຈົ້າການຂອງປະເທດເຈົ້າພາບຫວຽດນາມ ໃນຖານະເປັນປະເທດປະທານ APCN; ສືບຕໍ່ຮັກສາກໍາລັງໜູນ ແລະ ເພີ່ມທະວີການຮ່ວມມືລະຫວ່າງບັນດາສະມາຊິກ ໃນ APCN ໃນການຮັບມືກັບໂລກລະບາດ, ບໍ່ປະໃຫ້ຄວາມຫຍຸ້ງຍາກເຮັດໃຫ້ການເຄື່ອນໄຫວຂອງຕາໜ່າງຮັກສາສັນຕິພາບຂອງພາກພື້ນຖືກຕັດຕອນ.

ກ ມອາຊຽນຢ ລ ດຖະສະພາ ອາເມລ ກາຢ ງຢ ນເພ ມທະວ ການພ ວພ ນຕ ຄ ຮ ວມມ ຍ ດທະສາດ ລະຫວ າງ ອາຊຽນ ອາເມລ ກາ ການຮ່ວມມືແມ່ນ້ຳຂອງຕ້ອງຕິດພັນກັບບັນດາເປົ້າໝາຍຂອງອາຊຽນ

ຍສໝ - ວັນທີ 14 ກໍລະກົດ, ຢູ່ຮ່າໂນ້ຍ ໄດ້ຈັດຕັ້ງເວທີປຶກສາຫາລືອາຊຽນກ່ຽວກັບການພັດທະນາອະນຸພາກພື້ນ: "ການຮ່ວມມືແມ່ນ້ຳຂອງ ຕ້ອງຕິດພັນກັບບັນດາເປົ້າໝາຍຂອງອາຊຽນ".

​ບຸນ​ຄົງ

302 Found

Found

The document has moved here.