ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ​ເຮັດ​ວຽກ​ກັບ​ກຸ່ມ​ບໍ​ລິ​ສັດ ອຸດ​ສາ​ຫະ​ກຳ - ໂທ​ລະ​ຄົມ​ມະ​ນາ​ຄົມ ກອງ​ທັບ

06:30 | 18/07/2020

ຍ​ສໝ - ຕອນ​ເຊົ້າ​ວັນ​ທີ 16 ກໍ​ລະ​ກົດ, ທ່ານ​ນາງ ​ຫງວຽນ​ທິ​ກິມ​ເງິນ ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ສະ​ພ​າ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ມີ​ການ​ເຮັດ​ວ​ຽກ ​ຢູ່ ​ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ - ໂທ​ລະ​ຄົມ​ມະ​ນາ​ຄົມ (Viettel) ກ່ຽວ​ກັບ​ສະ​ພາບ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ກໍ່​ຄື​ຢຸດ​ທະ​ສາດ​ພັດ​ທະ​ນາ​ຂອງ​ກຸ່ມ​ບໍ​ລິ​ສັດ ໂດຍ​ມີ​ການ​ເຂົ້າ​ຮວມ​ຂອງ​ ທ່ານ​ພົວ​ເອກ ໂງ​ຊວັນ​ລິກ - ກຳ​ມະ​ການ​ກົມ​ການ​ເມືອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ, ທ່ານພົນ​ໂທ ຟານ​ວັນ​ຢາງ, ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ.

ປະ ທານ ສະ ພາ ແຫ ງ ຊາດ ຫວຽດນາມ ເຮ ດ ວຽກ ກ ບ ກ ມ ບ ລ ສ ດ ອ ດ ສາ ຫະ ກຳ ໂທ ລະ ຄ ມ ມະ ນາ ຄ ມ ກອງ ທ ບ ພິທີປຸກລະດົມການສອບເສັງຊອກຫາວິທີການຫັນເປັນດີຈີຕອນຫວຽດນາມ VIET SOLUTIONS 2020
ປະ ທານ ສະ ພາ ແຫ ງ ຊາດ ຫວຽດນາມ ເຮ ດ ວຽກ ກ ບ ກ ມ ບ ລ ສ ດ ອ ດ ສາ ຫະ ກຳ ໂທ ລະ ຄ ມ ມະ ນາ ຄ ມ ກອງ ທ ບ ເຄື່ອງໝາຍການຄ້າ Viettel ລອດເຂົ້າໃນ Top 400 ເຄື່ອງໝາຍການຄ້າມີມູນຄ່າທີ່ສຸດທົ່ວໂລກ
ປະ ທານ ສະ ພາ ແຫ ງ ຊາດ ຫວຽດນາມ ເຮ ດ ວຽກ ກ ບ ກ ມ ບ ລ ສ ດ ອ ດ ສາ ຫະ ກຳ ໂທ ລະ ຄ ມ ມະ ນາ ຄ ມ ກອງ ທ ບ
ທ່ານ​ນາງ​ ຫງວຽນ​ທິ​ກິມ​ເງິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ກ່າ​ວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ.

ໂດຍ​ລາຍ​ງານ​ຕໍ່​ທ່ານ​ນາງ​ ຫງວຽນ​ທິ​ກິມ​ເງິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ກ່ຽວ​ກັບ​ບັນ​ດາ​ຜົນ​ສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ຂອງ Viettel, ທ່ານ ພົນ​ຈັດ​ຕະ​ວາ ເລ​ດັ້ງ​ຢຸງ - ປະ​ທານ​ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ​ໃຫ້​ຮູ້​ວ່າ: ບົນ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະ​ຕິ​ເລກ​ທີ 142/2016/QH13 ຂອງ​ສະ​ພາ​ແຫ່ງ​ຊາດ​ກ່​ຽ​ວ​ກັບ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 5 ປີ 2016 – 2020 ແລະ ພາຍ​ໃຕ້​ການ​ຊີ້​ນຳ​ຂອງຄະ​ນະ​ພັກ​ກອງ​ທັບ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ປະ​ເທ​ດ, Viettel ບັນ​ລຸ​ໄດ້​ໝາກ​ຜົນ​ໃດ​ໜຶ່ງ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ການ​ພັດ​ທະ​ນາ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ປະ​ເທດ​ຊາດ, ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ, ສົມ​ທົບ​ກັນ​ປະ​ຕິ​ບັດ​ໜ້າ​ທີ່​ປ້ອງ​ກັນ​ຊາດ​ທີ່​ຕິດ​ພັນ​ກັບ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ໃຫ້​ເປັນ​ຢ່າງ​ດີ.

Viettel ແມ່ນ​ວິ​ສາ​ຫະ​ກິດ​ລັດ​ດຳ​ເນີ​ນ​ທຸ​ລ​ກິດ​ທີ່​ມີ​ຄວາມ​ປະ​ດິດ​ຄິດ​ສ້າງ ແລະ ປະ​ສິດ​ທິ​ຜົນ

ໃນ​ໄລ​ຍະ 5 ປີ​ ເລີ່ມ​ແຕ່​ປີ 2015 – 2020, Viettel ໄດ້​ສ້າງ​ລາຍ​ຮັບ 1.230 ພັນ​ຕື້ ດົງ, ໃນ​ນັ້ນ​ມີ​ກຳ​ໄລ 200 ພັ​ນ​ຕື້ ດົງ ແລະ ປະ​ກອບ​ສ່ວນ 195 ພັ​ນ​ຕື້​ດົງ​ໃຫ້​ແກ່​ງົບ​ປະ​ມານ​ແຫ່ງ​ລັດ. Viettel ແມ່ນ​ເຄື່ອງ​ໝາຍ​ການ​ຄ້າ​ທີ່​ມີ​ຄຸນ​ຄ່າ​ທີ່​ສຸດ​ຂອງ​ຫວຽດ​ນາມ, ຢືນ​ຢູ່​ອັນ​ດັບ​ທີ 1 ຂອງ​ອາ​ຊີ​ຕາ​ເວັນ​ອອກ, ຢູ່​ອັນ​ດັບ​ທີ 9 ຢູ່​ອາ​ຊີ ແລະ ອັນ​ດັບ 28/150 ບໍ​ລິ​ສັດ​ໂທ​ລະ​ຄົມ​ມະ​ນາ​ຄົມ​ທີ່​ມີ​ຄຸນ​ຄ່າ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ດ້ວຍ​ມຸນ​ຄ່າ​ການ​ຄ້າ​ບັນ​ລຸ​ໄດ້ 5,8 ຕື້ USD. ຫວຽດ​ນາມ​ກາຍ​ເປັນ​ແບບ​ຢ່າງ​ຂອງ​ລັດວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​ກົນ​ໄກ​ການ​ຕະຫຼາດ, ດຳ​ເນີນ​ທຸ​ລະ​ກິດ​ມີ​ຄວ​າມ​ປະ​ດິດ​ຄິດ​ສ້າງ ແລະ ປະ​ສິດ​ທິ​ຜົນ.

ສ້າງ​ການ​ລະ​ເປີດ​ດ້ານ​ໂທລະ​ຄົມ​ມະ​ນາ​ຄົມ​ ຢູ່ ຫວຽດ​ນາມ

ເມື່ອ​ເຂົ້າ​ຮ່ວມ​ການ​ຕະຫຼາດ​ໂທ​ລະ​ຄົມ​ມະ​ນາ​ຄົມ, Viettel ໄດ້​ກາຍ​ເປັນ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ປະ​ຊາ​ຊົນ​ແຕ່​ລະ​ຄົນ ຜູ້​ໃດ​ກໍ່​ອາດ​ສາ​ມາດນຳ​ໃຊ້​ໂທ​ລະ​ສັບ​ມື​ຖື, ນຳ​ຫວຽດ​ນາມກ​າຍ​ເປັນ​ປະ​ເທດ​ມີ​ໂທລະສັບ​ເຂົ້າ​ເຖິງ​ກັບທຸກ​ຄົນ​. ຫຼັງ​ຈາກ​ນັ້ນ, Viettel ໄດ້​ກາຍ​ເປັນ​ສ້າງ​ການ​ລະ​ເບີດ​ທາງ​ດ້ານ​ອິນ​ເຕີ​ແນດ​ດ້ວຍ​ຂອບ​ຂະ​ໜາດ​ປົກ​ຄຸມ​ຂຶ້ນ​ເຖິງ 97% ປະ​ຊາ​ຊົນ. ມາ​ຮອດ​ປັດ​ຈຸ​ບັນ, Viettel ໄດ້​ກາຍ​ເປັນ​ບໍ​ລິ​ສັດ​ໂທ​ລະ​ຄົມ​ມະ​ນາ​ຄົມ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມດ້ວຍ ເບີ​ໂທ​ລະ​ສັບ 65 ລ້ານ​ເບີ, ກວມ​ເອົາ 54% ທົ່ວ​ປະ​ເທດ.

ແມ່ນ​ວິ​ສາ​ຫະ​ກິດ​ຫວຽນ​ດາມ​ລົງ​ທຶນ ​ຢູ່ ​ຕ່າງ​ປະ​ເທດ​ໃຫຍ່​ທີ່​ສຸດ

ໃນ​ຂົງ​ເຂດ​ລົງ​ທຶນ​ຢູ່​ສາ​ກົນ ຂອງ​ Viettel ກໍ່​ມີ​ການ​ພັດ​ທະ​ນາ​ພາຍຫຼັງ 14 ປີ, ບັນ​ດາ​ຕະ​ຫຼາດ Viettel ລົງ​ທຶນ​ໄດ້​ບືນ​ຕົວ​ຂຶ້ນ​ຢູ່​ແຖວ​ໜ້າ​ຄື: ກຳ​ປູ​ເຈຍ, ລາວ, ຕີ​ມໍ​ແລັດ​ເຕີ, ໂມ​ຊຳ​ບິກ… ຕາມ​ການ​ຕີ​ລາ​ຄາ​ຂອງ​ສະ​ຫະ​ສະ​ມາ​ຄົມ​ລ​ະ​ບົບ​ຂໍ້​ມູນ​ຂ່າ​ວ​ສານ​ມື​ຖື​ທົ່ວ​ໂລກ - GSMA, Viettel ນອນ​ໃນ Top 20 ບໍ​ລິ​ສັດ​ໂທ​ລະ​ຄົມ​ມະ​ນາ​ຄົມ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ດ້ວຍ​ຈຳ​ນວນ​ເບີ​ໂທ​ລະ​ສັບ​ແມ່ນຫຼາຍ​ກ່​ວາ 50 ລ້ານ​ເບີ.

ປະ​ຕິ​ບັດ​ແຜນ​ການ “ສົມ​ທົບ​ກັນ​ ລະ​ຫວ່າງ ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ ກັບ​ ເສດ​ຖະ​ກິດ” ​ໃຫ້​ເປັນ​ຢ່າງ​ດີ

ໃນ​ຂົງ​ເຂດ​ຄົ້ນ​ຄ້​ວາ​ການ​ຜະ​ລິດ, Viettel ໄດ້​ຄົ້ນ​ຄ້​ວາ, ຜະ​ລິດ ແລະ ເປັນ​ເຈົ້າ​ຂອງບັນ​ດາ​ອຸ​ປະ​ກອນ​ພື້ນ​ຖານ​ໂຄງ​ລ່າງ​ຈາກ​ບັນ​ດາ​ອຸ​ປະ​ກອນເຂົ້າ​ອິນ​ເດ​ຕີ​ແນດ​ຕະຫຼອດ​ຮອດ​ບັນ​ດາ​ອຸ​ປະ​ກອນ​ອິນ​ເຕີ​ແນດຫຼັກ, ຊ່ວຍ​ຮັບ​ປະ​ກັນ​ຄວາມປອດ​ໄພ, ຄວາມ​ໝັ້ນ​ຄົງໃຫ້​ແກ່​ຕາ​ໜ່າງ​ຂອງ Viettel ແລະ ຂອງ​ປະ​ເທດ​ຊາດ.

ປະ ທານ ສະ ພາ ແຫ ງ ຊາດ ຫວຽດນາມ ເຮ ດ ວຽກ ກ ບ ກ ມ ບ ລ ສ ດ ອ ດ ສາ ຫະ ກຳ ໂທ ລະ ຄ ມ ມະ ນາ ຄ ມ ກອງ ທ ບ
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມ ກອງທັບ (Viettel).

Viettel ແມ່ນ​ວິ​ສາ​ຫະ​ກິດ​ນຳ​ໜ້າ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ປະ​ກອບ​ສ່ວນ​ສ້າງ​ສັງ​ຄົມ​ດີ​ຈີ​ຕອນ ​ຢູ່​ ຫວຽດ​ນາມ

ໃນ​ໄລ​ຍະ​ພັດ​ທະ​ນາ​ທີ 4, Viettel ຊຸກ​ຍູ້​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ ຂໍ້​ມູນ​ຂ່າວ​ສານ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ຖະ​ບານ ແລະ ວິ​ສາ​ຫະ​ກິດ​ດ້ວຍ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ທີ່​ມີ​ຂອບ​ຂະ​ໜາດ​ແຫ່ງ​ຊາດ, ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ການ​ຊຳ​ລະ ແລະ ການ​ຄ້າ​ດີ​ຈີ​ຕອນ... ປະ​ກອບ​ສ່ວນ​ສຳ​ຄັນ​ໃນການ​ນຳ Viettel ກາຍ​ເປັນ​ລັດວິ​ສາ​ຫ​ະ​ກິດ​​ດຳ​ເນີນ​ທຸ​ລ​ະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ, ນຳ​ Viettel ນຳ​ໜ້າ​ໃນ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ 4.0, ສ້າງ​ສັງ​ຄົມ​ດີ​ຈີ​ຕອນ ​ຢູ່ ​ຫວຽດ​ນາມ. ໃນ​ໂລກ​ລະ​ບາດ Covid - 19 ທີ່​ຜ່ານ​ມາ, Viettel ໄດ້​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ໜູນ​ຊ່ວຍ​ລັດ​ຖະ​ບານ, ກະ​ຊວງ, ຂະ​ແໜງ​ການ ແລະ ປະ​ຊາ​ຊົນ​ດ້ວຍ​ມູນ​ຄ່າ 4.500 ຕື້​ດົ່ງ.

ແມ່ນ​ຄັ້ງ​ທຳ​ອິດ​ມາ​ຢ້​ຽມ​ຢາມ ແລະ ເຮັດ​ວ​ຽກ​ຢູ່ Viettel ໃນ​ບົດ​ບາດ​ເປັນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ທ່ານ​ນາງ ຫງວຽ​ນ​ທິ​ກິມ​ເງິນ​ ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ ແລະ ຕີ​ລາ​ຄາ​ສູງ​ດ້ວຍ​ບັນ​ດາຜົນ​ງານ​ເຊິ່ງ Viettel ບັນ​ລຸ​ໄດ້​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ແລະ ຕັ້ງ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ຕໍ່​ກຸ່ມ​ບໍ​ລິ​ສັດ​ນີ້​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ທ່ານ​ນາງ ​ກໍ່​ຮັບ​ຮູ້​ວ່າ Viettel ແມ່ນ​ຄວາມ​ພ​າກ​ພູນ​ໃຈ, ຄວາມ​ເຊື່ອ​ໝັ້ນ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ. Viettel ຢັ້ງ​ຢືນ​ບົດ​ບາດ​ສຳ​ຄັນ​ຂອງ ລັດ​ວິ​ສາ​ຫະ​ກິດ​ໃນ​ພື້ນ​ຖານ​ເສດຖະ​ກິດ​ຕະຫຼາດ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ. Viettel ບໍ່​ພຽງ​ແຕ່​ແມ່ນ​ເຄື່ອງ​ໝາຍ​ຫວຽດ​ນາມ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ​ຫາກ​ຍັງ​ແມ່ນ​ຂອງ​ໂລກ​ອີດ​ດ້ວຍ. ແມ່ນ​ແຫຼມ​ເສດ​ຖະ​ກິດ, Viettel ໄດ້ ແລະ ພວມ​ປະ​ກອບ​ສ່ວນ​ເຂົ້າ​ການ​ສ້າງ​ສາ​ປະ​ເທດ​ຊາດ.

Viettel ໄດ້​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ດີ​ຈີ​ຕອນ, ບັນ​ດາ​ມາດ​ຕະ​ການ​ສຳ​ຄັນ​ໃຫ້​ແກ່​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ, ກະ​ຊວງ, ຂະ​ແໜງ​ການ​ໃນ​ບາງ​ຂົງ​ເຂດ​ເສດ​ຖະ​ກິດ - ສັງ​ຄົມ​ທີ່​ສຳ​ຄັນ, ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ. Viettel ຕ້ອງ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບົດ​ບາດ​ນຳ​ໜ້າ​ໃນ​ການ​ສ້າງ​ການ​ດຳ​ລົງ​ຊີ​ວິດ​ດີ​ຈີ​ຕອນ ແລະ ສັງ​ຄົມ​ດີ​ຈີ​ຕອນ ​ຢູ່ ​ຫວຽດ​ນາມ, ສ້າງ​ຫວຽດ​ນາມ​ກາຍ​ເປັນ​ພື້​ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ບໍ​ລິ​ຫານ​ປະ​ເທດ​ຊາດ​ສັງ​ຄົມ​ໂດຍ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ.

ປະ ທານ ສະ ພາ ແຫ ງ ຊາດ ຫວຽດນາມ ເຮ ດ ວຽກ ກ ບ ກ ມ ບ ລ ສ ດ ອ ດ ສາ ຫະ ກຳ ໂທ ລະ ຄ ມ ມະ ນາ ຄ ມ ກອງ ທ ບ Metfone (Viettel) ໃຫ້ຄຳແນະນຳກ່ຽວກັບການຮັກສາສຸຂະພາບ ແລະ ອັບເດັດສະພາບການລະບາດ ໃຫ້ແກ່ປະຊາຊົນກຳປູເຈຍ

ຍສໝ - Metfone ແລະ ກະຊວງສາທາລະນະສຸກກຳປູເຈຍ ໄດ້ຕົກລົງເປັນເອກະພາບນຳໃຊ້ປະຕູຂໍ້ມູນຂ່າວກ່ຽວກັບສາທາລະນະສຸກ ເພື່ອເຊື່ອມຕໍ່ລະຫວ່າງ ລັດຖະບານ ແລະ ກະຊວງສາທາລະນະສຸກກຳປູເຈຍ ແລະ ປະຊາຊົນ ເພື່ອໃຫ້ຄຳແນະນຳກ່ຽວກັບການຮັກສາສຸຂະພາບ ແລະ ອັບເດັດສະພາບການລະບາດໃນທົ່ວປະເທດກຳປູເຈຍ.

ປະ ທານ ສະ ພາ ແຫ ງ ຊາດ ຫວຽດນາມ ເຮ ດ ວຽກ ກ ບ ກ ມ ບ ລ ສ ດ ອ ດ ສາ ຫະ ກຳ ໂທ ລະ ຄ ມ ມະ ນາ ຄ ມ ກອງ ທ ບ ເຄື່ອງໝາຍການຄ້າ Viettel ລອດເຂົ້າໃນ Top 400 ເຄື່ອງໝາຍການຄ້າມີມູນຄ່າທີ່ສຸດທົ່ວໂລກ

ຍສໝ - ເຄື່ອງໝາຍການຄ້າ Viettel (ຂອງ ຫວຽດນາມ) ໄດ້ກຳນົດລາຄາ 5,8 ຕື້ USD, ເພີ່ມຂຶ້ນ 34% ເມື່ອ ທຽບກັບປີ 2019 (4,38ຕື້ USD).

ປະ ທານ ສະ ພາ ແຫ ງ ຊາດ ຫວຽດນາມ ເຮ ດ ວຽກ ກ ບ ກ ມ ບ ລ ສ ດ ອ ດ ສາ ຫະ ກຳ ໂທ ລະ ຄ ມ ມະ ນາ ຄ ມ ກອງ ທ ບ ປະຕິບັດການໂທ 5ຈີ ຄັ້ງທຳອິດ ໂດຍເຄື່ອງອຸປະກອນຂອງຫວຽດນາມ ຜະລິດ

ຍສໝ - ທ່ານລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ປະຕິບັດການໂທ 5ຈີ ຄັ້ງທຳອິດ ໂດຍນຳໃຊ້ສາຍສົ່ງຂໍ້ມູນ 5ຈີ ໂດຍເຄື່ອງອຸປະກອນ gNodeB ທີ່ໄດ້ຄົ້ນຄວ້າ ແລະ ຜະລິດໂດຍ Viettel.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.