ອາຊຽນ 2020: ຫວຽດນາມພວມຊີ້ໃຫ້ເຫັນບັນດາຄຸນຄ່າຂອງການນໍາໃໝ່ຂອງ ອາຊຽນ

14:31 | 05/07/2020

ຍສໝ - ໂດຍພາຍໃຕ້ການເປັນປະທານຂອງຫວຽດນາມ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ດ້ວຍຫົວຂໍ້ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ການນໍາບັນດາປະເທດ ໄດ້ປຶກສາຫາລືຫຼາຍບັນຫາ ເຊິ່ງພາກພື້ນມີຄວາມສົນໃຈ, ໃນນັ້ນ ຈຸດສຸມແມ່ນຊອກຫາບັນດາມາດຕະການເພື່ອຟື້ນຟູເສດຖະກິດ ພາຍຫຼັງໂລກລະບາດໂຄວິດ - 19 ກໍຄືບັນຫາເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືອື່ນໆ.    

ອາຊຽນ 2020 ຫວຽດນາມພວມຊ ໃຫ ເຫ ນບ ນດາຄ ນຄ າຂອງການນ າໃໝ ຂອງ ອາຊຽນ ເພີ່ມທະວີສາຍພົວພັນມິດຕະພາບ, ຮ່ວມມື ຫວຽດນາມ - ລາວ
ອາຊຽນ 2020 ຫວຽດນາມພວມຊ ໃຫ ເຫ ນບ ນດາຄ ນຄ າຂອງການນ າໃໝ ຂອງ ອາຊຽນ ຫວຽດນາມ ໄດ້ນຳສົ່ງພົນລະເມືອງຈຳນວນ 350 ຄົນ ຈາກອົດສະຕາລີແລະນິວຊີແລນ ກັບປະເທດຢ່າງປອດໄພ
ອາຊຽນ 2020 ຫວຽດນາມພວມຊ ໃຫ ເຫ ນບ ນດາຄ ນຄ າຂອງການນ າໃໝ ຂອງ ອາຊຽນ
(ພາບປະກອບຄັດຈາກ: tuyengiao.vn)

ສື່ມວນຊົນພາຍໃນ ແລະ ພາຍນອກພາກພື້ນ ໄດ້ຕີລາຄາສູງຜົນສໍາເລັດຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36. ດ້ວຍຫົວຂໍ້ “ຫວຽດນາມພວມຊີ້ໃຫ້ເຫັນບັນດາຄຸນຄ່າຂອງການນໍາໃໝ່ຂອງ ອາຊຽນ”, ໜັງສືພິມ Nikkei Review ຂອງ ຍີ່ປຸ່ນ ຕີລາຄາວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາສະມາຊິກທີ່ເຂົ້າຮ່ວມກຸ່ມຕາມຫຼັງ ແຕ່ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງບົດບາດຕັ້ງໜ້າ, ນໍາໜ້າໃນບັນດາຄວາມມານະພະຍາຍາມແກ້ໄຂສິ່ງທ້າທາຍຂອງກຸ່ມ.

ຫວຽດນາມ ກໍພວມກາຍເປັນ “ຜູ້ພາທາງ” ເພື່ອນໍາມາປຶກສາຫາລືກ່ຽວກັບບັນດາບັນຫາຮ້ອນເຮັ່ງຂອງພາກພື້ນ ຄື ການຂັດແຍ້ງຢູ່ທະເລຕາເວັນອອກ ຫຼືບັນດາການຂັດແຍ້ງດ້ານການຄ້າລະຫວ່າງບັນດາປະເທດໃຫຍ່ທີ່ມີຜົນກະທົບຕໍ່ພາກພື້ນ.

ໜັງສືພິມ Chanel News Asia ໄດ້ລົງພິມບົດຂຽນຕີລາຄາສູງເລື່ອງ ຫວຽດນາມ ໄດ້ມານະພະຍາຍາມຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36. ບົດລາຍງານໄດ້ຢັ້ງຢືນວ່າ,ຫວຽດນາມ ແມ່ນແບບຢ່າງທີ່ດີເດັ່ນໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19, ພ້ອມທັງກໍແມ່ນໜຶ່ງໃນບັນດາປະເທດທີ່ມີຂໍ້ລິເລີ່ມນໍາພາພາກພື້ນຮັບມືກັບໂລກລະບາດ.

ຕີລາຄາກ່ຽວກັບການເຄື່ອນໄຫວຂອງຫວຽດນາມ ໃນ 6 ເດືອນຕົ້ນປີນີ້, ພິເສດແມ່ນກ່ຽວຂ້ອງເຖິງຂໍ້ຕົກລົງການຄ້າສັນຍາຄູ່ຮ່ວມມືຮອບດ້ານໃນພາກພື້ນ (RCEP), ປອ Chheang Vannarith ປະທານສະຖາບັນວິໄສທັດອາຊີ (AVI) ມີສໍານັກງານຢູ່ນະຄອນຫຼວງພະນົມເປັນ (ປະເທດກໍາປູເຈຍ) ໃຫ້ຂໍ້ສັງເກດວ່າ ໃນປີດໍາລົງຕໍາແໜ່ງເປັນປະທານຜັດປ່ຽນອາຊຽນ, ຫວຽດນາມ ໄດ້ປະສານງານ ແລະຊຸກຍູ້ວິວັດການເຈລະຈາແນໃສ່ບັນລຸໄດ້ຄວາມເຫັນດີເຫັນພ້ອມ ແລະມຸ່ງໄປເຖິງການສິ້ນສຸດການເຈລະຈາສັນຍາ RCEP, ເຖິງວ່າ ອິນເດຍ ໄດ້ຕັດສິນໃຈຖອນຕົວອອກໃນນາທີກຳນົດສຸດທ້າຍກໍ່ຕາມ.

ສ່ວນທ່ານນາງ Jessica Wau, ຮອງຫົວໜ້າຜູ້ຮັບຜິດຊອບການຄົ້ນຄວ້າອາຊຽນ ຂຶ້ນກັບສະຖາບັນບັນດາບັນຫາສາກົນສິງກະໂປ (SIIA) ໄດ້ຢັ້ງຢືນກ່ຽວກັບບົດບາດຂອງຫວຽດນາມ ໃນປີປະທານອາຊຽນ 2020 ວ່າ, ວິທີແກ້ໄຂປະທັບໃຈສຳລັບພະຍາດໂຄວິດ-19, ເປີດປະຕູພື້ນຖານເສດຖະກິດໄວພໍສົມຄວນນັ້ນ, ໄດ້ນຳມາໃຫ້ຫວຽດນາມ ຄວາມສາມາດໜູນຊ່ວຍບັນດາປະເທດອື່ນ, ໃນນັ້ນມີບັນດາປະເທດອາຊຽນ.

ເລື່ອງຈັດຕັ້ງ ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ໄດ້ຮັບການຈັດຄັ້ງຢ່າງສຳເລັດຜົນ ໄດ້ຢັ້ງຢືນຄືນຈິດໃຈສາມັກຄີ, ເຈດຈຳນົງດ້ານການເມືອງຢ່າງແຮງ ແລະ ຄຳໝັ້ນສັນຍາໃນການຜ່ານຜ່າຄວາມຫຍຸ້ງຍາກ, ສືບຕໍ່ກ້າວຂຶ້ນໄປທາງໜ້າຂອງບັນດາປະເທດອາຊຽນ. ສິ່ງນີ້ແມ່ນຫຼັກຖານຈະແຈ້ງທີ່ສຸດໃຫ້ແກ່ບັນດາຄວາມມານະພະຍາຍາມ ຂອງຫວຽດນາມ ໂດຍເປັນສະມາຊິກຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນພາກພື້ນ ແລະ ປະຊາຄົມສາກົນ, ປະທານອາຊຽນ 2020.

ອາຊຽນ 2020 ຫວຽດນາມພວມຊ ໃຫ ເຫ ນບ ນດາຄ ນຄ າຂອງການນ າໃໝ ຂອງ ອາຊຽນ ຈັດຕັ້ງພິທີອັດຊຸດຮຽນພາສາຫວຽດໃຫ້ແກ່ພະນັກງານ, ນັກຮົບກະຊວງປ້ອງກັນຄວາມສະຫງົບລາວ

ຍສໝ - ເມື່ອບໍ່ດົນມານີ້, ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ສົມທົບກັບສະຖານທູດຫວຽດນາມ ແລະອົງການຕາງໜ້າກະຊວງຕໍາຫຼວດຫວຽດນາມ ປະຈໍາ ລາວ ຈັດພິທີປິດຊຸດຮຽນພາສາຫວຽດນາມ ຫຼັກສູດຕໍ່ເນື່ອງຊຸດທີ III ໃຫ້ແກ່ພະນັກງານ, ນັກຮົບກະຊວງປ້ອງກັນຄວາມສະຫງົບລາວ 17 ຄົນ.

ອາຊຽນ 2020 ຫວຽດນາມພວມຊ ໃຫ ເຫ ນບ ນດາຄ ນຄ າຂອງການນ າໃໝ ຂອງ ອາຊຽນ ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 9 ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VIII: ສສຊ ຮັບຮອງເອົາ 4 ມາດຕາໃນ 2 ຮ່າງກົດໝາຍ

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 9 ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VIII ໄດ້​ດຳ­ເນີນ​ມາ​ເປັນ​ມື້​ທີ 6 ໃນ​ວັນ​ທີ 1 ກໍ­ລະ­ກົດ 2020 ທີ່​ສະ­ພາ​ແຫ່ງ​ຊາດ (ຫຼັກ 6) ເປັນ​ປະ­ທານ​ຂອງ​ທ່ານ ບຸນ​ປອນ ບຸດ​ຕະ​ນະ​ວົງ ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ມີ​ທ່ານ ສົມ​ມາດ ພົນ​ເສ­ນາ ລັດ­ຖະ­ມົນ­ຕີ​ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ພ້ອມ​ດ້ວຍ​ສະ­ມາ­ຊິກ​ສະ­ພາ​ໃນ​ແຕ່​ລະ​ເຂດ​ເລືອກ​ຕັ້ງ ແລະ ...

ອາຊຽນ 2020 ຫວຽດນາມພວມຊ ໃຫ ເຫ ນບ ນດາຄ ນຄ າຂອງການນ າໃໝ ຂອງ ອາຊຽນ ສປປ ລາວ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃໝ່ ນັບເປັນເວລາ 79 ມື້ແລ້ວ

ປັດຈຸບັນ ສປປ ລາວ ໃນຂອບເຂດທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 89 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.117 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.