ພິທີມອບຮັບໂຄງການກໍ່ສ້າງຕຶກສຳນັກງານຫ້ອງການ ແລະ ສະໂມສອນ Lao Skyway

11:56 | 30/06/2020

ໃນວັນທີ 29 ມິຖຸນານີ້ ຢູ່ທີ່ສໍານັກງານ Lao Skyway, ບໍລິສັດລັດວິສາຫະກິດລາວເດີນອາກາດ ແລະ ບໍລິສັດກຸ່ມດວງຈະເລີນພັດທະນາກໍ່ສ້າງຈໍາກັດ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງຕຶກສໍານັກງານ, ຫ້ອງການ ແລະ ສະໂມສອນລາວສະກາຍເວ.

ພ ທ ມອບຮ ບໂຄງການກ ສ າງຕ ກສຳນ ກງານຫ ອງການ ແລະ ສະໂມສອນ lao skyway ປະເທດລາວ: ງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຈະຈັດຂຶ້ນກາງເດືອນສິງຫາ
ພ ທ ມອບຮ ບໂຄງການກ ສ າງຕ ກສຳນ ກງານຫ ອງການ ແລະ ສະໂມສອນ lao skyway ພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ເສດຖະກິດປະເທດລາວ ຢ່າງໜັກ

ເຂົ້າຮ່ວມພິທີດັ່ງກ່າວ ມີ ສະຫາຍ ບຸນຈັນ ສິນທະວົງ - ກຳມະການສູນກາງພັກລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ສະຫາຍພົນຕີ ປອວົງຄໍາ ພົມມະກອນ - ກຳມະການຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນເອກ ສີວຽງທອງ ກອນນີວົງ - ຜູ້ອໍານວຍການໃຫຍ່ ບໍລິສັດ ລັດວິສາຫະກິດ ລາວເດີນ ອາກາດ, ທັງເປັນເຈົ້າຂອງໂຄງການ, ສະຫາຍ ຄໍາຜາຍ ສີລາຊາ - ປະທານ ບໍລິສັດ ກຸ່ມດວງຈະເລີນ ພັດທະນາກໍ່ສ້າງຈໍາກັດ ຜູ້ຮັບເໝົາກໍ່ສ້າງ, ມີບັນດາແຂກຖືກເຊີນ, ພາກສ່ວນກ່ຽວຂ້ອງ ແລະ ພະນັກງານບໍລິສັດ ລັດວິສາຫະກິດລາວເດີນອາກາດເຂົ້າຮ່ວມ.

ພ ທ ມອບຮ ບໂຄງການກ ສ າງຕ ກສຳນ ກງານຫ ອງການ ແລະ ສະໂມສອນ lao skyway
ພິທີມອບຮັບໂຄງການກໍ່ສ້າງຕຶກສຳນັກງານຫ້ອງການ ແລະ ສະໂມສອນ Lao Skyway. (ພາບ: KPL)

ສະຫາຍ ຄໍາຜາຍ ສີລາຊາ ໄດ້ຂຶ້ນກ່າວມອບໂຄງການຢ່າງ ເປັນທາງການໂດຍທ່ານໄດ້ ກ່າວວ່າ: ໂຄງການກໍ່ສ້າງຕຶກ ສໍານັກງານ, ຫ້ອງການ ແລະ ສະໂມສອນລາວສະກາຍເວ ນີ້ ໃນມູນຄ່າການປະມູນ 25.990.682.704 ກີບ ແລະ ໄດ້ມີການຕໍ່ລອງລົງມາເປັນ ມູນຄ່າ 25.600.000.000 ກີບ, ພາຍຫຼັງເຊັນສັນຍາຮັບ ເໝົາກໍ່ສ້າງໃນວັນທີ 4 ທັນວາ 2018, ມາຮອດວັນທີ 20 ທັນ ວາ 2018 ໄດ້ວາງສີລາເລີກ, ການກໍ່ສ້າງທັງໝົດນັບແຕ່ມື້ເຊັນ ສັນຍາຈົນສໍາເລັດແມ່ນຜູ້ຮັບ ເໝົາເປັນຜູ້ລົງທຶນກ່ອນ 100%, ເຊິ່ງໂຄງການກໍ່ສ້າງປະກອບມີ 3 ໜ້າວຽກໃຫຍ່ຄື: ວຽກກໍ່ສ້າງ ອາຄານຫ້ອງການ 3 ຊັ້ນ ຂະ ໜາດ 43X21 ແມັດ 1 ຫຼັງ, ວຽກກໍ່ສ້າງອາຄານສະໂມສອນ ຂະໜາດ 42,5X31 ແມັດ 1 ຫຼັງ, ວຽກກໍ່ສ້າງເດີ່ນ ແລະ ບ່ອນ ຈອດລົດໃນເນື້ອທີ 1,650 ຕາແມັດ. ພາຍຫຼັງການກໍ່ສ້າງ ມາເປັນໄລຍະເວລາ 18 ເດືອນ ມາຮອດວັນທີ 1 ມິຖຸນາ 2020 ໂຄງການດັ່ງກ່າວໄດ້ສໍາເລັດ ຢ່າງສົມບູນ, ເພື່ອເປັນການຢັ້ງ ຢືນເຖິງຜົນສໍາເລັດ ບໍລິສັດໄດ້ ເຊີນຄະນະກໍາມະການເຈົ້າຂອງ ໂຄງການ, ທີ່ປຶກສາຕິດຕາມ ກໍ່ສ້າງໄດ້ລົງສົມທົບກັບຜູ້ຮັບ ເໝົາໃນການກວດຜົນສໍາເລັດ ຂອງໂຄງການຕາມບົດບັນທຶກ ກວດກາວຽກສະບັບເລກທີ 429/ລດອ, ລົງວັນທີ 26/06/ 2020, ດັ່ງນັ້ນ, ມາຮອດວັນທີ 29 ມິຖຸນາ 2020 ຈຶ່ງໄດ້ມີພິທີ ມອບ-ຮັບໂຄງການກໍ່ສ້າງຕຶກ ສໍານັກງານ, ຫ້ອງການ ແລະ ສະໂມສອນລາວສະກາຍເວ ຢ່າງເປັນທາງການ.

ຈາກນັ້ນ ສະຫາຍ ພັນເອກ ສີ ວຽງທອງ ກອນນີວົງ ໄດ້ກ່າວ ວ່າ: ໂຄງການກໍ່ສ້າງອາຄານ ສໍານັກງານຫ້ອງການລາວສະ ກາຍເວ ເປັນອາຄານ 3 ຊັ້ນ, ສູງ 13,80 ແມັດ, ມີເນື້ອທີ 1,317.5 ຕາແມັດ. ພາຍຫຼັງ ມອບ-ຮັບໂຄງການຕັ້ງແຕ່່ມື້ນີ້ ເປັນຕົ້ນໄປ ບໍລິສັດ ລັດວິສາຫະ ກິດ ລາວເດີນອາກາດ ຂໍໃຫ້ຄໍາ ໝັ້ນສັນຍາກັບຜູ້ຮັບເໝົາກໍ່ສ້າງ ວ່າ: ຈະໃຊ້ສໍານັກງານ, ຫ້ອງ ການ ແລະ ສະໂມສອນແຫ່ງນີ້ ໃຫ້ເກີດຜົນປະໂຫຍດສູງສຸດແກ່ ກິດຈະການໃນການດຳເນີນທຸລະ ກິດຂອງບໍລິສັດລາວເດີນອາ ກາດໃຫ້ພະນັກງານລຸ້ນຕໍ່ໄປໄດ້ ສືບທອດນໍາໄປໃຊ້ທັງເປັນສັບ ສິນຄົງທີ່ຂອງລັດກໍຄື ກະຊວງ ປ້ອງກັນປະເທດ, ຈະປະຕິບັດ ພັນທະສັນຍາໃນການຊໍາລະສະ ສາງໃຫ້ໄດ້ຕາມພັນທະສັນຍາ ຕາມຂໍ້ກໍານົດທັງສອງຝ່າຍເຫັນ ດີຮ່ວມກັນ.

ພ ທ ມອບຮ ບໂຄງການກ ສ າງຕ ກສຳນ ກງານຫ ອງການ ແລະ ສະໂມສອນ lao skyway ລາວ: ຊຸກຍູ້ ການກໍ່ສ້າງທາງລົດໄຟ ຢູ່ແຂວງຫລວງພະບາງ

ໃນໂອກາດທີ່ເດີນທາງເຂົ້າຮ່ວມກອງປະຊຸມຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄັ້ງທີ 8 ທີ່ແຂວງຫຼວງພະບາງ ທ່ານ ປອ ບຸນທອງ ຈິດມະນີ - ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ພ້ອມຄະນະໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຢູ່ຈຸດຂົວຂ້າມນໍ້າຂອງນະຄອນຫຼວງ-ພະບາງ ແຂວງ ຫຼວງພະບາງ.

ພ ທ ມອບຮ ບໂຄງການກ ສ າງຕ ກສຳນ ກງານຫ ອງການ ແລະ ສະໂມສອນ lao skyway ພິທີລົງນາມສັນຍາ ປະຕິບັດໂຄງການປ້ອງກັນດິນຟ້າອາກາດ ລະຫວ່າງ ປະເທດເຢຍລະມັນ ແລະ ລາວ

ໃນວັນທີ 17 ມິຖຸນາ 2020 ຢູ່ນະຄອນ ຫລວງວຽງຈັນ ໄດ້ຈັດຂຶ້ນພິທີລົງນາມສັນຍາ ວ່າດ້ວຍການປະຕິບັດ ໂຄງການປ້ອງກັນດິນຟ້າອາກາດ ໂດຍຫລີກລ້ຽງການທໍາລາຍປ່າໄມ້ (cli PAD) ແລະ ແຜນງານການສ້າງຄວາມເຂັ້ມແຂງ ໃນວຽກງານປ່າໄມ້, ຄຸ້ມຄອງປ່າໄມ້ແບບພູມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL).

ພ ທ ມອບຮ ບໂຄງການກ ສ າງຕ ກສຳນ ກງານຫ ອງການ ແລະ ສະໂມສອນ lao skyway ປະເທດລຸກຊຳບວກ ມອບອຸປະກອນການແພດມູນຄ່າ 2,36 ຕື້ກີບໃຫ້ປະເທດລາວ ເພື່ອຕ້ານ COVID-19

ໃນວັນທີ 21 ພຶດສະພາ 2020 ຢູ່ກະຊວງສາທາລະນະສຸກ, ປະເທດລາວ ໄດ້ຈັດພິທີມອບຮັບເຄື່ອງອຸປະກອນການແພດ ເພື່ອຊ່ວຍເຫຼືອ ປະເທດ ລາວ ໃນການປ້ອງກັນ ແລະ ຄວບຄຸມ, ແກ້ໄຂການລະບາດຂອງພະຍາດ COVID -19.

vientiane.la

ເຫດການ
302 Found

Found

The document has moved here.