ນະຄອນຫຼວງຮ່າໂນ້ຍ ພະຍາຍາມຕ້ອນຮັບນັກທ່ອງທ່ຽວພາຍໃນປະເທດຈຳນວນ 11 ລ້ານເທື່ອຄົນ ໃນ 6 ເດືອນ ທ້າຍປີ 2020

10:13 | 30/06/2020

ຍສໝ - ຄວາມປອດໄພດ້ານການທ່ອງທ່ຽວ ໄດ້ກາຍເປັນຄວາມກັງວົນອັນດັບໜຶ່ງສຳລັບນັກທ່ອງທ່ຽວ ພ້ອມດ້ວຍແນວໂນ້ມທີ່ຈະເລືອກສະຖານທີ່ໃກ້ຄຽງ, ການທ່ອງທ່ຽວໄລຍະສັ້ນດ້ວຍກຸ່ມນ້ອຍ ແລະ ການທ່ອງທ່ຽວເປັນສ່ວນບຸກຄົນ.

ນະຄອນຫ ວງຮ າໂນ ຍ ພະຍາຍາມຕ ອນຮ ບນ ກທ ອງທ ຽວພາຍໃນປະເທດຈຳນວນ 11 ລ ານເທ ອຄ ນ ໃນ 6 ເດ ອນ ທ າຍປ 2020 ເອກອັກຄະລັດຖະທູດກາຕາປະຈຳ ຫວຽດນາມ ໄດ້ມອບຂອງຂວັນມີມູນຄ່າ 100 ລ້ານດົ່ງ ໃຫ້ສູນປົກປ້ອງສັງຄົມ 3, ນະຄອນຫຼວງຮ່າໂນ້ຍ
ນະຄອນຫ ວງຮ າໂນ ຍ ພະຍາຍາມຕ ອນຮ ບນ ກທ ອງທ ຽວພາຍໃນປະເທດຈຳນວນ 11 ລ ານເທ ອຄ ນ ໃນ 6 ເດ ອນ ທ າຍປ 2020 ນະຄອນຫຼວງຮ່າໂນ້ຍໄດ້ມອບຜ້າອັດປາກ ຈຳນວນ 150.000 ອັນ ໃຫ້ແກ່ມົດສະກູ (ຣັດເຊຍ) ເພື່ອຕ້ານ COVID-19

ໂດຍອີງໃສ່ການຄາດຄະເນສະພາບການ ແລະ ຕິດກັບສະພາບການການຄຸ້ມຄອງການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນຄວາມໝັ້ນຄົງ ແລະ ການປ້ອງກັນປະເທດ, ຮັບມືກັບການລະບາດຂອງພະຍາດ COVID-19 ຂອງນະຄອນຫຼວງຮ່າໂນ້ຍ, ຂະແໜງການທ່ອງທ່ຽວນະຄອນຫຼວງຮ່າໂນ້ຍ ໄດ້ສຸມໃສ່ປະຕິບັດບັນດາມາດຕະການ ເພື່ອຟື້ນຟູບັນດາກິດຈະກຳທ່ອງທ່ຽວຕາມແຕ່ລະໄລຍະ.

ນະຄອນຫ ວງຮ າໂນ ຍ ພະຍາຍາມຕ ອນຮ ບນ ກທ ອງທ ຽວພາຍໃນປະເທດຈຳນວນ 11 ລ ານເທ ອຄ ນ ໃນ 6 ເດ ອນ ທ າຍປ 2020
ນະຄອນຫຼວງຮ່າໂນ້ຍ ພະຍາຍາມຕ້ອນຮັບນັກທ່ອງທ່ຽວພາຍໃນປະເທດຈຳນວນ 11 ລ້ານເທື່ອຄົນ ໃນ 6 ເດືອນ ທ້າຍປີ 2020. (ພາບປະກອບ: TTXVN)

ຕາມນັ້ນແລ້ວ, ໃນອະນາຄົດອັນໃກ້ນີ້, ນະຄອນຫຼວງຮ່າໂນ້ຍ ສຸມໃສ່ຟື້ນຟູຕະຫຼາດທ່ອງທ່ຽວພາຍໃນປະເທດ, ຫຼັງຈາກນັ້ນແມ່ນຕະຫຼາດທ່ອງທ່ຽວສາກົນ. ນະຄອນຫຼວງຮ່າໂນ້ຍ ພະຍາຍາມຕ້ອນຮັບນັກທ່ອງທ່ຽວພາຍໃນປະເທດຈຳນວນ 11 ລ້ານເທື່ອຄົນ ໃນເຄິ່ງທ້າຍປີ 2020.

ໃນຄວາມເປັນຈິງແລ້ວ, ຂະແໜງການທ່ອງທ່ຽວນະຄອນຫຼວງຮ່າໂນ້ຍ ໄດ້ກຳລັງເປີດແນວໂນ້ມໃໝ່ໆ ເຊິ່ງຕ້ອງການວິສາຫະກິດປະຕິບັດການຢ່າງເໝາະສົມ. ຄວາມປອດໄພດ້ານການທ່ອງທ່ຽວ ໄດ້ກາຍເປັນຄວາມກັງວົນອັນດັບໜຶ່ງສຳລັບນັກທ່ອງທ່ຽວ ພ້ອມດ້ວຍແນວໂນ້ມທີ່ຈະເລືອກສະຖານທີ່ໃກ້ຄຽງ, ການທ່ອງທ່ຽວໄລຍະສັ້ນດ້ວຍກຸ່ມນ້ອຍ ແລະ ການທ່ອງທ່ຽວເປັນສ່ວນບຸກຄົນ.

ສະນັ້ນ, ວິສາຫະກິດການທ່ອງທ່ຽວ ທີ່ກໍ່ສ້າງເສັ້ນທາງການທ່ອງທ່ຽວ ໄດ້ເລືອກສະຖານທີ່ທ່ອງທ່ຽວທີ່ປອດໄພ ແລະ ລະມັດລະວັງໃນເວລາສັ່ງຈອງການຂົນສົ່ງ, ພັກເຊົາຢູ່ ແລະ ການບໍລິການອາຫານໃຫ້ລູກຄ້າ; ປະຕິບັດມາດຕະການຄວາມປອດໄພໃນການປ້ອງກັນ ແລະ ຄວບຄຸມພະຍາດຕ່າງໆ ໃຫ້ແກ່ນັກທ່ອງທ່ຽວ.

ປະຈຸບັນ, ຫຼາຍສະຖານທີ່ທ່ອງທ່ຽວຢູ່ຮ່າໂນ້ຍ, ເຊັ່ນ: ຮ່ອງຮອຍ, ຫໍພິພິທະພັນ, ສວນສາທາລະນະ, ສູນການຄ້າ, ສະຖານທີ່ພັກເຊົາ... ທັງໝົດກໍ່ໄດ້ປະຕິບັດວິທີແກ້ໄຂກະຕຸ້ນຄວາມຕ້ອງການ ແລະ ດຶງດູດລູກຄ້າດ້ວຍການຫຼຸດລາຄາບໍລິການ, ການໃຫ້ຂອງຂວັນ…

ອີງຕາມຜູ້ຊ່ຽວຊານດ້ານການທ່ອງທ່ຽວຂອງສາກົນ ແລະ ຫວຽດນາມ, ຂະແໜງການທ່ອງທ່ຽວ ຈະຕ້ອງໃຊ້ເວລາຫຼາຍ ເພື່ອຟື້ນຕົວຈາກການລະບາດຂອງພະຍາດ COVID-19.

ຜູ້ຊ່ຽວຊານຫລາຍຄົນໃຫ້ຮູ້ວ່າໃນປະຈຸບັນ, ບໍ່ສາມາດຄາດຄະເນໄດ້ຢ່າງໜັກແໜ້ນວ່າຈະການທ່ອງທ່ຽວຟື້ນຕົວ, ໂດຍສະເພາະແມ່ນຈຳນວນນັກທ່ອງທ່ຽວສາກົນ. ບັນດາຜູ້ຊ່ຽວຊານ ໄດ້ຄາດຄະເນວ່າ ເວລາຟື້ນຟູຈຳນວນນັກທ່ອງທ່ຽວພາຍໃນປະເທດ ຈະມີຢ່າງໜ້ອຍສຸດແມ່ນ 2 ເດືອນ ແລະ ສຳຫຼັບນັກທ່ອງທ່ຽວສາກົນພາຍຫຼັງຢ່າງໜ້ອຍສຸດແມ່ນ 6 ເດືອນ ຫຼັງຈາກການລະບາດຂອງພະຍາດCOVID-19 ໄດ້ຄວບຄຸມເປັນຢ່າງດີ.

ນະຄອນຫ ວງຮ າໂນ ຍ ພະຍາຍາມຕ ອນຮ ບນ ກທ ອງທ ຽວພາຍໃນປະເທດຈຳນວນ 11 ລ ານເທ ອຄ ນ ໃນ 6 ເດ ອນ ທ າຍປ 2020 ກຳປູເຈຍ ໄດ້ແຍກຫ່າງນັກທ່ອງທ່ຽວເຂົ້າເມືອງຢ່າງບັງຄັບ

ຍສໝ - ນັກທ່ອງທ່ຽວທີ່ເຂົ້າປະເທດກຳປູເຈຍ ຜ່ານສະໜາມບິນ Phnom Penh ຈະໄດ້ນຳໄປປະຕິບັດການແຍກຫ່າງ ແລະ ກວດພະຍາດຢູ່ສູນການແພດ Chak Angre Krom ໃນເມືອງ Meanchay - ນະຄອນຫຼວງ Phnom Penh.

ນະຄອນຫ ວງຮ າໂນ ຍ ພະຍາຍາມຕ ອນຮ ບນ ກທ ອງທ ຽວພາຍໃນປະເທດຈຳນວນ 11 ລ ານເທ ອຄ ນ ໃນ 6 ເດ ອນ ທ າຍປ 2020 ຍີ່ປຸ່ນ ຄິດໄລ່ອະນຸຍາດໃຫ້ນັກທ່ອງທ່ຽວຫວຽດນາມ ທີ່ຈະເຂົ້າເມືອງຄືນໃໝ່

ຍສໝ - ຍ້ອນການຄວບຄຸມພະຍາດ COVID-19 ທີ່ດີ, ປະເທດຫວຽດນາມ ໄດ້ຢູ່ແມ່ນໜຶ່ງໃນ 4 ປະເທດທຳອິດ ທີ່ລັດຖະບານຍີ່ປຸ່ນ ພິຈາລະນາອະນຸຍາດໃຫ້ຜ່ອນຜັນ ສຳຫຼັບຄຳສັ່ງຈຳກັດໃນການເຂົ້າເມືອງ.

ນະຄອນຫ ວງຮ າໂນ ຍ ພະຍາຍາມຕ ອນຮ ບນ ກທ ອງທ ຽວພາຍໃນປະເທດຈຳນວນ 11 ລ ານເທ ອຄ ນ ໃນ 6 ເດ ອນ ທ າຍປ 2020 ຫວຽດ​ນາມ​ຄິດ​ໄລ່​ຊັ່ງ​ຊາຈຸດ​ເວ​ລາ​ເປີດ​ປະ​ຕູ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ

ຍສໝ - ໃນວັນທີ 28 ພຶດສະພາ ຢູ່ສຳນັກງານລັດຖະບານຫວຽດນາມ ໄດ້ຈັດກອງປະຊຸມກ່ຽວກັບສະພາບການປ້ອງກັນ, ສະກັດກັ້ນໂລກລະບາດ COVID – 19 ໃນໄລຍະປັດຈຸບັນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.