ພິທີປຸກລະດົມເດືອນການກະທຳເພື່ອເດັກນ້ອຍໃນປີ 2020

14:03 | 01/06/2020

ຍ​ສໝ - ຕອນເຊົ້າວັນທີ 01 ມີຖຸນາ, ເນື່ອງໃນໂອກາດວັນເດັກນ້ອຍສາກົນ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ຈັດພິທີປຸກລະດົມເດືອນການກະທຳເພື່ອເດັກນ້ອຍໃນປີ 2020 ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈປົກປ້ອງເດັກນ້ອຍ - ປ້ອງກັນ ແລະ ຕ້ານການລ່ວງ​ທຳ​ຮ້າຍເດັກ” ຢູ່ ໂຮງຮຽນມັດຖະຍົມ ຕອນຕົ້ນ ຢິກວ້ອງ, ເມືອງ ເກົ່າໄຢ້, ນະຄອນຫຼວງ ຮ່າໂນ້ຍ.

ພ ທ ປ ກລະດ ມເດ ອນການກະທຳເພ ອເດ ກນ ອຍໃນປ 2020 VYSA ໄດ້ເປີດກິດຈະກຳ ກ່ຽວກັບປື້ມເພື່ອສະໜັບສະໜູນເດັກນ້ອຍເຂດເນີນສູງຂອງຫວຽດນາມ
ພ ທ ປ ກລະດ ມເດ ອນການກະທຳເພ ອເດ ກນ ອຍໃນປ 2020 HUFO ໄດ້ມອບຂອງຂວັນ 300 ພູດ ໃຫ້ແກ່ຄູອາຈານອະນຸບານ ແລະ ກຸ່ມເດັກນ້ອຍທີ່ຮຽນໃນລະບົບເອກະຊົນ ຜູ້ທີ່ປະສົບກັບສະພາບການທີ່ຫຍຸ້ງຍາກຍ້ອນການລະບາດຂອງ COVID-19
ພ ທ ປ ກລະດ ມເດ ອນການກະທຳເພ ອເດ ກນ ອຍໃນປ 2020
​ພາບ​ປະ​ກອບ: baodansinh.vn

ເດືອນການກະທຳເພື່ອເດັກນ້ອຍໄດ້​ດຳ​ເນີນໃນລະຫວ່າງວັນທີ 01-30 ມີຖຸນາ ປີ 2020. ຄຽງຄູ່ກັບການປະກາດໃຊ້ແຜນການ ແລະ ການປຸກລະດົມເດືອນການກະທຳເພື່ອເດັກນ້ອຍໃນປີ 2020, ບັນດາທ້ອງຖິ່ນຈະຍູ້ແຮງບັນດາການເຄື່ອນໄຫວກາ​ນາ​ສື່ສານ, ການຂົນຂວາຍສັງຄົມ, ເພີ່ມທະວີວຽກງານການບໍ​ລິ​ຫານຂອງລັດຖະບານກ່ຽວກັບການປົກປ້ອງ, ເບິ່ງແຍງດູແລເດັກນ້ອຍ.

ແລະ​ກໍ່ເນື່ອງ​ໃນ​ໂອ​ກາດນີ້, ຫ​ໍ​ພິ​ພິ​ທະ​ພັນ​ຊົນຊາດວິທະຍາຫວຽດ​ນາມ​ ​ໄດ້​ຈັດ​ຕັ້ງ​ລາຍ​ການ “ຄົ້ນ​ຫາ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້” ໃນ​ລະ​ຫວ່າງ​ວັນ​ທີ 30 – 31 ພຶດ​ສະ​ພາ 2020.

ເມື່ອ​ເຂົ້າ​ຮ່ວມ​ລາຍ​ການ​ດັ່ງ​ກ່າວ, ບັນ​ດາ​ນ້ອງ​ນ້ອຍ​ຈະ​ໄດ້​ເຂ​ົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄື: ຊອກ​ຮູ້​ທຸງ, ສະ​ກຸນ​ເງິນ ແລະ ນະ​ຄອນຫຼວງ​ຂອງ​ແຕ່​ລະ​ປະ​ເທດ, ຮັບ​ຮູ້ ແລະ ທາ​ສີ​ບັນ​ດາ​ຊຸດ​ອາ​ພອນ​ຂອງ​ບັນ​ດາ​ຊົນ​ເຜົ່າ…ຄຽງ​ຄູ່​ກັນ​ນັ້ນ, ບັນ​ດາ​ນ້ອງ​ນ້ອຍກໍ່​ໄດ້​ເຂົ້າ​ຮ່ວມ​ບັນ​ດາລະຫຼີ້ນ​ພື້ນ​ເມືອງ. ພິ​ເສດ​, ຫ​ໍ​ພິ​ພິ​ທະ​ພັນ​ຊົນຊາດວິທະຍາ​ຫວຽດ​ນາມ​ຈະ​ເປີດ​ປະ​ຕູ​ໃຫ້​ແກ່​ບັນ​ດາ​ນ້ອງ​ນ້ອຍ​ພິ​ການ​ໂດຍ​ບໍ່​ເສຍ​ຄ່າ​ເນືອງ​ໃນ​ໂອ​ກາດນີ້.

ພ ທ ປ ກລະດ ມເດ ອນການກະທຳເພ ອເດ ກນ ອຍໃນປ 2020 VYSA ໄດ້ເປີດກິດຈະກຳ ກ່ຽວກັບປື້ມເພື່ອສະໜັບສະໜູນເດັກນ້ອຍເຂດເນີນສູງຂອງຫວຽດນາມ

ຍສໝ - VYSA ຫວັງວ່າຈະສ້າງບັນດາຄຸນຄ່າທີ່ມີຄວາມໝາຍຫຼາຍກວ່າເກົ່າຈາກການແລກປ່ຽນປື້ມ, ແລກປ່ຽນຄວາມຮູ້ໃນຊຸມຊົນຊາວຫວຽດນາມຢູ່ຍີ່ປຸ່ນກໍ່ຄືຊ່ວຍເຫຼືອຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ຫວຽດນາມ.

ພ ທ ປ ກລະດ ມເດ ອນການກະທຳເພ ອເດ ກນ ອຍໃນປ 2020 UNICEF ແລະ WHO ຮຽກຮ້ອງໃຫ້ມີການຮັບປະກັນການສັກຢາກັນພະຍາດທີ່ຈຳເປັນໃຫ້ແກ່ເດັກນ້ອຍ ໃນໄລຍະເກີດໂລກລະບາດ

ຍສໝ - ເນື່ອງໃນໂອກາດສັບປະດາສັກຢາກັນພະຍາດໂລກແຕ່ວັນທີ 24-30 ເມສາປີ 2020, ອົງການອະນາໄມໂລກ (WHO) ແລະ ກອງທຶນສປຊ ເພື່ອເດັກນ້ອຍ (UNICEF) ປະຈຳຫວຽດນາມ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຮັບປະກັນການສັກຢາກັນພະຍາດໃຫ້ແກ່ເດັກນ້ອຍໃນຈຸດເວລາທີ່ເກີດໂລກລະບາດໂຄຕິດ-19.

ພ ທ ປ ກລະດ ມເດ ອນການກະທຳເພ ອເດ ກນ ອຍໃນປ 2020 ຄວາມຄືບໜ້າຂອງສະຖານະພາບ ດ້ານໂພຊະນາການຂອງເດັກນ້ອຍ ຢູ່ ສປປ ລາວ

ໃນວັນທີ 9 ທັນວາ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ລັດຖະບານລາວ ກໍຄື ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບສະຫະພາບເອີຣົບ ແລະ ອົງການອຸຍນີເຊັບ ໄດ້ຈັດກອງປະຊຸມເຜີຍແຜ່ ການຄົ້ນຄວ້າປະຈຳປີ ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາ ການ ເພື່ອແນໃສ່ສ້າງຄວາມເຂັ້ມແຂງ ໃຫ້ລະບົບຂໍ້ມູນຂ່າວສານ ດ້ານໂພຊະນາການ ເພື່ອປ້ອງກັນການຂາດສານອາຫານ ແລະ ຜົນສະທ້ອນທີ່ຕາມມາ, ...

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.