ສປປ ລາວ ຫັນການສຶກສາ ສອດຄ່ອງ ກັບການພັດທະນາຂອງພາກພື້ນ ແລະ ສາກົນ

15:45 | 27/06/2018

ຍ​ສ​ໝ - ຫົວຂໍ້ທີ 3 ສຸມຄວາມພະຍາຍາມເພື່ອກ້າວໄປສູ່ການສ້າງລະບົບແຫ່ງຊາດດ້ວຍປະຊາຊົນ, ນະ​ໂຍບາຍ​ການ​ຮຽນ​ຮູ້​ຕະຫຼອດ​ຊີວິດ​ຂອງ ສປປ ລາວ ​​ໄດ້ເນັ້ນ​ໃສ່ການສ້າງ​ກົນ​ໄກ​​ຂອງການ​ສຶກສາ​ ​ເພື່ອ​ໃຫ້​ເຂົ້າເ​ຖິງ ​ແລະ ກະຕຸ​ກຊຸກຍູ້​ໃຫ້​ກຸ່ມ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ການ​ຮຽນ​ຮູ້​ຕະຫຼອດ​ຊີວິດ.

ສປປ ລາວ ຫັນການສຶກສາ ສອດຄ່ອງ ກັບການພັດທະນາຂອງພາກພື້ນ ແລະ ສາກົນ

ນ້ອງນັກ​ຮຽນທີ່​ຢູ່​ເຂດຫ່າງ​ໄກຈາກ​ຕົວ​ເມືອງ.​

ນະ​ໂຍບາຍ​ການ​ຮຽນ​ຮູ້​ຕະຫຼອດ​ຊີວິດ​ຂອງ ສປປ ລາວ ​​ໄດ້ເນັ້ນ​ໃສ່ການສ້າງ​ກົນ​ໄກ​​ຂອງການ​ສຶກສາ​ ​ເພື່ອ​ໃຫ້​ເຂົ້າ​ເຖິງ ​ແລະ ກະຕຸ​ກຊຸກຍູ້​ໃຫ້​ກຸ່ມ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ການ​ຮຽນ​ຮູ້​ຕະຫຼອດ​ຊີວິດ ພ້ອມທັງ​ເນັ້ນ​ໃສ່​ຄວາມ​ຕ້ອງການ​ທຽບ​ຫຼັກສູດ ​ເພື່ອ​​ສອດຄ່ອງ​ກັບ​ທຸກ​ລະດັບ​ຂອງ​ການ​ຮຽນ ​ແລະ ຮູບ​ແບບ​ຂອງ​ການ​ຮຽນ ​ແລະ ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ສໍາລັບ​ກາ​ນພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ພາກ​ພື້ນ ​ແລະ ສາກົນ.

ອີງ​ຕາມ​ບົດຮຽນ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ການ​ຮຽນ​ຮູ້​ຕະລອດ​ຊີວິດ​ທີ່​ດີ ​ໃນ​ພາກ​ທີ 2 ຂອງ ສປປ ລາວ ຫົວ​ຂໍ້​ທີ 3 ສຸມ​ຄວາມ​ພະຍາຍາມ​ເພື່​ອກ້າວ​ໄປ​ສູ່​ການ​ສ້າງ​ລະບົບ​ແຫ່ງ​ຊາດ​ດ້ວຍ​ປະຊາຊົນ ລະບຸ​ວ່າ: ນະ​ໂຍບາຍ​ການ​ຮຽນ​ຮູ້​ຕະຫຼອດ​ຊີວິດ​ຂອງ ສປປ ລາວ ​​ໄດ້ເນັ້ນ​ໃສ່ການສ້າງ​ກົນ​ໄກ​​ຂອງການ​ສຶກສາ​ ​ເພື່ອ​ໃຫ້​ເຂົ້າເ​ຖິງ ​ແລະ ກະຕຸ​ກຊຸກຍູ້​ໃຫ້​ກຸ່ມ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ການ​ຮຽນ​ຮູ້​ຕະຫຼອດ​ຊີວິດ, ​ເຊິ່ງ ນະ​ໂຍບາຍ​ໃໝ່​ນີ້ ​ໄດ້​ກໍານົດ​ຄວາມ​ຕ້ອງການ​ໃນ​ການ​ເພີ່ມ​ຂີດ​ຄວາມ​ສາມາດ​ຂອງ​ສະ​ຖາ​ບັນ​ການ​ສຶກສາ ​ເພື່ອ​ສະໜອງ​ການ​ຮຽນ​ຮູ້​ຕະຫຼອດ​ຊີວິດ ​ໂດຍ​ໄດ້​ມີ​ການ​ກໍານົດ​ການ​ສ້າງ​ຂີ​ດຄວາມ​ສາມາດ​ໃຫ້​ແກ່​ຄູ, ການ​ສ້າງ​ພື້ນຖານ​ໂຄງ​ລ່າງ, ການຈັດ​ຕັ້ງ​ການ​ຮຽນ-ການ​ສອນ​ແບບ​ຢືດຢຸ່ນ ​ແລະ ການ​ກະກຽມ​ປຶ້ມ​ຕໍາລາ​ຮຽນ, ຄູ່​ມື​ຄູ ​ໂດຍ​ສະ​ເພາະແມ່ນ​ສໍາລັບ​ວຽກ​ງານ​ການ​ສຶກສານ​ອກ​ໂຮງຮຽນ. ນອກຈາກ​ນັ້ນ, ​ນະ​ໂຍບາຍ​ດັ່ງກ່າວ ຍັງ​ໄດ້​ເນັ້ນ​ໃສ່​ຄວາມ​ຕ້ອງການ​ທຽບ​ຫຼັກສູດ ​ເພື່ອ​​ສອດຄ່ອງ​ກັບ​ທຸກ​ລະດັບ​ຂອງ​ການ​ຮຽນ ​ແລະ ຮູບ​ແບບ​ຂອງ​ການ​ຮຽນ ​ແລະ ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ສໍາລັບ​ກາ​ນພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ພາກ​ພື້ນ ​ແລະ ສາກົນ.

ນອກຈາກ​ນັ້ນ, ການ​ມີ​ສ່ວນ​ຮ່ວມ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຮັບຜິດຊອບ​ຈາກ​ບັນດາ​ພາກສ່ວນ​ທີ່​ກ່ຽວຂ້ອງ​ອື່ນໆ ​ເປັນ​ຄູ່​ຮ່ວມ​ພັດທະນາ​ຢູ່​ພາຍ​ໃນ​ປະ​ເທດ​ໃນ​ການຈັດ​ຕັ້ງ​ປະຕິບັດ​ການ​ຮຽນ​ຮູ້​ຕະຫຼອດ​ຊີວິດ ກໍ່​ມີ​ຄວາມ​ສໍາຄັນ​ອີກ​ຢ່າງ​ໜຶ່ງ​ໃນ​ການ​ຮ່າງ​ນະ​ໂຍບາຍ​ການ​ຮຽນ​ຮູ້​ຕະຫຼອດ​ຊີວິດ, ພ້ອມ​ທັງ​ຍັງ​ເປັນ​ການ​ສ້າງ​ລະບົບ​ການ​ຄຸ້ມ​ຄອງ​ການ​ຮຽນ​ຮູ້​ຕະຫຼອດ​ຊີວິດ​ທີ່​ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ​ດ້ວຍ​ການ​ສ້າງ​ຕັ້ງ​ຄະນະ​ຮັບ​ຜິດ​ຊອບ​ລະດັບ​ຊາດ, ​ແຂວງ ​ແລະ ຂັ້ນ​ເມືອງ ​ເພື່ອ​ຮັບຜິດຊອບ​ວຽກ​ງານ​ຮຽນ​ຮູ້​ຕະຫຼອດ​ຊີວິດ. ພ້ອມ​ດຽ​ວກັນ​ນີ້, ນະ​ໂຍບາຍ​ ​ ຍັງ​ຄາດ​ວ່າ​ຈະ​ໄດ້​ມີ​ການ​ປັບປຸງ​ລະບົບ​ການ​ປະ​ເມີນ​ຜົນ​ຕື່ມ​ອີກ, ພິຈາລະນາ​ບັນດາ​ຍຸດ​ທະ​ສາດ​ສໍາລັບ​ການ​ຮຽນ-ການ​ສອນ​ອື່ນໆ​, ປັບປຸງ​ລະ​ບົບກາ​ນຮັບ​ຮູ້, ການ​ຢັ້ງຢືນ ​ແລະ ການທຽບ​ໂອນ​ຂອງ​ການ​ສຶກສາ​ພາຍ​ໃນ, ພາຍ​ນອກ​ໂຮງຮຽນ ​ແລະ ການ​ຮຽນຮູ້​ຕາມ​ອັດທະຍາ​ໄສ.

ຄຽງ​ຄູ່​ກັນ​ນັ້ນ, ນະ​ໂຍບາຍ​ສົ່ງ​ເສີມ ​ແລະ ຂອບ​ກາ​ນພັດທະນາ​ຂອງ​ສະ​ຖາ​ບັນ​ການ​ສຶກສາ ​ໂດຍ​ອີງ​ໃສ່​ກົດໝາຍ​ການ​ສຶກສາ ​ສະບັບ 133/2015, ລັດຖະບານ​ສົ່ງ​ເສີມ​ໃຫ້​ພົນລະ​ເມືອງ​ລາວ​ທຸກ​ຄົນ​ມີ​ຄວາມ​ຮູ້ ​ແລະ ທັດສະ​ ​ໂດຍ​ຜ່ານ​ການ​ສຶກສາ​ຮໍ່າຮຽນ​ຈາກ​ການ​ສຶກສາ​ພາຍ​ໃນ ​ແລະ ພາຍ​ນອກ​ໂຮງຮຽນ. ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ​ ຄັ້ງ​ທີ 8 (2016-2020) ​ໄດ້​ຢໍ້າ​ເຖິງ​ຄວາມ​ຈໍາ​ເປັນ​ໃນ​ການ​ສືບ​ຕໍ່​ປະຕິ​ຮູບ​ການ​ສຶກສາ​ໃຫ້​ປາກົດ​ຜົນ​ເປັນ​ຈິງ ​ໂດຍ​ເນັ້ນ​ໜັກ​ໃສ່​ການ​ຂະຫຍາຍ​ໂອກາດ​ທາງ​ການ​ສຶກສາ ​ເປັນຕົ້ນ​ແມ່ນ​ກຸ່ມ​ປະຊາກອນ​ທີ່​ດ້ອຍ​ໂອກາດ​ຢູ່​ໃນ​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫຼີກ. ຍຸດ​ທະ​ສາດ​ການ​ເຕີບ​ໂຕ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ (NGPES) ​ໄດ້ສະ​ເໜີ​ຂອບ​ການ​ພັດທະນາ ​ແລະ ປະຕິບັດ​ການ​ຫຼຸດຜ່ອນ​ອັດຕາຄວາມທຸກ​ຍາກ ​ແລະ ສົ່ງ​ເສີມ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ແບບ​ຍືນ​ຍົງ ​ໂດຍ​ຜ່ານ​ໂຄງການ​ການ​ສຶກສາ ​ເປັນ​ຕົ້ນ​ແມ່ນ​ການ​ເຝິກ​ອົບຮົມ​ວິຊາ​ຊີບ ​ແລະ ນະ​ໂຍບາຍ​ດັ່ງ​ກ່າວ ​ໄດ້​ເຮັ​ດ​ໃຫ້​ມີ​ກົດໝາຍກ່ຽວ​ກັບ​ວຽກ​ງານ​ອາຊີວະ​ສຶກສາ ​ແລະ ດໍາລັດກ່ຽວ​ກັບ​ການ​ສຶກສາ​ຊັ້ນ​ສູງ, ​ເຊິ່ງຖື​ວ່າ​ເປັນ​ການ​ສ້າງ​ພື້ນຖານ​ທາງ​ດ້ານ​ນິຕິ​ກໍາ​ໃຫ້​ແກ່​ການ​ສ້າງ​ນະ​ໂຍບາຍ​ການ​ຮຽນ​ຮູ້​ຕະຫຼອດ​ຊີວິດ.

ສໍາລັບ​ທິດ​ທາງ​ຕໍ່ໜ້າ ແມ່ນໄດ້​ຖື​ເອົາ​ຍຸດ​ທະ​ສາດ​ເປັນ​ບ່ອນ​ອີງ​ສໍາລັບ​ການ​ສົ່ງ​ເສີມ​ການ​ຮຽນ​ຮູ້​ຕະຫຼອດ​ຊີວິດຢູ່​ໃນ ສ ປປ ລາວ, ​ເຊິ່ງກົມ​ການ​ສຶກສານ​ອກ​​ໂຮງຮຽນ ກະຊວງ​ສຶກສາ​ທິການ ​ແລະ ກິລາ ​​ຈະ​ສືບຕໍ່ເຜີຍ​ແຜ່ຮ່າງ​ນະ​ໂຍບາຍ ວ່າ​ດ້ວຍ​ການ​ຮຽນ​ຮູ້​ຕະຫຼອດ​ຊີວິດ​ໃຫ້​ແກ້​ຜູ້​ບໍລິຫານ​ທີ່​ກ່ຽວຂ້ອງ​ຂັ້ນ​ສູນ​ກາງ, ຂັ້ນ​ແຂວງ ​ແລະ ຂັ້ນ​ທ້ອງ​ຖິ່ນ, ນໍາ​ສະ​ເໜີນະ​ໂຍບາຍ​ການ​ຮຽນ​ຮູ້​ຕະຫຼອດ​ຊີວິດ ສະບັບ​ສົມບູນ​ໃຫ້​ແກ່​ລັດຖະບານ ​ເພື່ອ​ປະກາດ​ນໍາ​ໃຊ້, ຍົກ​ລະດັບ​ຄວາມ​ເຂົ້າ​ໃຈ​ຕໍ່​ກັບ​ນະ​ໂຍບາຍ​ການ​ຮຽນ​ຮູ້​ຕະຫຼອດ​ຊີວິດ​ໃຫ້​ແກ່​ຜູ້​ບໍລິ​ຫານ​ການ​ສຶກສາທຸກ​ລະດັບ ​ແລະ ຈັດ​ຕັ້ງ​ກ​ອງປະຊຸມ​ແນະ​ນໍາ​ການຈັດ​ຕັ້ງ​ປະຕິບັ​ດນະ​ໂຍບາຍ​ການ​ຮຽນ​ຮູ້​ຕະຫຼອດ​ຊີວິດ ຢູ່ ສປປ ລາວ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.