ຫວຽດນາມ ແລະ ສະພາຄວາມໝັ້ນຄົງ ສປຊ: ກາລະໂອກາດສະແດງໃຫ້ເຫັນບົດບາດເປັນຂົວເຊື່ອມຕໍ່ນໍາມາເຊິ່ງສັນຕິພາບໃຫ້ແກ່່ພາກພື້ນ ແລະ ໃນໂລກ ຂອງຫວຽດນາມ

14:53 | 31/05/2019

ຫວຽດນາມ ແມ່ນປະເທດອອກສະໝັກເລືອກຕັ້ງໜຶ່ງດຽວຕາງໜ້າໃຫ້ກຸ່ມປະເທດອາຊີ - ປາຊີຟິກ.

ຫວຽດນາມ ແລະ ສະພາຄວາມໝັ້ນຄົງ ສປຊ: ກາລະໂອກາດສະແດງໃຫ້ເຫັນບົດບາດເປັນຂົວເຊື່ອມຕໍ່ນໍາມາເຊິ່ງສັນຕິພາບໃຫ້ແກ່່ພາກພື້ນ ແລະ ໃນໂລກ ຂອງຫວຽດນາມ

ຫວຽດນາມ ຕັ້ງໜ້າເຂົ້າຮ່ວມໃນກໍາລັງຮັກສາສັນຕິພາບ ສປຊ (ພາບ: TTXVN)

ວັນທີ 7 ມິຖຸນາ ຈະມາເຖິງ, ສະມັດຊາໃຫຍ່ ສປຊ ຊຸດທີ 73 ຈະຈັດຕັ້ງການປ່ອນບັດເລືອກຕັ້ງ ກໍາມະການບໍ່ປະຈໍາການ ສະພາຄວາມໝັ້ນຄົງ ຈໍານວນ 5 ຕໍາແໜ່່ງ, ໃນນັ້ນ ບັນດາປະເທດອາຊີ - ປາຊີຟິກ ມີ 01 ຕໍາແໜ່ງ ແລະ ປັດຈຸບັນ, ຫວຽດນາມ ແມ່ນປະເທດອອກສະໝັກເລືອກຕັ້ງໜຶ່ງດຽວຕາງໜ້າໃຫ້ກຸ່ມປະເທດດັ່ງກ່າວ. ຖ້າຫາກໄດ້ຮັບໄຊຊະນະໃນການເລືອກຕັ້ງເຂົ້າໃນສະພາຄວາມໝັ້ນຄົງ, ບັນດາສະມາຊິກ ສປຊ ມີຄວາມຫວັງວ່າຈະເຫັນ ຫວຽດນາມ ສວມບົດບາດຢ່າງແຮງກວ່າອີກໃນບັນດາໂຄງການດໍາເນີນງານ ສະຫະປະຊາຊາດຄື: ບັນຫາປອດນິວເຄຼຍຢູ່ແຫຼມເກົາຫຼີ, ບັນຫາ ຢູ່ ມຽນມາ.

ທ່ານ Kamal Malhotra ຜູ້ປະສານງານ ສປຊ ປະຈໍາ ຢູ່ຫວຽດນາມ ຖືວ່າ: ປັດຈຸບັນ, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມໃນກໍາລັງຮັກສາສັນຕິພາບ ສປຊ. ດັ່ງນັ້ນ, ຖ້າຫາກເຂົ້າຮ່ວມສະພາຄວາມໝັ້ນຄົງ, ຫວຽດນາມ ຈະມີບົດບາດສໍາຄັນໃນຂົງເຂດດັ່ງກ່າວ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍຄວນແບ່ງປັນປະສົບການໃນບັນຫາຟື້ນຟູຜົນຮ້າຍຢ້ອນຫຼັງຈາກສົງຄາມກັບປະຊາຄົມສາກົນ, ບັນດາສະມາຊິກ ສະພາຄວາມໝັ້ນຄົງ. ນີ້ແມ່ນບັນດາປະສົບການທີ່ດີ, ຫວຽດນາມ ຄວນໃຫ້ບຸລິມະສິດ, ເສີມຂະຫຍາຍທ່າແຮງຂອງຕົນ ເພື່ອປະກອບສ່ວນໃຫ້ແກ່ການສ້າງສາ ແລະ ຮັກສາສັນຕິພາບໃນໂລກ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ
302 Found

Found

The document has moved here.