ຫວຽດນາມ ບຸລິມະສິດຖືເລື່ອງເຄົາລົບກົດບັດ ສປຊ ໃນການທູດປ້ອງກັນ, ປົກປ້ອງປະຊາຊົນໃນການປະທະກັນ, ການປ່ຽນແປງຂອງດິນຟ້າອາກາດ ເປັນສຳຄັນ

16:41 | 15/01/2020

ຍສໝ - ປີ 2020 ກໍ່ແມ່ນປີສະເຫລີມສະຫລອງ 75 ປີ ແຫ່ງວັນສ້າງຕັ້ງ ສປຊ. ເລື່ອງເລືອກເຟັ້ນຫົວຂໍ້ “ ສະເຫລີມສະຫລອງ 75 ປີແຫ່ງວັນສ້າງຕັ້ງ ສປຊ: ເຄົາລົບກົດບັດ ສປຊ ເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ” ໃນເດືອນທຳອິດເປັນປະທານ ສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ປາດຖະຫນາຢາກຢັ້ງຢືນອີກຄັ້ງຫນຶ່ງເຖິງຄວາມສຳຄັນຂອງອົງການນີ້ ໃນນັ້ນ ບົດບາດຕົ້ນຕໍ ແມ່ນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ.

ຫວຽດນາມ ບຸລິມະສິດຖືເລື່ອງເຄົາລົບກົດບັດ ສປຊ ໃນການທູດປ້ອງກັນ, ປົກປ້ອງປະຊາຊົນໃນການປະທະກັນ, ການປ່ຽນແປງຂອງດິນຟ້າອາກາດ ເປັນສຳຄັນ

ຫວຽດນາມ ບຸລິມະສິດຖືເລື່ອງເຄົາລົບກົດບັດ ສປຊ ໃນການທູດປ້ອງກັນ, ປົກປ້ອງປະຊາຊົນໃນການປະທະກັນ, ການປ່ຽນແປງຂອງດິນຟ້າອາກາດ ເປັນສຳຄັນ

ຫວຽດນາມ ຮັບດໍາລົງຕໍາແໜ່ງທີ່ສໍາຄັນໃໝ່ ໃນສະພາບການໂລກ ແລະ ພາກພື້ນ ມີການຜັນແປສັບສົນຫຼາຍຢ່າງ. ໃນນັ້ນ ມີການປະທະກັນທີ່ແກ່ຍາວຢູ່ ອາຟະລິກາ ແລະ ຍັງບໍ່ທັນຊອກຫາມາດຕະການແກ້ໄຂໄດ້ເທື່ອ, ຄວາມເຄັ່ງຕຶງພວມມີທ່າອ່ຽງປີນຂັ້ນໄດ ຢູ່ພາກພື້ນຕາເວັນອອກກາງ ແລະ ບັນດາຈຸດເຄັ່ງຮ້ອນຊ້ອນແຝງທີ່ມີຄວາມສ່ຽງຊ້ອນແຝງເກີດສົງຄາມຢູ່ບາງພາກພື້ນ, ນັບທັງ ອາຊີ - ປາຊີຟິກ ອີກດ້ວຍ. ບັນດາການກະທໍາພຽງລໍາພັງຝ່າຍດຽວ, ສິດອໍານາດບາດໃຫຍ່, ບໍ່ເຄົາລົບກົດໝາຍສາກົນ, ນໍາໃຊ້ ແລະ ນາບຂູ່ການນໍາໃຊ້ກໍາລັງອາວຸດ, ລ່ວງລະເມີດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດ... ກໍແມ່ນສິ່ງທ້າທາຍທີ່ກະທົບໂດຍກົງເຖິງພື້ນຖານສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.

ເມື່ອເຂົ້າຮ່ວມ ສະພາຄວາມໝັ້ນຄົງ ສປຊ, ຫວຽດນາມໄດ້ວາງອອກບັນດາບຸລິມະສິດສະເພາະຂອງຕົນ. ແຕ່ບັນດາບຸລິມະສິດນັ້ນ ຂອງຫວຽດນາມ ກໍ່ສອດຄ່ອງກັບບັນດາບຸລິມະສິດລວມຂອງ ສະພາຄວາມໝັ້ນຄົງ ສປຊ ກໍຄື ຂອງບັນດາສະມາຊິກ ສປຊ. ບຸລິມະສິດທຳອິດໃນສະພາບການປະຈຸບັນ ແມ່ນເຄົາລົບກົດບັດ ສປຊ ເຮັດແນວໃດເພື່ອໃຫ້ບັນດາປະເທດເຄົາລົບກົດບັດ ສປຊ. ບັນຫາທີສອງ ແມ່ນຕ້ອງສະກັດກັ້ນການປະທະກັນຫລື ເອີ້ນວ່າ ການທູດປ້ອງກັນ, ປົກປ້ອງສາມັນຊົນໃນການປະທະກັນ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍໃນການປະທະກັນກໍແມ່ນການບຸລິມະສິດຂອງຫວຽດນາມ ກໍ່ຄື ບັນດາປະເທດສະພາຄວາມໝັ້ນຄົງ ສປຊ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ຖືວ່າ ສປຊ ແລະ ບັນດາປະເທດສະມາຊິກ ຕ້ອງນຳໜ້າໃນການປະຕິບັດຢ່າງຖືກຕ້ອງຕາມກົດບັດ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ສປຊ ເພີ່ມທະວີ ການໂອ້ລົມສົນທະນາ, ເຄົາລົບລັດທິຫຼາຍຝ່າຍ, ເສີມຂະຫຍາຍບັນດາເຄື່ອງມື ທີ່ກົດບັດວາງອອກໃຫ້ດີທີ່ສຸດ, ຮັບປະກັນ ການວາງແຜນ ແລະ ຜັນຂະຫຍາຍຍຸດທະສາດ, ນະໂຍບາຍພັດທະນາ, ການປ້ອງກັນປະເທດ, ການປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດທີ່ສອດຄ່ອງກັບບັນດາມາດຕະຖານ ແລະ ຫຼັກການພື້ນຖານຂອງ ກົດໝາຍສາກົນ ແລະ ກົດບັດ ສປຊ.

ເຂົ້າຮ່ວມ ສະພາຄວາມໝັ້ນຄົງ ສປຊ ໃນສະພາບການມີສິ່ງທ້າທາຍຫຼາຍຢ່າງນັ້ນ, ຫວຽດນາມ ຢຶດໝັ້ນຕໍ່ແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ມານະພະຍາຍາມຊຸກຍູ້ການເຈລະຈາ, ຫຼຸດຜ່ອນຄວາມເຄັ່ງຕຶງ, ການສູ້ຢັນກັນ, ຊອກຫາມາດຕະການແກ້ໄຂບັນດາບັນຫາທີ່ນາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ ໃຫ້ມີຄວາມຍຸຕິທໍາ ແລະສອດຄ່ອງ; ຊຸກຍູ້ການເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນ ກົດບັດ ສປຊ.

(ໄຊພອນ)

ເຫດການ
302 Found

Found

The document has moved here.