NPA ຮ່ວມມືກັບແຂວງກວາງຈິ ເພື່ອແກ້ໄຂບັນຫາລະເບີດທີ່ຍັງບໍ່ທັນແຕກ

12:39 | 10/05/2020

ຍສໝ - ຫວ່າງມໍ່ໆນີ້, ພະແນກການຕ່າງປະເທດແຂວງກວາງຈີ້ ແລະ ອົງການຊ່ວຍເຫຼືອປະຊາຊົນນອກແວ (NPA) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ໂຄງການ "ການພັດທະນາຄວາມສາມາດໃຫ້ສູນປະຕິບັດງານກ່ຽວກັບລະເບີດທີ່ຍັງບໍ່ທັນແຕກແຂວງກວາງຈີ້" ດ້ວຍງົບປະມານຫຼາຍກວ່າ 6 ຕື້ດົ່ງ, ແກ່ຍາວເປັນເວລາ 12 ເດືອນ.    

npa ຮ ວມມ ກ ບແຂວງກວາງຈ ເພ ອແກ ໄຂບ ນຫາລະເບ ດທ ຍ ງບ ທ ນແຕກ VUFO, ສະຖານທູດອາເມລິກາ ປະຈຳ ຫວຽດນາມ ໄດ້ແລກປ່ຽນບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງຄົບຮອບ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ
npa ຮ ວມມ ກ ບແຂວງກວາງຈ ເພ ອແກ ໄຂບ ນຫາລະເບ ດທ ຍ ງບ ທ ນແຕກ ສະມາຄົມຂະແມ - ຫວຽດນາມ ຢູ່ ກຳປູເຈຍ ໄດ້ມອບຂອງຂວັນກວ່າ 400 ພູດເພື່ອຊ່ວຍເຫຼືອຊາວ​​ກໍາປູ​​ເຈຍ​ເຊື້ອ​ຊາດ​ຫວຽດນາມ ເອົາຊະນະ COVID-19
npa ຮ ວມມ ກ ບແຂວງກວາງຈ ເພ ອແກ ໄຂບ ນຫາລະເບ ດທ ຍ ງບ ທ ນແຕກ
ພິທີເຊັນບົດບັນທຶກຂໍ້ຕົກລົງລະຫວ່າງພະແນກການຕ່າງປະເທດ ແລະ ອົງການ NPA.(ພາບ:Baoquangtri)

ຈາກຜົນສຳເລັດຂອງໄລຍະ ທີໜຶ່ງ (2018-2020) ໂຄງການ "ການພັດທະນາຄວາມສາມາດໃຫ້ສູນປະຕິບັດງານກ່ຽວກັບລະເບີດທີ່ຍັງບໍ່ທັນແຕກແຂວງກວາງຈີ້" (QTMAC) ແລະ ຄຳໝັ້ນສັນຍາຂອງກະຊວງພັດທະນາສາກົນລາຊະອານາຈັກອັງກິດ (DFID) ), ພະແນກການຕ່າງປະເທດແຂວງກວາງຈິ ແລະ ອົງການຊ່ວຍເຫຼືອປະຊາຊົນນອກແວ (NPA) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການສືບຕໍ່ການຮ່ວມມືໃນການຈັດຕັ້ງປະຕິບັດໂຄງການ QTMAC ໄລຍະ 2020-2021, ທ່ານ ຮວ່າງນາມ ຮອງປະທານຄະນະ ກຳມະການປະຊາຊົນ ແຂວງ ແລະ ທ່ານ Jan Erik Stoat ຜູ້ອຳນວຍການແຫ່ງຊາດ NPA ເຂົ້າຮ່ວມພິທີລົງນາມ.

ໂຄງການ QTMAC ໄລຍະ 2020 - 2021 ຄາດວ່າຈະປະຕິບັດພາຍໃນ 12 ເດືອນ, ເລີ່ມແຕ່ວັນທີ 1/4/2020-31/3/2021 ດ້ວຍງົບປະມານທັງໝົດ 201.700 ເງິນປອນ (ສະກຸ້ນເງິນອັງກິດ), ເທົ່າກັບຫຼາຍກວ່າ 6 ຕື້ດົງ.

ບັນດາການເຄື່ອນໄຫວຕົ້ນຕໍຂອງໂຄງການລວມມີ: ສືບຕໍ່ໜູນ ຊ່ວຍສູນປະຕິບັດງານກ່ຽວກັບລະເບີດຝັງດິນຢູ່ແຂວງກວາງຈິພາຍໃຕ້ການຄຸ້ມຄອງຂອງພະແນກການຕ່າງປະເທດແຂວງກວາງຈິ. ຝຶກອົບຮົມຊັບພະຍາກອນມະນຸດເພື່ອຮັບປະກັນຄວາມຍືນຍົງ, ຄວາມຕໍ່ເນື່ອງ ແລະ ຄວາມສາມາດໃນການດຳເນີນງານ ສຳລັບເຈົ້າໜ້າທີ່ທ້ອງຖິ່ນ ຂອງ QTMAC ກ່ຽວກັບຄວາມຮູ້, ທັກສະ ແລະ ປະສົບການໃນການຄຸ້ມຄອງຄວາມສ່ຽງຈາກລະເບີດຝັງດິນເພື່ອໃຫ້ໄດ້ມາດຕະຖານສາກົນ. ສຳເລັດການນຳໃຊ້ເຄື່ອງມືທາງກົດໝາຍ ແລະ ຂັ້ນຕອນການຊີ້ນຳທີ່ກ່ຽວຂ້ອງກັບກິດຈະ ກຳ ການປະສານງານກ່ຽວກັບລະເບີດຝັງດິນຢູ່ແຂວງກວາງຈິ ແລະ ໃຫ້ຄຳແນະນຳ ແລະ ສະໜັບສະໜູນ ການເຄື່ອນໄຫວຂອງຄະນະຊີ້ນຳວຽກງານຄວບຄຸມລະເບີດຝັງດິນພາຍຫຼັງສົງຄາມພາຍໃຕ້ການຊີ້ນຳ ຂອງພະແນກການຕ່າງປະເທດ ເຊິ່ງຈະໄດ້ຈັດຕັ້ງປະຕິບັດໃນໄວໆນີ້.

ທີ່ພິທີລົງນາມ, ທ່ານ ຮວ່າງນາມ ຮອງປະທານຄະນະກຳມະການປະຊາຊົນ ແຂວງ ໄດ້ຮັບຮູ້ ແລະ ຕີລາຄາສູງຄວາມມານະພະຍາຍາມຂອງພະແນກການຕ່າງປະເທດ, ອົງການ NPA ແລະບັນດາອົງການບໍ່ຂຶ້ນກັບລັດຖະບານໃນການຮ່ວມກັນກໍ່ສ້າງ ແລະ ພັດທະນາ QTMAC ແລະ ສະແດງຄວາມມຸ່ງຫວັງວ່າໃນໄລຍະຈະມາເຖິງສູນດັ່ງກ່າວຈະສືບຕໍ່ປັບປຸງຄວາມສາມາດ ແລະ ກົນໄກການ ດຳເນີນງານ. ອໍານາດການປົກຄອງແຂວງຈະສ້າງທຸກເງື່ອນໄຂສະດວກທີ່ສຸດເພື່ອຊ່ວຍໃຫ້ບັນດາຂໍ້ລິເລີ່ມຂອງບັນດາອົງການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງໂດຍໄວ.

npa ຮ ວມມ ກ ບແຂວງກວາງຈ ເພ ອແກ ໄຂບ ນຫາລະເບ ດທ ຍ ງບ ທ ນແຕກ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍເຖິງທ່ານປະທານາທິບໍດີ ລັດເຊຍ Vladimir Putin

ຍສໝ - ໄຊຊະນະຂອງການຕໍ່ສູ້ຕ້ານລັດທິຟາດຊິດ ກ່ອນນີ້ 75 ປີ ແມ່ນຂີດໝາຍທີ່ຮຸ່ງເຮືອງເຫລືອງເຫລື້ອມໃນປະຫວັດສາດມວນມະນຸດ, ແມ່ນໜຶ່ງໃນໄຊຊະນະຍິ່ງໃຫຍ່ທີ່ສຸດຂອງສະຕະວັດທີ 20, ມີຂອບຂະໜາດ, ຄຸນຄ່າ ແລະ ຄວາມໝາຍຍຸກສະໄໝເລິກເຊິ່ງ.

npa ຮ ວມມ ກ ບແຂວງກວາງຈ ເພ ອແກ ໄຂບ ນຫາລະເບ ດທ ຍ ງບ ທ ນແຕກ ຫວຽດນາມ ໄດ້ປະຕິເສດຕໍ່ການຕັດສິນໃຈຂອງຈີນທີ່ຫ້າມການຫາປາໃນທະເລຕາເວັນອອກ

ຍສໝ - ຫວຽດນາມມີຫຼັກຖານປະຫວັດສາດ ແລະ ພື້ນຖານດ້ານກົດໝາຍທີ່ພຽງພໍເພື່ອຢັ້ງຢືນອະທິປະໄຕຂອງຕົນຕໍ່ ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ຕາມກົດໝາຍສາກົນ.

npa ຮ ວມມ ກ ບແຂວງກວາງຈ ເພ ອແກ ໄຂບ ນຫາລະເບ ດທ ຍ ງບ ທ ນແຕກ ຕ້ອງການຢາກເອົາແຮງບັນດານໃຈຈາກປະເທດຫວຽດນາມ ພາຍຫຼັງ ທີ່ ຫວຽດນາມ ປະສົບຜົນສຳເລັດໃນການຕໍ່ສູ້ຕ້ານກັບການລະບາດຂອງພະຍາດ Covid-19

ຍສໝ - ໜັງສືພິມ Halo Noviny (ເຊັກ) ໃນວັນທີ 6 ພຶດສະພາ ໄດ້ອ້າງຄຳຖະແຫຼງການຂອງທ່ານ Vojtěch Filip, ຮອງປະທານຜູ້ທີໜຶ່ງ ຂອງສະພາຕໍ່າສາທາລະນະລັດເຊັກ, ປະທານຄະນະກຳມະການສູນກາງພັກກອມມູນິດເຊັກ ແລະ Morava (KSČM): “ເອົາແຮງບັນດານໃຈຈາກປະເທດຫວຽດນາມ, ເຊິ່ງປະສົບຜົນສຳເລັດໃນການເອົາຊະນະໄວຣັສ Corona!”.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.