ໜູນຊ່ວຍ​​ແຮງ​ງານ​ຫວຽດນາມ ຢູ່ ຍີ່​ປຸ່ນ

06:15 | 02/05/2020

ຍສໝ - ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19, ມີໂຮງຈັກໂຮງງານ, ບໍລິສັດຫຼາຍແຫ່ງຂອງ ຍີ່ປຸ່ນ ທີ່ໄດ້ຮັບແຮງງານຕ່າງປະເທດເຂົ້າເຮັດວຽກ ຕ້ອງຫຼຸດຜ່ອນ ຫຼື ຢຸດການຜະລິດ ອັນໄດ້ເຮັດໃຫ້ນັກສຶກສາຝຶກງານ, ແຮງງານຕ່າງປະເທດ ຕ້ອງພັກການ ແລະ ວຽກງານຖືກຕັດຕອນ.

ໜ ນຊ ວຍ ແຮງ ງານ ຫວຽດນາມ ຢ ຍ ປ ນ ການຮ່ວມມືດ້ານປະຊາຊົນຫວຽດນາມ - ອາເມລິກາ ໃນການຊອກຫາທະຫານຫວຽດນາມເສຍສະຫຼະ ແລະ ຫາຍສາບສູນໃນປາງສົງຄາມ ຢູ່ ຫວຽດນາມ
ໜ ນຊ ວຍ ແຮງ ງານ ຫວຽດນາມ ຢ ຍ ປ ນ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສົ່ງສານອວຍພອນມາຍັງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ
ໜ ນຊ ວຍ ແຮງ ງານ ຫວຽດນາມ ຢ ຍ ປ ນ
ພາບປະກອບ

ປັດຈຸບັນ, ຫວຽດນາມມີ ແຮງງານ, ນັກສຶກສາຝຶກງານ ກວ່າ 235 ພັນຄົນ ພວມເຮັດວຽກຢູ່ໂຮງຈັກ, ໂຮງງານແຫ່ງຕ່າງໆໃນ 47 ແຂວງ, ນະຄອນທັງໝົດຂອງ ຍີ່ປຸ່ນ. ທ່ານນາງ ເຈິ່ນທິເວິນຮ່າ, ຫົວໜ້າພະແນກຖະແຫຼງຂ່າວ ແລະ ສື່ສານ, ກົມຄຸ້ມຄອງແຮງງານຕ່າງປະເທດ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ: ຝ່າຍຍີ່ປຸ່ນ ໄດ້ຜັນຂະຫຍາຍນະໂຍບາຍ ສັບຊ້ອນວຽກເຮັດງານທໍາໃໝ່. ສໍາລັບແຮງງານທີ່ຖືກຢຸດຕິສັນຍາເຮັດວຽກໃນໄລຍະນີ້ ຈະໄດ້ຮັບການສັບຊ້ອນໄປເຮັດວຽກອື່ນແທນ ໃນໄລຍະເວລາບໍ່ເກີນ 12 ເດືອນ, ສະນັ້ນ, ນັກສຶກສາຝຶກງານຂອງພວກເຮົາ ແລະ ແຮງງານໃນເປົ້າໝາຍດັ່ງກ່າວ.... ສາມາດຍື່ນໃບຄໍາຮ້ອງເຖິງບັນດາອົງການເຈົ້າໜ້າທີ່ຮັບຜິດຊອບຂອງ ຍີ່ປຸ່ນ ເພື່ອຂໍເຮັດວຽກໃໝ່່.

ກົມຄຸ້ມຄອງແຮງງານຕ່າງປະເທດສືບຕໍ່ຊີ້ນຳຄະນະຄຸ້ມຄອງແຮງງານຢູ່ປະເທດຍີປຸ່ນ ແລະ ບັນດາບໍລິສັດ ຕ້ອງຕິດຕາມກວດກາຂໍ້ມູນຂ່າວສານກ່ຽວກັບສະພາບສຸຂະພາບຂອງແຮງງານຫວຽດນາມ ແລະ ປະສານສົມທົບຢ່າງໃກ້ຊິດກັບອົງການເຈົ້າໜ້າທີ່ຂອງຍີ່ປຸ່ນ ເພື່ອອັບເດັດຂໍ້ມູນກ່ຽວກັບສະພາບການລະບາດຂອງພະຍາດ, ສຸຂະພາບຂອງຜູ້ອອກແຮງງານ ແລະ ອັບເດັດບັນດານະໂຍບາຍໃໝ່ຂອງ ຍີ່ປຸ່ນ ເພື່ອກ່າວເຕື່ອນໃຫ້ຄົນງານຈຳ ກັດການເຄື່ອນໄຫວ ແລະ ປະຕິບັດຕາມຄຳແນະນຳໃນການປ້ອງກັນການລະບາດຈາກອົງການເຈົ້າໜ້າທີ່ປະເທດປະຈໍາຖິ່ນ.

ໄລ່ຮອດ 6 ໂມງ ເຊົ້າຂອງວັນທີ 01 ພຶດສະພາ 2020, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ກວ່າ 3,3 ລ້ານຄົນ ແລະ ມີ 234.000 ຄົນເສຍຊີວິດ ຍ້ອນໂລກລະບາດດັ່ງກ່າວ. ອາເມລິກາ ຍັງຄົງແມ່ນປະເທດຢືນອັນດັບໜຶ່ງໃນໂລກ ກ່ຽວກັບຈໍານວນຜູ້ຕິດເຊື້ອ ແລະ ຈໍານວນຜູ້ເສຍຊີວິດ ຍ້ອນໂລກລະບາດໂຄວິດ - 19. ປັດຈຸບັນ, ປະເທດນີ້ ຢັ້ງຢືນມີຫຼາຍກວ່າ 1, 06 ລ້ານກໍລະນີຕິດເຊື້ອ ແລະ ປະມານ 63.000 ກໍລະນີເສຍຊີວິດ.

ຢູ່ ເອີຣົບ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຖະແຫຼງວ່າ ປັດຈຸບັນ, ປະເທດນີ້ໄດ້ຜ່ານຜ່າຈຸດເວລາອັນຮ້າຍແຮງທີ່ສຸດຂອງໂລກລະບາດ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ໃນອະທິດໜ້າ ຈະວາງອອກແຜນການຍົກເລີກການປິດລ້ອມ ເຊິ່ງໄດ້ປະຕິບັດໃນທົ່ວປະເທດນັບແຕ່ຕອນຄໍ່າວັນທີ 23 ມີນາ (ຕາມເວລາທ້ອງຖິ່່ນ) ເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດ. ນະຄອນຫຼວງ ມົດສະກູຂອງ ລັດເຊຍ ກໍແຈ້ງໃຫ້ຊາບວ່າ ໄດ້ຜ່ານຜ່າໄລຍະຮ້າຍແຮງທີ່ສຸດເຊັ່ນດຽວກັນ.

ໜ ນຊ ວຍ ແຮງ ງານ ຫວຽດນາມ ຢ ຍ ປ ນ ບຸກຄົນ ແລະ ອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດບໍລິຈາກເງິນເພື່ອຊື້ ຜ້າອັດປາກທາງການແພດ ມອບໃຫ້ແກ່ປະຊາຊົນສະຫະລັດອາເມລິກາ ຕ້ານພະຍາດ COVID-19

ຍສໝ - ເມື່ອບໍ່ດົນມານີ້, ໂດຍຕາງຫນ້າສະພາກາແດງ ອາເມລິກາ ຂຶ້ນຮັບຜ້າອັດປາກກັນເຊື້ອພະຍາດ ປະມານ 420.000 ອັນ, ໃນນັ້ນ ມີ 120.000 ອັນແມ່ນຂອງສະພາກາແດງຫວຽດນາມ ແລະ 300.000 ອັນແມ່ນຂອງສະມາຄົມອະດີດນັກສຶກສາຫວຽດນາມ - ອາເມລິກາ ຢູ່ ຮ່າໂນ້ຍ ມອບໃຫ້.

ໜ ນຊ ວຍ ແຮງ ງານ ຫວຽດນາມ ຢ ຍ ປ ນ ຊາວຫວຽດນາມ ຢູ່ ຕ່າງປະເທດໄດ້ມີການປະກອບສ່ວນອັນລ້ຳຄ່າ ແລະ ແທດຈິງ ໃນການປ້ອງກັນ ແລະ ຄວບຄຸມ ໂລກລະບາດ COVID-19

ຍສໝ - ນີ້ແມ່ນບັນດາຄຳເຫັນປະກອບຈາກຈົດໝາຍ ຂອງທ່ານ ດັ້ງມິງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳ ມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ ເພື່ອສົ່ງຈົດໝາຍຂໍຂອບໃຈມາຍັງປະຊາຄົມຊາວຫວຽດນາມ ຢູ່ ຕ່າງປະເທດທີ່ໄດ້ພ້ອມກັບ ປະເທດຊາດ ໃນການປ້ອງກັນ COVID-19 ໃນວັນທີ 28/4.

ໜ ນຊ ວຍ ແຮງ ງານ ຫວຽດນາມ ຢ ຍ ປ ນ ຊາວຫວຽດນາມຢູ່ຕ່າງປະເທດໄດ້ເຜີຍແຜ່ຄວາມເຫັນອົກເຫັນໃຈໃນໄລຍະເກີດການລະບາດຂອງພະຍາດ COVID-19

ຍສໝ -ໃນໄລຍະທີ່ຜ່ານມາ, ໜັງສືພິມສາກົນໄດ້ກ່າວເຖິງພາບພົດຂອງຫວຽດນາມ ແລະ ປະຊາຊົນຫວຽດນາມເປັນແບບຢ່າງໃນການຮັບມືກັບໂລກລະບາດ Covid – 19…

ໄຊພອນ

ເຫດການ
302 Found

Found

The document has moved here.