ບັນດາຜູ້ນຳສາກົນ ໄດ້ຕີລາຄາສູງປະເທດຫວຽດນາມ ເປັນແບບຢ່າງໃນການຄວບຄຸມພະຍາດ ທີ່ມີປະສິດຕິຜົນ

06:30 | 27/04/2020

ຍສໝ​ - ທີ່ກອງປະຊຸມອອນລາຍກ່ຽວກັບການການຮ່ວມມືລັດຖະສະພາ ເພື່ອສະກັດກັ້ນພະຍາດ COVID-19, ເຊິ່ງໄດ້ຈັດຕັ້ງໂດຍຄະນະກຳມະການຮ່ວມມືສະພາຕ່ຳຂອງ ອິນໂດເນເຊຍ. ປະເທດຫວຽດນາມໄດ້ຮັບການຕີລາຄາສູງ ໂດຍຜູ້ນຳຕ່າງປະເທດ ແລະ ໄດ້ຮັບຄວາມຄິດເຫັນຂອງປະຊາຊົນສາກົນວ່າ ເປັນຮູບແບບການຄວບຄຸມທີ່ມີປະສິດຕິຜົນ.    

ບ ນດາຜ ນຳສາກ ນ ໄດ ຕ ລາຄາສ ງປະເທດຫວຽດນາມ ເປ ນແບບຢ າງໃນການຄວບຄ ມພະຍາດ ທ ມ ປະສ ດຕ ຜ ນ ຫວຽດນາມ ສືບຕໍ່ໜູນຊ່ວຍ ລາວ ໃນການຕ້ານພະຍາດ COVID-19
ບ ນດາຜ ນຳສາກ ນ ໄດ ຕ ລາຄາສ ງປະເທດຫວຽດນາມ ເປ ນແບບຢ າງໃນການຄວບຄ ມພະຍາດ ທ ມ ປະສ ດຕ ຜ ນ ກະຊວງປ້ອງກັນປະເທດຫວຽດນາມ ສະໜັບສະໜູນປະຊາຊົນ ກຳປູເຈຍ ໃນການປ້ອງກັນພະຍາດ Covid-19 ຢ່າງມີປະສິດຕິຜົນ

ທີ່ກອງປະຊຸມ, ທ່ານນາງ Puan Maharani - ປະທານສະພາຕ່ຳຂອງ ອິນໂດເນເຊຍ ໃຫ້ຮູ້ວ່າ: ສະພາບການລະບາດພະຍາດ COVID-19 ພວມເຮັດໃຫ້ບັນດາປະເທດປະສົບກັບຄວາມຫຍຸ້ງຍາກ, ຮຽກຮ້ອງໃຫ້ມີການຮ່ວມມື, ຮ່ວມແຮງຮ່ວມໃຈ ເພື່ອປະຕິບັດຮັບມື ແລະ ຫຼຸດຜ່ອນຜົນກະທົບຂອງພະຍາດ.

ໃນລະຫວ່າງການລະບາດຂອງພະຍາດ COVID-19, ສະພາຕ່ຳແຫ່ງຊາດ ອິນໂດເນເຊຍ ໄດ້ຕີລາຄາສູງການກະທຳຂອງລັດຖະບານອິນໂດເນເຊຍ ເພື່ອໄດ້ປະຕິບັດມາດຕະການປ້ອງກັນ, ແຕ່ຮຽກຮ້ອງໃຫ້ມີການປະຕິບັດຢ່າງໄວວາໃນການທົດລອງຂະໜາດກວ້າງ ເພື່ອແຍກອອກຫ່າງ ແລະ ຕິດຕາມການແຜ່ລະບາດ, ການຕິດເຊື້ອໃນຊຸມຊົນ, ຕາມປະສົບການຈາກບາງປະເທດໃນພາກພື້ນຄື: ຫວຽດນາມ, ເກົາຫຼີ, ມາເລເຊຍ.

ບ ນດາຜ ນຳສາກ ນ ໄດ ຕ ລາຄາສ ງປະເທດຫວຽດນາມ ເປ ນແບບຢ າງໃນການຄວບຄ ມພະຍາດ ທ ມ ປະສ ດຕ ຜ ນ
ບັນດາຜູ້ນຳສາກົນ ໄດ້ຕີລາຄາສູງ ປະເທດຫວຽດນາມ ເປັນແບບຢ່າງໃນການຄວບຄຸມພະຍາດ ທີ່ມີປະສິດຕິຜົນ. (ພາບ: quochoi.vn)

ປະຈຸບັນຫວຽດນາມ ໄດ້ຮັບການຕີລາຄາສູງ ຈາກຜູ້ນຳສາກົນ ແລະ ຂອງປະຊາຊົນ ວ່າເປັນແບບຢ່າງ ທີ່ມີປະສິດທິພາບ ໃນການຄວບຄຸມພະຍາດ Covid-19.

ບັນດາຜູ້ແທນໄດ້ເນັ້ນໜັກວ່າ ພະຍາດໄຂ້ປອດອັກເສບ COVID-19 ກຳລັງເຮັດໃຫ້ມີການປ່ຽນແປງຢ່າງເລິກເຊິ່ງ ໃນຫຼາຍປະເທດ ແລະ ທົ່ວໂລກ, ສະນັ້ນບັນດາລັດຖະບານ, ລັດຖະສະພາໃນພາກພື້ນ ແລະ ທົ່ວໂລກຈຳເປັນຕ້ອງຮ່ວມມືສາມັກຄີ ໃນການຈັດຕັ້ງປະຕິບັດມາດຕະການການປ້ອງກັນ ແລະ ຄວບຄຸມການລະບາດ, ຮັບປະກັນຄວາມປອດໄພທາງສັງຄົມໃຫ້ແກ່ປະຊາຊົນ, ນຳໃຊ້ມາດຕະການຕ່າງໆ ເພື່ອສະໜັບສະໜູນວິສາຫະກິດ ແລະ ຜູ້ດ້ອຍໂອກາດໃນສັງຄົມ ຕໍ່ໜ້າການຜົນກະທົບຂອງການລະບາດພະຍາດ COVID-19.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນວັນເຢົ່າ - ປະທານຄະນະກຳມະການພົວພັນຕ່າງປະເທດ ຫວຽດນາມ ໄດ້ຕີລາຄາສູງຄວາມໝາຍຂອງກອງປະຊຸມ, ຈາກນັ້ນຊຸກຍູ້ການຮ່ວມມືລະຫວ່າງ ບັນດາລັດຖະສະພາ ໃນການປະເຊີນໜ້າກັບພະຍາດ COVID -19 ໃນບັນດາປະເທດໃນເຂດອາຊີຕາເວັນອອກສ່ຽງໃຕ້.

ຕໍ່ໜ້າສະຖານະການການແຜ່ລະບາດຂອງພະຍາດ COVID-19 ທີ່ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງ ຕໍ່ພາກພື້ນ ແລະ ທົ່ວໂລກ, ທ່ານ ຫງວຽນວັນເຢົ່າ - ປະທານຄະນະກຳມະການພົວພັນຕ່າງປະເທດ ຫວຽດນາມ ກ່າວວ່າບັນດາສະມາຊິກສະພາຕ້ອງໄດ້ຊຸກຍູ້ການຮ່ວມມື ແລະ ແລກປ່ຽນປະສົບການໃນການປ້ອງກັນການລະບາດຂອງ Covid-19 ເພື່ອເອົາຊະນະຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆທີ່ເກີດຈາກໂລກລະບາດນີ້.

ບ ນດາຜ ນຳສາກ ນ ໄດ ຕ ລາຄາສ ງປະເທດຫວຽດນາມ ເປ ນແບບຢ າງໃນການຄວບຄ ມພະຍາດ ທ ມ ປະສ ດຕ ຜ ນ ຫວຽດນາມ ໄດ້ສະໜັບສະໜູນ 50,000 ໂດລາສະຫະລັດ ໃຫ້ກອງທຶນຮັບມືພະຍາດ Covid-19 ຂອງ WHO

ຍສໝ​ - ໂດຍໄດ້ຮັບການມອບສິດຂອງນາຍົກລັດຖະມົນຕີ, ໃນຕອນບ່າຍວັນທີ 24 ເມສາ, ທີ່ສຳນັກງານໃຫຍ່ກະຊວງການຕ່າງປະເທດ, ທ່ານ ເລຮ່ວາຍຈູງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມອບເງິນເປັນສັນຍະລັກ ຈຳນວນ 50,000 ໂດລາສະຫະລັດ ຂອງລັດຖະບານ ແລະ ປະຊາຊົນຫວຽດນາມ ເພື່ອການສະໜັບສະໜູນກອງທຶນຮັບມືພະຍາດ Covid-19 ຂອງອົງການອະນາໄມໂລກ (WHO), ປະກອບສ່ວນເຂົ້າໃນການປ້ອງກັນ ແລະ ...

ບ ນດາຜ ນຳສາກ ນ ໄດ ຕ ລາຄາສ ງປະເທດຫວຽດນາມ ເປ ນແບບຢ າງໃນການຄວບຄ ມພະຍາດ ທ ມ ປະສ ດຕ ຜ ນ ແຂວງ ກຽນຢາງ ສສ.ຫວຽດນາມ ໄດ້ໜູນຊ່ວຍຊາວຫວຽດນາມ ຢູ່ ກຳປູເຈຍດ້ວຍຈຳນວນເງິນກວ່າ 200 ລ້ານດົ່ງເພື່ອຕ້ານພະຍາດ COVID-19

ຍສໝ - ຫວ່າງມໍ່ໆມານີ້, ແຂວງ ກຽນຢາງ ໄດ້ ໜູນຊ່ວຍຊາວຫວຽດນາມ ທີ່ປະສົບສະພາບການຫຍຸ້ງຍາກທີ່ສຸດຢູ່ ແຂວງ Preah Sihanouk (ກຳປູເຈຍ) ດ້ວຍຈໍານວນເງິນ 217.200.000 ດົ່ງ ເພື່ອເອົາຊະນະຜົນສະທ້ອນຂອງໂຄງການ COVID-19.

ບ ນດາຜ ນຳສາກ ນ ໄດ ຕ ລາຄາສ ງປະເທດຫວຽດນາມ ເປ ນແບບຢ າງໃນການຄວບຄ ມພະຍາດ ທ ມ ປະສ ດຕ ຜ ນ ຜູ້ຊ່ຽວຊານລັດເຊຍ ໄຈ້ແຍກ 3 ປັດໃຈທີ່ຊ່ວຍໃຫ້ຫວຽດນາມ ສະກັດກັ້ນພະຍາດ Covid-19 ຢ່າງມີປະສິດທິຜົນ

ຍສໝ​ - ຕາມຜູ້ຊ່ຽວຊານລັດເຊຍ, ຫວຽດນາມ ສະກັດກັ້ນການລະບາດຂອງພະຍາດ Covid-19 ໄດ້ມີປະສິດທິຜົນ ຍ້ອນ 3 ປັດໃຈຕົ້ນຕໍ: ການກະທຳຢ່າງວ່ອງໄວ ແລະ ທັນການຂອງລັດຖະບານ; ທ່າທີມີຄວາມຮັບຜິດຊອບຂອງປະຊາຊົນ, ກໍ່ຄືການເປີດເຜີຍ ແລະ ຈະແຈ້ງຂອງຂໍ້ມູນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.