ຊາວອາເມລິກາຄົນໜຶ່ງສະແດງຄວາມຄິດເຫັນກ່ຽວກັບ ການປ້ອງກັນ, ຄວບຄຸມໂລກລະບາດ Covid – 19 ຂອງ ຫວຽດນາມ: ລະບົບການດູແລທາງການແພດພິເສດ

18:42 | 12/03/2020

ຍສໝ - ການລະບາດຂອງ Covid-19 ກຳລັງແຜ່ລາມໄປທົ່ວໂລກ, ເຮັດໃຫ້ປະເທດຫວຽດນາມ ແລະ ປະເທດອື່ນໆມີຄວາມກົດດັນຕໍ່ການລະບາດຂອງພະຍາດດັ່ງກ່າວ. ຊາວອາເມລິກາຄົນໜຶ່ງ (ຕາມຂໍ້ມູນໃນສື່ສັງຄົມອອນລາຍ) ໄດ້ແບ່ງປັນຄວາມຄິດເຫັນສ່ວນຕົວຂອງລາວກ່ຽວກັບການການປ້ອງກັນ, ຄວບຄຸມໂລກລະບາດ Covid – 19 ຂອງຫວຽດນາມໃນ Twitter.

ໜັງສືພິມຍຸກສະໄໝ ໄດ້ແປຄວາມຄິດເຫັນສ່ວນຕົວຂອງ Emerican Johnson - Cornpop Fan Acount ກ່ຽວກັບການປ້ອງກັນ ແລະ ຄວບຄຸມໂລກລະບາດ Covid – 19 ຂອງຫວຽດນາມ. ປະເທດຫວຽດນາມມີລະບົບການດູແລທາງການແພດພິເສດ ແລະ ການແກ້ໄຂການວິກິດການ ເປັນຢ່າງດີ (ບໍ່ເປັນໜ້າເຊື່ອເລີຍ) ແຕ່ທ່ານຈະບໍ່ເຄີຍໄດ້ຍິນຂໍ້ມູນໃນທາງບວກກ່ຽວກັບເລື່ອງນີ້ເພາະວ່າ ພວກເຂົາແມ່ນປະເທດທີ່ເດີນຕາມເສັ້ນທາງສັງຄົມນິຍົມ.

ຊາວອາເມລິກາຄົນໜຶ່ງສະແດງຄວາມຄິດເຫັນກ່ຽວກັບ ການປ້ອງກັນ, ຄວບຄຸມໂລກລະບາດ Covid – 19 ຂອງ ຫວຽດນາມ: ລະບົບການດູແລທາງການແພດພິເສດ

ຊາວອາເມລິກາຄົນໜຶ່ງສະແດງຄວາມຄິດເຫັນກ່ຽວກັບ ການປ້ອງກັນ, ຄວບຄຸມໂລກລະບາດ Covid – 19 ຂອງ ຫວຽດນາມ: ລະບົບການດູແລທາງການແພດພິເສດ.

ເມື່ອ Luna ບອກຂ້າພະເຈົ້າກ່ຽວກັບຂ່າວດີກ່ຽວກັບປະເທດຫວຽດນາມ, ຂ້າພະເຈົ້າໄດ້ຄົ້ນຫາຂໍ້ມູນເປັນພາສາອັງກິດ ແຕ່ບໍ່ເຄີຍເຫັນ. ສະນັ້ນ, ພວກເຮົາເວົ້າຫຼາຍຢ່າງກ່ຽວກັບສິ່ງດີໆກ່ຽວກັບປະເທດຫວຽດນາມ. ບໍ່ແມ່ນວ່າພວກເຮົາຄິດວ່າປະເທດຫວຽດນາມສົມບູນແບບ, ແຕ່ຍ້ອນວ່າບໍ່ມີໃຜເວົ້າກ່ຽວກັບສິ່ງເຫຼົ່ານີ້. ປະເທດຫວຽດນາມມີຂໍ້ບົກຜ່ອງຫຼາຍຢ່າງ ແຕ່ກໍ່ຍັງມີຜົນສຳເລັດທີ່ໃຫຍ່ຫຼວງເຊິ່ງໂລກສາມາດ ຖືຫວຽດນາມ ເປັນແບບຢ່າງ, ລ້ວນແຕ່ຢູ່ໃນນະໂຍບາຍມະນຸດສະທຳ ແລະສັງຄົມນິຍົມ.

ໃນປີ 2000-2001, ສ.ເກົາຫຼີ ມີພະຍາດຖອກທ້ອງ ແລະ ຫວຽດນາມມີຢາທີ່ມີປະສິດຕິຜົນສູງ. ຫວຽດນາມໄດ້ສົ່ງໄປ ສ.ເກົາຫຼີ ໂດຍບໍ່ເສຍຄ່າເພື່ອຈຸດປະສົງມະນຸດສະທຳ. ຂ້າພະເຈົ້າເຄີຍໄປໂຮງໝໍ ຫຼາຍແຫ່ງໃນເຂດຊົນນະບົດທີ່ທຸກຍາກຂອງຫວຽດນາມ ແລະໄດ້ຮັບການເບິ່ງແຍງເປັນຢ່າງດີ ແລະ ໂດຍລວມແລ້ວການເບິ່ງແຍງຂອງຂ້າພະເຈົ້າແມ່ນຫຼາຍກ່ວາຢູ່ໃນອາເມລິກາ. ແນ່ນອນຂ້າພະເຈົ້າບໍ່ລວຍ ແລະຂ້າພະເຈົ້າບໍ່ມີປະກັນໄພຢູ່ສະຫະລັດອາເມລິກາ ແລະ ຢູ່ຫວຽດນາມ. ນັ້ນແມ່ນບັນຫາ.

ທຸກຄົນສືບຕໍ່ຖາມຂ່າວຄາວກ່ຽວກັບສຸຂະພາບຂອງຂ້າພະເຈົ້າ ແລະ ເປັນຫວ່ງເວລາຂ້ອຍຢູ່ຫວຽດນາມ ແຕ່ດຽວນີ້ ຂ້າພະເຈົ້າເປັນຫວ່ງທຸກຄົນຫຼາຍກວ່າ, ເພາະວ່າຂ້ອຍຢູ່ໃນບ່ອນທີ່ປອດໄພທີ່ສຸດໃນໂລກ. ຢ່າເຊື່ອຄຳເວົ້າຂອງຂ້າພະເຈົ້າ. ເບິ່ງຄວາມຈິງນີ້, ເບິ່ງຫວຽດນາມຄວບຄຸມ SARS ແລະ Covid-19, ເບິ່ງ WHO ແລະຫຼາຍປະເທດທີ່ຮັ່ງມີຄື ສ.ເກົາຫຼີຕ້ອງປຶກສາກັບຫວຽດນາມກ່ຽວກັບການແກ້ໄຂວິກິດການ.

ຊາວອາເມລິກາຄົນໜຶ່ງສະແດງຄວາມຄິດເຫັນກ່ຽວກັບ ການປ້ອງກັນ, ຄວບຄຸມໂລກລະບາດ Covid – 19 ຂອງ ຫວຽດນາມ: ລະບົບການດູແລທາງການແພດພິເສດ

ໂລກຕ້ອງຮູ້ຂໍ້ມູນຂ່າວສານກ່ຽວກັບຫວຽດນາມຫຼາຍກວ່ານີ້ ໂດຍບໍ່ຕ້ອງເຊື່ອຖືການໂຄສະນາເຜີຍແຜ່ຜ່ານສື່ຂອງຕ່າງປະເທດ.

ຫວຽດນາມແມ່ນປະເທດ ທຳອິດທີ່ຄວບຄຸມ SARS ຢ່າງເຕັມທີ່ (28 ເມສາ 2003) ແລະ Covid-19 (ຍັງບໍ່ມີຄົນເສຍຊີວິດ) ແລະ ສຳເລັດການສຶກສາໃນໜຶ່ງເດືອນຂອງຊຸດທົດສອບໄວຣັດທີ່ WHO ກ່າວວ່າຕ້ອງໃຊ້ເວລາ 4 ປີ. ປະຈຸບັນ WHO ກຳລັງໃຫ້ຄຳປຶກສາແກ່ຫວຽດນາມ ໃນການຊ່ວຍເຫຼືອໃນການແກ້ໄຂວິກິດການຂອງໂລກ; ແນ່ນອນເລື່ອງນີ້ແມ່ນບໍ່ໄດ້ອອກຂ່າວຢູ່ປະເທດພວກເຮົາ (ໝາຍຄວາມວ່າຢູ່ບັນດາປະເທດຕາເວັນຕົກ).

ໂລກຕ້ອງຮູ້ຂໍ້ມູນຂ່າວສານກ່ຽວກັບຫວຽດນາມຫຼາຍກວ່ານີ້ ໂດຍບໍ່ຕ້ອງເຊື່ອຖືການໂຄສະນາເຜີຍແຜ່ຜ່ານສື່ຂອງຕ່າງປະເທດ. ພວກເຮົາ (ຜູ້ຂຽນ ແລະທ່ານ) ບໍ່ໄດ້ຂໍໃຫ້ຄົນເຮັດຫຍັງນອກເໜືອຈາກການຮັກສາຂໍ້ມູນທີ່ເປັນຄວາມຈິງ! ກ່ຽວກັບປະເທດຫວຽດນາມຜະລິດຊຸດທົດລອງໄວຣັດຢ່າງໄວວາ, ມີພຽງແຕ່ Al Jazeera ແລະສື່ມວນຊົນຫວຽດນາມໄດ້ລາຍງານຢ່າງລະອຽດ. ສ່ວນທີ່ເຫຼືອຂອງໂລກພຽງແຕ່ເວົ້າເຖິງການປ້ອງກັນ, ຄວບຄຸມໂລກລະບາດ Covid – 19 ຂອງຫວຽດນາມ ເທົ່ານັ້ນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.