ຫວຽດນາມ: ເປີ​ດ​ລະ​ບົບ​ໃຫ້​ຄຳ​ປຶກ​ສາການ​ກວດ, ປິ່ນ​ປົວ​ພະ​ຍາດ​ທາງ​ໄກ

11:40 | 19/04/2020

ຍສໝ - ໃນຕອນເຊົ້າວັນທີ 18 ເມສາ, ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ  ໄດ້ເຂົ້າຮ່ວມພິທີເປີດລະບົບໃຫ້ຄຳປຶກສາການກວດ, ປິ່ນປົວພະຍາດທາງໄກ ແລະ ໂປຼແກຼມ Bluezone ປົກປ້ອງຊຸມຊົນ, ປ້ອງກັນສະກັດກັ້ນໂລກລະບາດ Covid – 19.

ຫວຽດນາມ ເປ ດ ລະ ບ ບ ໃຫ ຄຳ ປ ກ ສາການ ກວດ ປ ນ ປ ວ ພະ ຍາດ ທາງ ໄກ ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນການປ້ອງກັນການລະບາດພະຍາດ Covid-19
ຫວຽດນາມ ເປ ດ ລະ ບ ບ ໃຫ ຄຳ ປ ກ ສາການ ກວດ ປ ນ ປ ວ ພະ ຍາດ ທາງ ໄກ ຫວຽດນາມ ນັບມື້ນັບໄດ້ຮັບຄວາມຊົມເຊີຍຈາກສາກົນ

ລາຍການດັ່ງກ່າວໄດ້ຈັດຕັ້ງໂດຍກະຊວງສາທາລະນະສຸກ ແລະ ກະຊວງຖະແຫຼງຂ່າວ ແລະ ສື່ສານ, ເພື່ອແນະນຳລະບົບໃຫ້ຄຳປຶກສາການກວດ, ປິ່ນປົວພະຍາດທາງໄກ ແລະ ໂປຼແກຼມ Bluezone ປົກປ້ອງຊຸມຊົນ, ປ້ອງກັນສະກັດກັ້ນໂລກລະບາດ Covid – 19.

ຫວຽດນາມ ເປ ດ ລະ ບ ບ ໃຫ ຄຳ ປ ກ ສາການ ກວດ ປ ນ ປ ວ ພະ ຍາດ ທາງ ໄກ
ຮູບພາບການປິ່ນປົວພະຍາດອອນໄລຜ່ານລະບົດໃຫ້ຄຳປຶກສາການກວດ, ປິ່ນປົວພະຍາດ.(ພາບ: TTXVN)

ລະ​ບົບດັ່ງກ່າວ ທີ່ໄດ້ພັດທະນາໂດຍບໍລິສັດໂທລະຄົມມະນາຄົມກອງທັບ Viettel, ເຊິ່ງຕອບສະໜອງໄດ້ຕາມຂໍ້ກຳນົດໃນການກວດ, ປິ່ນປົວພະຍາດທາງໄກ ຂອງກະຊວງສາທາລະນະສຸກ, ລວມມີ: ໃຫ້ຄຳປຶກສາດ້ານການແພດທາງໄກ; ປຶກສາຫາລືບົ່ງມະຕິພະຍາດ ເພື່ອກວດສຸຂະພາບ, ປິ່ນປົວພະຍາດ; ປຶກສາຫາລືທາງ​ໄກ ດ້ວຍຮູບພາບ; ປຶກສາຫາລືກ່ຽວກັບການຜ່າຕັດທາງໄກ; ການຝຶກອົບຮົມ ແລະ ການຖ່າຍທອດເຕັກໂນໂລຢີຂອງການກວດ ແລະ ປິ່ນປົວທາງໄກ.

ລະ​ບົບປ້ອງກັນພະຍາດແບບນີ້ ໄດ້ໜູນຊ່ວຍໃນການນຳໃຊ້ລະບົບການດູແລທາງການແພດ ໃນໂຮງໝໍ ແລະ ສະຖານທີ່ການແພດຫລາຍແຫ່ງ. ນອກຈາກນັ້ນ ລະ​ບົບປິ່ນປົວທາງ​ໄກນີ້ ຈະຊ່ວຍຫຼຸດຜ່ອນຈຳນວນຄົນໄປໂຮງໝໍໂດຍກົງ, ຫຼຸດຜ່ອນການສົ່ງຄົນເຈັບໄປໂຮງໝໍຂັ້ນເທິງ, ຊ່ວຍເຫຼືອສັງຄົມ ແລະ ຂະແໜງສາທາລະນະສຸກ ໄດ້ປະຫຍັດເງິນ ສິບພັນຕື້ດົ່ງ ໃນແຕ່ລະປີ. ດ້ວຍການນຳໃຊ້ລະບົບນີ້,ປະຊາຊົນຢູ່ທຸກແຫ່ງທຸກບ່ອນໃນທົ່ວປະເທດ ລ້ວນແຕ່ໄດ້ເບິ່ງແຍງດູແລທາງການແພດ ຢ່າງມີຄຸນນະພາບທີ່ດີທີ່ສຸດ.

ຫວຽດນາມ ເປ ດ ລະ ບ ບ ໃຫ ຄຳ ປ ກ ສາການ ກວດ ປ ນ ປ ວ ພະ ຍາດ ທາງ ໄກ ຫວຽດນາມ ພ້ອມແລ້ວທີ່ຈະສະໜອງບັນດາເຄື່ອງອຸປະກອນການແພດ ທີ່ຜະລິດຢູ່ປະເທດຫວຽດນາມ, ເພື່ອຮ່ວມມືກັບທົ່ວໂລກ ໃນການປ້ອງກັນການລະບາດພະຍາດ COVID-19

ຍສໝ - ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນວ່າ, ໃນຄວາມສາມາດຂອງຕົນ, ຫວຽດນາມ ຈະປະກອບສ່ວນເຂົ້າໃນຄວາມພະຍາຍາມ ແລະ ພ້ອມແລ້ວທີ່ຈະສະໜອງບັນດາເຄື່ອງອຸປະກອນການແພດ ທີ່ຜະລິດຢູ່ປະເທດຫວຽດນາມ, ເພື່ອຮ່ວມມືກັບທົ່ວໂລກ ໃນການປ້ອງກັນການລະບາດພະຍາດ COVID-19.

ຫວຽດນາມ ເປ ດ ລະ ບ ບ ໃຫ ຄຳ ປ ກ ສາການ ກວດ ປ ນ ປ ວ ພະ ຍາດ ທາງ ໄກ ແຂວງຮ່າຕີ້ງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ແຂວງບໍລິຄໍາໄຊ ສປປ.ລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ -19

ຍສໝ - ຫວ່າງແລ້ວນີ້, ແຂວງຮ່າຕີ໋ງ ໄດ້ມອບອຸປະກອນການແພດ ລວມຍອດມູນຄ່າ 1,5 ຕື້ດົ່ງໃຫ້ແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ (ລາວ) ແນໃສ່ຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ຫວຽດນາມ ເປ ດ ລະ ບ ບ ໃຫ ຄຳ ປ ກ ສາການ ກວດ ປ ນ ປ ວ ພະ ຍາດ ທາງ ໄກ ຫວຽດນາມ ຈະສືບຕໍ່ການໜູນຊ່ວຍ ບັນດາປະເທດທີ່ຖືກຮັບຜົນສະທ້ອນຈາກໂລກພະຍາດ Covid-19

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ຫວຽດນາມຈະສືບຕໍ່ການໜູນຊ່ວຍບັນດາປະເທດທີ່ຖືກຮັບຜົນສະທ້ອນຈາກໂລກພະຍາດ Covid-19, ຮັກສາການເຄື່ອນໄຫວເສດຖະກິດເປັນປົກກະຕິ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.