ໂລກລະບາດ ໂຄວິດ-19 ໄດ້ແຜ່ລະບາດອອກສູ່ 210 ປະເທດ ແລະ ເຂດແຄ້ວນໃນໂລກ

08:00 | 13/04/2020

ຍສໝ - ໄລ່ຮອດ 8 ໂມງ 00 ນາທີ ວັນທີ 12 ເມສາ (ຕາມເວລາ ຫວຽດນາມ), ໂລກລະບາດ ໂຄວິດ-19 ໄດ້ແຜ່ລະບາດອອກສູ່ 210 ປະເທດ ແລະ ເຂດແຄ້ວນໃນໂລກ.

ໂລກລະບາດ ໂຄວ ດ 19 ໄດ ແຜ ລະບາດອອກສ 210 ປະເທດ ແລະ ເຂດແຄ ວນໃນໂລກ ຫວຽດນາມ ມອບເງິນ 50.000 USD ໃຫ້ແກ່ລັດຖະບານ ແລະ ປະຊາຊົນມຽນມາ ເພື່ອປ້ອງກັນ, ຕ້ານພະຍາດ ໂຄວິດ -19
ໂລກລະບາດ ໂຄວ ດ 19 ໄດ ແຜ ລະບາດອອກສ 210 ປະເທດ ແລະ ເຂດແຄ ວນໃນໂລກ ໜັງສືພິມອາເມລິກາ ຊົມເຊີຍເລື່ອງ ຫວຽດນາມ ຊ່ວຍເຫຼືອ ອີຢູ
ໂລກລະບາດ ໂຄວ ດ 19 ໄດ ແຜ ລະບາດອອກສ 210 ປະເທດ ແລະ ເຂດແຄ ວນໃນໂລກ
ໂລກລະບາດ ໂຄວິດ-19 ໄດ້ແຜ່ລະບາດອອກສູ່ 210 ປະເທດ ແລະ ເຂດແຄ້ວນໃນໂລກ.(ພາບປະກອບ: Flipboard)

ໄລ່ຮອດ 12 ໂມງ 00 ນາທີ ວັນທີ 12 ເມສາ 2020, ຫວຽດນາມ ບໍ່ກວດພົບມີຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ ແລະ ຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ຫວຽດນາມ ແມ່ນ 258 ຄົນ, ໃນນັ້ນ ມີ 144 ກໍລະນີໄດ້ຮັບການປິ່ນປົວຫາຍດີແລ້ວ.

ລາຍງານປະຈໍາວັນທີ 12 ເມສາ 2020 ຂອງຄະນະສະເພາະກິດ ສປປ.ລາວ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19, ຜ່ານການເກັບຕົວຢ່າງມາກວດທັງໝົດ 46 ຄົນ ຊຶ່ງມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ 18 ຄົນ ແລະ ມີອາການສົງໄສ 28 ຄົນ ຊຶ່ງຜົນກວດທັງໝົດແມ່ນພົບເຊື້ອ 01 ກໍລະນີ, ເປັນເພດຊາຍ ອາຍຸ 21 ປີ, ນັກສຶກສາ, ບ້ານໂພນປ່າເປົ້າ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ ເປັນຜູ້ສຳຜັດໃກ້ຊິດກັບ ກໍລະນີທີ 16.

ໄລ່ຮອດ 8 ໂມງ 00 ນາທີ ວັນທີ 12 ເມສາ 2020 (ຕາມເວລາ ຫວຽດນາມ), ໂລກລະບາດ ໂຄວິດ-19 ໄດ້ແຜ່ລະບາດອອກສູ່ 210 ປະເທດ ແລະ ເຂດແຄ້ວນໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 1,8 ລ້ານຄົນ, ມີຜູ້ເສຍຊີວິດກ່ວາ 108.000 ຄົນ ແລະ ກ່ວາ 400.000 ຄົນໄດ້ຮັບການປິ່ນປົວຫາຍດີ.

ອາເມລິກາ ຍັງສືບຕໍ່ແມ່ນປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍ້ອນໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 532.000 ຄົນ ແລະ ຈຳນວນຜູ້ເສຍຊີວິດສູງສູດໂລກແມ່ນ 20.577 ຄົນ. ໄລ່ຮອດວັນທີ 11 ເມສາ, ປະເທດ ອີຕາລີ ໄດ້ກວດພົບມີຜູ້ຕິດເຊື້ອໄວຣັດ SARS-CoV-2 ໃໝ່ຕື່ມອີກ 4.694 ຄົນ, ຍົກຈຳນວນຜູ້ຕິດເຊື້ອພະຍາດດັ່ງກ່າວຢູ່ປະເທດນີ້ ຂຶ້ນເປັນ 152.271 ຄົນ.

ປະຈຸບັນທົ່ວປະເທດອາເມລິກາ ປະກາດສະພາວະໄພພິບັດຍ້ອນໂລກລະບາດໂຄວິດ 19 ພາຍຫລັງຈຳນວນຜູ້ຖືກເສຍຊີວິດຍ້ອນໂລກລະບາດແມ່ນເພີ່ມຂຶ້ນລະດັບສູງກວ່າໝູ່ໃນໂລກ. ວັນທີ 11 ເມສາ, Wyoming ໄດ້ກາຍເປັນລັດທີ 50 ແລະແມ່ນລັດສຸດທ້າຍຂອງອາເມລິກາ ປະກາດສະພາວະໄພພິບັດພາຍຫລັງໄດ້ຮັບການໃຫ້ສັດຕະຍາບັນຈາກປະທານາທິບໍດີ ອາເມລິກາ Donald Trump. ນີ້ເປັນຄັ້ງທຳອິດ ທັງໝົດ 50 ລັດຂອງອາເມລິກາ ພ້ອມກັບນະຄອນຫລວງ Washington D.C ຖືກຈັດສະພາວະໄພພິບັດໃນພາບດຽວ.

ຍົກສູງຄວາມສໍາຄັນຂອງການຮ່ວມມືທົ່ວໂລກໃນການຕ້ານພະຍາດໂຄວິດ-19 ນີ້, ໃນໄລຍະຜ່ານມາ, ຫວຽດນາມ ບໍ່ພຽງແຕ່ມານະພະຍາຍາມຄວບຄຸມ, ຮັບມືກັບພະຍາດໂຄວິດ-19 ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ສົມທົບກັບປະເທດຕ່າງໆຕໍ່ໜ້າສິ່ງທ້າທາຍລວມຢ່າງທັນການ.

ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ຫວຽດນາມ ໄດ້ ແລະພວມພ້ອມກັບບັນດາປະເທດອາຊຽນຍົກສູງຈິດໃຈປະຊາຄົມ “ສະໜິດຕິດພັນ ແລະເປັນເຈົ້າການໃນການຮັບມື” ປະຕິບັດບັນດາມາດຕະການຢ່າງແຮງ, ສົມທົບກັນເຄື່ອນໄຫວປ້ອງກັນ, ຕ້ານພະຍາດໂຄວິດ-19, ພ້ອມທັງຮ່ວມມືແບ່ງປັນຂໍ້ມູນຂ່າວສານ, ບົດຮຽນກັບບັນດາປະເທດ G20 ແລະບັນດາຄູ່ຮ່ວມມື. ຫວ່າງແລ້ວນີ້, ໃນວັນທີ 8 ເມສາ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ສົ່ງສານ “ສາມັກຄີກັນຕ້ານພະຍາດໂຄວິດ-19” ເຖິງກອງປະຊຸມອອນລາຍບັນດາລັດຖະມົນຕີສາທາລະນະສຸກພາກພື້ນປາຊີຟິກຕາເວັນຕົກຂອງອົງການອະນາໄມໂລກ (WHO), ໃນນັ້ນຊີ້ແຈ້ງວ່າ ຫວຽດນາມ ຂໍແບ່ງປັນຄວາມເຫັນລວມກ່ຽວກັບຄວາມສໍາຄັນຂອງການຮ່ວມມືສາກົນ.

ຄຽງຂ້າງນັ້ນ, ທ່ານນາຍົກລັດຖະມົນຕີ, ການນໍາກະຊວງການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບການນໍາປະເທດຕ່າງໆເປັນປະຈໍາ, ຄື: ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ, ທ່ານ Andrej Babis ນາຍົກລັດຖະມົນຕີແຫ່ງ ສ.ເຊັກໂກ, ທ່ານ ຫຼີເຄີສຽງ ນາຍົກລັດຖະມົນຕີຈີນ... ເພື່ອພ້ອມກັນແບ່ງປັນບົດຮຽນ ແລະສະເໜີບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂລກລະບາດ ໂຄວ ດ 19 ໄດ ແຜ ລະບາດອອກສ 210 ປະເທດ ແລະ ເຂດແຄ ວນໃນໂລກ ສະມາຄົມມິດຕະພາບຫວຽດນາມ - ລາວ ໃນກໍາລັງຕໍາຫຼວດປະຊາຊົນຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ ລາວ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງ Covid – 19

ຍສໝ - ໃນຕອນບ່າຍຂອງວັນທີ 9 ເມສາ 2020, ຢູ່ ສຳນັກງານໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດພິທີມອບຮັບອຸປະກອນການແພດ ເພື່ອສະໜັບສະໜຸນ ລາວ ປ້ອງກັນ ແລະ ຄວບຄຸມ ໂລກພະຍາດ Covid - 19 ລະຫວ່າງສະມາຄົມມິດຕະພາບຫວຽດນາມ - ລາວ ເປັນຜູ້ຮັບ ແລະ ສະມາຄົມມິດຕະພາບ ຫວຽດນາມ - ...

ໂລກລະບາດ ໂຄວ ດ 19 ໄດ ແຜ ລະບາດອອກສ 210 ປະເທດ ແລະ ເຂດແຄ ວນໃນໂລກ ຫວຽດນາມ ໜູນຊ່ວຍ ລັດຖະບານ ແລະ ປະຊາຊົນລາວ ຮັບມືກັບໂລກລະບາດ ໂຄວິດ - 19

ຍສໝ - ບົນເນື້ອໃນຈິດໃຈສາຍພົວພັນແບບພິເສດ ແລະ ໄມຕີຈິດມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ, ຫວຽດນາມ ພ້ອມແລ້ວທີ່ຈະໃຫ້ການໜູນຊ່ວຍ, ແບ່ງປັນ ແລະ ຄຽງບ່າຄຽງໄລ່ກັບ ລາວ ໃນບັ້ນປ້ອງກັນ ແລະ ສະກັດກັ້ນໂລກລະບາດດັ່ງກ່າວ ເພື່ອໃຫ້ສອງປະເທດມີສະພາບການເປັນປົກກະຕິໂດຍໄວ, ສືບຕໍ່ພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

ໂລກລະບາດ ໂຄວ ດ 19 ໄດ ແຜ ລະບາດອອກສ 210 ປະເທດ ແລະ ເຂດແຄ ວນໃນໂລກ ລາວ ນໍາເຂົ້າ ຜ້າອັດປາກ ຈໍານວນ 2 ລ້ານຜືນ ຈາກ ສສ.ຫວຽດນາມ

ຍສໝ - ວັນທີ 28 ມີນາ, ໃນກອງປະຊຸມນັກຂ່າວທີ່ກ່ຽວຂ້ອງແຜນການປ້ອງກັນໂລກລະບາດ Covid – 19, ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ສປປ.ລາວ ໃຫ້ຮູ້ວ່າ ໃນອະນາຄົດອັນໃກ້ນີ້, ລັດຖະບານ ສປປ.ລາວ ຈະນຳເຂົ້າ ຜ້າອັດປາກ ຈໍານວນ 2 ລ້ານຜືນ ຈາກ ...

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.