ນາຍົກລັດຖະມົນຕີ ສປປ.ລາວ ຮຽກຮ້ອງໃຫ້ທົ່ວປວງຊົນປ້ອງກັນ ແລະ ຕ້ານພະຍາດ Covid-19

11:38 | 28/03/2020

ຍສໝ - ວັນທີ 26 ມີນາ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ລາວ ໄດ້ປະກາດວ່າ ປະເທດລາວ ກຳລັງປະເຊີນກັບສະຖານະການສຸກເສີນ, ຍ້ອນການກວດພົບການລະບາດ Covid-19 ໃນທົ່ວປະເທດ.

ວັນທີ 26 ມີນາ, ໃນກອງປະຊຸມທີ່ກ່ຽວຂ້ອງກັບພະຍາດ Covid 19, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ສປປ.ລາວ ໄດ້ຮຽກຮ້ອງໃຫ້ປະຊາຊົນ ແລະ ທຸກກະຊວງ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈກັນ ໃນການແກ້ໄຂພະຍາດດັ່ງກ່າວ.

ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ສປປ.ລາວ ໄດ້ປະເມີນການເຂົ້າອອກເມືອງປະຈຳວັນຂອງບັນດາຜູ້ແຮງງານ ລາວ ຫລາຍພັນຄົນ ຈາກຕ່າງປະເທດ ທີ່ໄດ້ເພີ່ມຄວາມສ່ຽງຕໍ່ການລະບາດຂອງ Covid-19, ແລະ ສ້າງຄວາມກົດດັນຢ່າງຫຼວງຫຼາຍຕໍ່ ອົງການທີ່ມີໜ້າທີ່ ກ່ຽວຂ້ອງໃນການແກ້ໄຂ, ໃນເມື່ອພາຍໃນປະເທດຖືກກວດພົບກໍລະນີຕິດພະຍາດລະບາດແລ້ວ.

ນາຍົກລັດຖະມົນຕີ ສປປ.ລາວ ຮຽກຮ້ອງໃຫ້ທົ່ວປວງຊົນປ້ອງກັນ ແລະ ຕ້ານພະຍາດ Covid-19

ນາຍົກລັດຖະມົນຕີ ສປປ.ລາວ ຮຽກຮ້ອງໃຫ້ປະຊາຊົນປ້ອງກັນ ແລະ ຕ້ານພະຍາດ Covid-19. (ພາບ: nhandan)

ສະນັ້ນ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ສປປ.ລາວ ໄດ້ຮຽກຮ້ອງໃຫ້ປະຊາຊົນລາວ ປະຕິບັດຕາມມາດຕະການຢ່າງເຂັ້ມງວດ ທີ່ລັດຖະບານວາງອອກ, ໂດຍສະເພາະ ແມ່ນຈຳນວນແຮງງານ ລາວ ທີ່ກັບມາຈາກຕ່າງປະເທດ ຕ້ອງປະຕິບັດແຍກອອກຫ່າງເປັນເວລາ 14 ວັນ, ຖ້າລະເມີດ, ພວກເຂົາຈະຖືກລົງໂທດມາດຕະການຢ່າງບັງຄັບ.

ພ້ອມກັນນັ້ນ, ທ່ານ ນາຍົກລັດຖະມົນຕີລາວ ໄດ້ຮຽກຮ້ອງໃຫ້ປະຊາຊົນລາວໃຊ້ມາດຕະການເພີ່ມເຕີມບາງຢ່າງ ເພື່ອໃຫ້ເໝາະສົມກັບສະພາບການລະບາດທີ່ສັບສົນໃນປະຈຸບັນ. ຕາມນັ້ນ, ບັນດາກະຊວງ, ຂະແໜງການຈາກສູນກາງ ລົງຮອດ ບັນດາທ້ອງຖິ່ນ, ໂດຍສະເພາະ, ຊີ້ນຳບັນດາອົງການຈັດຕັ້ງຈັດການສົນທະນາພາຍໃນ, ຫຼຸດຜ່ອນການປະຊຸມ, ຊຸກຍູ້ໃຫ້ເຮັດວຽກຢູ່ເຮືອນ ແລະ ຄວນຈັດແຈງ ເຮັດວຽກຢູ່ໃນໄລຍະທີ່ປອດໄພ. ການຈັດຕັ້ງກອງປະຊຸມ, ຫ້າມເດັດຂາດຈັດຕັ້ງງານບຸນປະເພນີ ທີ່ຊຸມນຸມຫຼາຍຄົນ.

ນອກຈາກນັ້ນ, ທ່ານ ນາຍົກລັດຖະມົນຕີລາວ ເນັ້ນໜັກວ່າ ປະຊາຊົນ ຈຳເປັນຕ້ອງມີຄວາມສະຫງົບ, ບໍ່ຕ້ອງສະແດງຄວາມຫຼົງໄຫຼ, ແລະ ລັດຖະບານ ສປປ.ລາວ ຈະຮຽນຮູ້ຈາກປະສົບການ ແລະ ເຮັດວຽກຢ່າງໃກ້ຊິດກັບປະເທດຕ່າງໆ ເພື່ອຜ່ານຜ່າໄລຍະຫຍຸ້ງຍາກນີ້.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.