ກະຊວງສາທາລະນະສຸກ ສປປ.ລາວ ໄດ້ບັນທຶກມີຜູ້ຕິດເຊື້ອເພີ່ມຂຶ້ນອີກ 3 ກໍລະນີ

18:07 | 26/03/2020

ຍສໝ - ມາຮອດວັນທີ 26 ມີນາ ນີ້, ມີຜູ້ຕິດເຊື້ອໄວຣັດ Covid - 19 ຢູ່ ລາວ ເພີ່ມຂຶ້ນເປັນ 6 ກໍລະນີແລ້ວ.

ກະຊວງສາທາລະນະສຸກ ສປປ.ລາວ ໄດ້ບັນທຶກມີຜູ້ຕິດເຊື້ອເພີ່ມຂຶ້ນອີກ 3 ກໍລະນີ

ມາຮອດວັນທີ 26 ມີນາ, ສປປ.ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19​ ລວມທັງໝົດ 6 ຄົນ. (ພາບ: tholakhong)

ອີງຕາມການແຈ້ງການຂອງ ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ສປປ.ລາວ ໃຫ້ຮູ້ວ່າ, ມາຮອດວັນທີ 26 ມີນານີ້, ມີຜູ້ຕິດເຊື້ອໄວຣັດ Covid - 19 ຢູ່ ລາວ ເພີ່ມຂຶ້ນເປັນ 6 ກໍລະນີແລ້ວ. 3 ຄົນຕິດເຊື້ອ Covid-19 ແມ່ນກໍລະນີໃຫມ່, ຄື: ເພດຊາຍ ອາຍຸ 42 ປີ ອາຊີບຂັບລົດ ຂັບລົດແຂກທ່ອງທ່ຽວ ຢູ່ ບ້ານ ປ່ອງຄໍາ ແຂວງຫຼວງພະບາງ; ເພດຊາຍ ອາຍຸ 52 ປີ ອາຊີບຂັບລົດ ຂັບລົດແຂກທ່ອງທ່ຽວ ຢູ່ ບ້ານ ວິຊຸນ ແຂວງຫຼວງພະບາງ ເຊິ່ງທັງສອງຕິດຈາກກໍລະຜູ້ຕິດເຊື້ອເພດຍິງຄົນທີ 1; ເພດຊາຍ 41 ປີ ຢູ່ບ້ານຈຳປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຕິດຈາກການສຳພັດຜູ້ຕິດເຊື້ອຄົນທີ 3.​

ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ສປປ.ລາວ ກ່າວວ່າ "ກະຊວງສາທາລະນະສຸກ ຍັງໄດ້ຢັ້ງຢືນວ່າ 181 ຄົນໄດ້ພົບປະຢ່າງໃກ້ຊິດ ຕໍ່ກັບບັນດາຄົນຕິດເຊື້ອ Covid-19 ດັ່ງກ່າວ, ແລະ ກຳລັງໄດ້ວິເຄາະເລືອດ ຄັ້ງທີໜຶ່ງໃນເຂດແຍກຕົວຢູ່ ໂຮງໝໍມິດຕະພາບ".

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.