ປະເທດ ລາວ ສົ່ງເສີມການຜະລິດພາຍໃນປະເທດ ເພື່ອຮັບມືກັບລະບາດພະຍາດ Covid-19

16:58 | 24/03/2020

ເຖິງວ່າມາຮອດວັນທີ 22 ມີນາ, ປະເທດ ລາວ ຍັງບໍ່ທັນພົບເຫັນຜູ້ຕິດພະຍາດ Covid-19 ໃດ, ແຕ່ວ່າມີ 4 ໃນ 5 ປະເທດທີ່ຕິດກັບເສັ້ນຊາຍແດນທາງບົກກັບລາວ ລ້ວນແຕ່ປະກາດມີຜູ້ຕິດເຊື້ອພະຍາດ, ຍ້ອນແນວນັ້ນ, ບັນດາມາດຕະການນີ້ເພື່ອແນໃສ່ຊ່ວຍລາວ ສາມາດຮັບມືເມື່ອພະຍາດແຜ່ລະບາດຢ່າງທັນການ.

ທີ່ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນມີນາ, ລັດຖະບານລາວ ໄດ້ສ້າງຕັ້ງຄະນະຮັບຜິດຊອບແກ້ໄຂບັນດາຜົນສະທ້ອນເຖິງເສດຖະກິດຍ້ອນເຊື້ອພະຍາດ Covid-19 ກໍ່ຂຶ້ນ, ໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລາວ ເປັນຫົວໜ້າຄະນະ. ກອງປະຊຸມດັ່ງກ່າວກໍ່ພິຈາລະນາ, ເຫັນດີເປັນເອກະພາບບົນຫຼັກການ 13 ມາດຕະການເສດຖະກິດເຊິ່ງກະຊວງແຜນການ ແລະການລົງທຶນລາວ ລາຍງານ ແລະຊີ້ນໍາບັນດາກະຊວງ, ຂະແໜງການສົມທົບກັນຄົ້ນຄວ້າເພື່ອໃຫ້ລັດຖະບານພິຈາລະນາ, ຮັບຮອງເອົາ ແລະຜັນຂະຫຍາຍ.

ປະເທດ ລາວ ສົ່ງເສີມການຜະລິດພາຍໃນປະເທດ ເພື່ອຮັບມືກັບລະບາດພະຍາດ Covid-19

ລາວ ຍູ້ແຮງການຜະລິດສິນຄ້າທີ່ເປັນມູນເຊື້ອປະເພດຕ່າງໆເພື່ອຮັບມືກັບພະຍາດ Covid-19. (ພາບ: nhandan.com.vn)

ໃນຂະນະນັ້ນ, ເພື່ອແນໃສ່ສົ່ງເສີມເພີ່ມທະວີການຜະລິດພາຍໃນປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ເນັ້ນນັກເຖິງການເສີມຂະຫຍາຍຈິດໃຈກຸ້ມຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາວລາວ, ລັດຖະບານລາວ ຮຽກຮ້ອງບັນດາກະຊວງ, ຂະແໜງການ ແລະປະຊາຊົນລາວ ຈົ່ງຫັນບັນດາຄວາມຫຍຸ້ງຍາກໃນປະຈຸບັນເປັນກາລະໂອກາດ, ແຂ່ງຂັນເພີ່ມພູນຜະລິດຜົນ, ຜະລິດສິນຄ້າປະເພດຕ່າງໆເຊິ່ງພາຍໃນປະເທດສາມາດຜະລິດໄດ້ເພື່ອແນໃສ່ທົດແທນບັນດາປະເພດສິນຄ້າທີ່ຕ້ອງນໍາເຂົ້າກ່ອນໜ້ານີ້.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ໄດ້ຊີ້ນໍາບັນດາກະຊວງ, ຂະແໜງການອີງໃສ່ພາລະບົດບາດ, ໜ້າທີ່ຂອງຕົນ, ບົນພື້ນຖານສະພາບຕົວຈິງເພື່ອສະເໜີບັນດາວິທີການປະຕິບັດ; ພ້ອມທັງອະນຸຍາດໃຫ້ນໍາໃຊ້ບາງມາດຕະການຢ່າງມີໄຫວພິບ ເພື່ອຫຼຸດຜ່ອນບັນດາຜົນກະທົບ, ຜົນສະທ້ອນຂອງພະຍາດ Covid-19 ເຖິງສະພາບການເສດຖະກິດ, ສັງຄົມ ແລະຊີວິດການເປັນຢູ່ຂອງປະຊາຊົນລາວ; ເພີ່ມທະວີການສົມທົບກັນ, ແລກປ່ຽນຂໍ້ມູນຂ່າວສານ ແລະຍາດແຍ່ງການຮ່ວມມື, ຊ່ວຍເຫຼືອຈາກປະຊາຄົມສາກົນ, ພິເສດແມ່ນບັນດາຂົງເຂດທີ່ລາວ ພວມຕ້ອງການ, ບໍ່ທັນກຽມພ້ອມກະກຽມ.

(ແຫຼ່ງ​ຂໍ້​ມູນ​: qdnd.la)

ເຫດການ
302 Found

Found

The document has moved here.