ເວທີສະແດງ ເລຫງອກ "ສຸດໃຈ" ໃນ "ຈົດໝາຍສະບັບ​ທີ 72" ບົນເວທີສະແດງຂອງປະເທດ ລາວ

18:51 | 08/04/2024

ຍສໝ - ເວທີສະແດງ ເລຫງອກ ໄດ້​ນຳ​ເອົາ​ບົດ​ລະຄອນເວທີ “ຈົດໝາຍສະບັບ​ທີ 72" ໄປສະແດງຢູ່​ປະ​ເທດ​ລາວ ຕາມຄຳ​ເຊີນ​ຂອງ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ຈະເລີນ ເຢຍປາວເຮີ.

ລາວ​ ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 6 ສະ​ພາ​ແຫ່ງ​ຊາດ ຊຸດ​ທີ IX ລາວ​ ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 6 ສະ​ພາ​ແຫ່ງ​ຊາດ ຊຸດ​ທີ IX
ນັກສຶກສາລາວ ແລະ ກຳປູເຈຍ  72 ຄົນ ລົງຕົວຈິງ ແລະ ຊອກຮູ້ກ່ຽວກັບຊີວິດວັດທະນະທຳຫວຽດນາມ ນັກສຶກສາລາວ ແລະ ກຳປູເຈຍ 72 ຄົນ ລົງຕົວຈິງ ແລະ ຊອກຮູ້ກ່ຽວກັບຊີວິດວັດທະນະທຳຫວຽດນາມ
ເວທີສະແດງ ເລຫງອກ "ລຸກຂຶ້ນ" ໃນ "ໃບຮ້ອງຟ້ອງ​ສະບັບ​ທີ 72" ບົນເວທີສະແດງຂອງປະເທດ ລາວ

ບົດລະຄອນເວທີ “ຈົດໝາຍສະບັບ​ທີ 72" ບົນເວທີສະແດງ ລາວ ໃນການສະແດງຄັ້ງທໍາອິດ

​ໃນ​ຕົ້ນ​ປີ​ໃໝ່ 2024, ​ເວທີ​ສະແດງ ເລຫງອກ ​ໄດ້​ຮັບ​ການ “ເລືອກ​​ໜ້າສົ່ງ​ຄຳ” ເມື່ອ​​ຈັດ​ຕັ້ງ​ບັນດາ​ເຫດການ​ໃຫຍ່​ຢ່າງຕໍ່ເນື່ອງ. ນັ້ນ​ແມ່ນ​ໝູ່ຄະນະອ້າຍເອື້ອຍນ້ອງ​ນັກ​ສິລະ​ປະ​ກອນ​ຂອງຫົວ​ໜ່ວຍ​ທີ່​ໄດ້​ສະແດງ​ຕ້ອນຮັບ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ລາວ ຈະເລີນ ເຢຍປາວເຮີ; ໄດ້ສະແດງການຕ້ອນຮັບຄະນະ​ຜູ້​ແທນ​ ຍີ່ປຸ່ນ; ຂ່ຳນັບຮັບຕ້ອນທ່ານ Neth Savoeun, ຮອງນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກໍາປູເຈຍ ໃນການປະຕິບັດງານຂອງທ່ານຢູ່ ຫວຽດນາມ.

ເວທີສະແດງ ເລຫງອກ "ລຸກຂຶ້ນ" ໃນ "ໃບຮ້ອງຟ້ອງ​ສະບັບ​ທີ 72" ບົນເວທີສະແດງຂອງປະເທດ ລາວ

ທ່ານ ສິລະປິນປະຊາຊົນ ນາງ ເລຫງອກ ມອບດອກໄມ້ໃຫ້ ທ່ານ ຈະເລີນ ເຢຍປາວເຮີ, ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ ໃນລາຍການສະແດງສິລະປະຄັ້ງທຳອິດ ຢູ່ສູນວັດທະນະທໍາ ຫວຽດນາມ-ລາວ.

ໃນ​ຂອບ​ເຂດ​ກາໄປນປະຕິບັດງານ, ວັນ​ທີ 6 ມັງກອນ​ນີ້, ທ່ານ ຈະເລີນ ເຢຍປາວເຮີ, ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ​ໄດ້ສະຫຼະເວລາມາຕ້ອນຮັບ, ອວຍພອນ​ປີ​ໃໝ່ 2024 ຢູ່​ເວທີສະແດງ ​ເລ​ຫງອກ.

ເມື່ອຊອກຮູ້ກ່ຽວກັບບັນດາບົດລະຄອນ, ບັນດາຜົນສຳເລັດທີ່ຫົວໜ່ວຍບັນລຸໄດ້, ທ່ານຮອງປະທານສະພາແຫ່ງຊາດ ລາວ ໄດ້ສະແດງຄວາມປາດຖະໜາຢາກໃຫ້ບົດລະຄອນເວທີ "ຈົດໝາຍສະບັບ​ທີ 72" ກໍ່ໄດ້ໄປສະແດງຢູ່ ລາວ.

ຕາມ​ນັກ​ຂຽນ​ບົດ​ລະຄອນ ຮວ່າງແທງຢູ ​ແລ້ວ, "ຈົດໝາຍສະບັບ​ທີ 72" ໄດ້​ຮັບ​ການ​ຂຽນ​ຈາກ​ເອກະສານ​ຂອງ​ທ່ານທະນາຍຄວາມ ຈ້ອງຕີ່, ອະດີດ​ຜູ້​ພິພາກສາ​ຂອງ​ສານ​ປະຊາຊົນ​ສູງ​ສຸດ - ຜູ້ເຄີຍແກ້ໄຂຫຼາຍຄະດີທີ່ບໍ່ໄດ້ຮັບຄວາມຍຸຕິທຳ ຖືກກ່າວຫາ. ຜູ້ຂຽນ ຮວ່າງແທງຢູ ກໍ່ມີຄວາມປະທັບໃຈຕໍ່ກັບບັນດາຄະດີທີ່ລົງໂທດຜິດຄົນ ກ່ຽວກັບທ່ານ ໂດ້ວັນໂຈຍ, ສະມາຊິກພັກ, ເຄີຍເປັນພະນັກງານພື້ນຖານທີ່ຖືກຕັດສິນລົງໂທດໃນຂໍ້ກ່າວຫາຂ້າຄົນ. ​ໃນຕະຫຼອດ 8 ປີ, ທ່ານ ໂຈຍ ສືບ​ຕໍ່​ສົ່ງ​ຄຳ​ຮ້ອງ​ທຸກ 70 ກວ່າ​ສະບັບ​ເພື່ອຮ້ອງຂໍຄວາມເປັນທຳ. ປີ 1966, ທ່ານ​ປະທານ ​ໂຮ່ຈີ​ມິນ​ ໄດ້ໃຫ້​ເລຂາ​ ຫວູກີ ສົ່ງ​ໃບຮ້ອງຂໍຄວາມເປັນທຳສະບັບໜຶ່ງ​ໃຫ້ຫົວໜ້າອົງການໄອຍະການະຊາຊົນ​ສູງ​ສຸດ ເພື່ອຮ້ອງຂໍຄວາມເປັນທຳຂອງທ່ານ ໂດ້ວັນໂຈຍ ດ້ວຍ​ຂໍ້ຄວາມ​ວ່າ: “ທ່ານປະທ່ານ ​ໂຮ່ຈີ​ມິນ ບໍ່​ພໍ​ໃຈ​ຕໍ່​ວິທີ​ການ​ເຮັດ​ວຽກ​ທີ່​ບ່າຍບ່ຽງໃຫ້​ກັນ, ປະຊາຊົນ​ໄດ້​ສົ່ງ​ຄຳ​ຮ້ອງ​ຟ້ອງ 70 ສະບັບ​ໂດຍ​ບໍ່​ມີ​ອົງການໃດ​ແກ້​ໄຂ​ບັນຫາ​ນີ້​ຢ່າງ​ເດັດຂາດ. ລຸງ​ໂຮ່ ສະເໜີໃຫ້ອົງການໄອຍະການະຊາຊົນ​ສູງ​ສຸດ ຕ້ອງ​ແກ້​ໄຂ​ບັນຫາ​ນີ້ ແລ້ວລາຍ​ງານ​ຜົນ​ໃຫ້​ລຸງ​ໂຮ່". ​ແລະ​ຄະດີຂອງທ່ານ ໂດ້ວັນໂຈຍ ໄດ້​ຖືກເບິ່ງຄືນ​...

ຕອນ​ເຊົ້າ​ວັນ​ທີ 4 ເມສາ, ນັກ​ສິ​ລະປະຂອງເວທີສະແດງ ເລ​ຫງອກ ໄດ້​ມີ​ການພົບປະແລກປ່ຽນ​ກັບ​ບັນ​ດາ​ນັກຮຽນຂອງ ໂຮງ​ຮຽນສອງພາສາ ​ຫວຽດ​ນາມ - ລາວ ຫງວຽນຢູ. ບັນດາ​ນັກ​ສິລະ​ປະໄດ້ກ່າວຄຳປາໄສ, ​ແນະນຳ​ໃຫ້​ເດັກນ້ອຍ​ຮູ້ເຖິງ​ຄວາມ​ໝາຍ​ຂອງ​ບົດລະຄອນ; ຂະ​ບວນ​ການ​ແປງກາຍເປັນເຂົ້າໃນບັນດາຕົວລະຄອນ​; ບົດຮຽນ​ທຳ​ມະ​ດາ​ທີ່​ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ຈາກການດຳລົງ​ຊີວິດ​ ​ແລະ ການ​ເຮັດ​ວຽກ​ຂອງ​ປະທານ ​ໂຮ່ຈີ​ມິນ ​ເພື່ອ​ປະຊາຊົນ ​ແລະ ປະ​ເທດ​ຊາດ.

ໂດຍມີຄວາມຮູ້ສຶກຕື້ນຕັນໃຈ​ເມື່ອ​ເວົ້າ​ເຖິງ​ການ​ສະ​ແດງ​ຢູ່ ​ລາວ, ທ່ານສິລະປິນປະຊາຊົນ ນາງ​ ເລ​ຫງອກ ​ແບ່ງປັນ​ວ່າ: “ຈາກ​ຄຳ​ເຊີນ​ຂອງ​ທ່ານ​​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ລາວ ຈະເລີນ ເຢຍປາວເຮີ ເມື່ອ​ຄັ້ງມາ​ຢ້ຽມຢາມ ຫວຽດນາມ, ພວກ​ຂ້າພະ​ເຈົ້າ ​ໄດ້​ປະຕິບັດການດີນທາງ​ໄປ​ເຖິງການນຳຮູບສັນຍະລັກປະທານ ​ໂຮ່ຈີ​ມິນ ຂອງບົດລະຄອນຈົດໝາຍສະບັບ​ທີ 72 ມາຮອດປະເທດ ລາວ ແລ້ວ. ນີ້​ແມ່ນ​ການ​ເດີນ​ທາງ​ຢ່າງລຳບາກຂອງຫຼາຍຄະນະ, ຂະແໜງການທີ່​ຮ່ວມ​ມື​ເພື່ອ​ນຳ​ໂຄງການ​ວັດທະນະທຳ​ໃຫ້​ບັນລຸ​ໄຊຊະນະ. ຄວາມ​ມານະ​ພະຍາຍາມ​ທີ່​ບໍ່ຫນ້ອຍ​ຂອງ​ຫຼາຍ​ໜ່ວຍ​ງານ, ປະຊາຊົນ​ຫຼາຍ​ຄົນ​ປະກອບສ່ວນ​ເຂົ້າ​ໃນເວທີສະແດງ ເລ​ຫງອກ ເພື່ອ​ສ້າງ​ຄວາມ​ມະຫັດສະຈັນ​ທາງ​ດ້ານ​ວັດທະນະທຳ ​ແລະ ການ​ທູດ​ລະຫວ່າງ​ຫວຽດນາມ - ລາວ”.

ເວທີສະແດງ ເລຫງອກ "ລຸກຂຶ້ນ" ໃນ "ໃບຮ້ອງຟ້ອງ​ສະບັບ​ທີ 72" ບົນເວທີສະແດງຂອງປະເທດ ລາວ

ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ລາວ ຈະເລີນ ເຢຍປາວເຮີ ​ຖ່າຍຮູບ​ທີ່​ລະ​ນຶກ​ກັບທ່ານ ສິລະປິນປະຊາຊົນ ນາງ ເລຫງອກ

ໃນຄືນນວັນທີ 4 ເມສາ, ບົດລະຄອນເວທີ ຈົດໝາຍສະບັບ​ທີ 72 ສືບຕໍ່ໄດ້ສະແດງຢູ່ ຫໍວັດທະນະທຳລາວ ຮັບໃຊ້ຜູ້ຊົມ 1,200 ຄົນ. ອີກເທື່ອໜຶ່ງ, ທຸກຄົນໃນຄະນະໄດ້ "ສຸດໃຈ" ໃນການສະແດງບົດບາດທີ່ພວກເຂົາສວມ. ຕື່ມອີກເທື່ອໜຶ່ງ, ຜູ້ຊົມ ລາວ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເຫັນພາບທີ່ຮັກແພງຂອງປະທານ ໂຮ່ຈີມິນ ຜ່ານການສະແດງຂອງສິລະປິນຜູ້ສວມບົດບາດທີ່ເຕັມໄປດ້ວຍຄວາມຮູ້ສຶກຮັກແພງ ນັ້ນແມ່ນ ທ່ານສິລະປິນດີເດັ່ນ ວັນຫາຍ.

ຮູບ​ພາບ​ໃນ​ການ​ສະແດງຄ່ຳຄືນ ວັນ​ທີ 4 ເມ​ສາ​

ເວທີສະແດງ ເລຫງອກ "ລຸກຂຶ້ນ" ໃນ "ໃບຮ້ອງຟ້ອງ​ສະບັບ​ທີ 72" ບົນເວທີສະແດງຂອງປະເທດ ລາວ

ສະຖານທີ່ສະແດງບົດລະຄອນເວທີ ຈົດໝາຍສະບັບ​ທີ 72 ໃນຄ່ຳຄືນວັນທີ 4 ເມສາ

ເວທີສະແດງ ເລຫງອກ "ລຸກຂຶ້ນ" ໃນ "ໃບຮ້ອງຟ້ອງ​ສະບັບ​ທີ 72" ບົນເວທີສະແດງຂອງປະເທດ ລາວ


ຄວາມ​ປອດ​ໄພ​ໄດ້ຮັບການຮັບປະກັນຢູ່​ສະຖານທີ່ສະແດງ "ຈົດໝາຍສະບັບ​ທີ 72 "

ເວທີສະແດງ ເລຫງອກ "ລຸກຂຶ້ນ" ໃນ "ໃບຮ້ອງຟ້ອງ​ສະບັບ​ທີ 72" ບົນເວທີສະແດງຂອງປະເທດ ລາວ
ເວທີສະແດງ ເລຫງອກ "ລຸກຂຶ້ນ" ໃນ "ໃບຮ້ອງຟ້ອງ​ສະບັບ​ທີ 72" ບົນເວທີສະແດງຂອງປະເທດ ລາວ
ເວທີສະແດງ ເລຫງອກ "ລຸກຂຶ້ນ" ໃນ "ໃບຮ້ອງຟ້ອງ​ສະບັບ​ທີ 72" ບົນເວທີສະແດງຂອງປະເທດ ລາວ

ຜູ້​ຊົມ​ເຕັມ​ແຖວ​ນັ່ງ​ຢູ່​ໃນຄ່ຳ​ຄືນ​ການ​ສະ​ແດງ​ຄັ້ງ​ທີ 2 ຂອງ​ເວທີສະແດງ ​ເລ​ຫງອກ ຢູ່​ລາວ

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.