ໂຈະເປີດສາຍການບິນໂດຍກົງວຽງຈັນ-ດ່ານັ້ງ ຊົ່ວຄາວ

16:30 | 12/03/2020

ຍສໝ - ຍ້ອນສະພາບເຊື້ອພະຍາດ Covid-19 ຜັນແປໄປຢ່າງສັບສົນສະນັ້ນບໍລິສັດການບິນ Lao Airlines ຕົກລົງໂຈະເປີດສາຍການບິນໂດຍກົງວຽງຈັນ-ດ່ານັ້ງ ຊົ່ວຄາວ.

ໂຈະເປີດສາຍການບິນໂດຍກົງວຽງຈັນ-ດ່ານັ້ງ ຊົ່ວຄາວ

ພາບປະກອບ

ກ່ອນໜ້ານັ້ນ, Lao Airlines ປະກາດຄາດຄະເນເປີດສາຍການບິນ ວຽງຈັນ-ດ່ານັ້ງ ໃນວັນທີ 29 ມີນາ. ຕາມແຜນການ, ສາຍການບິນນີ້ຈະມີ 3 ຖ້ຽວບິນ/ອາທິດ ໃນວັນອັງຄານ, ວັນພະຫັດ, ວັນອາທິດດ້ວຍເຮືອບິນ ATR 72 ທີ່ມີ 70 ບ່ອນນັ່ງ. ວັນທີ 11 ມີນາ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ອົງການນີ້ຖື ການແຜ່ລະບາດຂອງ ໂລກພະຍາດອັກເສບປອດ Covid – 19 ທີ່ເກີດຈາກເຊື້ອໄວຣັດ corona ສາຍພັນໃໝ່ (SARS – CoV - 2) ແມ່ນໂລກລະບາດທົ່ວໂລກ.ທ່ານGhebreyesus ໃຫ້ຮູ້ວ່າ WHO ຖືໂລກລະບາດດັ່ງກ່າວຢູ່ໃນລະບົບຮັບມືຢ່າງຄົບຖ້ວນນັບແຕ່ເວລາໄດ້ຮັບການປະກາດກ່ຽວກັບບັນດາກໍລະນີຕິດເຊື້ອ Covid – 19 ຄົນທຳອິດ. ທ່ານ Ghebreyesus ກໍ່ເນັ້ນໜັກວ່າ ກ່ຽວກັບການຜັນແປໃນປັດຈຸບັນປຽບເໝືອນວ່າ ໂລກລະບາດບໍ່ອາດຈະເຮັດໃຫ້ການຕີລາຄາຂອງ WHO ກ່ຽວກັບໄພນາບຂູ່ຈາກໄວຣັດ SARS – CoV – 2 ມີການປ່ຽນແປງ, ແລະສິ່ງນີ້ບໍ່ໄດ້ເຮັດໃຫ້ປ່ຽນແປງບັນດາສິ່ງ ທີ່ WHO ພວມເຮັດ ແລະ ສິ່ງທີ່ບັນດາປະເທດຕ້ອງເຮັດ.

ຄະນະປະຈຳລັດຖະບານ ຫວຽດນາມ ໄດ້ເຫັນດີເປັນເອກະພາບກັບບົດລາຍງານຂອງຄະນະຊີ້ນຳການສະກັດກັ້ນ, ຕ້ານໂລກລະບາດ Covid - 19 ແຫ່ງຊາດ, ຫວຽດນາມໄດ້ກະກຽມ ກໍລະນີຕ່າງໆໃຫ້ເປັນຢ່າງດີດັ່ງນັ້ນ ຈຶ່ງບໍ່ຕົກຢູ່ໃນທ່າຮັບໃນການຄວບຄຸມສະພາບການ. ຫຼັງຈາກ 22 ວັນທີ່ ບໍ່ກວດພົບກໍລະນີຕິດເຊື້ອ Covid – 19 ໃໝ່ຕື່ມອີກ, ປັດຈຸບັນ, ຫວຽດນາມ ໄດ້ຮັບເອົາ ຜູ້ຕິດເຊື້ອ Covid – 19 ໃໝ່ຕື່ມອີກ 18 ຄົນ. ຕໍ່ໜ້າການຜັນແປຢ່າງສັບສົນຂອງສະພາບໂລກລະບາດ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ: ປະກາດຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງໂລກລະບາດ Covid – 19 ຕ້ອງຮັບປະກັນໃຫ້ທັນການ, ຄົບຖ້ວນ, ເປີດເຜີຍ, ໂປ່ງໃສ, ຊອກຫາຜູ້ເປັນແຫຼ່ງລະບາດໃຫ້ໄວທີ່ສຸດ ແລະ ບັນດາຜູ້ທີ່ສຳຜັດກໍ່ຕ້ອງໄດ້ ແຍກຕົວຢູ່ຕ່າງຫາກຢ່າງຄົບຖ້ວນ. ພ້ອມກັນນັ້ນ, ຕ້ອງຮັບປະກັນການສະໜອງບັນດາປະເພດສິນຄ້າບໍລິໂພກທີ່ຈຳເປັນຢ່າງຄົບຖ້ວນເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.