ເພີ່ມທະວີການພັດທະນາການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ

06:20 | 27/02/2020

ຍສໝ - ໃນປີ 2019, ການທ່ອງທ່ຽວ ຫວຽດນາມ ບັນລຸນັກທ່ອງທ່ຽວສາກົນ 18 ລ້ານເທື່ອຄົນ, ຕົວເລກນີ້ຄາດວ່າຈະເພີ່ມຂື້ນແຕ່ 15-20% ຕໍ່ປີ. ໂດຍສະເພາະ, ນັກທ່ອງທ່ຽວຈາກ ອິນໂດເນເຊຍ ກໍ່ມີຈຳນວນເພີ່ມຂຶ້ນເຊັ່ນກັນ. ປີ 2018, ຈຳນວນນັກທ່ອງທ່ຽວຈາກອິນໂດເນເຊຍ ມາ ຫວຽດນາມ ບັນລຸປະມານ 87,941 ຄົນ, ໃນປີ 2019, ເພີ່ມຂຶ້ນ 100,000 ຄົນ.

ວັນທີ 25 ກຸມພາ ປີ 2020, ສະຫະສະມາຄົມການທ່ອງທ່ຽວ ອິນໂດເນເຊຍ (Astindo) ແລະ ບໍລິສັດຫຸ້ນສ່ວນການທ່ອງທ່ຽວ VTG ຂອງ ຫວຽດນາມ ໄດ້ຈັດຕັ້ງການສົ່ງເສີມການທ່ອງທ່ຽວໃຫ້ແກ່ບັນດາສາວິສາຫະກິດທ່ອງທ່ຽວ ອິນໂດເນເຊຍ ໂດຍມີການເຂົ້າຮ່ວມຂອງ ວິສາຫະກິດ ເກືອບ 100 ແຫ່ງ ທີ່ຂຶ້ນກັບ ສະຫະສະມາຄົມການທ່ອງທ່ຽວ ອິນໂດເນເຊຍ.

ເພີ່ມທະວີການພັດທະນາການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ

ເພີ່ມທະວີການພັດທະນາການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ. (ພາບ: vov.vn)

ທີ່ການໂຄສະນາ, ມີປະມານເກືອບ 100 ວິສາຫະກິດຂອງສະມາຄົມທ່ອງທ່ຽວອິນໂດເນເຊຍ ໄດ້ມີໂອກາດຄ້າຂາຍ ແລະ ຊອກຫາການຮ່ວມມືດ້ານການທ່ອງທ່ຽວ. ກອງປະຊຸມສຳມະນາ ໄດ້ນຳເອົາຂໍ້ມູນກ່ຽວກັບສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈ, ຂໍ້ມູນກ່ຽວກັບຜະລິດຕະພັນການທ່ອງທ່ຽວທີ່ມີຄຸນນະພາບ, ຊ່ວຍໃຫ້ບັນດາວິສາຫະກິດອິນ ໂດເນເຊຍ ມີພາບລວມກ່ຽວກັບຕະຫຼາດທ່ອງທ່ຽວຂອງຫວຽດນາມ.

ທ່ານນາງ Elly Hutabarat ສະມາຊິກ ສະຫະສະມາຄົມການທ່ອງທ່ຽວ ອິນໂດເນເຊຍໃຫ້ຮູ້ວ່າ: ຫວຽດນາມມີບັນດາຜະລິດຕະພັນການທ່ອງທ່ຽວດີທີ່ສຸດ ດ້ວຍສະຖານທີ່ທ່ອງທ່ຽວຫຼາຍແຫ່ງ, ລາຄາກໍ່ຖືກເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ. ຊາວອິນໂດເນເຊຍ ມັກຊອກຫາບັນດາສາຖານທີ່ທ່ອງທ່ຽວໃໝ່ເພື່ອໄປທ່ອງທ່ຽວ. ພວກເຮົາແມ່ນປະເທດສະມາຊິກ ອາຊຽນຄືກັນ ແລະ ຫວຽດນາມ ກໍ່ບໍ່ໄດ້ຢູ່ຫ່າງໄກກັບ ອິນໂດເນເຊຍ, ພວກເຮົາບໍ່ຕ້ອງ ຂໍວີຊາເພື່ອໄປທ່ອງທ່ຽວ.

ເພີ່ມທະວີການພັດທະນາການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ

ບັນດາຜະລິດຕະພັນການທ່ອງທ່ຽວທີ່ມີຄຸນນະພາບ, ຊ່ວຍໃຫ້ບັນດາວິສາຫະກິດ ອິນໂດເນເຊຍມີມູນມອງກ່ຽວກັບການຕະຫຼາດທ່ອງທ່ຽວ ຫວຽດນາມ. (ພາບ: vov.vn)

ເພາະສະນັ້ນ, ພວກເຮົາອາດເພີ່ມທະວີການໂຄສະນາເຜີຍແຜ່ເພື່ອຍົກຈຳນວນແຂກທ່ອງທ່ຽວ ສອງປະເທດຂຶ້ນເຕື່ມ. ໃນສະພາບການທີ່ ໂລກລະບາດ Covid – 19 ພວມມີການຜັນແປຢ່າງສັບສົນ, ມາຮອດປັດຈຸບັນ, ຫວຽດນາມຍັງແມ່ນສະຖານທີ່ທ່ອງທ່ຽວທີ່ປອດໄພ. ກອງປະຊຸມສຳມະນາເພື່ອແນໃສ່ສະໜອງບັນດາຂໍ້ມູນຂ່າວສານກ່ຽວກັບບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມ, ບັນດາຜະລິດຕະພັນການທ່ອງທ່ຽວທີ່ມີຄຸນນະພາບ, ຊ່ວຍໃຫ້ບັນດາວິສາຫະກິດ ອິນໂດເນເຊຍມີມູນມອງກ່ຽວກັບການຕະຫຼາດທ່ອງທ່ຽວ ຫວຽດນາມ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.