ກອງປະຊຸມແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ: ການສົນທະນາກ່ຽວກັບການປົກປ້ອງຊັບພະຍາກອນນໍ້າທີ່ຍືນຍົງ

17:48 | 22/02/2020

ຍສໝ - ວັນທີ 20 ກຸມພານີ້, ທີ່ນະຄອນຫຼວງວຽງຈັນ, ລາວ ໄດ້ຈັດກອງປະຊຸມລັດຖະມົນຕີຕ່າງປະເທດຮ່ວມມື ແມ່ນໍ້າຂອງ - ລ້ານຊ້າງ (MLC) ຄັ້ງທີ 5 ໂດຍການເຂົ້າຮ່ວມຂອງລັດຖະມົນຕີຕ່າງປະເທດກໍາປູເຈຍ, ລາວ, ມຽນມາ, ໄທ. ຈີນ ແລະ ຫວຽດນາມ. ຄະນະຜູ້ແທນ ຫວຽດນາມ ນຳໜ້າໂດຍ ທ່ານ ຟ້າມບິ່ງມິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ.

ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ຕີລາຄາສະພາບການຮ່ວມມືໃນປີ 2019 ແລະ ປຶກສາຫາລືທິດທາງການຮ່ວມມືໃນໄລຍະຈະມາເຖິງ. ບັນດາລັດຖະມົນຕີ ເຫັນດີສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດແຜນປະຕິບັດງານ MLC ໄລຍະ 2018-2022. ສຳລັບການຮ່ວມມືດ້ານຊັບພະຍາກອນນໍ້າ, ບັນດາລັດຖະມົນຕີໄດ້ເຫັນດີ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານດ້ານຈຳນວນຕົວເລກ, ເພື່ອຊຸກຍູ້ການຮ່ວມມືໃນການຮັບມືກັບເຫດການຮີບດ່ວນ ເຊັ່ນ: ໄພນໍ້າຖ້ວມ, ໄພແຫ້ງແລ້ງ ແລະ ໄພພິບັດອື່ນໆ, ເພື່ອປັບປຸງຄວາມສາມາດການຄຸ້ມຄອງຊັບພະຍາກອນນໍ້າ, ຮັບປະກັນການນຳໃຊ້ຊັບພະຍາກອນນ້ຳ ທີ່ຍືນຍົງ ແລະ ສົມເຫດສົມຜົນ.

ກອງປະຊຸມແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ: ການສົນທະນາກ່ຽວກັບການປົກປ້ອງຊັບພະຍາກອນນໍ້າທີ່ຍືນຍົງ

ກອງປະຊຸມແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ ຄັ້ງທີ 5 ທີ່ນະຄອນຫຼວງວຽງຈັນ, ລາວ. (ພາບ: baoquocte)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ຢືນຢັນການປະກອບສ່ວນຢ່າງມີປະສິດທິຜົນຂອງ ຫວຽດນາມ ໃນການຮ່ວມມື MLC, ພ້ອມທັງເນັ້ນໜັກວ່າ ກົນໄກນີ້ຄວນປະກອບສ່ວນເພີ່ມທະວີການປະສານສົມທົບລະຫວ່າງບັນດາປະເທດ, ເພື່ອແກ້ໄຂບັນດາສິ່ງທ້າທາຍໃນພາກພື້ນ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນ.

ໃນວັນດຽວກັນ, ໄດ້ມີກອງປະຊຸມພິເສດຂອງສະພາປະສານງານ ອາຊຽນ ຈັດຂຶ້ນຕາມການສະເໜີ ຂອງ ຫວຽດນາມ ໃນຖານະເປັນປະທານອາຊຽນ, ໂດຍການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ. ໂດຍການເຂົ້າຮ່ວມຂອງລັດຖະມົນຕີຕ່າງປະເທດຂອງບັນດາປະເທດສະມາຊິກອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນ. ສະພາປະສານງານອາຊຽນຍິນດີໃຫ້ການປະຕິບັດຢ່າງທັນການ ແລະ ມີປະສິດທິຜົນຂອງບັນດາປະເທດສະມາຊິກ, ຊ່ອງທາງການຮ່ວມມືດ້ານສາທາລະນະສຸກ ແລະ ບັນດາອົງການຊ່ຽວຊານອາຊຽນໃນການຮ່ວມມືແລກປ່ຽນຂໍ້ມູນແລະປະສົບການໃນການປ້ອງກັນ, ກວດພະຍາດ, ການຮັກສາແລະຄວບຄຸມພະຍາດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.