ເພີ່ມທະວີການຮ່ວມມືແຫຼ່ງຊັບພະຍາກອນນໍ້າ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

10:13 | 19/12/2019

ຍສໝ - ວັນທີ 17 ທັນວາ 2019, ທີ່ນະຄອນຫຼວງປັກກິ່ງ, ປະເທດຈີນ, ໄດ້ດໍາເນີນກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການຮ່ວມມືແຫຼ່ງຊັບພະຍາກອນນໍ້າ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.

ເພີ່ມທະວີການຮ່ວມມືແຫຼ່ງຊັບພະຍາກອນນໍ້າ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ຜູ້ແທນບັນດາປະເທດເຂົ້າຮ່ວມກອງປະຊຸມ ຖ່າຍຮູບລວມ.(ພາບ: nhandan.com.vn)

ທີ່ກອງປະຊຸມ, ທ່ານ ເລກົງແທັ່ງ ເລກົງແທັ່ງ ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ ຕີລາຄາສູງບັນດາຜົນງານຂອງການຮ່ວມມືແຫຼ່ງຊັບພະຍາກອນນໍ້າ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະຢັ້ງຢືນວ່າການເຂົ້າຮ່ວມຢ່າງຕັ້ງໜ້າ ແລະການປະກອບສ່ວນຢ່າງມີປະສິດທິຜົນຂອງຫວຽດນາມ ໃນກົນໄກຮ່ວມມືດັ່ງກ່າວ ເພື່ອແນໃສ່ເສີມຂະຫຍາຍບົດບາດຂອງການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ກວ່າອີກ ເພື່ອຜົນປະໂຫຍດລວມຂອງທຸກໆປະເທດ ແຄມແມ່ນໍ້າ. ຫວຽດນາມ ສະເໜີບັນດາປະເທດເພີ່ມທະວີ ແລະເປີດກວ້າງບັນດາຂົງເຂດຮ່ວມມື, ລວມທັງການແບ່ງປັນຂໍ້ມູນຂ່າວສານ, ຕົວເລກ, ບົດຮຽນໃນການຄຸ້ມຄອງ ແລະແລກປ່ຽນວິທະຍາສາດ-ເຕັກນິກ; ເພີ່ມທະວີການທາບທາມຄໍາເຫັນ, ການເຈລະຈາໃນການສ້າງນະໂຍບາຍ, ແຜນການ, ວາງແຜນຜັງຂຸດຄົ້ນ, ນໍາໃຊ້ແຫຼ່ງຊັບພະຍາກອນນໍ້າຢ່າງເໝາະສົມ ເພື່ອຜົນປະໂຫຍດລວມຂອງທຸກໆປະເທດໃນຍ່ານລຸ່ມ, ກ້າວໄປເຖິງການສ້າງຍຸດທະສາດລວມກ່ຽວກັບການຄຸ້ມຄອງແຫຼ່ງຊັບພະຍາກອນນໍ້າໃຫ້ຍ່ານລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.

ກອງປະຊຸມໄດ້ປຶກສາຫາລື, ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນການຮ່ວມມືແຫຼ່ງຊັບພະຍາກອນນໍ້າ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ; ຮັບຮອງເອົາຖະແຫຼງການຮ່ວມ ແລະບັນຊີລາຍຊື່ສະເໜີບັນດາໂຄງການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ. ສິ້ນສຸດກອງປະຊຸມ, ຜູ້ຕາງໜ້າ 6 ປະເທດໄດ້ຮັບຮອງເອົາຖະແຫຼງການຮ່ວມກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການຮ່ວມມືແຫຼ່ງຊັບພະຍາກອນນໍ້າແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.