ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫ໋າຍ ຟ່ອງ - ອຸດົມໄຊ

18:57 | 18/05/2019

ຍສໝ - ໃນວັນທີ 17 ພຶດສະພາ, ຮອງເລຂາພັກແຂວງ, ຫົວໜ້າຄະນະກຳມະການປະຊາຊົນ ນະຄອນ ຫ໋າຍ ຟ່ອງ - ທ່ານ ຫງວຽນ ວັນ ຕູ່ງ ໄດ້ຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ແຂວງອຸດົມໄຊ ນຳ ໂດຍ ທ່ານ ຄຳພັນ ເຜີຍຍະວົງ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກແຂວງ, ເຈົ້າແຂວງ ທີ່ມາຢ້ຽມຢາມສັນຖະວະໄມຕີ ຢູ່ ບັນດາແຂວງ ພາກເໜືອຂອງຫວຽດນາມ ໃນນັ້ນມີ ນະຄອນ ຫ໋າຍ ຟ່ອງ, ເນື່ອງໃນໂອກາດທີ່ ທ່ານໄດ້ຮັບຕຳແໜ່ງໃໝ່.

ເຂົ້າຮ່ວມຕ້ອນຮັບ ແລະ ເຮັດວຽກຄັ້ງນີ້ມີ ສະຫາຍ ກາວ ຊົນ ລຽນ, ຫົວໜ້າຄະນະຂົນຂວາຍປະຊາຊົນແຂວງ, ປະທານແນວໂຮມແຫ່ງຊາດຫວຽດນາມ ນະຄອນຫ໋າຍຟ່ອງ; ສະຫາຍ ຫງວຽນ ວັນ ແທ່ງ , ຮອງປະທານ ກຳມະການປະຊາຊົນ ແລະ ຕ່າງຫນ້າການນຳ ຂະແໜງການ, ຫນ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫ໋າຍ ຟ່ອງ - ອຸດົມໄຊ

ທັດສະນີຍະພາບຂອງການປະຊຸມ.

ຫົວໜ້າຄະນະກຳມະການປົກຄອງ ເມືອງ ຫາຍ ຟ່ອງ - ທ່ານ ຫງວຽນ ວັນ ຕູງ ຕ້ອນຮັບດ້ວຍຄວາມຍິນດີຢ່າງສຸດໃຈ ຄະນະຜູ້ແທນຂອງແຂວງອຸດົມໄຊໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບເມືອງ ຫາຍ ຟ່ອງ. ທ່ານ ຫງວຽນ ວັນ ຕູງ ຢັ້ງຢືນວ່າ ການຮ່ວມມືລະຫວ່າງຫວຽດນາມ - ລາວ, ໂດຍສະເພາະລະຫວ່າງ ຫາຍ ຟ່ອງ - ອຸດົມໄຊ ໄດ້ນັບມື້ນັບປັບປຸງ ແລະ ພັດທະນາດີຂຶ້ນ.


ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫ໋າຍ ຟ່ອງ - ອຸດົມໄຊ

ທ່ານ ຫງວຽນ ວັນ ຕູງ ກ່າວຄຳປາໄສໃນການປະຊຸມ.

ທ່ານ ຫງວຽນ ວັນ ຕູງ ປະທານກຳມະການປະຊາຊົນນະຄອນ ໄດ້ລາຍງານວ່າ: ປັດຈຸບັນ, ນະຄອນ ຫ໋າຍ ຟ່ອງ ແມ່ນຈຸດສຳຄັນດ້ານການພັດທະນາ ເສດຖະກິດ-ສັງຄົມ ໃນທົ່ວປະເທດ, ເປັນສະຖານທີ່ມີເງື່ອນໄຂສະດວກ ໃຫ້ແກ່ນັກລົງທຶນພາຍໃນ ແລະ ຕ່າງປະເທດ ມາລົງທຶນ. ນອກຈາກ ດັດສະນີຊີ້ວັດ ຂອງການຂະຫຍາຍຕົວ GRDP, ດັດສະນີບົ່ງຊີ້ ການພັດທະນາ ອຸດສາຫະກໍາ; ລວມຍອດການສົ່ງອອກເພີ່ມຂຶ້ນສູງ, ນະຄອນ ຫ໋າຍ ຟ່ອງ ກໍ່ຍັງມີຄວາມສົນໃຈຫຼາຍ ເຖິງການພັດທະນາ ຂະແຫນງການກະສິກໍາ ແລະ ມີນະໂຍບາຍ ເອົາໃຈໃສ່ ເຖິງສະຫວັດດິການ-ສັງຄົມ.

ສະຫາຍ ຄຳພັນ ເຜີຍຍະວົງ - ເຈົ້າແຂວງອຸດົມໄຊ ສະແດງຄວາມຂອບໃຈ ເປັນຢ່າງຍິ່ງ ໃນການຕ້ອນຮັບອົບອຸ່ນ ແລະ ໄມຕີຈິດ ຂອງ ການນຳນະຄອນ ຫ໋າຍ ຟ່ອງ ໃນເວລາການຢ້ຽມຢາມ ແລະ ເຮັດວຽກ.

ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫ໋າຍ ຟ່ອງ - ອຸດົມໄຊ

ສະຫາຍ ຄຳພັນ ເຜີຍຍະວົງ ກ່າວຄຳປາໄສໃນການປະຊຸມ.

ພ້ອມກັນນັ້ນ, ສະຫາຍ ຄຳພັນ ເຜີຍຍະວົງ ຫວັງເປັນຢ່າງຍິ່ງວ່າ: ໃນອະນາຄົດ, ການນຳ ນະຄອນ ຫ໋າຍ ຟ່ອງ ຈະແນະນໍານັກລົງທຶນຫວຽດນາມ ໄປສໍາຫຼວດ, ເພື່ອຊອກຫາໂອກາດລົງທຶນ ແລະ ພັດທະນາ ຢູ່ແຂວງອຸດົມໄຊ; ສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງຮ່ວມກັນ ເພື່ອຖອດຖອນບົດຮຽນ, ສົ່ງເສີມການພົວພັນຮ່ວມມືອັນດີ, ໂດຍສະເພາະແມ່ນ ນະຄອນ ຫ໋າຍ ຟ່ອງ ຈະສືບຕໍ່ຊ່ວຍເຫຼືອ ແຂວງອຸດົມໄຊ ຝຶກອົບຮົມກໍ່ສ້າງ ຊັບພະຍາກອນມະນຸດ, ຮ່ວມມືໃນການສິດສອນ. ເຈົ້າແຂວງໆອຸດົມໄຊ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການໜູນຊ່ວຍ ຂອງ ການນຳນະຄອນ ຫ໋າຍ ຟ່ອງ ໃນຊຸມປີທີ່ຜ່ານມາ, ທ່ານຫວັງວ່າຈະສືບຕໍ່ເສີມຂະຫຍາຍການຮ່ວມມືອັນດີງາມ ລະຫວ່າງ ສອງພັກ, ສອງລັດ ກໍ່ຄື ແຂວງ ອຸດົມໄຊ ແລະ ນະຄອນຫ໋າຍ ຟ່ອງ.

ການມາຢ້ຽມຢາມບັນດາແຂວງ ພາກເໜືອຂອງຫວຽດນາມໃນຄັ້ງນີ້, ກໍ່ເພື່ອເປັນການຮັດແໜ້ນຄວາມສາມັກຄີ, ມິດຕະພາບ ລະຫວ່າງ ຫວຽດນາມ ແລະ ສປປ ລາວ ເວົ້າລວມ, ລະຫວ່າງ ແຂວງອຸດົມໄຊ ແລະ ບັນດາແຂວງພາກເໜືອ ຂອງຫວຽດນາມເວົ້າສະເພາະ.

ໃນມື້ດຽວກັນ, ເຈົ້າແຂວງໆອຸດົມໄຊ ກໍ່ໄດ້ໄປຢ້ຽມຢາມ ມະຫາວິທະຍາໄລ ຫ໋າຍ ຟ່ອງ ແລະ ໄດ້ໄປຢ້ຽມຢາມນັກສຶກສາ ແຂວງອຸດົມໄຊ ທີ່ກຳລັງຮຽນ ຢູ່ ມະຫາວິທະຍາໄລດັ່ງກ່າວ.

(ຄຳຮຸ່ງ)

302 Found

Found

The document has moved here.