ກົມວິທະຍາສາດ-ປະຫວັດສາດການທະຫານ ເຂົ້າອວຍພອນທູດປ້ອງກັນຊາດ ສສ ຫວຽດນາມ

15:20 | 17/12/2019

ຍສໝ - ວັນທີ 13 ທັນວາ 2019 ນີ້ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ ພ້ອມດ້ວຍຄະນະໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນຫ້ອງການທີ່ປຶກສາທູດປ້ອງກັນຊາດກະຊວງປ້ອງກັນປະເທດ ສສ ຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 75 ປີ ( 22/12/1944-2/12/2019 ) ໂດຍໃຫ້ກຽດຕ້ອນຮັບຂອງ ສະຫາຍ ພັນເອກ ຕ່າວວັນ ຖ້າຍ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມຄະນະໃຫ້ການຕ້ອນຮັບ.

ວັນທີ 13 ທັນວາ 2019 ນີ້ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ ພ້ອມດ້ວຍຄະນະໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນຫ້ອງການທີ່ປຶກສາທູດປ້ອງກັນຊາດກະຊວງປ້ອງກັນປະເທດ ສສ ຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 75 ປີ ( 22/12/1944-2/12/2019 ) ໂດຍໃຫ້ກຽດຕ້ອນຮັບຂອງ ສະຫາຍ ພັນເອກ ຕ່າວວັນ ຖ້າຍ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມຄະນະໃຫ້ການຕ້ອນຮັບ.

ກົມວິທະຍາສາດ-ປະຫວັດສາດການທະຫານ ເຂົ້າອວຍພອນທູດປ້ອງກັນຊາດ ສສ ຫວຽດນາມ

ກົມວິທະຍາສາດ-ປະຫວັດສາດການທະຫານ ເຂົ້າອວຍພອນທູດປ້ອງກັນຊາດ ສສ ຫວຽດນາມ. (ພາບ: Lao's Army News)

ໃນໂອກາດນີ້ສະຫາຍຫົວໜ້າ ກົມ ວສ-ປສ ການທະຫານກໍໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານພາຍໃນກົມກອງອວຍພອນມາຍັງກອງທັບ ປະຊາຊົນຫວຽດນາມທີ່ໄດ້ມີຄວາມເຕີບໃຫຍ່ເຂັ້ມແຂງຕະຫຼອດໄລຍະ 75 ປີ ຜ່ານມາ, ອວຍພອນການນຳກະຊວງປ້ອງ ກັນປະເທດ ສສ ຫວຽດນາມ ທີ່ໄດ້ທຸມເທເຫື່ອແຮງເພື່ອສ້າງກອງທັບຂອງຕົນໃຫ້ເຕີບໃຫຍ່ເຂັ້ມແຂງທັງປະລິມານ ແລະ ຄຸນນະພາບ, ອວຍພອນສາຍພົວພັນການຮ່ວມມືລະຫວ່າງສອງຊາດ, ສອງກອງທັບ ແລະ ບັນດາອົງການກົມກອງທີ່ມີການພົວພັນຮ່ວມມືກັບກົມ ວສ-ປສ ການທະຫານ ໂດຍຜ່ານຫ້ອງການທີ່ປຶກສາທູດປ້ອງກັນຊາດ ທີ່ຍາມໃດກໍມີການພົວພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໄດ້ດີຕະຫຼອດມາ. ພ້ອມນີ້ສະຫາຍຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ຍັງໄດ້ສະແດງ ຄວາມຂອບອົກຂອບໃຈ ແລະ ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືຮອບດ້ານ ແລະ ເສີມສ້າງສາຍພົວພັນໃນຕໍ່ໜ້າກໍຄືຍາວນານໃຫ້ໝັ້ນຄົງທະນົງແກ່ນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.