ຄະນະຜູ້ແທນສະພາແຫ່ງຊາດ ເຂດ 8, ແຂວງຫົວພັນ (ສປປ ລາວ) ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງເຊີນລາ

09:15 | 15/10/2019

ຍສໝ - ວັນທີ 14 ຕຸລາ, ຄະນະຜູ້ແທນສະມາຊິກສະພາແຫ່ງຊາດເຂດ 8, ແຂວງຫົວພັນ (ສປປ ລາວ) ໂດຍ ສະຫາຍ ທຳວອນ ບຸນທະວົງ, ຮອງເລຂາພັກແຂວງ, ຫົວໜ້າຄະນະຜູ້ແທນເຂດ 8, ປະທານສະພາປະຊາຊົນແຂວງຫົວພັນ ໄດ້ດຳເນີນການຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງເຊີນລາ.

ຄະນະຜູ້ແທນສະພາແຫ່ງຊາດ ເຂດ 8, ແຂວງຫົວພັນ (ສປປ ລາວ) ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງເຊີນລາ

ຄະນະຜູ້ແທນສະພາແຫ່ງຊາດເຂດ 8, ແຂວງຫົວພັນ (ສປປ ລາວ) ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງເຊີນລາ.(baosonla.org.vn)

ຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນ, ແຂວງເຊີນລາ ປະກອບມີ: ສະຫາຍ ຫງວ໋ຽນ ດັກ ກວິ່ງ, ຮອງເລຂາຄະນະປະຈຳພັກແຂວງ, ຫົວໜ້າ ຄະນະຜູ້ແທນສະພາແຫ່ງຊາດແຂວງ; ທ່ານນາງ ຈ໋າງ ຖິ ຊົນ, ກຳມະການຄະນະປະຈຳພັກແຂວງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ; ທ່ານນາງ ເຍິມ ຖິ ເຟືອງ, ຮອງປະທານສະພາປະຊາຊົນແຂວງ; ທ່ານ ດິງ ກົງ ສີ, ຄະນະປະຈຳ ກຳມາທິການການຕ່າງປະເທດສະພາແຫ່ງຊາດ.

ທີ່ການພົບປະ ແລະ ຕ້ອນຮັບ, ທ່ານ ຫງວ໋ຽນ ດັກ ກວິ່ງ ໄດ້ສະຫຼຸບລາຍງານກ່ຽວກັບສະພາບການພັດທະນາ ເສດຖະກິດ - ສັງຄົມ ຂອງແຂວງເຊີນລາ ໃນ 9 ເດືອນຕົ້ນປີ 2019 ທີຜ່ານມານີ້; ການເຄື່ອນໄຫວຂອງຄະນະຜູ້ແທນແຂວງເຊີນລາ ນັບແຕ່ສະໄໝຕົ້ນ ມາຈົນຮອດປະຈຸບັນ... ຄະນະຜູ້ແທນແຂວງເຊີນລາ ໄດ້ຈັດຕັ້ງການເຄື່ອນໄຫວກໍ່ຄືກິດຈະກຳຫຼາຍຢ່າງ ເພື່ອຮັບເອົາຄຳຄິດຄຳເຫັນຂອງບັນດາຂະແໜງການ, ຫົວໜ່ວຍທ້ອງຖິ່ນທີ່ເຂົ້າຮ່ວມ 15 ໂຄງການດ້ານກົດໝາຍ, ກອງປະຊຸມຮ່າງ, ປັບປຸງກົດໝາຍ, ເພີ່ມເຕີມບາງກົດໝາຍ ໃນວາລະກອງປະຊຸມສະພາແຫ່ງຊາດ; ແຕ່ລະປີ ຈັດຕັ້ງ 2-3 ການຕິດຕາມກວດກາ, ການສຳຫຼວດ ຢູ່ທ້ອງຖິ່ນ ແລະ ເຂົ້າຮ່ວມການກວດສອບ ກອງປະຊຸມສະພາແຫ່ງຊາດ ປະມານ 5-6 ຄັ້ງ. ໄລ່ຮອດທ້າຍເດືອນກັນຍາ 2019, ຄະນະກຳມະການປະຊາຊົນແຂວງເຊີນລາ ໄດ້ຈັດກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ 20 ຈຸດ ດ້ວຍຈຳນວນຜູ້ມີສິດເລືອກຕັ້ງຫລາຍກວ່າ 2.500 ຄົນ.

ສຳລັບການເຄື່ອນໄຫວຂອງສະພາປະຊາຊົນແຂວງ, ຄະນະປະຈຳສະພາປະຊາຊົນແຂວງໄດ້ມີແລກປ່ຽນບາງປະສົບການໃນການດຳເນີນງານກ່ຽວກັບ: ໂຄງຮ່າງການຈັດຕັ້ງ; ອອກເອກະສານເພື່ອຮັບໃຊ້ການເຄື່ອນໄຫວຂອງສະພາປະຊາຊົນ; ກິດຈະກຳຕິດຕາມກວດກາຕາມຫົວຂໍ້; ຕິດຕາມກວດກາຜ່ານການອະພິປາຍໃນກອງປະຊຸມສະພາປະຊາຊົນ ແລະ ຈັດຕັ້ງການເຄື່ອນໄຫວຕິດຕາມກວດກາ ຂອງສະພາປະຊາຊົນທີ່ກ່ຽວຂ້ອງກັບການແກ້ໄຂ ຄຳສະເໜີຂອງຜູ້ມີສິດເລືອກຕັ້ງ, ນຳສົ່ງຄຳສະເໜີຂອງຜູ້ມີສິດເລືອກຕັ້ງ ຂື້ນມາຍັງຄະນະກຳມະການປະຊາຊົນແຂວງ…

ຕາງໜ້າຄະນະຜູ້ແທນ, ສະຫາຍ ທຳວອນ ບຸນທະວົງ ໄດ້ແລກປ່ຽນກ່ຽວກັບການເຄື່ອນໄຫວຂອງຄະນະຜູ້ແທນສະພາແຫ່ງຊາດເຂດ 8, ແຂວງຫົວພັນ (ສປປ ລາວ). ພ້ອມດຽວກັນນີ້, ກ່ໍ່ສະແດງຄວມຂໍຂອບໃຈ ສຳລັບການຕ້ອນຮັບຢ່າງອົບອຸ່ນຂອງແຂວງເຊີນລາ.

ໃນໄລຍະຢູ່ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງເຊີນລາ, ຄະນະຜູ້ແທນສະພາແຫ່ງຊາດເຂດ 8, ແຂວງຫົວພັນ (ສປປ ລາວ) ໄດ້ໄປຢ້ຽມຢາມ ແລະ ເຄົາລົບສັກກາລະ ຢູ່ ວັດ ລຸງໂຮ່, ຢ້ຽມຊົມຈັດຕຸລັດ ເຕີຍບັກ (ນະຄອນ) ແລະ ໂຮງງານໄຟຟ້ານ້ຳຕົກເຊີນລາ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.