ເກີດເຫດແຜ່ນດິນໄຫວຄັ້ງໃໝ່ຢູ່ ເກາະ Lombok ອິນໂດເນເຊຍ

08:32 | 10/08/2018

ຍສໝ - ເກາະ Lombok ເຂດທ່ອງທ່ຽວທີ່ໂດ່ງດັງ ຂອງ ປະເທດອິນໂດເນເຊຍ ຫາກໍ່ເກີດແຜ່ນດິນໄຫວ.

ເກີດເຫດແຜ່ນດິນໄຫວຄັ້ງໃໝ່ຢູ່ ເກາະ Lombok ອິນໂດເນເຊຍ

ຕຶກອາຄານຫຼາຍຫຼັງຖືກເພພັງ. (ພາບ:NY Times)

ສຳນັກຂ່າວ Reuters ລາຍງານວ່າ: ເຫດການແຜ່ນດິນໄຫວຫາກໍ່ເກີດຂື້ນ ດ້ວຍຄວາມແຮງສັ່ນສະເທືອນ 6,2 ລິກແຕ. ຜູ້ຢູ່ໃນເຫດການຜູ້ໜຶ່ງກ່າວວ່າ ປະຊາຊົນໄດ້ພາກັນແລ່ນອອກມາຈາກອາຄານ ຢ່າງສົນລະວົນ ແລະ ມີຕືກທະລົ່ມຍ້ອນເຫດການແຜ່ນດິນໄຫວຄັ້ງນີ້ດ້ວຍ.

ເກີດເຫດແຜ່ນດິນໄຫວຄັ້ງໃໝ່ຢູ່ ເກາະ Lombok ອິນໂດເນເຊຍ

ເຫດການແຜ່ນດິນໄຫວເກີດຂື້ນໃນວັນທີ 5 ສິງຫາ ສ້າງຄວາມເສຍຫາຍຢ່າງຮຸນແຮງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ອິນໂດເນເຊຍ.

ກ່ອນໜ້ານີ້ ວັນທີ 5 ສິງຫາ ເກາະ Lombok ກໍ່ໄດ້ຜ່ານເຫດການແຜ່ນດິນໄຫວເທື່ອໜຶ່ງແລ້ວ ດ້ວຍແຮງເຖິງ 6,9 ລິກແຕ ສ້າງຄວາມເສຍຫາຍຢ່າງຮຸນແຮງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ. ອົງການບັນເທົາທຸກຈາກໄພທຳມະຊາດ ແຫ່ງຊາດ ອິນໂດເນຍ ໄດ້ໃຫ້ຮູ້ວ່າ: ມີຄົນເສຍຊີວິດແລ້ວ 131 ຄົນ ຈາກເຫດການແຜ່ນດິນໄຫວຄັ້ງນີ້.

ເກີດເຫດແຜ່ນດິນໄຫວຄັ້ງໃໝ່ຢູ່ ເກາະ Lombok ອິນໂດເນເຊຍ

ເຫດການແຜ່ນດິນໄຫວເກີດຂື້ນໃນວັນທີ 5 ສິງຫາ ສ້າງຄວາມເສຍຫາຍຢ່າງຮຸນແຮງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ອິນໂດເນເຊຍ.

ເຖິງຢ່າງໃດກໍ່ຕາມອີງຕາມບົດລາຍງານ, ຈຳນວນຜູ້ເສຍຊີວິດອາດຈະເພີ່ມສູງຂື້ນຫຼາຍ. ສຳນັກຂ່າວລັດຖະບານ Antara ຂອງ Indonesia, ຈຳນວນຜູ້ເສຍຊີວິດແມ່ນ 347ສົບ.

ນອກນີ້ຕາມການປະເມີນ ໄດ້ມີຜູ້ບາດເຈັບ 1,447 ຄົນ ແລະ ປະຊາຊົນຕ້ອງອົບພະຍົບອອກຈາກເຂດໄພພິບັດ ຈຳນວນ 165,003ຄົນ ແລ້ວໃນວັນທີ 5 ສິງຫາ.

ລັດຖະບານອິນໂດເນເຊຍໄດ້ປະເມີນ ຫຼັງເຫດການແຜ່ນດິນໄຫວໃນວັນທີ 5 ສິງຫາ , ຢູ່ພາກເໜືອເກາະ Lombok ເຮືອນຊານບ້ານຊ່ອງຂອງປະຊາຊົນເສຍຫາຍ ປະມານ 80% ແລະ ປະຊາຊົນ ກວ່າ 20.000 ກຳລັງຕ້ອງການຄວາມຊ່ວຍເຫຼືອ.

ເກີດເຫດແຜ່ນດິນໄຫວຄັ້ງໃໝ່ຢູ່ ເກາະ Lombok ອິນໂດເນເຊຍ

ພາບຂອງປະຊາຊົນ ແລະ ນັກທ່ອງທ່ຽວ ກຳລັງອົບພະຍົບອອກຈາກເຫດການແຜ່ນດິນໄຫວ.

ອິນໂດເຊຍແມ່ນປະເທດນອນຢູ່ໃນເສັ້ນວົງແຫວນ ພູເຂົາໄຟມະຫາສະໝຸດປາຊີຟິກ ເຮັດໃຫ້ປະເທດນີ້ຕ້ອງໄດ້ຮັບຜົນກະທົບຈາກເຫດແຜ່ນດິນໄຫວ ແລະ ພູເຂົາໄຟປະທຸ ຢູ່ຕະຫຼອດ.

ປີ 2004 ຄື້ນສຸນາມິ ອາບເຕີ້ຊ໋ອກ ຫຼັງຈາກແຜ່ນດິນໄຫວ ລະດັບຄວາມແຮງ 9,3 ລິກເຕີ້ ຢູ່ເຂດຊາຍຝັ່ງທະເລ ສຸມາດຕຣາ ພາກຕາເວັນຕົກ ອິນໂດເນເຊຍ ໄດ້ເຮັດໃຫ້ບັນດາປະເທດ ເຂດມະຫາສະໝຸດ ອິນເດຍ ມີຜູ້ເສຍຊີວິດ ເຖິງ 220.000 ຄົນ, ໃນນັ້ນມີຄົນອິນໂດເນເຊຍ 168.000ຄົນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.