ສະຫາຍ ພົນຕີ ທອງລອຍ ສິລິວົງ ຕ້ອນຮັບ ສະຫາຍ ພົນຈັດຕະວາ ໂງ ວັນ ຢາວ

14:07 | 22/05/2019

ສະຫາຍ ພົນຕີ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາ ຊົນລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພົນຈັດຕະວາ ໂງວັນຢາວ ຫົວໜ້າກົມວິທະຍາສາດການ ທະຫານກະຊວງປ້ອງກັນປະເທດ ຫວຽດນາມໃນວັນທີ 21 ພຶດສະພາ 2019 ນີ້, ຢູ່ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ ເນື່ອງໃນໂອກາດທີ່ສະຫາຍພ້ອມດ້ວຍ ຄະນະເດີນທາງມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ ຢ່າງ ເປັນທາງການ.

ສະຫາຍ ພົນຕີ ທອງລອຍ ສິລິວົງ ຕ້ອນຮັບ ສະຫາຍ ພົນຈັດຕະວາ ໂງ ວັນ ຢາວ

ສະຫາຍ ພົນຕີ ທອງລອຍ ສິລິວົງ ແລະ ສະຫາຍ ພົນຈັດຕະວາ ໂງວັນຢາວ.(ພາບ: kongthap.gov.la)

ໂອກາດນີ້, ສະຫາຍ ພົນຕີ ທອງລອຍ ສິລິວົງ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ສະຫາຍ ພົນຈັດຕະວາ ໂງວັນຢາວ ພ້ອມດ້ວຍຄະນະດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ, ເຊິ່ງການມາຢ້ຽມຢາມຂອງຄະນະໃນຄັ້ງນີ້ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມການພົວພັນຮ່ວມມືລະຫວ່າງສອງກອງທັບ ລາວ-ຫວຽດນາມ ກໍຄືລະຫວ່າງກົມວິທະຍາສາດ-ປະຫວັດສາດການທະຫານຂອງລາວ ແລະ ຫວຽດນາມ ທີ່ແໜ້ນແຟ້ນແລ້ວນັ້ນໃຫ້ດີຂຶ້ນກວ່າເກົ່າ, ເປັນຕົ້ນແມ່ນການຮ່ວມມືໃນຫຼາຍດ້ານ, ການຄົ້ນຄວ້າເນື້ອໃນກ່ຽວກັບປະຫວັດສາດການທະຫານ, ການປຶກສາຫາລືກ່ຽວກັບການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ, ລະດັບກາງໃນໄລຍະຜ່ານມາ ພ້ອມດຽວກັນນັ້ນ ສະຫາຍ ພົນຕີ ທອງ ລອຍ ສິລິວົງ ກໍໄດ້ອວຍພອນໃຫ້ ສະຫາຍ ພົນຈັດຕະວາ ໂງວັນຢາວ ພ້ອມດ້ວຍຄະນະຈົ່ງປະສົບຜົນສຳເລັດໃນການເດີນທາງມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ຕາມຈຸດປະສົງ ຄາດໝາຍທີ່ວາງໄວ້.

ສະຫາຍ ພົນຈັດຕະວາ ໂງວັນຢາວ ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ພົນຕີ ທອງລອຍ ສິລິວົງ ໃນຄັ້ງນີ້, ພ້ອມທັງຢືນຢັນວ່າ: ຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືຊ່ວຍເຫຼືອ ແລະ ການພົວພັນຮ່ວມມືໃຫ້ດີທີ່ສຸດເພື່ອປະກອບສ່ວນສົ່ງເສີມ, ຮັດແໜ້ນສາຍພົວພັນການຮ່ວມມືລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ ກໍຄືລະຫວ່າງສອງ ກົມວິທະຍາສາດ-ປະຫວັດສາດ ຂອງຫວຽດນາມ-ລາວ ໃຫ້ນັບມື້ບັນລຸໝາກຜົນສູງຍິ່ງຂຶ້ນ.

ໃນຕອນເຊົ້າຂອງວັນດຽວກັນນີ້, ຄະນະຜູ້ແທນກົມວິທະຍາສາດການທະຫານກະຊວງປ້ອງກັນປະເທດ ສສ ຫວຽດນາມ ກໍ ໄດ້ເຂົ້າພົບປະສອງຝ່າຍແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກັບຄະນະຜູ້ແທນກົມວິທະຍາສາດ-ປະຫວັດສາດກອງທັບປະຊາຊົນລາວ, ເຊິ່ງຝ່າຍລາວນຳໂດຍ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານກອງທັບປະຊາຊົນລາວ.

(ແຫຼ່ງ​ຂໍ້​ມູນ​: kongthap.gov.la)