ທ່ານ ດິງຕ໋ຽນຢູງ ລັດຖະມົນຕີກະຊວງການເງິນຫວຽດນາມ ຕ້ອນຮັບທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງລາວ

00:54 | 14/05/2019

ຍສໝ - ໃນວັນທີ 14 ກຸມພາ, ຢູ່ທີ່ສຳນັກງານກະຊວງການເງິນ ທ່ານ ດິງຕ໋ຽນຢູງ ລັດຖະມົນຕີກະຊວງການເງິນຫວຽດນາມ ໄດ້ມີການຕ້ອນຮັບທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງລາວ ເພື່ອປຶກສາຫາລືກ່ຽວກັບບັນດາວຽກງານ ການຮ່ວມມືດ້ານການເງິນ ລະຫວ່າງ ສອງປະເທດ.

ທ່ານ ດິງຕ໋ຽນຢູງ ລັດຖະມົນຕີກະຊວງການເງິນຫວຽດນາມ ຕ້ອນຮັບທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງລາວ

ທ່ານ ດິງຕ໋ຽນຢູງ ລັດຖະມົນຕີກະຊວງການເງິນຫວຽດນາມ ແລະທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງລາວ. (ພາບ: ດຶກມິງ/thoibaotaichinhvietnam.vn)

ການໄປປະຕິບັດງານຢູ່ ຫວຽດນາມ ໃນຄັ້ງນີ້ຂອງທ່ານ ບຸນຈັນ ສິນທະວົງ ເພື່ອແນໃສ່ກະກຽມໃຫ້ແກ່ການຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດ ສປປ ລາວ ຂອງທ່ານ ຫງວ໋ຽນ ຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໃນທ້າຍເດືອນ ກຸມພາ 2019.

ບົນບັນຍາກາດອັນເຕັມໄປດ້ວຍມິດຕິພາບ, ທ່ານລັດຖະມົນຕີທັງສອງໄດ້ແລກປ່ຽນກ່ຽວກັບວຽກງານການມອບຮັບຫຸ້ນ ຂອງກຸ່ມບໍລິສັດລົງທືນດຳເນີນທຸລະກິດ ທືນຂອງລັດ (SCIC) ແລະ ບໍລິສັດ Mitraco (ວິສາຫະກິດ ໂດຍຄະນະກຳມະການປະຊາຊົນແຂວງຮ່າຕິ໋ງ ເປັນຜູ້ຕ່າງໜ້າ) ໃຫ້ຝ່າຍລາວ; ພ້ອມກັນນັ້ນກໍ່ແລກປ່ຽນກ່ຽວກັບວຽກງານການກູ້ຢືມ ດ້ວຍອັດຕາດອກເບ້ຍຕຳ່ຈາກລັດຖະບານຫວຽດນາມ ເພື່ອຈັດຕັ້ງປະຕິບັດໂຄງການກໍ່ສ້າງຂົວທາງຢູ່ ລາວ.

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ດິງຕ໋ຽນຢູງ ສະແດງຄວາມຄວາມຍິນດີທີ່ ທ່ານລັດຖະມົນຕີ ບຸນຈັນ ສິນທະວົງ ພ້ອມກັບຄະນະປະຕິບັດງານມາຢ້ຽມຢາມ ແລະ ເຮັດວຽກກັບກະຊວງການເງິນຫວຽດນາມ.

ທ່ານ ດິງຕ໋ຽນຢູງ ລັດຖະມົນຕີກະຊວງການເງິນຫວຽດນາມ ຕ້ອນຮັບທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງລາວ

ບັນຍາກາດກອງປະຊຸມ. (ພາບ: ດຶກມິງ/thoibaotaichinhvietnam.vn)

ທ່ານລັດຖະມົນຕີ ດິງຕ໋ຽນຢູງ ຢືນຢັນວ່າ: ຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານການເງິນ, ສັນຍາຊ່ວຍເຫຼືອດ້ານທຶນຮອນໃນການກໍ່ສ້າງເສັ້ນທາງຄົມມະນາຄົມຢູ່ ລາວ; ພ້ອມກັນນັ້ນກໍ່ຈະລາຍງານເຖິງ ທ່ານນາຍົກລັດຖະມົນຕີຫວຽດນາມ ກ່ຽວກັບບັນດາກົນໄກດ້ານການເງິນ, ວິທີການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ.

ຕ່າງໜ້າກະຊວງການເງິນຫວຽດນາມ, ທ່ານ ດິງ ຕຽ໋ນຢຸງ ອວຍພອນໃຫ້ແກ່ ທ່ານບຸນຈັນ ສິນທະວົງ ພ້ອມຄະນະ ປີໃໝ່ຈົ່ງມີແຕ່ສຸຂະພາບພາລານາໄມ, ປະສົບຜົນສຳເລັດ; ອວຍພອນໃຫ້ແກ່ສາຍພົວພັນຮ່ວມມືຍຸດທະສາດ ຫວຽດນາມ-ລາວ ນັບມື້ນັບກ້າວສູ່ລວງເລິກ ແລະ ເກີດດອກອອກຜົນເປັນຢ່າງດີ.

ຕ່າງໜ້າໃຫ້ແກ່ຄະນະ ທ່ານ ບຸນຈັນ ສິນທະວົງ ໄດ້ກ່າວຄຳຂອບອົກຂອບໃຈຕໍ່ກັບຄຳຄິດຄຳເຫັນໃນການແລກປ່ຽນກົງໄປກົງມາຂອງ ທ່ານລັດຖະມົນຕີ ດິງ ຕ໋ຽນຢຸງ ບົນຈິດຮ່ວມມື, ເຕັມໄປດ້ວຍຄວາມສາມັກຄີ ລະຫວ່າງ ສອງປະເທດ ພ້ອມກັນນັ້ນ ກໍ່ກ່າວວ່າ: ຈະກັບໄປລາຍງານຜົນສຳເລັດຂອງການເຮັດວຽກ ກັບກະຊວງການເງິນຫວຽດນາມໃຫ້ແກ່ລັດຖະບານລາວ.

ທ່ານ ດິງຕ໋ຽນຢູງ ລັດຖະມົນຕີກະຊວງການເງິນຫວຽດນາມ ຕ້ອນຮັບທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງລາວ

ບັນດາຜູ້ແທນຂອງທັງສອງຝ່າຍຮ່ວມຖ່າຍຮູບເປັນທີ່ລະນຶກ.(ພາບ: ດຶກມິງ/thoibaotaichinhvietnam.vn)

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຄົມມະນາຄົມ ແລະ ຂົນສົ່ງລາວ ກໍ່ໄດ້ອວຍພອນ ທ່ານ ດິງຕ໋ຽນຢູງ ລັດຖະມົນຕີກະຊວງການເງິນ ແລະ ຄະນະພະນັກງານກະຊວງການເງິນຫວຽດນາມ ມີສຸຂະພາບເຂັ້ມແຂງ ແລະ ເຮັດສຳເລັດໜ້າທີ່ກໍ່ຄືພາລະກິດ ທີ່ພັກ ແລະ ລັດມອບໝາຍໃຫ້ເປັນຢ່າງດີ. ອວຍພອນໃຫ້ແກ່ຄວາມສາມັກຄີ, ມິດຕະພາບພິເສດລະຫວ່າງ ສອງພັກ, ສອງລັດ ແລະ ສອງກະຊວງນັບມື້ນັບໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.

(ຫັດ​ທະ​ບູນ)

ເຫດການ