ບາງ​ທັດສະນະ​ຂອງ​ທ່ານ​ທູດ ສສ ຫວຽດນາມ ​ຕໍ່​​ສາຍ​ພົວພັນ​ພິ​ເສດໃນການ​ມາ​ຢ້ຽມຢາມຂອງ ​ສະຫາຍ ຫງວຽນ ​ຟູ ຈ້ອງ

00:54 | 14/05/2019

ການ​ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ຫງວຽນ ​ຟູ ຈ້ອງ ​ເລ​ຂາ​ທິການ​ໃຫຍ່, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມຫວຽດນາມ ​ໃນ​ຄັ້ງ​ນີ້ເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດຮອບດ້ານ ລະຫວ່າງ ສອງ​ພັກ-​ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ, ຫວຽດນາມ-​ລາວ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບ​ມື້ຂະຫຍາຍຕົວຍິ່ງໆຂຶ້ນ.

ບາງ​ທັດສະນະ​ຂອງ​ທ່ານ​ທູດ ສສ ຫວຽດນາມ ​ຕໍ່​​ສາຍ​ພົວພັນ​ພິ​ເສດໃນການ​ມາ​ຢ້ຽມຢາມຂອງ ​ສະຫາຍ ຫງວຽນ ​ຟູ ຈ້ອງ

ທ່ານ​ ຫງວຽນ ບາ​ ຮຸ່ງ ​ເອກ​ອັກຄະ​ລັດຖະທູດ ​ສສ ຫວຽດນາມປະຈຳ ສປປ ລາວ

ໃນ​ວັນ​ທີ 18 ກຸມພາ 2019 ທີ່​ນະຄອນຫລວງ​ວຽງ​ຈັນ, ທ່ານ​ ຫງວຽນ ບາ​ ຮຸ່ງ ​ເອກ​ອັກຄະ​ລັດຖະທູດ ​ສສ ຫວຽດນາມປະຈຳ ສປປ ລາວ ​ໄດ້​ໃຫ້​ສຳພາດ​ຕໍ່ບັນດາ​ສື່​ມວນ​ຊົນ​ລາວ, ເນື່ອ​ງ​ໃນ​ໂອກາດ​ ທີ່​ ສະຫາຍ ຫງວຽນ ​ຟູ ຈ້ອງ ​ເລ​ຂາ​ທິການ​ໃຫຍ່, ຄະນະ​ບໍລິຫານ​ງານ​ ສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ, ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມຫວຽດນາມພ້​ອມດ້ວຍພັນລະຍາ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງຂອງຫວຽ​ດນາມຈະ​ເດີນທາງ​ມາ​ຢ້ຽມຢາມສັນຖະວະ​ໄມ​ຕີ ສາ ທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ ວັນ​ທີ 24-25 ກຸມ ພາ 2019 ນີ້, ​ໂດຍ​ ສະຫາຍ ຫງວຽນ ບາ ​ຮຸ່ງ ເອກ​ອັກຄະ​ລັດຖະທູດ ​ສສ ຫວຽດນາມ ​ໄດ້​ມີຄວາມເຫັນ ແລະ ບາງທັດສະນະ​ວ່າ: ການ​ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ຫງວຽນ ​ຟູ ຈ້ອງ ​ເລ​ຂາ​ທິການ​ໃຫຍ່, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມຫວຽດນາມ ​ໃນ​ຄັ້ງ​ນີ້, ເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດຮອບດ້ານ ລະຫວ່າງ ສອງ​ພັກ-​ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ, ຫວຽດນາມ-​ລາວ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບ​ມື້ຂະຫຍາຍຕົວຍິ່ງໆຂຶ້ນ.

ສະຫາຍ​ ຫງວຽນ ບາ ​ຮຸ່ງ​ໄດ້​ກ່າວ​ຕື່ມ​ວ່າ: ນັບ​ຕັ້ງ​ແຕ່ສະພາແຫ່ງຊາດຫວຽດນາມໄດ້ແຕ່ງຕັ້ງ​ໃຫ້​ ສະຫາຍ ຫງວຽນ ​ຟູ ຈ້ອງ ເປັນປະທານປະເທດຫວຽດນາມ, ​ສະຫາຍ​ກໍ​ໄດ້ເລືອກ​ເອົາປະເທດລາວເປັນປະເທດທຳອິດທີ່ຈະ​ເດີນທາງມາຢ້ຽມຢາມເພາະ ສປປ ລາວ ເປັນປະເທດເພື່ອນມິດສະຫາຍອ້າຍນ້ອງຂອງຫວຽດນາມ ກ່ອນທີ່ຈະໄປຢ້ຽມຢາມປະເທດອື່ນໆ ທີ່ເປັນປະເທດມະຫາອຳນາດຄື ຈີນ, ອາລິເມກາ, ຢີປຸ່ນ ​ແລະ ລັດເຊຍ. ການມາຢ້ຽມຢາມຂອງ ສະຫາຍ ຫງວຽນ ຟູ ​ຈ້ອງ ໃນຄັ້ງນີ້, ແມ່ນຄວາມເອົາໃຈໃສ່ໃນການ​ເສີມ​ຂະຫຍາຍສາຍ​ພົວພັນ​ການຮ່ວມມືແບບພິເສດຮອບດ້ານອັນ​ຍິ່ງ​ໃຫຍ່​ຂອງ​ສອງ​ປະ​ເທດລາວ-ຫວຽດນາມ, ຫວຽດນາມ​-ລາວ ອະດີດ ແລະ ປັດຈຸບັນ ​ແລະ ຈະ​ເຮັດ​ສຸດ​ຄວາມ​ສາມາດ ​ເພື່ອ​ໃຫ້​ສາຍ​ພົວພັນ​ມິດຕະພາບດັ່ງກ່າວເກີດ​ດອກ​ອອກ​ຜົນ. ພ້ອມ​ດຽວ​ກັນ​ນີ້, ຍັງ​ຈະ​ມີ​ການ​ອອກ​ຖະ​ແຫລ​ງການ​ພິ​ເສດ ລະຫວ່າງ ສອງ​ປະ​ເທດຫວຽດນາມ-ລາວນຳ​ອີກ​ເພື່ອ​ໃຫ້​ທົ່ວ​ໂລກ​ໄດ້​ຮັບ​ຮູ້​ເຖິງ​ສາຍ​ພົວພັນ​ພິ​ເສດ​ ລະຫວ່າງ​ ຫວຽດນາມ​-ລາວ, ລາວ-ຫວຽດນາມ ​ແບບໜຶ່ງບໍ່ມີສອງ, ເຊິ່ງເປັນສາຍພົວພັນພິເສດທີ່ສຸດ ແລະ ຈະສືບຕໍ່ຮັດແໜ້ນສາຍພົວພັນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ໃນ​ໂອກາດ​ດັ່ງກ່າວ​, ​ສະຫາຍ ຫງວຽນ ຟູ ຈ້ອງ ຍັງ​ຈະໄດ້​​​ພົບ​ປະ​ກັບ ສະຫາຍ ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ແລະ ບັນດາ​ການ​ນຳ​ລະດັບ​ສູງ​ຂອງ​ລາວນຳ​ອີກເພື່ອ​ແລກປ່ຽນບາງ​ບັນຫາ ​​ແລະ ​ເພີ່ມ​ທະວີ​ສາຍພົວພັນຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ນັບມື້ເກີດດອກອອກຜົນ ​ແລະ ໃຫ້ມີຮັບ​ປະສິດທິພາບ, ພ້ອມ​ຍົກ​ສູງ​ການ​ຮ່ວມ​ມືໃນ​ຫລາຍ​ຂົງ​ເຂດ​ໃຫ້​ນັບ​ມື້​ເລິກເຊິ່ງຍິ່ງໆ​ຂຶ້ນ. ຄາດ​ວ່າການ​ຢ້ຽມຢາມ​ຄັ້ງ​ນີ້, ສອງ​ຝ່າຍ​ຍັງ​ຈະ​ມີ​ການ​ລົງ​ນາມ​ຂໍ້​ຕົກລົງຫລາຍ​ສະບັບຮ່ວມກັນ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.