ກອງປະຊຸມຄັ້ງທີ 41 ຄະນະກໍາມະການລະຫວ່າງລັດຖະບານແຫ່ງ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ ໄດ້ໄຂຂຶ້ນຢ່າງເປັນທາງການ

00:54 | 13/05/2019

ໃນຕອນເຊົ້າວັນທີ 6 ເດືອນ ມັງກອນ ປີ 2019 ທ່ານ ທອງລຸນ ສິສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ຊວນ ຟຸກ ນາຍົດລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ຮ່ວມເປັນປະທານກອງປະຊຸມຄັ້ງທີ 41 ຄະນະກໍາມະການລະຫວ່າງລັດຖະບານແຫ່ງ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ ຢູ່ທີ່ນະຄອງຫຼວງຮ່າໂນ້ຍ.

  

ກອງປະຊຸມຄັ້ງທີ 41 ຄະນະກໍາມະການລະຫວ່າງລັດຖະບານແຫ່ງ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ  ໄດ້ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄັ້ງທີ 41 ຄະນະກໍາມະການລະຫວ່າງລັດຖະບານແຫ່ງ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ.

ໃນກອງປະຊຸມສອງຝ່າຍໄດ້ຮ່ວມມືກັນຕີລາຄາຜົນຂອງການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄັ້ງທີ 40 ກໍ່ຄືຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືປະຈໍາປີ 2018 ແລະ ພ້ອມກັນປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນປີ 2019. ສອງຝ່າຍໄດ້ຕີລາຄາສູງຕໍ່ບັນດາຜົນສໍາເລັດຂອງການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືໃນປີ 2018, ເຊິ່ງບັນລຸຜົນສໍາເລັດໃນຫຼາຍດ້ານເປັນຕົ້ນ: ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສອງພັກ, ສອງລັດໄດ້ດໍາເນີນເປັນປົກກະຕິ; ການຮ່ວມມືດ້ານການພັດທະນາຊັບພະກອນມະນຸດກໍ່ໄດ້ຮັບການປັບປຸງດ້ານຄຸນນະພາບ ແລະ ເປີດກວ້າງດ້ວຍຫຼາຍຮູບການ, ປັດຈຸບັນຈໍານວນນັກສຶກສາລາວທີ່ກໍາລັງຄົ້ນຄວ້າຢູ່ ຫວຽດນາມມີທັງໝົດ 14,200 ກວ່າຄົນ; ດ້ານການລົງທຶນ, ມາຮອດປັດຈຸບັນການລົງທຶນຂອງບັນດາວິສາຫະກິດຫວຽດນາມຢູ່ລາວມີຫລາຍກວ່າ 400 ໂຄງການ, ມູນຄ່າ 4.1 ​ຕື້ໂດລາສະຫະລັດ, ຈັດຢູ່ອັນດັບ 3 ໃນຈໍານວນບັນດາປະເທດ ແລະ ເຂດແຄ້ວນ ທີ່ມີວິສາຫະກິດມາລົງທຶນຢູ່ລາວ; ມູນຄ່າການຄ້າລະຫວ່າງສອງປະເທດໃນປີ 2018 ບັນລຸ 1 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 14% ທຽບໃສ່ໄລຍະດຽວຂອງປີ 2017; ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ, ທ້ອງຖິ່ນຕ່າງໆຂອງສອງຝ່າຍໄດ້ເພີ່ມທະວີການພົວພັນແລກປ່ຽນບົດຮຽນ ແລະ ເປີດກວ້າງການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງແທດເໝາະກັບຕົວຈິງ ແລະ ມີປະສິດທິຜົນ; ບັນດາກົນໄກ, ນະໂຍບາຍການຮ່ວມມືໄດ້ຮັບການພິຈາລະນາ, ປັບປຸງດັດແກ້ຢ່າງທັນການ, ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະປະເທດກໍ່ຄືລະບຽບການສາກົນ.

ກອງປະຊຸມຄັ້ງທີ 41 ຄະນະກໍາມະການລະຫວ່າງລັດຖະບານແຫ່ງ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ  ໄດ້ໄຂຂຶ້ນຢ່າງເປັນທາງການ

ທ່ານ ທອງລຸນ ສິສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ຊວນ ຟຸກ ນາຍົດລັດຖະມົນຕີແຫ່ງ ສສ ຫວຽດນາມ.

ສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບກ່ຽວກັບທິດທາງການຮ່ວມມືໃນປີ 2019, ໃນນັ້ນ ສຸມໃສ່ການເພີ່ມທະວີໃນການຮ່ວມມືດ້ານການເມືອງ, ການພົວພັນການຕ່າງປະເທດ, ປ້ອງກັນຊາດ, ຄວາມໝັ້ນຄົງ; ເພີ່ມທະວີການແລກປ່ຽນປະສົບການໃນການສ້າງນະໂຍບາຍຄວາມຫມັ້ນຄົງດ້ານເສດຖະກິດວິລະພາກ, ພັດທະນາແບບຍືນຍົງ, ປັບປຸງການເຊື່ອມຕໍ່ດ້ານເສດຖະກິດຂອງສອງປະເທດ, ໂດຍສະເພາະແມ່ນໃນຂະແໜງການຄົມມະນາຄົມ ແລະ ພະລັງງານ, ການທົບທວນປະສານງານ, ປັບປຸງສະພາບແວດລ້ອມທຸລະກິດ, ການລົງທຶນ, ພື້ນຖານໂຄງລ່າງການເຊື່ອມຕໍ່ດ້ານການຄົມມະນາຄົມ, ສ້າງເງື່ອນໄຂທີ່ດີກວ່າເກົ່າໃຫ້ແກ່ວິສາຫະກິດ, ສູ້ຊົນເຮັດໃຫ້ມູນຄ່າການຄ້າສອງຝ່າຍເພີ່ມຂຶ້ນຢ່າງໜ້ອຍແມ່ນ 10 % ໃນປີ 2019; ສືບຕໍ່ໃຫ້ຄວາມບູລິມະສິດ ແລະ ສຸກຍຸ້ຍົກສູງຄຸນນະພາບໃນການຮ່ວມມືດ້ານການສຶກສາ - ບໍາລຸງກໍ່ສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ, ໃນນັ້ນ ມີການເຮັດທົດລອງເອົາບັນດາເນື້ອໃນຂອງໂຄງການປະຫວັດສາດຂອງສາຍພົວພັນພິເສດລະຫວ່າງຫວຽດນາມ ແລະ ລາວ ເຂົ້າໃນຫຼັກສູດການສອນຢູ່ທີ່ບັນດາໂຮງຮຽນຂອງສອງປະເທດ; ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດສືບຕໍ່ການຊຸກຍຸ້ແລກປ່ຽນ, ການຮ່ວມມືຢ່າງແທ້ຈິງ, ມີປະສິດທິຜົນໃນຂົງເຂດວັດທະນະທໍາ, ວິທະຍາສາດ, ສັງຄົມ, ຂໍ້ມູນການສື່ສານ, ກິລາ, ສາທາລະນະສຸກ, ພາຍໃນ, ຍຸດຕິທໍາ...

ໃນຄວາມເຊື່ອຫມັ້ນອັນພິເສດ, ທັງສອງຝ່າຍໄດ້ຕົກລົງເຫັນດີທີ່ຈະສືບຕໍ່ປະສານງານຢ່າງແໜ້ນແຟ້ນ, ສອງປະເທດໄດ້ສະຫນັບສະຫນູນ ແລະ ຮ່ວມມືກັນຢ່າງແຫນ້ນແຟ້ນພາຍໃຕ້ຂອບເຂດບັນດາເວທີໃນພາກພື້ນ ແລະ ສາກົນ; ການເຊື່ອມຕໍ່ຂອງປະຊາຄົມອາຊຽນ, ເພີ່ມທະວີຄວາມສາມັກຄີ, ມີພາລະບົດບາດຕົ້ນຕໍໃນປະຊາຄົມອາຊຽນກ່ຽວກັບບັນດາບັນຫາຍຸດທະສາດຂອງພາກພື້ນ, ລວມທັງບັນຫາທະເລຈີນໃຕ້; ໄດ້ຕົກລົງຮ່ວມມືກັນໃນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນນໍ້າຂອງແມ່ນໍ້າຂອງ. ສປປ ລາວ ຢືນຢັນການສະຫນັບສະຫນູນ ສສ ຫວຽດນາມ ທີ່ຈະເປັນສະມາຊິກບໍ່ຖາວອນຂອງສະພາຄວາມຫມັ້ນຄົງສະຫະປະຊາຊາດໃນໄລຍະ 2020-2021.

ກອງປະຊຸມຄັ້ງທີ 41 ຄະນະກໍາມະການລະຫວ່າງລັດຖະບານແຫ່ງ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ  ໄດ້ໄຂຂຶ້ນຢ່າງເປັນທາງການ

ພິທີລົງນາມບັນດາເອກະສານການຮ່ວມມືໃນປີ 2019.

ທີ່ກອງປະຊຸມ, ທ່ານ ທອງລຸນ ສິສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ຊວນ ຟຸກ ນາຍົດລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ເປັນສັກຂິພະຍານພິທີລົງນາມເອກະສານການຮ່ວມມື 06 ສະບັບ ຄື:

 1) ຂໍ້ຕົກລົງກ່ຽວກັບແຜນການຮ່ວມມືລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານລາວໃນ ປີ 2019;
 2) ບົດບັນທຶກກອງປະຊຸມຄັ້ງທີ 41 ຄະນະກໍາມະການລະຫວ່າງລັດຖະບານແຫ່ງ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ ກ່ຽວກັບການຮ່ວມມືສອງຝ່າຍ;
 3) ຂໍ້ຕົກລົງກ່ຽວກັບລັດຖະບານຫວຽດນາມຊ່ວຍເຫຼືອແນວພັນເຂົ້າດ້ວຍຈໍານວນ 300 ໂຕ່ນ ໃຫ້ແກ່ລັດຖະບານລາວ; 
 4)ຂໍ້ຕົກລົງກ່ຽວກັບແຜນການຮ່ວມມືດ້ານການສຶກສາ ປີ 2019 ລະຫວ່າງກະຊວງການສຶກສາ ແລະ ບໍາລຸງກໍ່ສ້າງ ສສ ຫວຽດນາມ ແລະ ກະຊວງສຶກສາ ແລະ ກິລາ ສປປ ລາວ;
 5) ບົດບັນທຶກມອບ-ຮັບໂຄງການສະຖານີໂທລະພາບຢູ່ແຂວງສະຫວັນນະເຂດ ສປປ ລາວ; 
 6) ບົດບັນທຶກມອບ-ຮັບໂຄງການຄະນະພາກວິຊາພາສາຫວຽດນາມຢູ່ມະຫາວິທະຍາໄລສຸພານຸວົງ ແລະ ມະຫາວິທະຍາໄລຈໍາປາສັກ, ຫໍພັກນັກສຶກສາຕ່າງປະເທດຢູ່ມະຫາວິທະຍາໄລແຫ່ງຊາດລາວ ແລະ ໂຮງຮຽນມັດທະຍົມມິດຕະພາບ ລາວ - ຫວຽດນາມ ໄລຍະທີ 2. 

(ໄຊພອນ)

ເຫດການ
302 Found

Found

The document has moved here.