ການນຳດົ່ງນາຍ ຕ້ອນຮັບ ທ່ານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນໂຮ່ຈີ໋ມິງ ເຂົ້າຢ້ຽມອຳລາ

00:54 | 13/05/2019

ຍສໝ - ຕອນບ່າຍຂອງວັນທີ 3 ມັງກອນ, ທ່ານ ດິງ ກ໋ວກຖ໋າຍ ຮອງເລຂາພັກແຂວງ ປະທານຄະນະກຳມະການປະຊາຊົນແຂວງ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບ ທ່ານ ສົມໄຊ ສະໜາມອຸ່ນ ກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳນະຄອນ ໂຮ່ຈີ໋ມິງ ພ້ອມພັນລະຍາ ແລະ ຄະນະ ກົງສຸນໃຫຍ່ຂອງລາວ ປະຈຳນະຄອນ ໂຮ່ຈິ໋ມິງ.

ການນຳດົ່ງນາຍ ຕ້ອນຮັບ ທ່ານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນໂຮ່ຈີ໋ມິງ ເຂົ້າຢ້ຽມອຳລາ

ປະທານກຳມະການປະຊາຊົນແຂວງ ດົ່ງນາຍ ທ່ານ ດິງ ກ໋ວກຖ໋າຍ ມອບຂອງທີ່ລະນຶກໃຫ້ແກ່ ທ່ານກົງສຸນໃຫຍ່ຂອງລາວ ປະຈຳ ນະຄອນໂຮ່ຈີ໋ມິງ. (ພາບ: ຫງາເຊີນ)

ທີ່ການພົບປະ ແລະ ຕ້ອນຮັບ ທ່ານ ສົມໄຊ ສະໜາມອຸ່ນ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄມຕີຈິດ ຂອງ ການນຳພັກ-ລັດ ແລະ ປະຊາຊົນ ຫວຽດນາມ ເວົ້າລວມ ແລະ ແຂວງດົ່ງນາຍ ເວົ້າສະເພາະ ທີ່ສ້າງເງື່ອນໄຂໃຫ້ ທ່ານ ສົມໄຊ ສະໜາມອຸ່ນ ສຳເລັດພາລະກິດກໍ່ຄືໜ້າທີ່ ແລະ ການເປັນຂົວຕໍ່ເຊື່ອມສາຍສຳພັນມິດຕະພາບ ລະຫວ່າງ ພັກ-ລັດຖະບານ ແລະ ປະຊາຊົນສອງຊາດ, ພິເສດແມ່ນສາຍພົວພັນມິດຕະພາບ ລະຫວ່າງ ແຂວງຈຳປາສັກ ແລະ ແຂວງ ດົ່ງນາຍ ຂອງ ສສ ຫວຽດນາມ.

ທ່ານກົງສຸນໃຫຍ່ ຍັງສະແດງຄວາມມຸ້ງມາດປາດຖະໜາວ່າ ພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງດົ່ງນາຍ ຈະສືບຕໍ່ໃຫ້ຄວາມຊ່ວຍເຫຼືອຍູ້ໜູນ ບັນດາແຂວງທ້ອງຖິ່ນຂອງລາວ, ກໍ່ຄືການເຄື່ອນໄຫວຂອງ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນໂຮ່ຈີ໋ມິງ.

ໂອກາດປີໃໝ່2019 ທ່ານ ສົມໄຊ ສະໜາມອຸ່ນ ກົງສຸນໃຫຍ່ ແຫ່ງ ສປປ ລາວ ໄດ້ຝາກຄຳອວຍພອນອັນປະເສີດ ເຖິງ ການນຳພັກ, ອຳນາດກາປົກຄອງ ແລະ ປະຊາຊົນແຂວງດົ່ງນາຍ ທຸກທົ່ວໜ້າ; ອວຍພອນໃຫ້ແຂວງດົ່ງນາຍ ນັບມື້ນັບໄດ້ຮັບການພັດທະນາຍິ່ງໆຂື້ນ; ອວຍພອນໃຫ້ ສາຍພົວພັນ ມິດຕະພາບ ລະຫວ່າງ ແຂວງດົ່ງນາຍ ແລະ ບັນດາທ້ອງຖິ່ນຂອງລາວ ເວົ້າສະເພາະ ແລະ ສາຍພົວພັນມິດຕະພາບ ລະຫວ່າງ ຫວຽດນາມ-ລາວ ເວົ້າລວມ ໃຫ້ຍືນຍົງຕະຫຼອດການລະນານ.

ກ່າວຄຳເຫັນທີ່ການຕ້ອນຮັບ ທ່ານ ດິງ ກ໋ວກຖ໋າຍ ປະທານກຳມະການປະຊາຊົນ ແຂວງດົ່ງນາຍ ສະແດງຄວາມຍິນດີ ກັບ ທ່ານ ສົມໄຊ ສະໜາມອຸ່ນ ທີ່ປະສົບຜົນສຳເລັດໃນໜ້າທີ່ວຽກງານ ກໍ່ຄືສຳເລັດພາລະກິດ ຂອງຕົນ ຢູ່ ນະຄອນໂຮ່ຈີ໋ມິງ ໃນໄລຍະຜ່ານມາ. ທ່ານປະທານກຳມະການປະຊາຊົນແຂວງ ດົ່ງນາຍ ຍັງ ຫວນຄືນເຖິງ ມູນເຊື້ອສາຍພົວພັນມິດຕະພາບ ອັນເກົ່າແກ່ແລະ ຈົບງາມຂອງສອງຊາດ ແລະ ສະແດງຄວາມມຸ້ງຫວັງວ່າ ເມື່ອ ທ່ານ ສົມໄຊ ສະໜາມອຸ່ນ ໄປຮັບໜ້າທີ່ໃໝ່ ທ່ານ ຈະສືບຕໍ່ຊ່ວຍເຫຼືອຍູ້ໜູນ ສາຍພົວພັນມິດຕະພາບ ລະຫວ່າງ ຫວຽດນາມ -ລາວ ໃຫ້ນັບມື້ນັບດີຍິ່ງຂື້ນໄປເລື້ອຍໆ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.