ພາກກາງ ໂຄສະນາ ການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວ ຈາກ ປະເທດລາວລ້ານຊ້າງ

14:11 | 23/05/2018

ຍ​ສ​ໝ​ - ສອງວັນທີ່ຜ່ານມາ, ຢູ່ ນະຄອນຫຼວງວຽງຈັນ, ພະແນກ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ 3 ແຂວງຄື: ເຫງະອານ, ຮ່າຕິ໋ງ ແລະ ກວ້າງນາມ ໄດ້ປະສານສົມທົບ ຈັດຕັ້ງລາຍການ ແນະນຳ ການທ່ອງທ່ຽວ ເຫງະອານ, ຮ່າຕິ໋ງ ແລະ ກວ້າງນາມ ຢູ່ ສປປ ລາວ.

ພາກກາງ ໂຄສະນາ ການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວ ຈາກ ປະເທດລາວລ້ານຊ້າງ

ພິ​ທີ​ເຊັນ​ສັນ​ຍາ​ກັນ​ລະ​ຫວ່າງ ຫົວ​ໜ່ວຍ​ທຸ​ລະ​ກິດ ບໍ​ລິ​ການ​ດ້ານ​ການ​ທ່ອງ​ທ່ຽວ ລາວ ແລະ ສ​າມ​ແຂວງ​ພາກ​ໃຕ້​ຫວຽດ​ນາມ. (ພາບ:Phạm Kiên/Vietnam+).

ກ່າວ​ໄຂ​ງານໃນ​ຄັ້ງ​ນິ້, ຮອງ ຫົວ​ໜ້າ ພະ​ແນກ ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ແຂວງ ເຫງະ​ອານ, ທ່ານ​ນາງ ຫງວ໋ຽນ​ທິ​ແທ່ງ​ອານ ໄດ້​ໃຫ້​ຮູ້​ວ່າ: ເປົ້າ​ໝາຍ​ຂອງ​ການ​ຈັດ​ງານ​ ເຜີຍ​ແຜ່​ການ​ທ່ອງ​ທ່ຽວ ເຫງະ​ອານ-ຮ່າ​ຕິ໋ງ-ກວ໋າງ​ນາມ ແມ່ນ ການ​ໂຄ​ສະ​ນາ ເຜົຍ​ແຜ່, ຄວາມ​ສາ​ມາດ​ບົມ​ຊ້ອນ ຫຼື ທ່າ​ແຮງ ຂອງ​ການ​ທ່ອງ​ທ່ຽວ, ຈາກນັ້ນຈະ​ຊ່ວຍ​ໃຫ້​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ ​ຫວຽດ​ນາມ ແລະ ສ​ປ​ປ ລາວ ຈະ​ຂະ​ຫຍາຍ ແລະ ເພີ່ມ​ທະ​ວີ​ຂື້ນ​ຫຼາຍກວ່າ​ເກົ່າ.

ພາກກາງ ໂຄສະນາ ການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວ ຈາກ ປະເທດລາວລ້ານຊ້າງ

ນັກ​ທຸ​ລະ​ກິດ ບ​ໍ​ລິ​ການ​ດ້ານ​ການ​ທ່ອງ​ທ່ຽວ ລາວ ແລກ​ປ່ຽນ​ກັບ ສາມ​ແຂວງ​ພາກ​ກາງ ຫວຽດ​ນາມ ໃນ​ກອງ​ປະ​ຊຸ​ມ ໂຄ​ສະ​ນາ-ສົ່ງ​ເສີມ​ການ​ທ່ອງ​ທ່ຽວ. (ພາບ:Phạm Kiên/Vietnam+).

ໃນບົດ​ປາ​ໄສ ຂອ​ງ ທ່ານ ສົມ​ປອງ ດີ​ວຽງ​ໄຊ ປະ​ທານ​ສະ​ມາ​ຄົມ​ທ່ອງ​ທ່ຽວ​ລາວ ໄດ້​ໃຫ້​ຮູ້​ວ່າ: ທ່ອງ​ທ່ຽວ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ ປາຍ​ແຫຼມ ເຮັດ​ໃຫ້​ເສ​ດ​ຖະ​ກິດ ປະ​ເທດ​ມີ​ການ​ພັດ​ທະ​ນາ.

ພາກກາງ ໂຄສະນາ ການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວ ຈາກ ປະເທດລາວລ້ານຊ້າງ

ທ່ານ ສົມ​ປອງ ດີ​ວຽງ​ໄຊ ປະ​ທານ​ສະ​ມາ​ຄົມ​ທ່ອງ​ທ່ຽວ​ລາວ ກ່າວ​ກອງ​ປະ​ຊຸ​ມ ໂຄ​ສະ​ນາ-ສົ່ງ​ເສີມ​ການ​ທ່ອງ​ທ່ຽວ. (ພາບ:Phạm Kiên/Vietnam+).

ປະ​ຈຸ​ບັນ ນັກ​ທ່ອງ​ທ່ຽວ ຫວຽດ​ນາມ ມາ​ທ່ອງ​ທ່ຽວ ຢູ່ ສ​ປ​ປ ລາວ ແລະ ນັກ​ທ່ອງ​ທ່ຽວ ຂອງ​ລາວ ໄປ ທ່ອງ​ທ່ຽວ ຢູ່ ສ​ສ ຫວຽດ​ນາມ ນັບ​ມື້​ນັບ​ມີ​ທ່າ​ອ່ຽງ​ເພີ່ມ​ຂື້ນ​ໃນ​ແຕ່​ລະ​ປີ, ຍ້ອນ​ແນວນັ້ນ, ການ​ເພີ່ມ​ທະ​ວີ ການ​ຮ່ວມ​ມື, ພັດ​ທະ​ນາ ການ​ທ່ອ​ງ​ທ່ຽວ​ຂອງ​ສອງ​ປະ​ເທດ ລາວ - ຫວຽດ ເວົ້າ​ລວມ, ລະ​ຫວ່າງ ບັນ​ດາ​ແຂວງ​ພາກ​ກາງ ຂອງ​ຫວຽດ​ນາມ ແລະ ສ​ປ​ປ ລາວ ເວົ້າ​ສະ​ເພາະ, ບໍ່​ພຽງ​ແຕ່​ສ້າງ​ແຫຼ່ງ​ລາຍ​ຮັບ ໃຫ້​ແກ່​ງົບ​ປະ​ມານ​ລັດ ແຕ່​ຍັງ ຊ່ວຍ ຮັດ​ແໜ້ນ ຄວາມ​ສາ​ມັກ​ຄິ ລະ​ຫວ່າງ ປະ​ຊາ​ຊົນ​ສອງ​ຊາດ ລາວ-ຫວຽ​ດ​ນາມ.

ໃນ​ຂອບ​ເຂດການ​ໂຄ​ສະ​ນາ​ເຜີຍ​ແຜ່ ການ​ທ່ອງ​ທ່ຽວ​ຄັ້ງ​ນີ້, ຕ່າງ​ໜ້າ 3 ແຂວງ ເຫງະ​ອານ-ຮ່າ​ຕິ໋ງ-ກວ໋າງ​ນາມ ໄດ້ແນະນໍາ ແລະ ສະ​ເໜີ ໃຫ້ພະ​ນັກ​ງານ​ການ​ນຳ, ນັກທຸລະກິດ ທີ່​ດຳ​ເນີນ​ທຸ​ລະ​ກິດທ່ອງທ່ຽວ ແລະ ນັກ​ຂ່າວ ລາວ ຢ່າງ​ຄົບ​ຖ້ວນ ກ່ຽວກັບດິນ​ແດນ, ປະ​ຊາ​ຊົນ ກໍ່​ຄື​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ຄວາມ​ສະ​ດວກ ແລະ ບັນ​ດາ​ຜ​ລິດ​ຕະ​ພັນ ທ່ອງ​ທ່ຽວ​ຂອງ​ທັງ​ສາມ ແຂວງ.

ໃນ​ຄະ​ນະດຽວກັນ, ຕົວແທນຂອງ 3 ແຂວງຍັງໄດ້ ສະຫນອງຂໍ້ມູນກ່ຽວກັບ ການບໍລິການ ທ່ອງທ່ຽວ, ບູ​ລະ​ມະ​ສິດ ທາງ​ດ້ານ ນະໂຍບາຍ ພັດທະນາການທ່ອງທ່ຽວຂອງແຕ່​ລະແຂວງ; ການແລກປ່ຽນ ແລະ ຕອບຄໍາ ໂດຍ​ກົງ ຕໍ່​ຄຳຖາມຕ່າງໆທີ່​ບັນ​ດາ​ແຂກ​ຍັງ​ມີ​ຄວາມ​ຂ້ອງ​ໃຈ, ແລະ ຄໍາສະ​ເໜີຂອງ ນັກ​ທູ​ລະ​ກິດ ທີ່​ກຳ​ລັງ​ດຳ​ເນີນ​ທຸ​ລະ​ກິດ ດ້ານການທ່ອງທ່ຽວ ຂອງ​ລາວ ທີ່​ກ່ຽວ​ຂ້ອງ​ວ່າ​ຈະ​ເຮັດ​ແນວ​ໃດ ໃນ​ກາ​ນ​ຊຸກ​ຍູ້​ສົ່ງ​ເສີມ ພັດ​ທະ​ນາ ທ່ອງທ່ຽວ ກັບ​ບັນ​ດາ​ແຂວງ ພາກ​ກາງ​ຂອງ ຫວຽດ​ນາມ.

ພາກກາງ ໂຄສະນາ ການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວ ຈາກ ປະເທດລາວລ້ານຊ້າງ

ກອງ​ປະ​ຊຸ​ມ ໂຄ​ສະ​ນາ-ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ຂອງ​ສາມ​ແຂວງ​ພາ​ກ​ກາງ​ຫວຽດ​ນາມ ທີ່ ນະ​ຄອນ​ຫຼວງວຽງ​ຈັນ. (ພາບ:Phạm Kiên/Vietnam+).

ຄຽງຄູ່ກັບແຜນ​ງານ​ໂຄ​ສະ​ນາ-ສົ່ງເສີມການທ່ອງທ່ຽວ, ບັນ​ດາ ບໍ​ລິ​ສັດ ບໍລິການ-ການທ່ອງທ່ຽວ ຂອງລາວ ແລະ ສາມ ແຂວງ ເຫງະ​ອານ-ຮ່າ​ຕິ໋ງ-ກວ໋າງ​ນາມ ກໍ່​ຍັງໄດ້ເຂົ້າຮ່ວມກັນແລກປ່ຽນຂໍ້ມູນຂ່າວສານ ແລະ ຈັດຕັ້ງການ​ເຊັນ​ສັນ​ຍາ ໂຄງການຮ່ວມມື ຮ່ວມກັນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.