ສໍານັກຂ່າວສານຫວຽດນາມ-ສໍານັກຂ່າວສານປະເທດລາວ ເພີ່ມທະວີການຮ່ວມມື

10:16 | 10/12/2019

ຍສໝ - ຕອນບ່າຍວັນທີ 8 ທັນວາ 2019, ຢູ່ນະຄອນຫຼວງວຽງຈັນ, ທ່ານ ເລກ໊ວກມີງ ພ້ອມກັບຄະນະຜູ້ແທນສໍານັກຂ່າວສານຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານ ສູນທອນ ຄັນທະວົງ ແລະຄະນະຜູ້ແທນສໍານັກຂ່າວສານປະເທດລາວ.

ສໍານັກຂ່າວສານຫວຽດນາມ-ສໍານັກຂ່າວສານປະເທດລາວ ເພີ່ມທະວີການຮ່ວມມື

ສໍານັກຂ່າວສານຫວຽດນາມ-ສໍານັກຂ່າວສານປະເທດລາວ ເພີ່ມທະວີການຮ່ວມມື.(ພາບ: nhandan.com.vn)

ສອງຝ່າຍແຈ້ງໃຫ້ກັນຊາບກ່ຽວກັບສະພາບການເຄື່ອນໄຫວ ແລະການພັດທະນາຂອງແຕ່ລະອົງການ, ໃນນັ້ນທັງສໍານັກຂ່າວສານປະເທດລາວ ແລະສໍານັກຂ່າວສານຫວຽດນາມ ລ້ວນແຕ່ສໍາເລັດບົດບາດ ແລະໜ້າທີ່ຂອງຕົນດ້ວຍຖານະແມ່ນອົງການທີ່ເປັນກະບອກສຽງຂອງລັດຖະບານ, ຕອບສະໜອງ ຄວາມຮຽກຮ້ອງຕ້ອງການດ້ານຂໍ້ມູນຂ່າວສານຂອງຍຸກສະໄໝເຕັກນິກດີຈີຕອນ. ສອງຝ່າຍເຫັນດີເປັນເອກະພາບ ແລະເພິ່ງພໍໃຈເມື່ອເຫັນວ່າການຮ່ວມມືໃນຂົງເຂດວິຊາການລະຫວ່າງສອງອົງການສໍານັກຂ່າວສານສືບຕໍ່ພັດທະນາຢ່າງມີປະສິດທິຜົນໃນປີ 2019, ພິເສດແມ່ນໃນການເພີ່ມທະວີການແລກປ່ຽນຂ່າວ ແລະພາບປະຈໍາວັນ, ກໍ່ຄືການໜູນຊ່ວຍດ້ານເຕັກນິກ ແລະບໍາລຸງດ້ານວິຊາການ, ປະກອບສ່ວນປະຕິບັດໜ້າທີ່ການເມືອງຂອງແຕ່ລະຝ່າຍເປັນຢ່າງດີ, ພ້ອມທັງເພີ່ມທະວີການໂຄສະນາເຜີຍແຜ່ຢ່າງກວ້າງຂວາງ ເພື່ອແນໃສ່ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ-ຫວຽດນາມ, ກໍ່ຄືສະພາບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ. ທ່ານ ເລກ໊ວກມີງ ແລະທ່ານ ສູນທອນ ຄັນທະວົງ ໄດ້ລົງນາມໃນບົດບັນທຶກການພົບປະເຈລະຈາລະຫວ່າງສອງອົງການ.

ທັງສອງຝ່າຍຍັງເຫັນດີເປັນເອກະພາບ ເຊັນບົດບັນທຶກຮ່ວມກັນໃນການເສີມຂະຫຍາຍຮ່ວມມືດ້ານວິຊາການໃນປີ 2020 ເປັນຕົ້ນເຫັນດີໃນການສືບຕໍ່ຍົກສູງຄຸນນະພາບດ້ານຂໍ້ມູນຂ່າວສານ (ຂ່າວ, ຮູບພາບ ເປັນລາຍວັນແລະຊຸກຍູ້ການໂຄສະນາເຜີຍແຜ່ ກ່ຽວກັບການເສີມຂະຫຍາຍສາຍພົວພັນ​​ມິດຕະພາບ ຄວາມສາມັກຄີແບບພິເສດແລະການຮ່ວມມືຮອບດ້ານລະຫວ່າງປະຊາຊົນສອງຊາດລາ-ຫວຽດນາມ. ພ້ອມນີ້, ການນຳ KPL ຢືນຢັນທີ່ຈະສືບຕໍ່ຊ່ວຍເຫລືອ ແຈກຢາຍວາລະສານ ຂ່າວພາບຫວຽດນາມ ເປັນພາສາລາວ ຢູ່ ສປປ ລາວ, ໂຄສະນາເຜີຍແຜ່ບັນດາໜັງສືພິມເອເລັກໂຕຣນິກ ຂອງ VNA ຄື ຂ່າວພາບຫວຽດນາມ, Vietnamplusຜ່ານເວັບໄຊຂອງ KPL http://kpl.gov.la ແລະ ຢືນຢັນຈະສືບຕໍ່ ໃຫ້ບຸລິມະສິດ ໃນການຊ່ວຍເຫລືອນັກຂ່າວ ຂອງສຳນັກຂ່າວສານຫວຽດນາມປະຈຳລາວ ໃນການເຄື່ອນໄຫວວຽກງານວິຊາສະເພາະ ແລະ ວຽກງານອື່ນໆ. ຂະນະທີ່ການນຳ VNA ຈະສືບຕໍ່ຊ່ວຍເຫລືອ KPLໃນການປັບປຸງຍົກສູງຄຸນນະພາບເວັບໄຊ ຂອງສຳນັກຂ່າວສານປະເທດລາວ (http:kpl.gov.la)ໃຫ້ດີກວ່າເກົ່າ. ໃນນັ້ນ VNA ຕົກລົງຈະຮັບເອົາພະນັກງານຂອງ KPL ໄປຝຶກອົບຮົມດ້ານວິຊາການຢູ່ VNA ໃນປີ 2020 ແລະ ຈະສືບຕໍ່ຊ່ວຍ​​ເຫລືອສະໜອງອຸປະກອນ ອັນຈໍາເປັນໃຫ້ຫ້ອງຖ່າຍທຳ(ຫ້ອງStudio)ຂອງສຳນັກຂ່າວສານປະເທດລາວຕາມຄວາມສາມາດຂອງຕົນ. ການນໍາສອງຝ່າຍ ເຫັນດີເປັນເອກະພາບນຳກັນວ່າ: ສຳລັບການຮ່ວມມື ແລະ ການຊ່ວຍ ເຫລືອ ທີ່ກ່ຽວຂ້ອງ ເຖິງ ກະຊວງ, ຂະແໜງການ ແລະ ອົງການຕ່າງໆ ຂອງສອງຝ່າຍຈະນຳສະເໜີ ຂໍຄວາມເຫັນຂອງບັນດາກະຊວງ, ຂະແໜງການ ແລະ ອົງການຕ່າງໆ ທີ່ກ່ຽວຂ້ອງກ່ອນທີ່ຈະຕົກລົງ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.