ການນໍາແຂວງກວ້າງນິງ ພົບປະເຈລະຈາ ກັບ ການນໍາແຂວງຫຼວງພະບາງ, ຫົວພັນ ແລະ ໄຊຍະບູລີ

16:32 | 04/06/2019

ຍສໝ - ວັນທີ 3 ມີຖຸນາ, ທີ່ນະຄອນຮະລອງ, ແຂວງກວ້າງນິງ ໄດ້ຈັດກອງປະຊຸມພົບປະເຈລະຈາເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງ ແຂວງກວ້າງນິງ ແລະ ແຂວງຫຼວງພະບາງ, ຫົວພັນ ແລະ ໄຊຍະບູລີ ແຫ່ງ ສປປ ລາວ.

ການນໍາແຂວງກວ້າງນິງ ພົບປະເຈລະຈາ ກັບ ການນໍາແຂວງຫຼວງພະບາງ, ຫົວພັນ ແລະ  ໄຊຍະບູລີ

ບັນຍາກາດທີ່ການພົບປະເຈລະຈາ.(ພາບ:baoquangninh.com.vn)

ທີ່ການພົບປະເຈລະຈາ, ການນໍາແຂວງກວາງນີງ ແລະ ການນໍາສາມແຂວງຫຼວງພະບາງ, ແຂວງຫົວພັນ ແລະ ແຂວງ ໄຊຍະບູລີ ໄດ້ລາຍງານໂດຍຫຍໍ້ກ່ຽວກັບຜົນງານການຮ່ວມມືລະຫວ່າງບັນດາຝ່າຍນັບຕັ້ງແຕ່ປີ 2017 ເປັນຕົ້ນມາ. ບັນດາການລາຍງານກໍ່ໄດ້ຢັ້ງຢືນວ່າ: ການຮ່ວມມືຂອງບັນດາຝ່າຍນັບມື້ນັບເຂົ້າໃນທາງກວ້າງ ແລະ ທາງເລີກ, ມີປະສິດທິຜົນໃນຫຼາຍຂົງເຂດ, ໄດ້ຮັບການຈັດຕັ້ງປະຕິບັດຕາມບັນດາບົດບັນທຶກການຮ່ວມມືເຊິ່ງທີ່ໄດ້ລົງນາມລະຫວ່າງບັນດາແຂວງ, ປະກອບສ່ວນປະຕິບັດ ແລະ ຫັນເປັນລະອຽດບັນດາເນື້ອໃນການຮ່ວມມືຂອງສອງພັກ, ສອງລັດ, ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ກວ່າອີກ, ພ້ອມກັນນັ້ນ ກໍ່ຕ້ອງຮັດແໜ້ນນໍ້າໃຈສາມັກຄີລະຫວ່າງປະຊາຊົນສອງຊາດ ກວ່າອີກ.

ບັນດາຜູ້ແທນກໍ່ໄດ້ຕົກລົງເປັນເອກະພາບໃນການຈັດຕັ້ງປະຕິບັດບັນດາເນື້ອໃນເປັນຕົ້ນຄື: ສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ, ແລກປ່ຽນດ້ານຂໍ້ມູນຂ່າວສານ, ທິດສະດີ - ການປະຕິບັດຕົວຈິງ, ແບ່ງປັນປະສົບການໃນວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງຢ່າງກະທັດຮັດ, ມີຜົນສັກສິດ, ມີປະສິດທິຜົນ; ແບ່ງປັນປະສົບການກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ແລະ ການເປີດກວ້າງການພົວພັນຕ່າງປະເທດ, ເຊື່ອມໂຍງສາກົນ. ສືບຕໍ່ເອົາໃຈໃສ່ການຊີ້ນໍາບັນດາຂະແໜງການໃນການຄົ້ນຄວ້າການເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືສອງຝ່າຍໃຫ້ເຂົ້າໃນທາງເລີກ; ເສີມຂະຫຍາຍ ແລະ ເປີດກວ້າງການຮ່ວມມືໃນບັນດາຂົງເຂດເປັນຕົ້ນຄື: ວັດທະນະທໍາ, ສາທາລະນະສຸກ, ວິທະຍາສາດ - ເຕັກນິກ, ໂດຍສະເພາະແມ່ນຂົງເຂດການທ່ອງທ່ຽວ.

ການນໍາແຂວງກວ້າງນິງ ພົບປະເຈລະຈາ ກັບ ການນໍາແຂວງຫຼວງພະບາງ, ຫົວພັນ ແລະ  ໄຊຍະບູລີ

ບັນດາຜູ້ແທນຖ່າຍຮູບລວມ.(ພາບ:baoquangninh.com.vn)

ບັນດາແຂວງປະສານສົມທົບຢ່າງແໜ້ນແຟ້ນໃນການຮ່ວມມືດ້ານການສຶກສາ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ. ຍຸ້ແຮງວຽກງານເຜີຍແຜ່ໂຄສະນາ, ສຶກສາບັນດາຊັ້ນວັນນະໃນໝູ່ປະຊາຊົນ, ໂດຍສະເພາະແມ່ນຮຸ່ນໜຸ່ມຂອງສາມແຂວງພາກເໜືອຂອງລາວ ແລະ ແຂວງກວາງນີງ ກ່ຽວກັບສານພົວພັນອັນເປັນມູນເຊື້້ອ, ມິດຕະພາບ, ສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງແຂວງກວາງນີງ ແລະ ສາມແຂວງພາກເໜືອຂອງລາວເວົ້າສະເພາະ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.