ຫວຽດນາມ - ລາວ: ສືບຕໍ່ຊຸກຍູ້ການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ

00:54 | 15/05/2019

ຍສໝ - ການຮ່ວມມືລະຫວ່າງສອງຝ່າຍໄດ້ບັນລຸຜົນສໍາເລັດອັນສໍາຄັນຫຼາຍຢ່າງລວມທັງດ້ານຂະຫນາດ, ຄຸນນະພາບ ແລະ ຮູບແບບ, ເຊິ່ງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ.

ຫວຽດນາມ - ລາວ: ສືບຕໍ່ຊຸກຍູ້ການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ

ຫວຽດນາມ - ລາວ: ສືບຕໍ່ຊຸກຍູ້ການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ

ກອງປະຊຸມລັດຖະມົນຕີແຮງງານ ແລະ ການປະກັນສັງຄົມຫວຽດນາມ - ລາວຄັ້ງທີ 6 ໄດ້ຈັດຂຶ້ນ ໃນລະຫວ່າງແຕ່ວັນທີ 26-28 ມີນາ ຢູ່ນະຄອນຫຼວງວຽງຈັນ - ລາວ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ  ທ່ານ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຫວຽດນາມ ດ່າວຫງອກຢູງ ແລະ  ທ່ານ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ຄໍາແພງ ໄຊສົມແພງ. 
 
ໃນກອງປະຊຸມ, ທັງສອງຝ່າຍໄດ້ເຫັນດີໃນການປະເມີນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມຫວຽດນາມ - ລາວ ຄັ້ງທີ 5 ທີ່ດ່າໜັງ ໃນເດືອນ ເມສາ 2017 ປະສົບຜົນສໍາເລັດຫຼາຍຢ່າງເປັນໜ້າເພີ່ງພໍໃຈລວມທັງດ້ານຂະຫນາດ, ຄຸນນະພາບ ແລະ ຮູບແບບການຮ່ວມມື, ໃນທຸກດ້ານເປັນຕົ້ນຄືດ້ານແຮງງານ ແລະ ສະຫວັດດີການສັງຄົມ, ເຊິ່ງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ. 
 
ພ້ອມກັນນັ້ນກໍ່ມີການແລກປ່ຽນປະສົບການໃນການຝຶກອົບຮົມວິຊາຊີບ, ການແກ້ໄຂດ້ານວຽກເຮັດງານທໍາ, ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ການປະຕິບັດບັນດານະໂຍບາຍກ່ຽວກັບດ້ານການປະກັນສັງຄົມ, ການຊ່ວຍເຫຼືອດ້ານສັງຄົມ, ການເບີ່ງແຍງດຸແລ່ເດັກ, ສະຫນັບສະຫນູນຄົນພິການ, ຜູ້ອາຍຸສູງ, ການດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ປະຕິວັດ, ການເກັບກໍາ ແລະ ສົ່ງອິດຖິຂອງທະຫານອາສາສະໝັກຫວຽດນາມທີ່ເສຍສະລະໃນລາວກັບຄືນປະເທດ...

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.