ສອງນະຄອນຫຼວງ ເພີ່ມທະວີສາຍພົວພັນທີ່ເປັນມູນເຊື້ອ

00:54 | 15/05/2019

ວັນ​ທີ 25 ມີ­ນາ 2019 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ກໍາມະການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ເລ­ຂາ​ຄະ­ນະ​ພັກ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຕ້ອນ­ຮັບ​ການ​ເຂົ້າ​ຢ້ຽມ​ຄຳ­ນັບ​ຂອງ​ທ່ານ ຫງວຽນ ວັນ ຟ໋ອງ ກຳ­ມະ­ການ​ປະ­ຈຳ​ພັກ ຫົວ­ໜ້າ​ຄະ­ນະ​ໂຄ­ສະ­ນາ​ສຶກ​ສາ​ຄະນະ​ພັກ ຮ່າ​ໂນ້ຍ ສສ ຫວຽດ­ນາມ ພ້ອມ​ຄະ­ນະ.

ສອງນະຄອນຫຼວງ ເພີ່ມທະວີສາຍພົວພັນທີ່ເປັນມູນເຊື້ອ

ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ແລະ ທ່ານ ຫງວຽນ ວັນ ຟ໋ອງ

ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ເລ­ຂາ​ຄະ­ນະ​ພັກ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຕ້ອນ­ຮັບ​ການ​ເຂົ້າ​ຢ້ຽມ​ຄຳ­ນັບ​ຂອງ​ທ່ານ ຫງວຽນ ວັນ ຟ໋ອງ ກໍາມະການ​ປະ­ຈຳ​ພັກ ຫົວ­ໜ້າ​ຄະ­ນະ​ໂຄ­ສະ­ນາ​ສຶກ​ສາ​ຄະ­ນະ​ພັກ ຮ່າ​ໂນ້ຍ ສສ ຫວຽດ­ນາມ ພ້ອມ​ຄະ­ນະ ໂອ­ກາດ​ທີ່​ເດີນ­ທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຮ່ວມ​ກັບ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ ນະ­ຄອນ­ຫຼວງ​ວຽງ​ຈັນ ວັນ​ທີ 24-30 ມີ­ນາ​ນີ້.

ໂອ­ກາດ​ນີ້ ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ການ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຂອງ​ທ່ານ ຫງວຽນ ວັນ ຟ໋ອງ ເຊິ່ງ​ເປັນ​ການ​ສືບ­ຕໍ່​ເພີ່ມ​ທະ­ວີ​ສາຍ​ພົວ­ພັນ​ມິດ­ຕະ­ພາບ ມູນ­ເຊື້ອ​ຄວາມ​ສາ­ມັກ­ຄີ​ພິ­ເສດ​ຂອງ​ສອງ​ພັກ ສອງ​ລັດ ກໍ​ຄື​ປະ­ຊາ­ຊົນ​ສອງ​ຊາດ​ລາວ-ຫວຽດ­ນາມ ເວົ້າ​ລວມ ເວົ້າ​ສະ­ເພາະ ຄະ­ນະ​ພັກ ອຳ­ນາດ​ການ​ປົກ­ຄອງ​ສອງ​ນະຄອນຫຼວງ ກໍ​ຄື ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ຄະ­ນະ​ໂຄ­ສະ­ນາ​ສຶກ​ສາ​ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ທີ່​ໄດ້​ມີ​ການ​ພົວ­ພັນ​ຢ້ຽມ­ຢາມ ແລະ ແລກ­ປ່ຽນ​ບົດ­ຮຽນ​ເຊິ່ງ​ກັນ ແລະ ກັນ​ໃຫ້​ນັບ​ມື້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.